ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ປະທານາທິບໍດີເກົາຫລີໃຕ້ ຂ້າໂຕຕາຍ


ເກົາຫລີໃຕ້ - ໂນ: ຜູ້ຊ່ອຍຄົນສຳຄັນ ຄົນນຶ່ງ ຂອງ ອະດີດ ປະທານາທິບໍດີ ເກົາຫລີໃຕ້ ທ່ານ ROH MOO-HYUN ກ່າວວ່າ ເປັນທີ່ ປາກົດ ວ່າ ອະດີດ ປະທານາທິບໍດີ ໄດ້ ຂ້າໂຕຕາຍ. ທ່ານ MOON JAE-IN ແຈ້ງໃຫ້ພວກນັກຂ່າວ ຊາບວ່າ ທ່ານ ROH ໄດ້ປະໜັງສື ລາຕາຍໄວ້ ກ່ອນທີ່ທ່ານ ຈະຂຶ້ນໄປ ເທິງພູ ໃກ້ໆເມືອງ GIMHEA ຊຶ່ງເປັນ ບ້ານເກີດ ຂອງທ່ານ ໃນ ຕອນເຊົ້າ ມື້ນີ້ ແລະໄດ້ ໂດດພູຕາຍ. ລາຍງານຂ່າວ ແຈ້ງວ່າ ທ່ານ ROH ໄດ້ຮ້ອງຂໍ ຢູ່ໃນ ໜັງສືວ່າ ໃຫ້ນຳສົບ ຂອງທ່ານ ໄປເຜົາ. ນອກນັ້ນ ທ່ານຍັງເວົ້າວ່າ ຊີວິດນີ້ ເຕັມໄປດ້ວຍ ບັນຫາ ຍຸ່ງຍາກ ແລະໄດ້ ຂໍຂະມາໂທດ ທີ່ໄດ້ສ້າງ ບັນຫາຕ່າງໆ ໃຫ້ແກ່ ຫລາຍໆຄົນ. ຕຳຣວດ ກ່າວວ່າ ທ່ານ ROH ໄດ້ຮັບບາດເຈັບ ຮ້າຍແຮງ ທີ່ຫົວ ໃນການ ຕົກລົງມາ ແຕ່ພູ ແລະ ໄດ້ເສັຽຊີວິດ ໃນຂະນະ ທີ່ນຳສົ່ງ ຈາກ ໂຮງພະຍາບານ ນ້ອຍແຫ່ງນຶ່ງ ທີ່ຕັ້ງຢູ່ໃກ້ຄຽງ ໄປຍັງ ໂຮງພະຍາບານໃຫຍ່ ຂອງ ມະຫາວິທຍາລັຍ ແຫ່ງຊາດ BUSAN. ເຈົ້າໜ້າທີ່ ກ່າວວ່າ ຕົນກຳລັງ ສືບສວນເບິ່ງ ເບື້ອງຫລັງ ໃນການເສັຽຊີວິດ ຂອງທ່ານ ROH. ທ່ານ ROH ຊຶ່ງມີອາຍຸ 63 ປີ ໄດ້ເຂົ້າ ຮັບຕຳແໜ່ງ ເປັນປະທານາທິບໍດີ ແຕ່ປີ 2003 ຫາ 2008 ແລະ ໄດ້ຖືກເລືອກ ຍ້ອນການ ໂຄສະນາຫາສຽງ ຕໍ່ຕ້ານ ການສໍ້ຣາດ ບັງຫລວງ.

