ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັນຕະລາຍຂອງການກິນເກືອຫລາຍເກີນໄປ


ເຄືອຂ່າຍຮ້ານ​ອາຫານ​ໃຫຍ່ໆ ​ໃນສະຫະຣັດຖືກຕຳນິວ່າ ​ໃຊ້​ສ່ວນ​ປະສົມເກືອ​ໃສ່​ໃນອາຫານ ​ໃນ​ປະລະມານ​ສູງ​ໂພດ ຊຶ່ງ ການກິນເກືອ​ຫລາຍ​ໂພດນັ້ນ ສ້າງ​ໃຫ້​ເກີດ​ບັນຫາຄວາມ​ດັນ​ເລືອດ​ສູງ ​ແລະ ​ພະຍາດຫົວ​ໃຈ.

ຊາວ​ອາ​ເມ​ລິ​ກັນ​ມັກ​ອອກ​ໄປ​ກິນ​ເຂົ້ານອກຕາມຮ້ານ ອາຫານ ເປັນສ່ວນໃຫຍ່. ໂດຍສະ​ເລຍ່ແລ້ວ ຄາດຄະເນວ່າ ເຂົາເຈົ້າອອກ​ໄປ​ກິນ​ເຂົ້າຢູ່​ນອກບ້ານ ຫລື ຊື້ອາຫານ ຈາກຮ້ານອາຫານມາກິນຢ່າງ​ຕ່ຳ​ອາທິດລະຫ້າ​ເທື່ອ. ​ແລະ ປັດ ຈຸບັນ ເກີດມີ ຄວາມເປັນ​ຫວ່ງຕໍ່ຄຸນ​ນະພາ​ບຂອງ​ອາຫານການກິນ​ທີ່​ເຂົາ​ເຈົ້າ ກິນເຂົ້າໄປນັ້ນ​ ແມ່ນນັບ​ມື້ນັບ​ສູງ​ຂຶ້ນ. ກຸ່ມ​ສຸຂພາບ​ກຸ່ມໜຶ່ງ ກໍາ ລັງ​ເຕືອນ​ວ່າ ຮ້ານ​ອາຫານ​ບາງຮ້ານ​ໃຊ້​ປະລິ​ມານ​ເກືອສູງ​ຢ່າງ​ເປັນ​ອັນຕະລາຍຫລາຍ ​ໃສ່​ເຂົ້າໃນ​ອາຫານ​ທີ່​ເຂົາເຈົ້າປຸງ​ໃຫ້ແກ່ລູກຄ້າກິນ.


ທ່ານ ​ໄມ່​ໂຄ ​ເຈັກຂອບເສິນ (Michael Jacobson)​ຢູ່​ ສູນ​ກາງ​ວິທະຍາ​ສາດ ເພື່ອຜົນປະໂຫຍດຂອງ​ປະຊາຊົນ ເວົ້າວ່າ: “​ເກືອ​ຫັ້ນ​ອາດ​ຈະ​ເປັນ​ສ່ວນ​ປະສົມຢ່າງ​ດຽວ​ທີ່​ຮ້າຍ​ກາດທີ່​ສຸດ​ໃນ​ສະບຽງອາຫານ​ຂອງ​ພວກ​ເຮົາ ທີ່​ເຮັດ​ໃຫ້​ຄົນ​ເປັນ​ແສນ​ກວ່າ​ຄົນ​ຕ້ອງເສຍຊີວິດ​ທີ່​ບໍ່ຈຳເປັນໃນແຕ່ລະປີ, ​ແລະ ຮ້ານ​ອາຫານ​ມີ​ສ່ວນທີ່ເຮັດໃຫ້ເກີດບັນຫາ ນີ້ເປັນສ່ວນໃຫຍ່.”


ທ່ານ Jacobson ​ເວົ້າວ່າ ຄົນ​ຜູ້​ໃຫຍ່​ທີ່​ມີ​ຄວາມ​ດັນ​ເລືອດ​ສູງ, ຫລື ບຸກຄົນ​ທີ່ຢູ່​ໃນ​ໄວ​ກາງຄົນ ຫລື ອາ​ຍຸ​ສູງ​ກວ່າ, ຄວນ​ຈະກິນ ທາດ​ໂຊດຽມຫລື [​ເກືອ] ບໍ່​ເກີ​ນ 1500 ມີ​ລີ​ກຣັມ ຕໍ່ມື້. ​ເດັກນ້ອຍຄວນ​ຈະກິນ ທາດ​ໂຊດຽມ ບໍ່​ເກີ​ນກວ່າ 1200 ມີ​ລີ​ກຣັມ ຕໍ່ມື້. ​


ອົງການ​ຂອງ ທ່ານ ເຈັກຂອບເສິນ ​ໄດ້​ເບິ່ງສ່ວນ​ປະສົມ​ໃນ​ອາຫານ ​ຢ່າງ​ຕ່ຳ ໜຶ່ງຮ້ອຍ​ກວ່າເຍື່ອງຢູ່ໃນ​​ຮ້ານ​ອາຫານ​ອາ​ເມ​ລິ​ກາທີ່ເປັນເຄືອຂ່າຍໃຫຍ່ ​ແລະ ​ໄດ້​ພົບເຫັນ​ວ່າ ​ປະລິມານ​ເກືອ​ຢູ່ໃນອາຫານບາງຢ່າງ ມີຫລາຍເຖິງເທົ່າກັບ ຈຳນວນ 4 ມື້ ທີ່ຮ່າງ​ກາຍຂອງເຮົາຕ້ອງການ.


ເປັນຄວາມຈິງ ທີ່​ເກືອກໍມີສ່ວນສຳຄັນຕໍ່ຮ່າງກາຍຢູ່. ຕາມຄຳ ເຫັນຂອງ ຄລີນິກ ມາ​ໂຢ ​ເວົ້າວ່າ ​ເກືອ​ຊ່ວຍບຳລຸງ​ຮັກສາ ລະດັບ​ຂອງແຫລວໃນ​ຮ່າງກາຍ​ໃຫ້​ປົກກະຕິ ຊຶ່ງ​ຈະ​ຊ່ວຍໃນດ້ານແຮງສັນຍານຂອງ​ເສັ້ນປະສາດ​ ​ແລະ ການ​ກ້າມເນື້ອ.


ຫາກ​ແຕ່​ວ່າ ການ​ກິນ​ເກືອ​ຫລາຍ​ເກີນ​ໄປ ຈະ​ພາໃຫ້ມີບັນຫາ​ການຂັງ​ນ້ຳໄວ້, ຄວາມ​ດັນ​ເລືອດ​ສູງ, ​ໂຣກ​ຫົວ​ໃຈ, ​ແລະ ​ພະຍາດໝາກ​ໄຂ່ຫລັງ.


ທ່ານໝໍ ລໍເຣັສນ ​ແອັບແພວ (Dr. Lawrence Appel) ທີ່ ​ໂຮງ ຮຽນແພດສາດ ຂອງມະຫາວິທະຍາໄລ ຈອນ​ສ ຮັອບຄິນ​ເວົ້າວ່າ ບຸກຄົນ​ສູງອາຍຸ ​ແລະ ພວກ​ທີ່ອ່ອນໄຫວ​ຕໍ່ທາດ​ໂຊດຽມ ຈະ​ມີ ການ​ຕິດ​ເຊື້ອ​ໂຣກ​ໄດ້​ງ່າຍໃນ​ເວລາ​ທີ່​ນັກ​ເສີ​ບອາຫານ​ເອົາ​ອາ ຫານ​ທີ່​ມີ​ປະລິມານ​ເກືອ​ຫລາຍ​ມາ​ໃຫ້​ກິນ. ທ່ານເວົ້າວ່າ: “ບຸກຄົນ​ທີ່ກິນເກືອໃນ​ປະລິມານ​ສູງຫລາຍນັ້ນ ອາດເກີດອາການ ບໍ່ຮູ້ສຶກຕົວ, ເກີດ​ມີ​ການ​ຫັນ​ໃຈ​ຝືດ ​ແລະ ມີອາ​ການ​ຫົວ​ໃຈວາຍ.”


ສູນ​ກາງ​ວິທະຍາ​ສາດເພື່ອຜົນປະໂຫຍດຂອງ​ປະຊາຊົນ ​ແລະ ສະມາຄົມການ​ແພດ​ຂອງ​ອາ​ເມ​ລິ​ກາ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະ ບານ ກຳໜົດ ຂໍ້​ຈຳກັດການ​ໃຊ້​ປະລິມານ​ເກືອ​ໃນ​ອາຫານທີ່ເຮັດໄວ້​ຂາຍ.


ສຳລັບ​ໃນ​ປະຈຸ​ບັນນີ້ ພວກ​ທີ່​ເຮັດ​ ​ແລະ ​ເສີ​ບອາຫານ ບໍ່​ໄດ້​ຖືກ​ຮຽກຮ້ອງໃຫ້ເປີດເຜີຍວ່າ​ມີ​ສ່ວນ​ປະສົມ​ຫຍັງ​ແດ່​ຢູ່​ໃນຕຳລາ​ຄົວ​ກິນຂອງເຂົາເຈົ້າ.
XS
SM
MD
LG