ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຜນຍຸທະສາດຂອງສະຫະຣັດສຳຫລັບນ້ຳມັນທີ່ໝຸນໃຊ້ຄືນໃໝ່ໄດ້


<!-- IMAGE -->

ສະຫະຣັດອາ​ເມ​ຣິກາ​ກຳລັງ​ຊອກ​ຫາ​ວິທີ​ທາງ​ເພື່ອ​ນຳ​ໃຊ້ເຊື້ອ​ໄຟ​ຊີວະ​ພາບ​ທີ່​ໝູນໃຊ້​ຄືນ​ໃໝ່​ໄດ້​ແບບ​ຍືນ​ຍົງ​ຖາ​ວອນ ​ທັ້ງນີ້​ກໍ ເພື່ອຫລຸດ​ຜ່ອນ​ການ​ກາງ​ຕໍ່​ອາ​ໃສ​ເຊື້ອ​ໄຟ​ທຳ​ມະ​ຊາດ ທີ່​ມາ​ຈາກ​ຊາກສັດ​ດຶກ​ດຳ​ບັນ​ທີ່ກາຍ​ເປັນ​ຫິນນັ້ນ ​ແລະ​ພ້ອມ​ດຽວ​ກັນ​ກໍ​ເພື່ອຫລຸດ​ຜ່ອນ​ອາຍ​ແກ​ສ​ເຮືອນແກ້ວມົນ​ລະ ພິດແລະບັນຫາ​ການກຳຈັດ​ຂອງ​ເສ​ຍ. ອົງການ​ພິທັກສະ ພາບແວດ​ລ້ອມຂອງ​ສະຫະຣັດ ກຳລັງ​ນຳ​ສະ​ເນີ​ຍຸ​ທະສາດ​ໃໝ່​ ເພື່ອ​ເພີ່ມ​ສະບຽງ​ນ້ຳມັນ​ ເຊື້ອໄຟ​ທີ່ຈະນຳມາໝູນໃຊ້ໄດ້​ຕລອດ​ໄປ ໂດຍມີ​ເປົ້າໝາຍ​ ຜະຫລິດ​ໃຫ້ໄດ້ 36 ພັນ​ລ້ານ​ແກ​ລລອນ ຫລື​ ຫລາຍ​ກວ່າ 136 ພັນລ້ານ​ລິດ​ພາຍໃນປີ 2022 ຕາມ​ຂໍ້​ບັງຄັບຂອງກົດໝາຍ​ວ່າ​ດ້ວຍຄວາມ​ໝັ້ນຄົງ ​ແລະ​ຄວາມ​ເປັນອິສະລະທາງ​ດ້ານພະລັງ ງານ ສະບັບປີ 2007. ພາຍ​ໃຕ້​ຍຸ​ທະສາດໃໝ່ທີ່ສະ​ເນີ​ຂື້ນ​ມາ​ນີ້ ຈະ​ເປັນ​ເທື່ອ​ທຳອິດທີ່ເຊື້ອ​ໄຟ​ທີ່ນຳ​ມາ​ໝູນໃຊ້ຄືນ​ໃໝ່​ໄດ້ຈະ​ຖືກ​ບັງຄັບ​ໃຫ້​ບັນລຸ​ການ​ຫລຸດ​ຜ່ອນປະລິມານ​ອາຍ​ພິດ​ເຮືອນ​ແກ້ວ​ລົງ​ໃຫ້ໄດ້ທຽບເທົ່າ ກັບນ້ຳມັນ ແອສຊັງແລະ​ນ້ຳມັນກາຊ່ວນທີ່ຈະຖືກແທນທີ່ ນັ້ນຈຶ່ງຈະໄດ້ຮັບຄວາມໄວ້ວາງໃຈວ່າ ຈະສາມາດ ບັນລຸມາດຕະຖານປະລິມານຊຸດໃໝ່ໄດ້.

ທ່ານ​ນາງ Lisa Jackson ຜູ້ບໍລິຫານອົງການ​ພິທັກ​ສະພາບ​ແວດ​ລ້ອມ​ຂອງສະຫະຣັດ ຫລື ອີ​ພີ​ເອ ກ່າວ​ວ່າ ​ການ​ເປັນ​ເອກ​ກະລາດ​ໃນ​ດ້ານພະລັງງານນັ້ນ ​ແມ່ນຈະ​ນຳ​ເອົາ​ເງິນ​ຫລາຍ​ພັນ​ລ້າ​ນ​ໂດ​ລາ​ເຂົ້າມາສູ່ເສດຖະກິດ​ຂອງ​ສະຫະຣັດ ​ພ້ອມ​ກັບ​ສ້າງ​ໜ້າ​ວຽກ​ທີ່​ຊ່ວຍ​ພິທັກ​ຮັກສາ​ສິ່ງແວດ​ລ້ອມ​ ​ແລະ​ປົກ​ປ້ອງ​ໜ່ວຍ​ໂລກຈາກ​ຜົນ​ກະທົບ​ຂອງ​ສະພາວະ​ດິນ​ຟ້າ​ອາກາດ​ປ່ຽນ​ແປງ​. ​ໂດຍ​ການ​ເພີ່ມການ​ໃຊ້ເຊື້ອ​ໄຟ​ຊີວະ​ພາບທີ່​ໃຊ້​ຄືນໃໝ່​ໄດ້​ນັ້ນສະຫະຣັດກໍ​ຈະສາມາດຫລຸດການກາງ​ຕໍ່​ນ້ຳມັນ​ທີ່ນຳ​ເຂົ້າຈາກ​ຕ່າງປະ​ເທດ ລົງ​ໄດ້​ຫລາຍ​ກວ່າ 297 ລ້ານຖັງ​ຕໍ່​ປີ ​ແລະ​ພ້ອມ​ດຽວ​ກັນ​ກໍ​ຫລຸດ​ຜ່ອນ​ປະລິມານ​ອາຍ​ພິດ​ເຮືອນແກ້ວ​ລົງໄດ້ໂດຍ​ສະ​ເລ່ຍ 160 ​ໂຕນ​ຕໍ່​ປີ ​ຫລັງ​ຈາກ​ມີ​ການຈັດຕັ້ງປະຕິບັດ​ແຜນ​ຍຸ​ທະ​ສາດ​ໃໝ່ຢ່າງ​ຄົບ​ຖ້ວນສົມບູນ​ພາຍໃນ​ປີ​ 2022.

ເຊື້ອ​ໄຟ​ຊີວະ​ພາບ ເປັນ​ເຊື້ອ​ໄຟ ທີ່ມີ​ລັກສະນະ ​ແຂ້ນ ແຫລວ ຫລືເປັນ ອາຍແກ໊​ສກໍ​ໄດ້ ທີ່​ໄດ້​ມາຈາກ​ວັດຖຸ​ຊີວະ​ພາບ. ເຊື້ອໄຟ​ປະ​ເພດ​ນີ້ ​ເປັນ​ອັນ ຕະລາຍ​ຕໍ່​ສິ່ງແວດ​ລ້ອມ​ ໜ້ອຍກວ່າເຊື້ອ​ໄຟ​ຈາກ​ຊາກສັດ​ ເຊັ່ນ​ຖ່ານ​ຫິນ ຫລື​ນ້ຳມັນນເປໂຕຣລຽມ.

ກົດ​ໝາຍວ່າ​ດ້ວຍ​ຄວາມ​ໝັ້ນຄົງແລະ​ຄວາມ​ເປັນອິສະລະ​ດ້ານພະລັງງານ​ທີ່ສະພາ​ຄອງແກ​ຣສ ຫລື​ລັດຖະສະພາ​ສະຫະຣັດ ​ເຮັດ​ອອກ​ມາ​ໃນ​ປີ​ 2007 ນັ້ນ ​ໄດ້​ຈັດຕັ້ງເຊື້ອ​ໄຟທີ່​ນຳ​ມາໃຊ້​ຄືນ​ໃໝ່​ໄດ້ ສີ່​ປະ​ເພດ​ດ້ວຍ​ກັນ ຄືນື່ງ ເຊື້ອ​ໄຟ​ທີ່​ຜະຫລິດ​ຈາກ​ໄມ້ ຫຍ້າ ຫລື​ສ່ວນ​ທີ່​ກິນ​ບໍ່​ໄດ້​ຂອງ​ພືດພັນ​ຕ່າງໆສອງ​ ນ້ຳມັນ​ກາ​ຊ່ວນທີ່​ຜະຫລິດ​ຈາກ​ຊີວະ​ພາບ ຫລື​ເຊື້ອ​ໄຟ​ທີ່​ຜະ​ຫລິດ ຈາກ ພືດ​ພັນ​ ​ແລະສັດທີ່​ຕາຍ​ໃໝ່ໆ ຫລື​ຜະຫລິດ​ຕະຜົນ​ພອຍໄດ້ຈາກ​ພືດ​ຫລື​ສັດ​ເຫລົ່ານັ້ນ, ສາມ​ ເຊື້ອ​ໄຟ​ຊີວະ​ພາບ​ຂັ້ນ​ກ້າວໜ້າ ​ແລະ​ສີ່ ​ເຊື້ອ​ໄຟ​ທີ່​ນຳ​ມາ​ໝູນ​ໃຊ້ໄດ້​ໂດຍເຕັມ​. ແຜນ​ຍຸ​ທະ​ສາດ​ທີ່ອົງການ​ພິທັກ​ສະພາບ​ແວດ​ລ້ອມສະຫະຣັດ ຫລື EPA ສະ​ເນີຂື້ນມານັ້ນ ​ກຳນົດວ່າ ພາຍ​ໃນ​ປີ 2022 ຈະ​ຕ້ອງຜະຫລິດເຊື້ອ​ໄຟ​ທີ່​ຜະຫລິດ​ຈາກ​ໄມ້​ແລະຫຍ້ານັ້ນ ໃຫ້​ໄດ້ໃນ​ປະ​ລິ​ມານ 16 ພັນ​ລ້ານແກ​ລລອນ ຕໍ່​ປີ​, ​ເຊື້ອ​ໄຟຊີວະ​ພາບ​ທີ່​ໃຊ້​ກັນ​ທົ່ວໄປ​ໃຫ້​ໄດ້ 15 ພັນ​ລ້ານ​ແກ​ລລອນ​, ເຊື້ອ​ໄຟ​ຊີວະ​ພາບຂັ້ນ​ກ້າວໜ້າ​ 4 ພັນລ້ານ​ແກ​ລ​ລອນ ​ແລະ​ນ້ຳມັນ​ກາ​ຊ່ວນທີ່​ຜຫະລິດ​ຈາກ​ຊີວະ​ພາບ​ ໃຫ້​ໄດ້​ 1 ພັນ​ລ້ານແກ​ລລອນ.ເພື່ອ​ໃຫ້​ບັນລຸ​ປະລິມານ​ທີ່​ກຳນົດ​ໄວ້​ນີ້ ທຸກໆ​ປີ​ໃດ ​ອົງການ​ພິທັກ​ສະພາບ​ແວດ​ລ້ອມ​ ຈະ​ຄຳນວນມາດ​ຕະຖານ ທີ່​ອິງ​ໃສ່ຈຳນວນ​ສ່ວນ​ຮ້ອຍ ທີ່​ພວກ ບໍລິສັດ​ກັ່ນ​ນ້ຳມັນ ຜູ້​ນຳ​ເຂົ້າ ​ແລະຜູ້​ຜະສົມ​ນ້ຳມັນ​ແອ​ສຊັງ​ແລະ​ນ້ຳມັນ​ກາ​ຊ່ວນທັງ ຫລາຍ ຕ້ອງຮັບປະກັນ​ວ່າເຂົາ​ເຈົ້າ​ໄດ້​ໃຊ້ໃນ​ການ​ນຳ​ໃຊ້ນ້ຳ​ມັນເຫລົ່ານີ້​ ​ໃນ​ການ​ຂົນ​ສົ່ງ.

​ເປົ້າໝາຍ​ທີ່​ກຳນົດ​ໄວ້ ສຳລັບ​ເຊື້ອ​ໄຟປະ​ເພດ​ໃໝ່ທີ່​ກ່າວ​ມານັ້ນ ກໍ​ແມ່ນຫລຸດຜ່ອນ​ການ​ປ່ອຍ​ແກ໊ສອາຍ​ພິດເຮືອນ​ແກ້ວ​ລົງ​ໃຫ້​ໄດ້ 20% ສຳລັບເຊື້ອ​ໄຟທີ່​ນຳ​ມາ​ໝູນໃຊ້​ຄືນ​ໄດ້​ ທີ່ຜ​ະລິດ​ຈາກ​ໂຮງງານ​ໃໝ່, 50% ສຳລັບນ້ຳມັນກາຊ່ວນແລະນ້ຳມັນຊີວະພາບ​ທີ່ກ້າວໜ້າແລະ 60% ສຳລັບ ນ້ຳມັນເຊື້ອໄຟຟ​ທີ່​ຜະຫລິດຈາກໄມ້, ຫຍ້າແລະພືດພັນຕ່າງໆ​ນັ້ນ.​

ສະຫະຣັດແມ່ນ​ມຸ້ງ​ໝັ້ນ​ທີ່​ຈະ​ປະຕິບັດພາກສ່ວນ​ຂອງ​ຕົນ ​ເພື່ອ​ຊ່ວຍໂລກຫລຸດຜ່ອນ​ລະດັບ ອາຍ​ແກ​ສເຮືອນ​ແກ້ວລົງແລະປັບ​ປ່ຽນໄປ​ໃຊ້​ພະລັງງານ​ທີ່​ໝູນໃຊ້​ຄືນ​ໄດ້ ທີ່​ມີ​ຄວາມ​ປອດ​ພັຍ​ກວ່າ​ໃນ​ດ້ານ​ເສ​ດຖະກິດ​ແລະສະພາບ​ແວດ​ລ້ອມ​.

XS
SM
MD
LG