ສຣີລັງກາ: ທ່ານ BAN KI-MOON ເລຂາທິ ການໃຫຍ່ ອົງການສະຫະປະຊາຊາດ ໄດ້ເດີນ ທາງ ໄປຢ້ຽມ ສູນໃຫຍ່ ແຫ່ງນຶ່ງ ຂອງ ພົລ ເຮືອນ ຊາວທະມິລ ທີ່ໄດ້ພາກັນ ຫລົບໜີ ການສູ້ຣົບ ໃນຊຸມເດືອນ ສຸດທ້າຍ ຂອງສົງຄາມ ກາງເມືອງ ໃນສຣີລັງກາ ທີ່ຫາກໍ ສິ້ນສຸດລົງນັ້ນ. ເລຂາທິການໃຫຍ່ ຂອງ ອົງການ ສະຫະ ປະຊາຊາດ ໄດ້ໄປຢ້ຽມ ຄອບຄົວ ຊາວທະມິລ ຈຳນວນນຶ່ງ ແລະ ສຸກສາລາ ກາງແຈ້ງ ທີ່ສູນ MANIK FARM ໃກ້ໆເມືອງ VAVUNIYA. ນີ້ແມ່ນ ສູນອົພຍົບ ທີ່ໃຫຍ່ທີ່ສຸດ ໃນພາກເໜືອ ສຣີລັງກາ ບ່ອນທີ່ ຜູ້ຄົນປະມານ 220 ພັນຄົນ ພາກັນ ອາສັຍຢູ່ ຕາມຕູບຜ້າຕັ້ງ ທີ່ມີ ທະຫານຍາມ ຮັກສາການ ຢ່າງແໜ້ນໜາ ແລະ ອ້ອມດ້ວຍ ໜາມໝາກຈັບ. ຜູ້ສື່ຂ່າວ ຂອງ VOA ທີ່ຮ່ວມ ເດີນທາງ ໄປໃນຄັ້ງນີ້ ກ່າວວ່າ ທ່ານ BAN ໄດ້ໂອ້ລົມ ກັບເດັກນ້ອຍ ແມ່ຍິງຄົນນຶ່ງ ຊຶ່ງໄດ້ຮັບ ບາດເຈັບ ທີ່ຂາ ທີ່ໄດ້ ຈົ່ມທຸກວ່າ ນາງບໍ່ສາມາດ ໄດ້ຮັບ ການປິ່ນປົວ ທີ່ເໝາະສົມ. ຜູ້ນຳ ຂອງອົງການ ສະຫະ ປະຊາຊາດ ໃຫ້ຄຳໝັ້ນ ສັນຍາວ່າ ປະຊາຄົມ ນາໆຊາດ ຈະໃຫ້ ການຊ່ອຍເຫຼືອ. ທ່ານໄດ້ກ່າວ ຊົມເຊີຍ ການດຳເນີນງານ ເພື່ອ ພວກອົພຍົບ ຂອງສຣີລັງກາ ແຕ່ກໍເວົ້າວ່າ ເປັນທີ່ຈະແຈ້ງ ທີ່ການຊ່ອຍເຫລືອ ຂອງນາໆຊາດ ຍັງມີຄວາມຈຳເປັນຢູ່.

ເນປາລ - ຣະເບີດ: ຕຳຣວດ ແລະພວກທີ່ ເຫັນເຫດການ ໃນເນປາລກ່າວວ່າ ເຫດຣະເບີດ ທີ່ໂບດແຫ່ງນຶ່ງທາງທິດໃຕ້ຂອງ ນະຄອນຫຼວງ ເຮັດໃຫ້ ມີຜູ້ເສັຽຊີວິດ 2 ຄົນ ແລະ ບາດເຈັບ ຢ່າງນ້ອຍ 15 ຄົນ. ຣະເບີດ ໄດ້ແຕກຂຶ້ນ ທີ່ໂບດ ASSUMPTION ໃນເຂດ DHOBI GHAT ນອກ ນະຄອນຫລວງ KATHMANDU ໃນຕອນເຊົ້າ ມື້ນີ້ ຂະນະທີ່ ພວກເຫຼື້ອມໃສ ສັດທາ ໄປຮ່ວມການ ປະກອບ ພິທີ ທາງສາສນາ. ຕຳຣວດ ເວົ້າວ່າ ເຫດຣະເບີດ ທີ່ວ່ານີ້ ເຮັດໃຫ້ ແມ່ຍິງ ອາຍຸ 30 ປີ ແລະ ເດັກຍິງອາຍຸ 14 ປີ ຊຶ່ງເປັນ ນັກຮຽນ ມັທຍົມ ຈາກ ປະເທດ ອິນເດັຽ ທີ່ເປັນ ເພື່ອນບ້ານ ເສັຽຊີວິດ. ພວກທີ່ເຫັນ ເຫດການ ເວົ້າວ່າ ຣະເບີດ ໄດ້ຖືກເຊື່ອງໄວ້ ໃນຖົງ ແລະແຕກຂຶ້ນ ເວລາ ມີຄົນຍ້າຍ ຖົງດັ່ງກ່າວ. ຍັງບໍ່ທັນ ມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບ ໂດຍກົງ ແຕ່ຕຳຣວດ ເວົ້າວ່າ ຕົນໄດ້ ພົບເຫັນ ໃບປິວ ຢູ່ທີ່ບ່ອນ ເກີດເຫດ ຈາກກຸ່ມ ສາສນາ ຮິນດູ ຫົວຮຸນແຮງຈັດ ທີ່ເອີ້ນ ຕົນເອງວ່າ ກອງກຳລັງ ປ້ອງກັນ ແຫ່ງຊາດ. ໃບປິວ ໄດ້ຮຽກຮ້ອງ ໃຫ້ເນປາລ ປະກາດ ເປັນປະເທດ ທີ່ນັບຖື ສາສນາຮິນດູ. ເຫດຣະເບີດ ເກີດຂຶ້ນ ບໍ່ເທົ່າໃດ ຊົ່ວໂມງ ກ່ອນທີ່ ສະມາຊິກ ສະພາ ແຫ່ງຊາດ ເນປາລ ຄາດວ່າ ຈະເລືອກເອົາ ນາຍົກ ຣັຖມຸນຕຣີ ຄົນໃໝ່ ລຸນຫລັງ ທີ່ໄດ້ມີການ ຂັດແຍ້ງ ທາງດ້ານ ການເມືອງ ມາເປັນ ເວລາ ຫລາຍໆ ອາທິດ.

ອັຟການິສຖານ: ກຳລັງ ພາຍໃຕ້ ການນຳພາ ຂອງອົງການ ນາໂຕ້ ໃນ ອັຟການິສຖານ ກ່າວ ວ່າ ທະຫານ ຂອງຕົນ ຄົນນຶ່ງ ໄດ້ເສັຽຊີວິດ ໃນການສູ້ຣົບ ຢູ່ໃນເຂດ ພາກໃຕ້ ທີ່ວຸ້ນວາຍ ຂອງ ອັຟການິສຖານ. ຖແລງຂ່າວ ຂອງ ອົງການ ນາໂຕ້ ທີ່ນຳອອກ ເຜີຍແຜ່ ໃນເຊົ້າ ມື້ນີ້ ກ່າວວ່າ ທະຫານ ຂອງຕົນ ໄດ້ເສັຽຊີວິດ ໃນມື້ວານນີ້ ໃນການຍິງ ໂຈມຕີ ໂດຍກົງ ຊຶ່ງເປັນ ຄຳເວົ້າ ທີ່ກ່າວເຖິງ ການໂຈມຕີ ທີ່ໄດ້ມີການ ຍິງອາວຸດໃສ່ ເປົ້າໝາຍ ທີ່ເຫັນໄດ້ ຢ່າງຈະແຈ້ງ. ກຸ່ມພັນທະມິດ ນາໂຕ້ ບໍ່ໄດ້ແຈ້ງ ໃຫ້ຊາບວ່າ ທະຫານ ຜູ້ນີ້ ເປັນຄົນ ສັນຊາດໃດ ແລະ ກໍບໍ່ໄດ້ໃຫ້ ລາຍລະອຽດ ໃດໆ ກ່ຽວກັບ ການໂຈມຕີ ຮວມທັງ ສະຖານທີ່ ທີ່ຄັກແນ່ ນຳດ້ວຍ. ນອກນັ້ນແລ້ວ ໃນມື້ວານນີ້ ກອງທັບ ສະຫະຣັດ ກໍກ່າວວ່າ ຕຳຣວດ ອັຟການິສຖານ ໄດ້ສັງຫານ ຜູ້ບັນຊາການ ອະວຸໂສ ຄົນນຶ່ງ ຂອງ ພວກຫົວຮຸນແຮງ ໃນອາທິດນີ້ ຢູ່ທີ່ແຂວງ GHAZNI ໃນພາກກາງ ອັຟການິສຖານ. ຖແລງຂ່າວ ສະບັບນຶ່ງ ຂອງກອງທັບ ສະຫະຣັດ ແຈ້ງວ່າ ນາຍ ABDUL BAKI ໄດ້ຖືກ ຂ້າຕາຍ ໃນມື້ ວັນພຸດແລ້ວ ຂະນະທີ່ ຕຳຣວດ ພວມທຳການ ຊອກຄົ້ນ ທີ່ບ້ານພັກ ຂອງຜູ້ກ່ຽວ.

