<!-- IMAGE -->
ການປະທະກັນໄດ້ທະວີຄວາມຮຸນແຮງຂື້ນໃນປະເທດໂຊມາເລຍ ລະວ່າງພວກນັກລົບທີ່ນິຍົມ ຣັຖບານແລະກຸ່ມກອງຫລອນຂອງພວກຫົວຮຸນ ແຮງ ຊື່ງເປັນການເພິ່ມຕື່ມໃສ່ວິກິດການດ້ານມະນຸດສະທຳທີ່ຮ້າຍແຮງຢູ່ແລ້ວໃນໂຊມາເລຍນັ້ນ.
ໝົດທຸກພັກຝ່າຍທີ່ອ້າງວ່າຕົນເຫັນແກ່ຜົນປະໂຍດອັນດີທີ່ສຸດຂອງປະເທດຊາດດ້ວຍນ້ຳໃສໃຈຈິງ ຄວນຈະຍຸຕິການສູ້ລົບກັນແລະນຳເອົາສັນຍາສັນຕິພາບທີ່ເຊັນກັນຢູ່ຈີບູຕີມາ ປະຕິບັດຜ່ານການດຳເນີນງານທາງການເມືອງທນທີ່ຈະສືບຕໍ່ປະຫັດປະຫານກັນ ດ້ວຍອາວຸດທີ່ສ້າງຄວາມຫາຍະນະຢ່າງໃຫຍ່ຫລວງນັ້ນ
ນັບຕັ້ງແຕ່ຕົ້ນເດືອນນີ້ມາ ນະຄອນຫລວງໂມກາດີສຊູ ຂອງໂຊມາເລຍ ໄດ້ຖືກປິດລ້ອມໂດຍພວກກຸ່ມຫົວຮຸນແຮງ ໂຮມທັງພວກນັກລົບ Al Shabaab ທີ່ມຸ່ງໝັ້ນຈະພະຍາຍາມໂຄ່ນລົ້ມຣັຖບານລະຍະຂ້າມຜ່ານຂອງປະທານາທິບໍດີ Sheikh Sharif Sheikh Ahmed.ພວກຫົວຮຸນແຮງດັ່ງກ່າວທີ່ມີສາຍພົວພັນກັບເຄືອຂ່າຍກໍ່ການຮ້າຍ ອາລ ເຄອີດາ ໄດ້ໂຈມຕີນະຄອນຫລວງໂມກາດີສຊູ ດ້ວຍລູກຈລວດແລະປືນຄົກໃນການກໍ່ຄື້ນຟອງຂອງຄວາມຮຸນແຮງ ທີ່ ໄດ້ເຂັ່ນຂ້າພົນລະເຮືອນໄປຢ່າງໜ້ອຍ 110 ຄົນແລ້ວ ແລະບີບ ບັງຄັບໃຫ້ປະຊາຊົນ ອີກຫລາຍພັນຄົນຕ້ອງຫລົບ ໜີຈາກບ້ານເຮືອນ. ອົງການ ສະຫະພາບອາຟຣິກາ ກ່າວວ່າຕົນຈະເພີ່ມຄວາມເຂ້ມແຂງໃຫ້ແກ່ ພາລະກິດການຮັກສາສັນຕິພາບຂອງຕົນຢູ່ໃນໂຊມາເລຍ ດ້ວຍການສົ່ງທະຫານຈາກ Sierra Leone ແລະ ບຸຣຸນດີ ຫລາຍກວ່ານຶ່ງພັນຄົນໄປເສີມກຳລັງຮັກສາສັນຕິພາບຂອງຕົນຢູ່ທີ່ນັ້ນ.
ເຖິງແມ່ນບໍ່ມີການສູ້ລົບກັນກໍຕາມ ໂຊມາເລຍກໍກຳລັງປະສົບກັບຄວາມ ຫາຍະນະດ້ານມະນຸດສະທຳ ທີ່ໂຫດຮ້າຍທີ່ສຸດບັ້ນນື່ງຂອງໂລກ. ຄວາມແຫ້ງແລ້ງພາຍໃນປະເທດທີ່ເກີດຂື້ນຕິດຕໍ່ກັນເປັນເວລາສີ່ປີນັ້ນ ໄດ້ຜັກດັນໃຫ້ປະເທດ ຊາດຕົກຢູ່ໃນ ສະພາບການ ເກືອບເຖິງຂັ້ນອຶດຫິວ ຍ້ອນຂາດແຄນສະບຽງອາຫານຢ່າງສາຫັດ ແລະການທີ່ປະຊາຊົນຕ້ອງຖືກພັດຖິ່ນອີກຫລາຍລ້ານຄົນ ກໍໄດ້ສ້າງຄວາມເສັຍຫາຍຢ່າງໜັກໃຫ້ແກ່ໂຄງລ່າງພື້ນຖານຂອງຊາດ ທີ່ອ່ອນແອມາແຕ່ຕົ້ນຢູ່ແລ້ວນັ້ນ.ດ້ວຍເຫດໃດກຸ່ມ al Shabaab ແລະພວກຫົວຮຸນແຮງອື່ນໆ ຈຶ່ງພາກັນເຊື່ອວ່າການລົ້ມລ້າງ ຣັຖ ບານຊຸດປັດຈຸບັນທີ່ໄດ້ຮັບການສະນັບສະນຸນ ແລະຄວາມຊ່ວຍເຫລືອດ້ານການເງິນຈາກປະເທດເພື່ອນບ້ານ ແລະປະເທດອື່ນໆໃນປະຊາຄົມໂລກນັ້ນ ຈະຊ່ວຍແກ້ໄຂບັນຫາທີ່ສາຫັດ ຕ່າງໆຂອງໂຊມາເລຍໄດ້? ຄວາມຈິງແລ້ວນັ້ນພວກເຂົາມີແຕ່ເຮັດ ໃຫ້ສະພາບການໃນໂຊມາເລຍ ຊ້ຳຮ້າຍລົງໄປອີກເທົ່ານັ້ນ.
ສະຫະຣັຖອາເມລິກາປະນາມການໂຈມຕີແລະປະທະກັນນັ້ນ ແລະຮຽກຮ້ອງໃຫ້ທຸກຝ່າຍກັບຄືນສູ່ໂຕະເຈລະຈາກັນ ເພື່ອບັນລຸຄວາມປອງດອງຊາດ. ພ້ອມດຽວກັນນີ້ ສະຫະຣັຖ ຮຽກຮ້ອງໄປຍັງຣັຖບານທັງໝົດໃນຂົງເຂດ ໂດຍສະເພາະປະເທດເອຣິເຕຣຍນັ້ນໃຫ້ສະນັບສະນຸນປະຊາຊົນໂຊມາເລຍ ໂດຍໃຫ້ການຊ່ວຍເຫລືອແກ່ການດຳເນີນຂັ້ນ