ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານຂ່າວແຈ້ງວ່າ ເກົາຫລີເໜືອ ໄດ້ທົດລອງຍິງ ລູກສອນໄຟຕື່ມອີກ


ເກົາຫລີເໜືອ - ນິວເຄລັຽ: ອົງການຂ່າວ ຂອງ ເກົາຫລີໃຕ້ ລາຍງານວ່າ ເກົາຫລີເໜືອ ໄດ້ທົດລອງ ຍິງລູກສອນໄຟ ໄລຍະສັ້ນ ຕື່ມອີກ 2 ລູກ ເຖິງແມ່ນ ນາໆຊາດ ໄດ້ປະນາມການ ທົດລອງ ຣະເບີດນິວເຄລັຽ ລູກນຶ່ງ ຂອງ ເກົາຫລີເໜືອ ໃນມື້ວານນີ້ ກໍຕາມ. ລາຍງານ ຂອງ ອົງການຂ່າວ ຢອນຮັບ ຂອງ ເກົາຫລີໃຕ້ ໃນມື້ນີ້ ໄດ້ອ້າງ ແຫຼ່ງຂ່າວ ຣັຖບານ ທີ່ບໍ່ປະສົງ ຈະອອກຊື່ ທີ່ກ່າວວ່າ ລູກສອນໄຟ ທັງສອງ ໄດ້ຖືກຍິງຂຶ້ນ ຈາກ ຖານຍິງ ໃນເຂດ ແຄມຝັ່ງ ທະເລ ກ້ຳຕາເວັນອອກ. ເກົາຫລີເໜືອ ໄດ້ຍິງ ທົດລອງ ລູກສອນໄຟ 3 ລູກ ໃນມື້ວານນີ້ ບໍ່ດົນ ຫລັງຈາກ ໄດ້ທຳການ ທົດລອງ ອາວຸດນິວ ເຄລັຽ ໃຕ້ດິນ ລູກນຶ່ງ. ກອງປະຊຸມ ສຸກເສີນ ຂອງສະມາຊິກ 15 ປະເທດ ຂອງ ສະພາ ຄວາມໝັ້ນຄົງ ອົງການ ສະຫະ ປະຊາຊາດ ໃນຕອນແລງ ຂອງມື້ວານນີ້ ​ໄດ້​ລົງມະຕິ​ ຢ່າງເປັນ ເອກກະສັນ ປະນາມ ການທົດລອງ ອາວຸດນິວເຄລັຽ ຂອງເກົາຫລີເໜືອ. ສະພາ ຄວາມໝັ້ນຄົງ ກ່າວວ່າ ຕົນກຳລັງ ກະກຽມ ການຕອບໂຕ້ ຢ່າງແຮງ ຕໍ່ພຽງຢາງ. ອົງການຂ່າວ ອິນເຕີແຟັກ ທີ່ກຸງມົສກູ ໄດ້ອ້າງ ແຫລ່ງຂ່າວ ຈາກກະຊວງ ການຕ່າງປະເທດ ຣັດເຊັຽ ທີ່ກ່າວວ່າ ການຮັບຮອງເອົາ ມະຕິຢ່າງແຮງ ອາດຈະຫຼີກລ່ຽງ ບໍ່ໄດ້ ຍ້ອນອຳນາດ ຂອງ ສະພາ ຄວາມໝັ້ນຄົງ ​ເປັນ​ເດີມ​ພັນ ​ໃນ​ເຣື່ອງນີ້.

ມຽນມາ - ຊູຈີ: ຜູ້ນຳ ພັກຝ່າຍຄ້ານ ຂອງມຽນມາ ທ່ານນາງ ອອງຊານ ຊູຈີ ໄດ້ປະຕິເສດ ຕໍ່ຂໍ້ຫາທີ່ວ່າ ທ່ານນາງ ໄດ້ລະເມີດ ເງື່ອນໄຂ ໃນການກັກບໍຣິ ເວນ ຂອງທ່ານນາງ ໂດຍອະນຸຍາດໃຫ້ ຄົນອະເມ ຣິກັນ ທີ່ບຸກລຸກ ຜູ້ນຶ່ງ ພັກຢູ່ ທີ່ເຮືອນ ຂອງທ່ານນາງ ໃນຕົ້ນເດືອນນີ້. ທ່ານນາງ ອອງຊານ ຊູຈີ ທີ່ເຄີຍໄດ້ຮັບ ລາງວັນ ໂນແບລ ຂແນງສັນຕິພາບ ໄດ້ປະກາດ ກ່ຽວກັບ ການບໍ່ມີຄວາມຜິດ ຂອງທ່ານນາງ ໃນວັນອັງຄານ ມື້ນີ້ ​ໃນລະຫວ່າງ ການດຳເນີນ ຄະດີ ທ່ານນາງ ທີ່ຄຸກ INSEIN ໃນນະຄອນ ຢ່າງກຸ້ງ ບ່ອນທີ່ ທ່ານນາງ ໄດ້ຖືກຄຸມຂັງ ມາຕັ້ງແຕ່ ໄດ້ຖືກຈັບ ໃນຕົ້ນເດືອນນີ້. ທ່ານນາງ ອອງຊານ ຊູຈີ ກ່າວຕໍ່ສານວ່າ ນຶ່ງໃນຄົນໃຊ້ ທີ່ພັກອາສັຍຢູ່ ກັບທ່ານນາງ ໄດ້ແຈ້ງໃຫ້ ທ່ານນາງ ຊາບວ່າ ນາຍ JOHN YETTAW ໄດ້ລອຍນ້ຳ ເຂົ້າໄປທີ່ ເຮືອນຂອງ ທ່ານນາງ ໃນຕອນເຊົ້າ ຂອງວັນທີ 4 ພຶສະພາ. ທ່ານນາງ ໃຫ້ການວ່າ ທ່ານນາງ ໄດ້ໃຫ້ບ່ອນ ພັກພາອາສັຍ ຊົ່ວຄາວ ແກ່ນາຍ YETTAW ຈົນຮອດ​ ເວລາ ຜູ້ກ່ຽວ ຈາກໄປ ກ່ອນຕອນ ທ່ຽງຄືນ ຂອງມື້ຕໍ່ມາ. ທ່ານນາງ ຍັງໄດ້​ ໃຫ້ການ ຕໍ່ສານອີກວ່າ ທ່ານນາງ ບໍ່ໄດ້ແຈ້ງ ໃຫ້ເຈົ້າໜ້າທີ່ ທະຫານຊາບ ກ່ຽວກັບ ການບຸກລຸກ ຂອງນາຍ YETTAW.

ໄທ - ການເມືອງ: ພວກປະທ້ວງ ​ໃນ​ໄທ ທີ່ມີບົດບາດສຳຄັນ ໃນການໂຄ່ນລົ້ມ ຣັຖບານ ຂອງອະດີດ ນາຍົກ ຣັຖມຸນຕຣີ ທັກສິນ ຊິນ ນະວັດ ແລະຣັຖບານທີ່ຮັບຊ່ວງຕໍ່ຈາກທ່ານນັ້ນ ກ່າວວ່າ ພວກຕົນ ຈະຈັດຕັ້ງກັນ​ເປັນພັກການ ເມືອງ ຢ່າງເປັນ ທາງການ. ພວກ​ປະ​ທ້ວງ​ ຊື່​ງ​ເປັນ ສະມາຊິກ ຂອງກຸ່ມ ພັນທະມິດ ປະຊາຊົນ ເພື່ອປະຊາ ທິປະໄຕ ຫລື​ທີ່​ເອີ້ນ​ກັນ​ວ່າ ພວກເສື້ອເຫລືອງ ຊື່​ງເປັນສີ ສັນຍາລັກ ຂອງເຄື່ອງນຸ່ງ ທີ່ນິຍົມ ກະສັດ ໄດ້ພາກັນ ໂຮ່ຮ້ອງ ສະ​ແດງ​ການ ສນັບ​ສນູນ ເວລາ ຜູ້ນຳຂອງກຸ່ມ ປະກາດ ກ່ຽວກັບ ການຕັດສິນໃຈ ທີ່ຈະຕັ້ງ ພັກການເມືອງ ໃນກອງປະຊຸມ ທີ່ບາງກອກ ມື້ວານນີ້. ກຸ່ມພັນທະມິດ ປະຊາຊົນ ເພື່ອ ປະຊາທິປະໄຕ ໄດ້ຈັດຕັ້ງ ການປະທ້ວງ ຕໍ່ຕ້ານ ທ່ານທັກສິນ ຢູ່ຕາມ ຖນົນ ຫົນທາງ ກ່ອນທີ່ຈະ ມີການກໍ່ ຣັຖປະຫານ ໃນ ປີ 2006 ທີ່ໄດ້ ໂຄ່ນລົ້ມ ອະດີດ ຜູ້ນຳ ຣັຖບານ ຂອງໄທ. ການປະທ້ວງ ໄດ້ເລີ້ມຄືນ ອີກເວລາ ກຸ່ມນິຍົມ ທ່ານທັກສິນ ຊະນະ ການເລືອກຕັ້ງ ທີ່​ຈັດ​ຂື້ນ ລຸນຫຼັງ ການກໍ່ ຣັຖປະຫານ. ພວກເສື້ອເຫລືອງ ໄດ້ຢຸດ ການປະທ້ວງ ຢູ່ຕາມຖນົນ ຫົນທາງ ຫລັງ​ຈາກ ຣັຖບານປະສົມ ຂອງທ່ານ ອະພິສິດ ເວດຊາຊີວະ ເຂົ້າຮັບໜ້າທີ່.

ອິສຣາແອລ - ສະຫະຣັດ: ສື່ມວນຊົນ ຂອງ ອິສຣາແອລ ລາຍງານວ່າ ນາຍົກຣັຖມຸນຕຣີ BENJAMIN NETANYAHU ເຕັມໃຈ ທີ່ຈະ ທັບມ້າງ ການຕັ້ງບ້ານໃໝ່ ຂອງ ພວກຊາວຢິວ ໃນເຂດ ຢຶດຄອງ ຝັ່ງຕາ ເວັນຕົກ ຂອງ ແມ່ນ້ຳຈໍແດັນ ຖ້າສະຫະຣັດ ຈະໃຫ້ ການສນັບສນຸນ ຕໍ່ທ່າທີ ຂອງ ອິສຣາແອລ ກ່ຽວ​ກັບ ອີຣ່ານ. ລາຍງານ ຂອງ ສື່ມວນຊົນ ແຈ້ງວ່າ ທ່ານ NETANYAHU ໄດ້ກ່າວຕໍ່ ສະມາຊິກ ພັກ LIKUD ຂອງທ່ານ ໃນມື້ວານນີ້ວ່າ ທ່ານຈະ ດຳເນີນການ ໃນອັນທີ່ ທ່່ານເອີ້ນວ່າ “ບາດກ້າວ ທີ່ບໍ່ໄດ້ຮັບ ຄວາມນິຍົມ” ໃນການ ຍົກຍ້າຍ ບ່ອນຕັ້ງ ບ້ານໃໝ່ ທີ່ບໍ່ໄດ້ ຮັບອະນຸຍາດ ຍ້ອນທ່ານ ມີຄວາມ ຮູ້ສຶກວ່າ ການສະກັດກັ້ນ ພັຍຂົ່ມຂູ່ ຈາກອີຣ່ານ ແມ່ນບັນຫາ ອັນຮີບດ່ວນ ຫລືບຸຣິມະສິດ ຂອງ ອິສຣາແອລ. ແຕ່ຂະນະດຽວກັນ ທ່ານກໍເວົ້າວ່າ ການຕັ້ງບ້ານໃໝ່ ທີ່ມີຢູ່ແລ້ວ ຊຶ່ງໄດ້ຮັບການ ສນັບສນຸນ ຈາກຣັຖບານ ອິສຣາແອລນັ້ນ ຈະຕ້ອງ ໄດ້ຮັບອະນຸຍາດ ໃຫ້ຂຍາຍໂຕ ຕາມອັດຕຣາ ການເຕີບໂຕ ຂອງປະຊາຊົນ ທີ່ມີຂຶ້ນ ຕາມທັມມະດາ. ສະຫະຣັດ ແລະ ມະຫາອຳນາດອື່ນໆ ໃນໂລກ ໄດ້ຮຽກຮ້ອງ ໃຫ້ອິສຣາແອລ ຢຸດເຊົາ ການກໍ່ສ້າງ ໃນເຂດ ຝັ່ງຕາເວັນຕົກ ຂອງ ແມ່ນ້ຳຈໍແດນ ໂດຍເວົ້າວ່າ ມັນບ່ອນທຳລາຍ ຕໍ່ຂັ້ນຕອນ ການສ້າງ ສັນຕິພາບ ກັບ ຝ່າຍປາແລສໄຕນ໌.

ປາກິສຖານ: ອົງການອົພຍົບ ຂອງສະຫະ ປະຊາຊາດ ກ່າວວ່າ ປະມານ 126 ພັນຄົນ ໄດ້ຖືກບັງຄັບ ໃຫ້ອົພຍົບ ຫລົບໜີ ຈາກເຮືອນຊານ ບ້ານຊ່ອງ ຂອງ ພວກເຂົາເຈົ້າ ໃນແຕ່ລະມື້ ໃນພາກ ຕາເວັນຕົກ ສຽງເໜືອ ຂອງ ປາກິສຖານ ບ່ອນທີ່ ທະຫານຣັຖບານ ກຳລັງສູ້ຣົບ ກັບ ພວກຫົວຮຸນແຮງ ທາລີບານນັ້ນ. ໂຄສົກ ຂອງ ອົງການ ຂ້າຫລວງໃຫຍ່ ອົພຍົບ ສະຫະ ປະຊາຊາດ ກ່າວໃນ ມື້ນີ້ວ່າ ການສູ້ຣົບ ໃນເຂດຮ່ອມພູ SWAT ແລະບໍຣິເວນ ອ້ອມແອ້ມ ໄດ້ພາໃຫ້ມີ ການອົພຍົບ ຫລົບພັຍ ຢ່າງວ່ອງໄວ ​ແລະ​ໃນ​ຈຳນວນ ​ຫລວງຫລາຍ​ ທີ່​ສຸດ ໃນໄລຍະ ບໍ່ເທົ່າໃດ ປີຜ່ານມານີ້ ​ໂດຍ​ທີ່ ໃນເດືອນນີ້ ມີຜູ້ອົພຍົບ ຫລົບພັຍ ເກືອບ 2 ລ້ານ 4 ແສນຄົນ. ສ່ວນກຸ່ມ ປົກປ້ອງ ສິດທິມະນຸດ HUMAN RIGHTS WATCH ກ່າວວ່າ ການຂາດແຄນ ອາຫານ ນ້ຳດື່ມ ແລະຢາ ປົວພະຍາດ ຢ່າງຮ້າຍແຮງ ໄດ້ກໍ່ໃຫ້ເກີດ ວິກິຕການ ທາງດ້ານ ມະນຸສທັມ ຄັ້ງໃຫຍ່ ສຳລັບ ພົລເຮືອນ ຈຳນວນ ຫຼາຍຮ້ອຍ ພັນຄົນ ທີ່ຕົກຄ້າງ ຢູ່ໃນເຂດ ພາກຕາເວັນຕົກ ສຽງເໜືອ ຂອງ ປາກິສຖານ. ທ່ານ BRAD ADAMS ຜູ້ອຳນວຍການ ຝ່າຍເອເຊັຽ ຂອງກຸ່ມດັ່ງກ່າວ ໄດ້ຮຽກຮ້ອງ ໃຫ້ກອງທັບ ປາກິສຖານ ຍົກເລີກ ໃນທັນທີ ການຫ້າມ ອອກນອກເຮືອນ ທີ່ໄດ້ ມີຜົນ ບັງຄັບໃຊ້ ຢູ່ໃນເຂດ ຮ່ອມພູ SWAT ແລະບໍຣິເວນ ອ້ອມແອ້ມ ມາແຕ່ ສັບປະດາແລ້ວ.