ໂອບາມາ - ວັນລະນຶກເຖິງຜູ້ເສັຽຊີວິດ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ທ່ານຈະ ດຳເນີນການ ເທົ່າທີ່ ສາມາດ ກະທຳໄດ້ ເພື່ອ ໃຫ້ການ ສນັບສນຸນ ສະມາຊິກ ຂອງກຳລັງ ທະຫານ ສະຫະຣັດ ແລະ ຄອບຄົວ ເຂົາເຈົ້າ ຂະນະທີ່ ຊາວອະເມຣິກັນ ສເລີມສລອງ ວັນ MEMO RIAL DAY ຫຼືວັນພັກ ເພື່ອໄວ້ອາລັຍໃຫ້ ແກ່ ພວກທີ່ເສັຽຊີວິດ ໃນປາງສົງຄາມ ຂອງ ສະຫະຣັດ ໃນມື້ວັນຈັນ ຈະມາ. ໃນຄຳປາສັຍ ປະຈຳ ສັບປະດາ ຂອງທ່ານ ໃນວັນເສົາ ມື້ນີ້ ທ່ານ OBAMA ປະກາດວ່າ ທ່ານຈະສົ່ງ ກຳລັງ ທະຫານ ອະເມຣິກັນ ທັງຊາຍ ແລະຍິງ ໄປສູ່ ເສັ້ນທາງ ອັນຕະລາຍ ກໍຕໍ່ເມື່ອມີ ຄວາມຈຳເປັນເທົ່ານັ້ນ ແລະ ໃຫ້ການຄ້ຳປະກັນວ່າ ພວກທະຫານ ເຫລົ່ານີ້ ຈະໄດ້ຮັບການ ຝຶກແອບ ແລະມີ ອຸບປະກອນ ທີ່ເໝາະສົມ. ທ່ານ OBAMA ກ່າວວ່າ ຊາວອະເມຣິກັນ ມີຄວາມ ຮັບຜິດຊອບ ທີ່ຈະຮັບໃຊ້ ພວກທະຫານ ທັງຊາຍ ແລະຍິງ ຕລອດທັງ ການຮັບໃຊ້ ປະເທດຊາດ ບ້ານເມືອງ ຊຶ່ງເປັນ ຄວາມຮັບຜິດຊອບ ທີ່ທ່ານເວົ້າວ່າ ສະຫະຣັດ ບໍ່ໄດ້ປະຕິບັດຕາມ ສເມີໄປນັ້ນ.

ສະຫະຣັດ - ຍານອະວະກາດໄປກັບ: ພວກ ນັກບິນ ອະວະກາດ ເທິງຍານອະວະກາດ ໄປ ກັບ ATLANTIS ຈະພະຍາຍາມຕື່ມອີກໃນວັນ ເສົາມື້ນີ້ ເພື່ອຫາທາງ ກັບຄືນມາ ຍັງໂລກ ຫລັງຈາກ ສະພາບ ດິນຟ້າ ອາກາດ ປັ່ນປ່ວນ ໄດ້ບັງຄັບໃຫ້ ພວກເຂົາເຈົ້າ ຕ້ອງໃຊ້ເວລາ ຕື່ມອີກ 1 ມື້ຢູ່ ໃນວົງໂຄຈອນ. ອົງການ ອະວະກາດ NASA ຂອງ ສະຫະຣັດ ກ່າວວ່າ ສະພາບ ດິນຟ້າອາກາດ ບໍ່ດີ ໄດ້ຂັດຂວາງ ບໍ່ໃຫ້ມີການ ລົງຈອດ ໃນໂອກາດ ທຳອິດ ຂອງ ວັນເສົາມື້ນີ້ ທີ່ສູນກາງ ອະວະກາດ ເຄນເນດີ ໃນຣັດຟລໍຣິດາ. ຍັງມີໂອກາດ ໃນການທີ່ ຈະລົງຈອດ ຕື່ມອີກ ສຳລັບ ວັນເສົາ ມື້ນີ້ ຄືອີກ ຄັ້ງນຶ່ງ ທີ່ຣັດ ຟລໍຣິດາ ແລະ 2 ຄັ້ງ ທີ່ຖານທັບ ອາກາດ EDWARDS ໃນຣັດ ຄາລີຟໍເນັຽ. ອົງການ ອະວະກາດ ສະຫະຣັດ ເວົ້າວ່າ ສຳລັບ ໃນມື້ ວັນອາທິດນັ້ນ ກໍມີໂອກາດ ໃນການ ທີ່ຈະລົງຈອດ ອີກຫລາຍໆຄັ້ງ. ພວກຄຸບຄຸມ ທາງພາກພື້ນດິນ ໄດ້ຍົກເລີກ ໂອກາດ ກ່ຽວກັບ ການລົງຈອດ ທັງສອງຄັ້ງ ທີ່ຣັດຟລໍຣິດາ ໃນມື້ວານນີ້ ຍ້ອນສະພາບ ດິນຟ້າອາກາດ ບໍ່ດີ. ອົງການ NASA ຢາກໃຫ້ ຍານ ATLANTIS ລົງຈອດ ທີ່ຣັດຟລໍຣິດາ ເພື່ອປະຢັດ ຄ່າໃຊ້ຈ່າຍ ໃນການຂົນສົ່ງ ຍານອະວະກາດ ດັ່ງກ່າວ ຂ້າມປະເທດ ມາແຕ່ ຣັດຄາລີຟໍເນັຽ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG