ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ດ້ວຍຣະເບີດຣົດ ສະລະຊີບ ໃນປາກິສຖານ ເຮັດໃຫ້ມີ ຜູ້ເສັຽຊີວິດ 23 ຄົນ


ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ພວກຫົວຮຸນແຮງ ໄດ້ທຳການ ໂຈມຕີ ດ້ວຍ ຣະເບີດຣົດ ຢູ່ນອກ ປົດຕຳຣວດ ແຫ່ງນຶ່ງ ທີ່ນະຄອນ ລາຮໍ ໃນພາກ ຕາເວັນອອກ ຂອງ ປາກິສຖານ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 23 ຄົນ ແລະ ໄດ້ຮັບບາດເຈັບ ອີກຫລາຍກວ່າ 200 ຄົນ. ຣັຖມຸນຕຣີ ກະຊວງພາຍໃນ ປາກິສຖານ ທ່ານ REHMAN MALIK ໄດ້ ຖິ້ມໂທດ ໃສ່ພວກ ຫົວຮຸນແຮງ ທາລີບານ ສຳລັບ​ ການ​ໂຈມ​ຕີ ໃນວັນພຸດ ມື້ນີ້ ທີ່ເຈົ້າໜ້າທີ່​ ເວົ້າວ່າ ​ເປັນການໂຈມຕີ ສະລະຊີບ. ທ່ານ MALIK ກ່າວວ່າ ເປັນທີ່ ປາກົດວ່າ ການໂຈມຕີ ທີ່ວ່ານີ້ ແມ່ນເພື່ອ ເປັນການ ຕອບໂຕ້ ຕໍ່ການ ປະຕິບັດງານ ທາງທະຫານ ທີ່ພວມ ດຳເນີນຢູ່ ຕໍ່ມາ ໃນພາກ ຕາເວັນຕົກ ສຽງເໜືອ ຂອງ ປາກິສຖານ ທີ່ແນໃສ່ ພວກນັກຣົບ ທາລີບານ. ເຈົ້າໜ້າທີ່ ກ່າວວ່າ ຕົນຈັບ ຜູ້ຕ້ອງສົງສັຍ ໄດ້ 4 ຄົນ. ຍັງບໍ່ທັນມີ ກຸ່ມໃດ ອ້າງເອົາ ຄວາມຮັບ ຜິດຊອບເທື່ອ. ເຈົ້າໜ້າທີ່ ກ່າວວ່າ ພວກຫົວຮຸນແຮງ ໄດ້ຂັບຣົດ ເຂົ້າໄປຈົນຮອດ ບ່ອນວາງ ເຄື່ອງກີດຂວາງ ຢູ່ນອກ ສະຖານີ ຕຳຣວດ. ພວກຫົວຮຸນແຮງ ບາງຄົນ ໄດ້ອອກໄປ ຈາກຣົດ ແລະກໍເລີ້ມ ຍິງປືນ. ຫລັງຈາກນັ້ນ ຣົດກໍໄດ້ ຣະເບີດຂຶ້ນ ໃນຖນົນ ທີ່ແອອັດ ໄປດ້ວຍ ຜູ້ຄົນ ຊຶ່ງໄດ້ສ້າງ ຄວາມເສັຽຫາຍ ຢ່າງໜັກ ໃຫ້ແກ່ ຕຶກອາຄານ ແລະ ຣົດທີ່ຈອດ ຢູ່ໃກ້ຄຽງ.

ເກົາຫລີເໜືອ - ນິວເຄລັຽ: ເກົາຫລີເໜືອ ກ່າວວ່າ ຕົນຈະ ດຳເນີນການ ທາງທະຫານ ຕໍ່ເກົາຫລີໃຕ້ ຖ້າ​ເກົາຫລີ​ໃຕ້ ຫາກເຂົ້າຮ່ວມ ໃນການ ດຳເນີນ ຄວາມພະຍາຍາມ ພາຍໃຕ້ ການນຳພາ ຂອງ ສະຫະຣັດ ເພື່ອ ສະກັດກັ້ນ ກຳປັ່ນ ທີ່ສົງສັຍວ່າ ບັນທຸກ ອາວຸດ ທີ່ມີ ອະນຸພາບ ຮ້າຍແຮງ ຂະນະທີ່ ຄວາມເຄັ່ງຕຶງ ກ່ຽວກັບ ການທົດລອງ ອາວຸດ ນິວເຄລັຽ ຂອງພຽງ ຢາງໃນຕົ້ນ ອາທິດ ກຳລັງ ເພີ້ມ ທະວີຂຶ້ນ. ໃນຖແລງຂ່າວ ທີ່ນຳອອກ ເຜີຍແຜ່ມື້ນີ້ ພຽງຢາງ ກ່າວຢືນຢັນ ອີກຄັ້ງນຶ່ງວ່າ ຕົນຈະຖືວ່າ ການຕັດສິນໃຈ ຂອງ ເກົາຫລີໃຕ້ ເປັນການ ປະກາດສົງຄາມ ແລະ ຈະບໍ່ຖືກ ຜູກມັດ ອີກຕໍ່ໄປ ໂດຍສັນຍາ ສະງົບເສິກ ຊົ່ວຄາວປີ 1953 ທີ່ໄດ້ຍຸຕິ ສົງຄາມ ເກົາຫລີ ທີ່ດຳເນີນ​ໄປ ເປັນເວລາ 3 ປີນັ້ນ. ເກົາຫລີໃຕ້ ປະກາດ ໃນມື້ວານ ນີ້ວ່າ ຕົນຈະ ເຂົ້າຮ່ວມ ໃນຂໍ້ລິເລີ້ມ ວ່າດ້ວຍ ຄວາມໝັ້ນຄົງ ໃນການຫ້າມ ແຜ່ຜາຍ ອາວຸດ ທີ່ມີອະນຸພາບ ຮ້າຍແຮງ ທີ່ພົວພັນ ກັບການ ແບ່ງປັນ ຂໍ້ມູນ ທາງດ້ານສືບລັບ ແລະ ການປະສານງານ ລະ​ຫວ່າງ ກອງທັບເຮືອ ເພື່ອປ້ອງກັນ ບໍ່ໃຫ້ ມີການສົ່ງ ອາວຸດນິວເຄລັ ຽຫຼືອາວຸດ ທີ່ຜິດກົດໝາຍ ອື່ນໆ ອອກໄປຈາກ ເກົາຫລີເໜືອ. ການປະກາດ ທີ່ວ່ານີ້ ມີຂຶ້ນ ນຶ່ງມື້ ຫລັງຈາກ ເກົາຫລີເໜືອ ໄດ້ທົດລອງ ອາວຸດນິວເຄລັຽ.

ມຽນມາ - ຊູຈີ: ການດຳເນີນ ຄະດີ ທ່ານນາງ ອອງຊານ ຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາ ຍັງດຳເນີນ ຢູ່ຕໍ່ມາ ໃນວັນພຸດ ມື້ນີ້ ຊຶ່ງເປັນ ວັນຄົບຮອບ ປີທີ 6 ໃນການຈັບກຸມ ຄຸມຂັງ ທ່ານນາງ ຮອບລ່າສຸດ. ທ່ານນາງ ອອງຊານ ຊູຈີ ວັຍ 63 ປີ ທີ່ເຄີຍ ໄດ້ຮັບ ລາງວັນ ໂນແບລຂແນງ ສັນຕິພາບ ໄດ້ຖືກຄຸມຂັງ ເປັນເວລາ 13 ປີ ຂອງໄລຍະ 19 ປີຜ່ານມາ ຊຶ່ງສ່ວນ ໃຫຍ່ແລ້ວ ແມ່ນຢູ່ ທີ່ເຮືອນ ແຄມທະເລສາບ ຂອງ ທ່ານນາງ ໃນນະຄອນ ຢ່າງກຸ້ງ. ໃນຖແລງຂ່າວ ທີ່ນຳອອກ ເຜີຍແຜ່ ໂດຍ ທຳນຽບຂາວ ມື້ວານນີ້ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ປະນາມ ການສືບຕໍ່ ຈັບກຸມ ຄຸມຂັງ ທ່ານນາງ ອອງຊານ ຊູຈີ ແລະຮຽກຮ້ອງ ໃຫ້ພວກຜູ້ນຳ ຣັຖບານ ທະຫານ ມຽນມາ ປ່ອຍທ່ານນາງ ໃນທັນທີ ໂດຍປາສຈາກ ເງື່ອນໄຂ ໃດໆທັງສີ້ນ. ທ່ານ OBAMA ເວົ້າວ່າ ການດຳເນີນ ຄະດີ ທ່ານນາງ ໃນເວລານີ້ ເປັນການ ດຳເນີນຄະດີ ຂອງສານເຕັ້ຽ ທີ່ອີງຕາມ ຂໍ້ຫາ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ. ເຈົ້າໜ້າທີ່ ໄດ້ຍົກເລີກ ຄຳສັ່ງ ກັກບໍຣິເວນ ຮອບລ່າສຸດ ຕໍ່ທ່ານນາງ ໃນມື້ວານນີ້ ແຕ່ທ່ານນາງ ໄດ້ຖືກ ຄວບຄຸມໂຕໄວ້ ທີ່ຄຸກໃຫຍ່ INSEIN ນັບແຕ່ ທ່ານນາງ ໄດ້ຖືກຈັບ ໃນວັນທີ 14 ພຶສະພາ​ ເປັນຕົ້ນມາ ໃນຂໍ້ຫາ ລະເມີດ ເງື່ອນໄຂ ການກັກບໍຣິເວນ.

ອິນເດັຽ - ບັງກລາ - ໄຊໂຄລນ: ເຈົ້າໜ້າ ທີ່ໃນອິນເດັຽແລະ ບັງກລາແດັສ ກ່າວວ່າ ຈຳນວນ ພວກທີ່ ເສັຽຊີວິດ ຍ້ອນລົມ ພາຍຸໄຊໂຄລນ ໃນສັບປະດານີ້ ໄດ້ເພີ້ມຂຶ້ນ ເປັນເກືອບ 200 ຄົນແລ້ວ ແລະຄະນະ ກູ້ພັຍ ກຳລັງ ພະຍາຍາມ ທີ່ຈະໄປ ໃຫ້ການ ຊ່ອຍເຫລືອ ແກ່ປະຊາຊົນ ຈຳນວນ ຫລາຍພັນຄົນ ທີ່ຍັງ ຕົກຄ້າງ ຍ້ອນ ພັຍນ້ຳຖ້ວມ. ພາຍຸໄຊໂຄລນ AILA ໄດ້ພັດຖລົ່ມ ແຄມຝັ່ງ ທະເລ ຂອງ ບັງກລາແດັສ ແລະພາກ ຕາເວັນອອກ ຂອງອິນເດັຽ ໃນມື້ວັນຈັນ ຜ່ານມານີ້ ສົ່ງຜົນ​ ໃຫ້​ເກີດ ຟອງທະເລ ຂນາດໃຫຍ່ ແລະຝົນຕົກໜັກ ທີ່ໄດ້ ພາໃຫ້ເກີດ ພັຍນ້ຳຖ້ວມ ໃນຫລາຍໆບ້ານ ທີ່ຕັ້ງຢູ່ ໃນເຂດທີ່ຕ່ຳ. ເຈົ້າໜ້າທີ່ ບັງກລາແດັສ ເວົ້າວ່າ ມີ 130 ຄົນແລ້ວ ໄດ້ເສັຽຊີວິດ ທີີ່ນັ້ນ ແລະ ຫລາຍກວ່າ 100 ຄົນ ບໍ່ມີບ່ອນ ພັກພາອາສັຍ. ສ່ວນ ເຈົ້າໜ້າທີ່ ໃນອິນເດັຽ ປະເທດ ເພື່ອນບ້ານນັ້ນ ກ່າວວ່າ ຈຳນວນ ຜູ້ເສັຽຊີວິດ ທີ່ຣັດ ເບັງກາລ ຕາເວັນຕົກ ແມ່ນບໍ່ຕ່ຳກວ່າ 68 ຄົນ. ໃນວັນພຸດ ມື້ນີ້ ປະເທດ ທັງສອງ ກ່າວວ່າ ກອງທັບ ຂອງຕົນ ກຳລັງ ໃຫ້ການ ຊ່ອຍເຫລືອ ບັນເທົາທຸກ ຢູ່ໃນເຂດ ທ້ອງຖິ່ນ.

ໂຊມາເລັຽ: ພວກກະບົດໂຊມາເລັຽ ໄດ້ຍິງ ປືນຄົກ ໄປໃສ່ ທຳນຽບປະທານາທິບໍດີ ທີ່ນະ ຄອນຫລວງ MOGADISHU ເຮັດໃຫ້ ພົລເຮືອນ ເສັຽຊີວິດ ຢ່າງນ້ອຍ 7 ຄົນ. ພວກທີ່ເຫັນ ເຫດການ ແລະໂຄສົກ ຂອງກອງທັບ ໂຊມາເລັຽ ກ່າວໃນ ມື້ນີ້ວ່າ ການໂຈມຕີ ມີຂຶ້ນ ໃນແລງວານນີ້. ເຂົາເຈົ້າ ເວົ້າວ່າ ລູກປືນຄົກ ທີ່ໄດ້ແນໃສ່ ທຳນຽບ ປະທານາທິບໍດີ ໄດ້ໄປຕົກ ໃສ່ຄຸ້ມ ບ່ອນຢູ່ ຂອງພົລເຮືອນ ຢູ່ໃກ້ໆ​ນັ້ນ​ແທນ. ລາຍງານຂ່າວ ບາງກະແສ ແຈ້ງວ່າ ທະຫານ ຣັຖບານ ຫລາຍໆຄົນ ກໍເສັຽຊີວິດ ໃນການ ໂຈມຕີດັ່ງກ່າວ ແຕ່ວ່າ ຍັງບໍ່ທັນ ໄດ້ຮັບ ການຢືນຢັນເທື່ອ. ພວກກະບົດ ມຸສລິມ ນິຍົມ ແນວທາງ ດັ້ງເດີມ ທີ່ກຳລັງ ພະຍາຍາມ ຫາທາງ ໂຄ່ນລົ້ມ ຣັຖບານ ໂຊມາເລັຽນັ້ນ ໄດ້ເລີ້ມ ເປີດສາກ ບຸກໂຈມຕີ ໃນຕົ້ນ ເດືອນນີ້. ການສູ້ຣົບກັນ ແຕ່ນັ້ນມາ ​ໄດ້ເຮັດໃຫ້ ມີຜູ້ ເສັຽຊີວິດແລ້ວ ເກືອບ 200 ຄົນ ທີ່ນະຄອນຫລວງ MOGADISHU. ອົງການ ອົພຍົບ ຂອງ ສະຫະ ປະຊາຊາດ ກ່າວໃນ ມື້ວານນີ້ວ່າ ມີຊາວໂຊມາເລັຽ 67 ພັນຄົນ ໄດ້ພາກັນ ອົພຍົບ ຫລົບໜີ ອອກຈາກ ນະຄອນຫລວງ ຂອງ ໂຊມາເລັຽ ນັບແຕ່ ພວກກະບົດ ເລີ້ມທຳການ ໂຈມຕີ ເປົ້າໝາຍຕ່າງໆ ທີ່​ເປັນຂອງ ຣັຖບານ ໂຊມາເລັຽ ໃນວັນທີ 8 ພຶສະພາ ຜ່ານມາ.

ວຽດນາມ - ຢາເສບຕິດ: ເຈົ້າໜ້າທີ່ ວຽດນາມ ກ່າວວ່າ ຕົນໄດ້ຈັບ ຜູ້ຊາຍລາວ ຄົນນຶ່ງ ທີ່ໄດ້ລັກ ລອບ ຂົນຢາ​ເສບ​ຕິດ ກະຕຸ້ນປະສາດ ECSTASY ເກືອບ 500 ພັນເມັດ ເຂົ້າໄປ ໃນວຽດນາມ. ຜູ້ຊາຍຄົນນີ້ ຊຶ່ງມີການ ເປີດເຜີຍ ໃຫ້ຊາບວ່າ ຊື່ແສງເພັດ ອາຍຸ 40 ປີ ເປັນຄົນ ນະຄອນຫລວງ ວຽງຈັນ ໄດ້ຖືກຈັບ ໃນມື້ວານນີ້ ທີ່ແຂວງ THANH HOA ໃນເຂດ ພາກກາງ ຂອງວຽດນາມ. ຕຳຣວດເວົ້າວ່າ ຕົນໄດ້ພົບເຫັນ ຢາກະຕຸ້ນປະສາດ ECSTASY ທີ່ເຊື່ອງໄວ້ ໃນຫີບຫໍ່ ເກືອບ 80 ຫໍ່ ຢູ່ໃນຣົດ ຂອງຜູ້ກ່ຽວ

ໄຂ້ຫວັດໃຫຍ່: ສິງກະໂປ ກ່າວວ່າ ແມ່ຍິງ ອາຍຸ 22 ປີ ຄົນນຶ່ງ ໄດ້ຖືກກວດ ພົບວ່າ ຕິດເຊື້ອ ໄວຣັສ ໄຂ້ຫວັດໃຫຍ່ ສາຍພັນ A-H1N1 ຊຶ່ງເປັນ ກໍຣະນີ ທຳອິດ ທີ່ໄດ້ຮັບ ການຢືນຢັນ ໂດຍທາງການ ສິງກະໂປ. ເຈົ້າໜ້າທີ່ ເວົ້າວ່າ ແມ່ຍິງຜູ້ນີ້ ເລີ້ມມີ ອາການໄອ ລະຫວ່າງ ການເດີນທາງ ໂດຍເຮືອບິນ ຈາກນະຄອນ ນິວຢອກ ແຕ່ການປ່ວຍ ຂອງນາງ ບໍ່ໄດ້ຖືກ ກວດພົບ ໂດຍເຄື່ອງກວດ ທີ່ສນາມບິນ ແຕ່ຢ່າງໃດ ຍ້ອນນາງ ບໍ່ໄດ້ ເປັນໄຂ້. ນາງໄດ້ຖືກ ກັກບໍຣິເວນ ທີ່ໂຮງໝໍ ແຫ່ງນຶ່ງ ​ແລະ ນາງມີ ອາການ ທຸ່ນທ່ຽງແລ້ວ ໃນເວລານີ້. ກະຊວງ ສາທາຣະນະສຸກ ສິງກະໂປ ກ່າວວ່າ ຕົນກຳລັງ ຊອກຄົ້ນຫາ ຜູ້ຄົນ ທີ່ໄດ້ພົບປະ ຕິດຕໍ່ ໃກ້ຊິດ ກັບແມ່ຍິງ ຄົນນີ້ ເພື່ອວ່າ ຈະໄດ້ກັກ ບໍຣິເວນ ພວກເຂົາເຈົ້າ ແລະ​ໃຫ້ການ ປິ່ນປົວ ດ້ວຍຢາ ຕໍ່ຕ້ານ ເຊື້ອໄວຣັສ. ມາຮອດ ມື້ວານນີ້ ອົງການ ອະນາມັຍໂລກ ລາຍງານວ່າ ມີ 12 ພັນ 954 ຄົນແລ້ວ ໄດ້ຕິດເຊື້ອ ໄວຣັສ H1N1 ຢູ່ໃນ 46 ປະເທດ. ໃນນັ້ນ 92 ຄົນ ​ໄດ້ເສັຽ ຊີວິດແລ້ວ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ ທາງຂວາມື.

XS
SM
MD
LG