ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພິຈາລະນາຄະດີຂອງນາງ ສາມານທາ ໂອໂຣບາເທີ້ ຈະຖືກຊັກຊ້າ


ທາງ​ການ​ລາວ​ຍອມຮັບ​ວ່າ ​ແມ່ຍິງຊາວອັງກິດ​ທີ່​ຕົກ​ເປັນ​ຈຳ​ເລີຍ​ໃນຄະ​ດີ​ລັກລອບຂົນ​ຢາ​ເສບຕິດ​ຈາກ​ລາວ ໄປ​ຕ່າງປະ​ເທດ​ທີ່​ຕັ້ງ ຄັນນັ້ນ ​ເປັນ​ການ​ຕັ້ງຄັນຫລັງ​ຈາກ​ທີ່​ຖືກທາງ​ການ​ລາວ​ຈັບ​ກຸມ​ຕົວ​ໄດ້​ແລ້ວ ຊຶ່ງ​ກໍ​ຄື ​ເປັນ​ການ​ຕັ້ງຄັນ​ໃນ​ລະຫ​ວ່າງ​ທີ່​ຖືກ​ຄຸ​ມຂັງ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ຈໍາ​ເປັນທີ່​ຈະ​ຕ້ອງ​ສືບ​ຫາ​ຄວາມ​ຈິງ​ໃຫ້​ໄດ້​ວ່າ ແມ່ຊາວອັງກິດຄົນ​ນີ້ຕັ້ງຄັນ ຫລື ຖືພາ​ໄດ້​ແນວ​ໃດ.

ທ່ານ ພັນ​ໂທຄຳ​ພອນ ສີ​ຫາ​ປັນຈະ ຫົວໜ້າ ກົມ​ຄວບ​ຄຸມຢາ​ເສບ​ຕິດ ກະຊວງປ້ອງ​ກັນ​ຄວາມ​ສະ​ງົບ​ພາຍ​ໃນ​ລາວ ​ໄດ້​ຖະ​ແຫລ​ງ ຍອມຮັບ​ວ່າ ກາ​ນຟ້ອງ​ຮ້ອງ​ຕໍ່ສານ​ປະຊາຊົນເພື່ອ​ດຳ​ເນີນ​ຄະ​ດີ​ກັບ​ ນາງ ສາມານ​ທ້າ ໂອ​ໂຣບາ​ເທີ້ ຊາວ​ອັງກິດ​ໄວ​ 20 ປີ ​ໃນ​ຄວາມ​ຜິດ​ກ່ຽວກັບ​ຢາ​ເສບ​ຕິດ​ນັ້ນ ຈະ​ຕ້ອງ​ຊັກ​ຊ້າ​ອອກ​ໄປ​ອີກ ຍ້ອນ​ວ່າ ຜົນຈາກ​ການ​ຕົວ​ຄັນ​ຂອງ​ນາງ​ພົບ​ວ່າ ນາງ ສາມານ​ທ້າ ​ໄດ້​ຕັ້ງຄັນ ​ແລະ ຖືພາ ຫລັງຈາກ​ທີ່​ນາງ​ໄດ້​ຖືກຈັບ​ກຸມ​ຕົວ​ໄດ້​ແລ້ວ ​ກໍ​ຄື ​ໃນ​ຂະນະ​ທີ່ນາງ​ໄດ້​ຖືກ​ຄຸ​ມຂັງ ຢູ່​ພາຍ​ໃນ​ຄຸກໂພນ​ຕ້ອງ​ໃນເຂດ​ນະຄອນຫລວງ​ວຽງຈັນ​ ແລ້ວ ນັ້ນ​ເອງ. ທັງນີ້ ​ໂດຍ​ຈາກ​ການ​ກວດ​ຄັນ​ຂອງ ນາງ ສາມານ​ທ້າ ​ເມື່ອ​ ວັນ​ທີ 4 ​ເມສາ ທີ່​ຜ່ານ​ມາ​ກໍ​ພົບ​ວ່າ ນາງ ສາມານ​ທ້າ ​ໄດ້ຕັ້ງຄັນ ​ແລະ ຖື​ພາ​ແລ້ວເປັນ​ເວລາ​ທີ່ 17 ສັບປະດາ ຫລື​ວ່າ ກືນ​ກວ່າ 24 ສັບ​ປະດາ ຫລື​ວ່າ ປະມານ 7 ​ເດືອນ​ແລ້ວ​ຈົນເຖິງ​ປະຈຸ​ບັນ​ນີ້ ​ໃນ​ຂະນະ​ທີ່​ທາງ​ການ​ລາວ​ໄດ້​ທຳ​ການ​ຈັບ​ກຸມ ນາງ ສາມານ​ທ້າ ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ ປີກາຍ ຫລື ກວ່າ 40 ສັບປະດາ​ທີ່​ຜ່ານ​ມາ ​ເພາະສະນັ້ນ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ທຳ​ການ​ສືບ​ຫາ​ຄວາມ​ຈິງ​ໃຫ້​ໄດ້ ວ່າ ນາງ ສາມານ​ທ້າ ສາມາດ​ຕັ້ງຄັ​ນ​ ໄດ້​ແນວ​ໃດ ​ໃນ​ເມື່ອ​ວ່າ​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ຕະຫລອດ​ເວລາ​ ກັບ​ທັງ​ຍັງ​ເປັນ​ການ​ຄວບ​ຄຸມ​ຕົວ ​ໂດຍ​ແຍກ​ອອກ​ຈາກ​ນັກ​ໂທດເພດ​ຊາຍ​ຢ່າງ​ເດັດຂາດ ​ແລະ ທີ່​ຄອຍ​ຄວບ​ຄຸມ​ຕົວ ນາງ ສາມານ​ທ້າ ນັ້ນ ກໍ​ເປັນ​ພະນັກງານ​ເພດ​ຍິງ​ຂອງ​ລາວ​ອີກ​ດ້ວຍ. ສ່ວນ​ທາງ​ດ້ານ ນາງ ສາມານ​ທ້າ ​ເອງກໍ​ບໍ່​ເຄີຍ​ຟ້ອງ​ຮ້ອງ ຫລື ກ່າວ​ໂທ​ດ ​ແລະ ກ່າວ​ຫາວ່າ​ນາງຖືກ​ຂົ່ມ​ຂືນ​ຢູ່​ໃນ​ລະຫວ່າງ​ການ​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນໜ້ານີ້ ກໍ​ຄື​ຫລັງ​ຈາກ​ຖືກ​ຈັບ​ກຸມ​ຕົວ​ໄດ້​ໃໝ່ໆ ທາງ​ຝ່າຍ​ຂອງ​ນາງ ສາມານ​ທ້າ ກໍ​ເຄີຍ​ໄດ້​ຢືນຢັນ​ກັບ​ທາງ​ການ​ລາວ​ວ່າ ນາງ​ໄດ້​ຕັ້ງຄັນ​ກັບ​ຄົນ​ຮັກຢູ່​ປະ​ເທດ​ອັງກິດ ຫາກ​ແຕ່​ທາງ​ການ​ລາວ​ກໍ​ໄດ້​ນຳ​ຕົວ​ໄປ​ກວດສຸຂະພາບ​ຮ່າງກາຍ ກໍ​ພົບ​ວ່າບໍ່ມີ​ການ​ຕັ້ງຄັນ​ແຕ່​ຢ່າງ​ໃດ.

​ໂດຍ​ທາງ​ການ​ລາວ​ໄດ້​ມາ​ກວດພົບ​ວ່າ ນາງ ສາມານ​ທ້າ ​ໄດ້​ຕັ້ງຄັນ​ແລ້ວ​ໃນເມື່ອ ​ເດືອນ​ມີນາ ປີນີ້ ​ແລະ ທີ່ໜ້າສັງເກດ​ກໍ​ຄື ​ໃນ​ຊ່ວງ​ເດືອນ​ພຶດສະຈິ​ກາປີ​ກາຍ​ນາຍ​ແ​ເພດ​ຊາວ​ອັອສເຕຣ​ເລຍ ​ໄດ້​ເຂົ້າ​ໄປ​ທຳ​ການ​ກວດ​ສຸຂະພາບ​ຂອງນາງ ສາມານ​ທ້າ ​ເຖິງເຈັດ​ຄັ້ງ​ໃນ​ເດືອນ​ດັ່ງກ່າວ ຫາກ​ແຕ່​ໃນ​ການ​ຕວ​ດ​ສຸຂະພາບ​ທຸກ​ຄັ້ງກໍ​ຍັງ​ຈະ​ຕ້ອງ​ຜ່ານ​ການກວດ​ຄົ້ນ​ຈາກເຈົ້າໜ້າທີ່ຂອງ​ຄຸກ​ໂພນ​ຕ້ອງ​ໃນ​ທຸກໆ ຄັ້ງ. ສ່ວນ​ທາງ​ດ້ານ ດັອກ​ເຕີ້ ບົວ​ວັນ ​ແສນ​ສະ​ຖິດ ຜູ້ອຳ​ນວຍການ​ໂຮງໝໍ​ເພື່ອ​ສຸຂະພາບ​ແມ່ ​ແລະ ​ເດັກ ​ແຫ່ງ​ປະ​ເທດ​ລາວ ກໍ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າມີ​ຄວາມເປັນ​ໄປ​ໄດ້ ທີ່​ນາງ ສາມານ​ທ້າ ​ເຮັດ​ໃຫ້​ຕົວ​ເອງ​ຕັ້ງຄັນ​ໄດ້​ດ້ວຍ​ຕົນ​ເອງ ດ້ວຍ​ການ​ສີ​ດ​ເອົານໍ້າອະສຸຈິິ​ຂອງ​ເພດ​ຊາຍ​ເຂົ້າ​ໄປ​ໃນຊ້ອງຄອດໃນ​ຂະນະ ​ທີ່ມີການຕົກ​ໄຂ່ເກີດ​ຂຶ້ນ ຫາກ​ແຕ່​ບັນຫາ​ກໍ​ຄື​ວ່າ ນາງ​ໄດ້ຮັບນ້ຳເຊື້ອອະສຸຈິ ຂອງ​ເພດ​ຊາຍ​ມາ​ໄດ້​ແນວ​ໃດ ຊຶ່ງ​ທາງ​ການ​ລາວ​ຈະ​ຕ້ອງ​ສືບ​ຫາ​ຄວາມ​ຈິງ​ໃຫ້​ໄດ້​ ກ່ອນທີ່ຈະ​ມີ​ການ​ຟ້ອງ​ຮ້ອງ​ຄະ​ດີ​ຕໍ່ສານ​ປະຊາຊົນ​ຕໍ່ໄປ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນໜ້ານີ້ ທາງ​ການ​ລາວ​ກໍ​ໄດ້ ຢືນຢັນ​ແລ້ວ​ວ່າ ນາງ ສາມານ​ທ້າ ຈະ​ບໍ່ຖືກ​ສານ​ຕັດສິນ​ໂທດ​ເຖິງ​ຂັ້ນປະ​ຫານ​ຊີວິ​ຢ່າງ​ແນ່ນອນ ຍ້ອນ​ວ່າ​ນາງ​ຕັ້ງຄັນ​ນັ້ນ​ໄດ້​ເຮັດ​ໃຫ້​ນາງ​ໄດ້​ຮັບ​ການ​ຍົກ​ເວັ້ນ​ໂທດ​ປະຫານ​ຊີວິດ, ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່ທ່ານ ທອງ​ລຸນ​ ສີ​ສຸ​ລິດ ຮອງ​ນາຍົກ​ລັດຖະມົນຕີ ​ແລະ ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ລາວ​ໄດ້ໄປ​ລົງ​ນາມ​ໃນຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ໂອນ​ຕົວ​ນັກ​ໂທດ​ຮ່ວມ​ກັນ​ກັບ​ລັດຖະມົນຕີ ວ່າການ​ຕ່າງປະ​ເທດ​ຂອງ​ອັງ​ກິດ​ດ້ວຍ​ແລ້ວ ກໍ​ຍັງ​ເຮັດ​ໃຫ້​ທາງ​ການ​ອັງກິດ​ສາມາດ​ທີ່​ຈະ​ຂໍ​ເອົາ​ຕົວນາງ ສາມານ​ທ້າ ​ໄປ​ລົງ​ໂທ​ດຢູ່​ປະ​ເທດ​ອັງກິດ​ໄດ້​ຕໍ່​ໄປ​ອີກ​ດ້ວຍ ຫລັງ​ຈາກ​ທີ່​ໄດ້​ມີ​ການ​ຕັດສິນຄະ​ດີໃນປະ​ເທດລາວ​ສິ້ນສຸດ​ແລ້ວ ດັ່ງ​ທີ່​ ທ່ານ ທອງ​ລຸນ ​ໄດ້​ກ່າວ​ຊີ້​ແຈງ​ໃນ​ຕອນໜຶ່ງວ່າ:

ຂ້າພະ​ເຈົ້າ​ໄດ້​ລົງ​ນາມ​ໃນ​ສັນຕິ​ສັນຍາ​ສົ່ງ​ນັກ​ໂທດ​ຊຶ່ງ​ກັນ​ ​ແລະ ກັນ ຢູ່​ລອນ​ດອນ ກັບ​ທ່ານ ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ອັງກິດ​ແລ້ວ ພວກ​ເຮົາ​ຈະ​ປະຕິບັດ​ຕາມ​ສັນຕິ​ສັນຍານັ້ນ. ລັດຖະບານ​ລາວ​ກໍ​ມີນາ​ຍ​ໂຍບາຍ​ມະນຸດ​ສະທຳ​ກ່ຽວກັບ​ເລື້ອງນີ້ ກໍ​ມີ​ບົ່ງ​ໄວ້​ຢູ່​ໃນ​ມາດ​ຕາ​ທີ່​ວ່າ ຫ້າມ​ບໍ່​ໃຫ້ລົງ​ໂທ​ດປະຫານຊີວິດຜູ້​ທີ່​ຖືພາຢູ່.

ຊົງຣິດ ​ໂພນ​ເງິນ ລາຍ​ງານ​ຈາກ​ບາງກອກ ​ໃນ​ວັນ​ທີ 26 ພຶດສະພາ 2009

XS
SM
MD
LG