ທາງການກະຊວງແຮງງານ ແລະ ສະຫວັດດີການ ສັງຄົມຂອງລາວໄດ້ອອກຖະແຫລງ ຢືນຢັນວ່າ ທ່ານນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ໄດ້ລົງນາມອະນຸມັດ ໃນປະກາດການບັງຄັບໃຊ້ມາດຕະການ ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າໃຫ້ກັບບັນດາແຮງງານລາວນັບຈາກວັນທີ 30 ເມສາເປັນຕົ້ນ ມາແລ້ວ. ຊຶ່ງກໍຈະເປັນຜົນເຮັດໃຫ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າໃຫ້ກັບບັນດາແຮງງານລາວຢ່າງເປັນທາງການ ພາຍໃນເດືອນພຶດສະພານີ້ເປັນຕົ້ນໄປ. ໂດຍອັດຕາຄ່າຈ້າງຂັ້ນຕໍ່າໃນປັດຈຸບັນນີ້ຢູ່ທີ່ລະດັບ 290.000 ກີບຕໍ່ເດືອນ ແລະ ດ້ວຍການລົງນາມດັ່ງກ່າວຂອງທ່ານນາງ ອ່ອນຈັນ ກໍຈະເປັນຜົນເຮັດໃຫ້ບັນດານາຍຈ້າງຕ້ອງເພີ້ມອັດຕາຄ່າຈ້າງຂັ້ນຕໍ່າໃຫ້ກັບບັນດາແຮງງານລາວໃນລະດັບບໍ່ໜ້ອຍກວ່າ 340.800 ກີບຕໍ່ເດືອນ ລວມທັງຍັງຈະຕ້ອງມີການໃຫ້ເງິນອຸດໜຸນສຳລັບການຄອງຊີບໃຫ້ແກ່ບັນດາ ແຮງງານລາວໃນອັດຕາ 220.100 ກີບຕໍ່ເດືອນ ອີກດ້ວຍ, ຊຶ່ງກໍໝາຍຄວາມວ່າ ແຮງງານລາວບໍ່ມີຝີມືນັ້ນ ແຕ່ລະຄົນ ຈະໄດ້ຮັບຄ່າຕອບແທນລວມບໍ່ໜ້ອຍກວ່າ 56.900 ກີບຕໍ່ເດືອນ ໂດຍມີເງື່ອນໄຂວ່າ ແຮງງານລາວຄົນນັ້ນ ຈະຕ້ອງບໍ່ມີການຂາດງານເລີຍໃນແຕ່ລະເດືອນ.
ແຕ່ຢ່າງໃດກໍຕາມ ທາງຝ່າຍສະຫະພັນກຳມະບານລາວ ກໍໄດ້ຖະແຫລງເນັ້ນຢໍ້າວ່າ ໃນລະດັບຄ່າຄອງຊີບທີ່ສູງຂຶ້ນຢ່າງຕໍ່ເນື່ອງ ໃນປັດຈຸບັນນີ້ ແຮງງານລາວທຸກຄົນ ຈະຕ້ອງມີລາຍຮັບບໍ່ໜ້ອຍ 700.000 ກີບຕໍ່ເດືອນ ຈຶ່ງຈະສາມາດລ້ຽງຕົນເອງໄດ້ ຊຶ່ງກໍເຮັດໃຫ້ແຮງງານທຸກຄົນຈະຕ້ອງທຳງານເກີນເວລາເທົ່າ ນັ້ນຈຶ່ງຈະສາມາດເພິ່ງພາຕົວເອງ ຫລືວ່າ ມີລາຍຮັບຢ່າງພຽງພໍ ກັບລະດັບການຄອງຊີບໃນແຕ່ລະເດືອນນັ້ນເອງ.
ຫາກແຕ່ວ່າພາຍໃຕ້ສະພາບການທີ່ເປັນຢູ່ໃນປະຈຸບັນກໍເປັນການຍາກທີ່ ບັນດານາຍຈ້າງຈະຍອມໃຫ້ບັນດາລູກຈ້າງໄດ້ເຮັດງານເກີນເວລາ ເນື່ອງຈາກວ່າດ້ວຍຜົນກະທົບ ຈາກບັນຫາວິກິດການທາງເສດຖະກິດການເງິນໂລກ ໃນເວລານີ້ ໄດ້ເຮັດໃຫ້ພາກການຜະຫລິດສິນຄ້າຕ່າງໆຂອງລາວທີ່ມີການສົ່ງອອກໄປ ຕ່າງປະເທດນັ້ນ ຈະຕ້ອງມີການຫລົດປະລິມານລົງຢ່າງຫລວງຫລາຍ ເພາະວ່າການສັ່ງຊຶ້ສິນຄ້າຂອງລາວຈາກຕ່າງປະເທດໄດ້ຫລຸດໜ້ອຍຖອຍລົງ ເລື້ອຍໆ ໂດຍສະເພາະແມ່ນພາກການຜະຫລິດສິນຄ້າ ປະເພດເສື້ອຜ້າສຳເລັດຮູບ ຊຶ່ງມີຕະຫລາດສົ່ງອອກຫລັກຢູ່ໃນສະພາບຢູໂຣບ ແລະ ສະຫະລັດອາເມລິການັ້ນ ຖືເປັນພາກການຜະຫລິດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດໃນປະຈຸບັນ.
ຍິ່ງໄປກວ່ານັ້ນ ບັນຫາວິກິດການທາງເສດທະກິດການເງິນໂລກ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງໄປເຖິງການລົງທຶນຂອງຕ່າງປະເທດ ຢູ່ໃນລາວອີກດ້ວຍ ແລະ ຜົນສະທ້ອນທີ່ຕິດຕາມມາກໍຄື ການ ຈ້າງງານໃນລາວກໍມີອັນຕ້ອງຫລຸດໜ້ອຍຖອຍລົງໄປດ້ວຍ, ສ່ວນຕຳແຫນ່ງງານ ທີ່ຍັງຄົງມີການວ່າຈ້າງຢູ່ນັ້ນ ສ່ວນຫລາຍກໍເປັນຕຳແຫນ່ງທີ່ຕ້ອງໃຊ້ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຊຳນານການເປັນພິເສດ ໂດຍສະເພາະແມ່ນໃນດ້ານເທັກນິກ ໃນຂະນະທີ່ບຸກຄະລາກອນ ສ່ວນໃຫຍ່ກໍມີຄຸນນະສົມບັດທີ່ຈະເຂົ້າຮັບຕຳແຫນ່ງເລົ່າ ນີ້ໜ້ອຍຫລາຍ ຈຶ່ງເຮັດໃຫ້ບໍລິສັດສ່ວນໃຫຍ່ຕ້ອງວ່າຈ້າງບຸກຄະລາກອນມາຈາກຕ່າງປະ ເທດເປັນດ້ານຫລັກນັ້ນເອງ. ນອກຈາກນີ້ ການທີ່ຈະພັດທະນາແຮງງານລາວໃຫ້ມີມາດຕະຖານເປັນທີ່ຍອມຮັບຂອງບັນດາ ນາຍຈ້າງຈາກຕ່າງປະເທດໄດ້ ກໍຍັງມີຂໍ້ຈຳກັດໃນຫລາຍໆດ້ານອີກດ້ວຍ, ດັ່ງທີ່ ທ່ານ ອ່ອນສີ ບຸດສີວົງສັກ ປະທານຄະນະກຳມະການຕົວແທນຂອງນາຍຈ້າງໃນລາວໄດ້ໃຫ້ການອະທິບາຍເຖິງ ສະພາບການກ່ຽວກັບແຮງງານລາວໃນປະຈຸບັນນີ້ ວ່າ:
ປະເທດເຮົານີ້ ຍັງຢູ່ໃນຄວາມດ້ອຍພັດທະນາ ເພາະຫລາຍຄົນມາແຕ່ຊົນນະບົດ ບໍ່ເຄີຍເຫັນອຸດສາຫະກຳຈັກເທື່ອ ເຂົາກະເຮັດວຽກຍາມໃດເຂົາຢາກເຮັດກໍເຮັດ ບໍ່ຢາກເຮັດແລະກໍແລ້ວ, ຮອດຍາມບຸນກໍເມືອບຸນ, ຮອດຍາມເຮັດນາກ໋າເມືອເຮັດນາ, ຈະປ່ຽນນິໃສອັນນີ້ ນີ້ນະຍັງຫຍຸ້ງຍາກ. ອຸປະສັກອັນໜຶ່ງອີກກໍຄືວ່າ ຄົນສ່ວນຫລາຍທີ່ມາຈາກຊົນນະບົດກໍແມ່ນດ້ອຍໂອກາດໃນການຮຽນ ກະຄວາມຮູ້ກໍຕ່ຳແລ້ວ, ປະຖົມກໍບໍ່ຈົບ, ມັດທະຍົມກໍບໍ່ຈົບ ກໍຫລາຍ. ສະນັ້ນ ເມື່ອເວລາເຮົາມາເຮັດວຽກຄວາມຕ້ອງການທາງດ້ານເທັກໂນໂລຢີ້ ແລະ ຕ່າງໆ ມັນກະນັບມື້ນັບສູງຂຶ້ນ, ເຮັດໃຫ້ເຂົາເຈົ້ານີ້ມີຄວາມຫຍຸ້ງຍາກໃນການປັບຕົວເຂົ້າໃນເທັກໂນໂລຢີ້ໃໝ່.
ຊົງຣິດ ໂພນເງິນ ລາຍງານຈາກບາງກອກ 23 ພຶດສະພາ 2009