ອິນເດັຽ - ບັງກລາແດສ: ລົມພາຍຸໄຊໂຄລນ ທີ່ພັດເຂົ້າ ຖລົ່ມເຂດ ແຄມຝັ່ງທະເລ ພາກຕາເວັນອອກ ສຽງເໜືອ ຂອງ ອິນເດັຽ ແລະ ບັງກລາແດສ ​ໄດ້ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 100 ຄົນ ນັບແຕ່ ມື້ວານນີ້ ເປັນຕົ້ນມາ. ລົມແລະຝົນ ຈາກພາຍຸ ໄຊໂຄລນ AILA ໄດ້ກໍ່ໃຫ້ເກີດ ຄື້ນຟອງ ຂນາດໃຫຍ່ ທີ່ພາໃຫ້ ເກີດພັຍ ນ້ຳຖ້ວມ ໃນຂອບເຂດ ທີ່ກວ້າງຂວາງ. ເຈົ້າໜ້າທີ່ ອິນເດັຽ ກ່າວວ່າ ມີບໍ່ຕ່ຳກວ່າ 35 ຄົນ ໄດ້ເສັຽຊີວິດ ທີ່ຣັດເບັງກາລ ຕາເວັນຕົກ. ພວກເຄາະຮ້າຍ ບາງຄົນ ຈົມນ້ຳຕາຍ ຂະນະທີ່ ຄົນ​ອື່ນໆ ເສັຽຊີວິດ ຍ້ອນເຣືອນ ພັງທັບ ຫລືຕົ້ນໄມ້ ລົ້ມທັບ. ແມ່ນ້ຳ ຫລາຍໆສາຍ ໄດ້ລົ້ນຝັ່ງ ຂຶ້ນຖ້ວມ ເຂດອະນຸຣັກເສືອ SUNDARBANS ໃນຣັດ ເບັງກາລ ຕາເວັນຕົກ ຊຶ່ງມີ​ເສືອ ອາສັຍຢູ່ ຫລາຍ​ທີ່ສຸດ ແຫ່ງນຶ່ງ ໃນໂລກ ຕລອດທັງ ຜູ້ຄົນອີກ ຈຳນວນ ຫລາຍພັນ. ທີ່ ບັງກລາແດສ ລົມພາຍຸ ໄຊໂຄລນ AILA ໄດ້ພາໃຫ້ເກີດ ຟອງຂນາດ ໃຫຍ່ ໃນບໍຣິເວນ ອ່າວເບັງກາລ ທີ່ໄດ້ລົ້ນ ຂຶ້ນໄປຖ້ວມ ຖນົນຫົນທາງ ໄຮ່ນາຮົ້ວສວນ ແລະ ບໍຣິເວນ ທີ່ມີດິນຕ່ຳ. ມີຢ່າງນ້ອຍ 25 ຄົນ ໄດ້ເສັຽຊີວິດ ແລະອີກ ຫລາຍພັນຄົນ ໄດ້ຖືກບັງຄັບ ໃຫ້ຍົກຍ້າຍໜີ ຈາກເຮືອນຊານ ຂອງ ພວກເຂົາເຈົ້າ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG