ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງສະຫະຣັດ ໃຫ້ການອະນຸມັດ ຕໍ່ຮ່າງກົດໝາຍ ກ່ຽວກັບ ການໃຊ້ຈ່າຍ ເພື່ອເຮັດສົງຄາມ


ສະພາສູງ: ສະພາສູງຂອງສະຫະຣັດ ໄດ້ໃຫ້ ການ ອະນຸມັດ ຕໍ່ຮ່າງກົດໝາຍ ກ່ຽວກັບການ ໃຊ້ຈ່າຍໃນການເຮັດສົງຄາມ ມູນຄ່າ 91 ພັນ 300 ລ້ານໂດລາ ທີ່ຈະ ນຳໄປໃຊ້ ໃນການ ປະຕິບັດງານທາງທະຫານ ຢູ່ໃນອັຟການິສຖານ ແລະອີຣັກ ແຕ່ໄດ້ ປະຕິເສດ ບໍ່ໃຫ້ເງິນ ສຳລັບ ນຳໄປ ປິດສູນ ຄຸມຂັງ ທີ່ອ່າວ GUANTANA MO ໃນຄິວບາ. ສະມາຊິກ ສະພາສູງ ໄດ້ຮັບ ຮອງເອົາ ຮ່າງກົດໝາຍ ດັ່ງກ່າວ ໃນຕອນແລງ ຂອງ ວັນພະຫັດ ວານນີ້ ດ້ວຍ ຄະແນນສຽງ 86 ຕໍ່ 3. ເງິນສ່ວນນຶ່ງ ຈະຖືກ ນຳໄປໃຊ້ ໃນການເພີ້ມ ກຳລັງທະຫານ ຢູ່ໃນ ອັຟການິສຖານ ຊຶ່ງເປັນເຣື່ອງ ທີ່ຮີບດ່ວນ ສຳລັບ ປະທານາທິບໍດີ BARACK OBAMA. ແຕ່ການ ປະຕິເສດ ບໍ່ໃຫ້ເງິນ ສຳລັບ ປິດສູນຄຸມຂັງ ທີ່ອ່າວ GUANTANAMO ນັ້ນ ອາດຈະສ້າງ ບັນຫາ ຂັດແຍ້ງ ກັບ ປະທານາທິບໍດີ ທີ່ເຄີຍໄດ້ ປະກາດວ່າ ຈະປິດສູນ ຄຸມຂັງດັ່ງກ່າວ ພາຍໃນ ຕົ້ນປີໜ້າ. ປັດຈຸບັນ ຮ່າງກົດໝາຍ ຂອງສະພາສູງ ຕ້ອງໄດ້ ມີການ ປະນີ ປະນອມ ກັບຮ່າງກົດໝາຍ ການໃຊ້ຈ່າຍ ໃນການເຮັດ ສົງຄາມ ມູນຄ່າ 96 ພັນ 700 ລ້ານໂດລາ ຂອງສະພາຕ່ຳ ກ່ອນຈະ ກາຍເປັນ ຮ່າງກົດໝາຍ ຂັ້ນສຸດທ້າຍ ເພື່ອສົ່ງ ໄປໃຫ້ ທຳນຽບຂາວ ອະນຸມັດ. ຮ່າງກົດໝາຍ ຂອງ ສະພາຕ່ຳ ກໍບໍ່ໄດ້ ໃຫ້ການ ອະນຸມັດ ຕໍ່ການ ຮ້ອງຂໍ ເງິນຈຳນວນ 80 ລ້ານໂດລາ ຂອງ ປະທານາທິບໍດີ OBAMA ທີ່ຈະປິດ ສູນຄຸມຂັງ ທີ່ອ່າວ GUANTANAMO.

ປາກິສຖານ: ອົງການ ສະຫະປະຊາຊາດ ກ່າວວ່າ ຕົນຕ້ອງການ ການຊ່ອຍເຫຼືອທາງ ດ້ານ ມະນຸສທັມ ຕື່ມອີກ ໃນມູນຄ່າ 454 ລ້ານໂດລາ ສຳລັບ ພວກອົພຍົບ ເກືອບ 2 ລ້ານຄົນ ທີ່ຫລົບໜີ ການບຸກໂຈມຕີ ພວກຫົວຮຸນແຮງ ທາລີບານ ໂດຍ ກອງທັບ ປາກິສຖານ. ການຮ້ອງຂໍ ຄວາມຊ່ອຍເຫລືອ ສຸກເສີນ ຂອງ ອົງການ ສະຫະປະຊາຊາດ ທີ່ນຳອອກ ເຜີຍແຜ່ ໃນວັນສຸກ ມື້ນີ້ ຮຽກຮ້ອງໃຫ້ ປະຊາຄົມ ນາໆຊາດ ທຳການ ບໍຣິຈາກ ດ້ວຍໃຈ ກວ້າງຂວາງ ເພື່ອຊ່ອຍ ພົລເຮືອນ ທີ່ຫລົບໜີ ບັນຫາຂັດແຍ້ງ ໃນເຂດ ພາກຕາເວັນຕົກ ສຽງເໜືອ ຂອງ ປາກິສຖານ. ໃນໃບ ຮ້ອງຂໍນັ້ນ ຮັກສາການ ຜູ້ປະສານງານ ທາງດ້ານ ມະນຸສທັມ ຂອງ ອົງການ ສະຫະ ປະຊາຊາດ ທ່ານ MARTIN MOGWANJA ກ່າວວ່າ ສັດສ່ວນ ໃນການ ອົພຍົບ ຫລົບພັຍ ຄັ້ງນີ້ ແມ່ນມີ ລັກສະພິເສດ ຖ້າຈະ ເວົ້າເຖິງ ຂນາດ ແລະຄວາມໄວ ແລະໄດ້ສ້າງ ຄວາມທຸກ ທໍຣະມານ ແບບບໍ່ໜ້າເຊື່ອ. ທ່ານ MOGWANJA ເວົ້າວ່າ ໃນໄລຍະ 3 ອາທິດເຄິ່ງ ຜ່ານມານີ້ ໄດ້ເຫັນ ປະຊາຊົນ ມີການຍົກຍ້າຍ ໃນຣະດັບ ທີ່ສູງທີ່ສຸດ ເທົ່າທີ່ ອົງການ ສະຫະ ປະຊາຊາດ ເຄີຍພົບເຫັນມາ ໃນໄລຍະ 20 ກວ່າປີ ບໍ່ວ່າຢູ່ແຫ່ງໃດໃນໂລກ.

ໂຊມາເລັຽ: ການສູ້ຣົບກັນຢ່າງດຸເດືອດ ທີ່ ນະຄອນຫລວງ MOGADISHU ຂອງ ໂຊມາເລັຽ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 7 ຄົນ ຂະນະທີ່ ທະຫານ ຣັຖບານ ພະຍາຍາມ ຂັບໄລ່ ພວກກະບົດ ມຸສລິມ ອອກໄປ ຈາກນະຄອນ ດັ່ງກ່າວ. ທະຫານ ຣັຖບານ ໄດ້ບຸກໂຈມຕີ ທີ່ຕັ້ງ ຂອງພວກກະບົດ ມຸສລິມ ຫົວແຂງ ກະດ້າງ ໃນຕອນເຊົ້າ ມື້ນີ້. ນັກຂ່າວຄົນນຶ່ງ ຂອງວິທຍຸ SHABELLE ຊຶ່ງເປັນ ວິທຍຸທ້ອງຖິ່ນ ພ້ອມກັບ ພົລເຮືອນ ອີກຫຼາຍໆຄົນ ແມ່ນຮວມຢູ່ໃນ ຈຳນວນ ພວກທີ່ເສັຽ ຊີວິດ ໃນການສູ້ຣົບກັນ. ລາຍງານຂ່າວ ຂອງ ສື່ມວນຊົນ ສະແດງ ໃຫ້ເຫັນວ່າ ທະຫານ ໄດ້ເຂົ້າຢຶດຄືນ ເອົາຍຸທສາດ ຫລາຍໆຈຸດ ຢູ່ໃນ ນະຄອນຫລວງ ທີ່ພວກກະບົດ ໄດ້ເຂົ້າ ຄວບຄຸມ ແຕ່ພວກກະບົດ ໄດ້ຕີໂຕ້ຄືນ. ການສູ້ຣົບ ເຮັດໃຫ້ ປະຊາຊົນ ໃນນະຄອນຫຼວງ MOGADISHU ເສັຽຊີວິດ ຫຼາຍກວ່າ 100 ຄົນ ແລະປະມານ 45 ພັນຄົນ ໄດ້ພາກັນ ອົພຍົບ ຫລົບໜີ ນັບແຕ່ ພວກມຸສລິມ ຫົວແຂງກະດ້າງ ໄດ້ເລີ້ມ ບຸກໂຈມຕີ ຣັຖບານ ໂຊມາເລັຽ ທີ່ໄດ້ຮັບການ ໜຸນຫລັງ ຈາກອົງການ ສະຫະປະຊາຊາດ ໃນຕົ້ນ ເດືອນນີ້.

ມຽນມາ - ຊູຈີ: ຣັຖມຸນຕຣີ ການຕ່າງປະເທດ ມຽນມາ ກ່າວອ້າງວ່າ ກຳລັງ ຕໍ່ຕ້ານຣັຖບານ ເປັນຜູ້ຈັດແຈງ ແລະ ວາງແຜນ ການລັກລອບ ເຂົ້າໄປຢ້ຽມຢາມ ແບບປລາດ ຂອງຊາວອະເມ ຣິກັນ ຄົນນຶ່ງ ທີ່ເຮືອນ ຂອງ ທ່ານນາງ ອອງຊານ ຊູຈີ ຜູ້ນຳ ພັກຝ່າຍຄ້ານ ເພື່ອສ້າງ ຄວາມອັບອາຍ ຂາຍໜ້າ ໃຫ້ແກ່ ຣັຖບານ. ໜັງສືພິມ ຂອງຣັຖບານ ທະຫານ ມຽນມາ ສະບັບທີ່ອອກ ໃນວັນສຸກ ມື້ນີ້ ໄດ້ອ້າງ ຄຳເວົ້າ ຂອງ ຣັຖມຸນຕຣີ ການຕ່າງ ປະເທດ NYAN WIN ທີ່ກ່າວວ່າ ໃນຄວາມເຫັນ ຂອງທ່ານແລ້ວ ເຫດການ ດັ່ງກ່າວ ເກີດຂຶ້ນ ເພື່ອເພີ້ມທະວີ ຄວາມກົດດັນ ຂອງນາໆຊາດ ແລະຈາກ ພາຍໃນ ປະເທດ ຕໍ່ຣັຖບານ ທະຫານ ມຽນມາ. ຄຳວ່າ ກຳລັງ ຕໍ່ຕ້ານ ຣັຖບານ ທີ່ວ່ານີ້ ໄດ້ປາກົດ ໃຫ້ເຫັນ ເພື່ອ ອ້າງອີງ ເຖິງພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ແລະກຸ່ມ ນິຍົມ ປະຊາທິປະໄຕ ທີ່ຢູ່ ໃນຕ່າງປະເທດ. ເຈົ້າໜ້າທີ່ ມຽນມາ ໄດ້ກ່າວຫາ ທ່ານນາງ ອອງຊານ ຊູຈີວ່າ ລະເມີດ ເງື່ອນໄຂ ໃນການ ກັກບໍຣິເວນ ເປັນເວລາ 6 ປີ ຂອງທ່ານນາງ ທີ່ໄດ້ ອະນຸຍາດໃຫ້ ຊາວ ອະເມຣິກັນ ນາຍ JOHN YETTAW ອາສັຍຢູ່ ທີ່ເຮືອນ ຂອງທ່ານນາງ 2 ມື້ ຫລັງຈາກ ໄດ້ລອຍນ້ຳ ໄປຫາ ເຮືອນທ່ານນາງ ທີ່ຕັ້ງຢູ່ ແຄມທະເລສາບ ໃນວັນທີ 3 ພຶສະພາ ຜ່ານມາ.

ຈີນ - ຂ້າທາດ: ສື່ມວນຊົນຂອງທາງການຈີນ ລາຍງານວ່າ ເຈົ້າໜ້າທີ່ ໄດ້ຈັບ ຜູ້ຕ້ອງສົງສັຍ 10 ຄົນ ແລະປ່ອຍ ພວກຈິດພິການ 32 ຄົນ ທີ່ໄດ້ຖືກ ບັງຄັບໃຫ້ ເຮັດວຽກ ຢູ່ທີ່ໂຮງງານ ເຮັດດິນຈີ່ ໃນເຂດ ພາກ ຕາເວັນອອກ ຂອງຈີນ. ອົງການຂ່າວ ຊິນຫວາ ຂອງ ທາງການຈີນ ລາຍງານວ່າ ມີຕຳຣວດ ຫລາຍເຖິງ 80 ຄົນ ໄດ້ບຸກ ເຂົ້າໄປ ໃນໂຮງງານ ເຮັດດິນຈີ່ 2 ແຫ່ງ ທີ່ແຂວງ ອັນຫຸຍ ໃນທ້າຍ ເດືອນແລ້ວ ແລະໄດ້ຈັບກຸມ ນາຍ ZHANG ຊຶ່ງເປັນ ຫົວໜ້າ ໂຮງງານ ແລະ ຜູ້ຕ້ອງສົງສັຍ ອື່ນໆອີກ 9 ຄົນ ໃນການ ກັກໂຕ ພວກຄົນ ງານໄວ້. ອົງການຂ່າວ ຊິນຫວາ ໄດ້ອ້າງ ຄຳເວົ້າ ຂອງ ຕຳຣວດ ທີ່ກ່າວວ່າ ມີການ ສົງສັຍວ່າ ບຸກຄົນທັງ 10 ໄດ້ທຸບຕີ ພວກຄົນງານ ແລະ ປະຕິບັດ ຕໍ່ພວກເຂົາເຈົ້າ ແບບຂ້າທາດ. ອົງການຂ່າວ ຊິນຫວາ ເວົ້າວ່າ ນາຍ ZHANG ແຈ້ງໃຫ້ ເຈົ້າໜ້າທີ່ ຊາບວ່າ ລາວໄດ້ຊື້ ພວກຄົນງານ ເຫລົ່ານີ້ ຈາກຄົນ ຂັບຣົດແທັກຊີ ຄັນນຶ່ງ ທີ່ແຂວງ SHANGDON ຊຶ່ງຕັ້ງຢູ່ ໃກ້ຄຽງ ທີ່ກ່າວວ່າ ລາວໄດ້ ໄປຈັບເອົາ ພວກເຂົາ ຢູ່ຕາມ ຖນົນ ຫົນທາງ. ຕຳຣວດ ກ່າວວ່າ ພວກຄົນງານ ເຫລົ່ານີ້ ໄດ້ຖືກ ບັງຄັບ ໃຫ້ເຮັດວຽກ 10 ຊົ່ວໂມງ ຕໍ່ມື້ ໂດຍບໍ່ໄດ້ຮັບ ເງິນເດືອນ ແລະ ເຂົາເຈົ້າ ມີອາຍຸ ລະຫວ່າງ 25 ຫາ 40 ປີ.

ອິນເດັຽ - ການເມືອງ: ມີກຳນົດວ່າ ນາຍົກ ຣັຖມຸນຕຣີ ອິນເດັຽ ທ່ານ MANMOHAN SINGH ຈະສາບານໂຕ ເຂົ້າຮັບ ຕຳແໜ່ງ ເປັນສມັຍ ທີ 2 ໃນວັນສຸກ ມື້ນີ້ ທ່າມກາງ ທີ່ໄດ້ເກີດ ບັນຫາຂັດແຍ້ງ ກັບ ພັກການເມືອງ ພັກນຶ່ງ ທີ່ຮ່ວມຢູ່ ໃນຄະນະ ຣັຖບານ ປະສົມ ຂອງທ່ານ ກ່ຽວກັບ ຕຳແໜ່ງ ໃນຄະນະ ຣັຖບານ ຊຸດໃໝ່. ທ່ານ SINGH ຊຶ່ງເປັນ ນັກເສຖສາດ ວັຍ 76 ປີ ຈະສາບານໂຕ ເຂົ້າຮັບ ຕຳແໜ່ງ ໃນມື້ນີ້ ໂດຍທີ່ ພັກ ຄອງແກຣັສ ຂອງທ່ານ ໄດ້ຮັບ ໄຊຊະນະ ແບບເດັດຂາດ ຢ່າງບໍ່ໜ້າເຊື່ອ ໃນການ ເລືອກຕັ້ງ ສະພາແຫ່ງຊາດ ເມື່ອໄວໆ ມານີ້. ສະມາຊິກ ພັກຄອງແກຣັສ ແລະພາຄີ ທີ່ຮ່ວມ ໃນຣັຖບານ ປະສົມ ໄດ້ເລືອກເອົາ ທ່ານ SINGH ໃຫ້ເຂົ້າຮັບ ຕຳແໜ່ງ ເປັນນາຍົກ ຣັຖມຸນຕຣີ ຕື່ມອີກ ໃນຕົ້ນ ອາທິດນີ້. ນອກນັ້ນແລ້ວ ຍັງເປັນທີ່ ຄາດກັນວ່າ ນາຍົກ ຣັຖມຸນຕຣີ SINGH ຈະໄດ້ ເປີດເຜີຍ ໃຫ້ຊາບ ກ່ຽວກັບ ຄະນະ ຣັຖບານ ຊຸດໃໝ່ ຂອງທ່ານ. ພວກຜູ້ນຳ ຂອງພັກ ຄອງແກຣັສ ກ່າວວ່າ ບັນຫາ ອັນຮີບດ່ວນ ຂອງຄະນະ ຣັຖບານ ຊຸດໃໝ່່ ແມ່ນຮວມທັງ ສະພາບ ຂອງ ພວກຄົນທຸກ ຄວາມໝັ້ນຄົງ ຂອງອິນເດັຽ ແລະ ການຊຸກຍູ້ ໃຫ້ມີ ການໂຍະຍານ ແລະຜ່ອນສັ້ນ ຜ່ອນຍາວ ຊຶ່ງກັນ ແລະກັນ ລະຫວ່າງ ພວກທີ່ ນັບຖື ສາສນາ ຮິນດູ ແລະ ອິສລາມ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG