ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

Lao Government to Allow Citizens to Form NGO


ລັດຖະບານລາວ ຈະອະນຸຍາດໃຫ້ພົນລະ ເມືອງລາວ ແລະ ພາກ ເອກະຊົນໃນລາວ ສາມາດທີ່ຈະ ຈັດຕັ້ງ ອົງການທີ່ບໍ່ຂຶ້ນກັບລັດ ຖະບານຢູ່ໃນລາວໄດ້ ຢ່າງອິດສະລະ ນັບຈາກ ທ້າຍປີນີ້ເປັນຕົ້ນໄປ ໂດຍການ ອະນຸຍາດ ດັ່ງກ່າວ ກໍຍັງຈະເປັນຜົນເຮັດໃຫ້ອົງການ ຕ່າງປະເທດ ແລະ ຄົນລາວໃນຕ່າງປະເທດ ສາມາດປະກອບ ສ່ວນໃຫ້ການຊ່ວຍ ເຫລືອ ແກ່ອົງການໃນລາວໄດ້ ໂດຍກົງອີກ ດ້ວຍ. ​

ທ່ານ​ ອຳ​ພາ ສີມມະ​ສອນ ຮອງ​ຫົວໜ້າ​ກົມພັດທະນາ​ອົງການ​ປົກ​ຄອງ​ຂອງ​ລັດຖະບານ​ລາວ ໄດ້ຖະແຫຼງຢືນຢັນວ່າ ທ່າ​ນ ບົວ​ສອນ ບຸ​ບຜາ​ວັນ ນາ​ຍົກ​ລັດ​ຖະມົນຕີ​ໄດ້​ລົງ​ນາ​ມ ໃນດໍາລັດ​ວ່າ​ດ້ວຍ​ການ​ອະນຸຍາດ​ໃຫ້​ພົນ​ລະ​ເມືອ​ງລາວ ​ແລະ ເອກ​ກະ​ຊົນ​ລາວໃຫ້ ສາມາດທີ່ຈະ​ຈັດ​ຕັ້ງ​ອົງການ​ທີ່​ບໍ່ຂຶ້ນ​ກັບ​ລັດ​ຖະບານ​ໃນ​ລາວ​ໄດ້​ຢ່າງເປັນ​ທາ​ງການ​ແລ້ວເມືອ ວັນ​ທີ່ 29 ​ເມສາ​ທີ່​ຜ່ານ​ມາ​ໂດຍ​ຈະ​ມີ​ຜົນ​ບັງຄັບ​ໃຊ້ ຢ່າງ​ເປັນ​ທາ​ງການ​ພາຍ​ໃນ 180 ວັນ​ ຫຼັງຈາກ​ການ​ລົງ​ນາມດັ່ງ​ກ່າວ ນັ້ນກໍ​ຄື​ນັບ​ຈາກ ​ເດືອນ ພະ​ຈິກ ປີ​ນີ້​ເປັນ​ຕົ້ນ​ໄປ ​ໂດຍ​ຄວາ​ມສຳຄັນ​ຂອງ​ດຳ​ລັດ​ດັ່ງ​ກ່າວ​ນີ້​ກໍ​ຄື ຈະ​ເປັນ​ຜົນ​ເຮັດ​ໃຫ້​ພົນລະ​ເມືອງ​ລາວ​ແຕ່ 2 ຄົນ​ຂຶ້ນ​ໄປ ສາມາດທີ່ຈະ​ຂໍ​ອານຸຍາດຈົດທະບຽນເພື່ອຈັດຕັ້ງອົງການ​ທີ່​ບໍ່​ຂຶ້ນຕໍ່​ລັດຖະບານ ຫຼື ບັນດາ ສະມາຄົມ​ຕ່າງໆ ໄດ້ຢ່າງ​ອິດສະລະ​ຢູ່​ໃນ​ທົ່ວປະ​ເທດ​ລາວ​ຊຶ່ງກໍ​ຈະ​ເປັນ​ໄປ​ຕາມ​ບົດ​ບັນຍັດ​ໃນລັດຖະມະນູ​ນມາດຕາ​ທີ່ 44 ທີ່ໄດ້​ໃຫ້​ສິດ​ທິເສລີພາບ​ແກ່​ພົນລະ​ເມືອງລາວ​ໃນ​ການຈັດ​ຕັ້ງອົງການຂຶ້ນ​ມາ​ເພື່ອ​ດໍາ​ເນີນ​ກິດ​ຈະ​ກໍາ​ໃດ​ນຶ່ງ​ໄດ້​ຕາມ​ວັດ​ຖຸປະ​ສົງ ​ແລະ ເ​ປົ້າໝາຍທີ່​ກໍາ​ໜົດ​ໄວ້​ໃນ​ການ​ຈົດທະບຽນ​ການຈັດຕັ້ງ ດັ່ງ​ກ່າວ ​ໂດຍ​ຈະ​ຕ້ອງ​ເປັນ​ກິດ​ຈະ​ກຳ​ທີ່​ບໍ່​ສົ່ງ​ຜົນ​ກະ​ທົບຕໍ່ ຄວາມ​ສະ​ງົບຮຽບ​ຮ້ອຍພາຍ​ໃນ​ ​ແລະ​ ຄວາມ​ໜັ້ນຄົງ ແຫ່ງຊາດຂອງປະເທດ​ລາວ​ໄດ້​ແຕ່ຢ່າງ​ໃດ​. ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະບານຂອງ​ຕ່າງ​ປະ​ເທດໃນ​ລາ​ວ ຊຶ່ງກໍ​ເປັນ​ຄົນ​ລາວ​ຄົນ​ນຶ່ງ​ນັ້ນ ​ໄດ້​ໃຫ້​ທັດສະນະ​ວ່າ:

​ເມື່ອ​ມີ​ໂອກາດ​ຕັ້ງອົງກອນແບບນີ້ ຂ້າພະ​ເຈົ້າຄຶດວ່າ​ມັນ​ເປັນໂ​ອ ກາດ​ດີ​ທີ່​ວ່າປະຊາ ຊົນ​ລາວ​ທີ່ຢູ່​ ທາ​ງນອກ​ທີ່ວ່າ ​ຄຶດຢາກ​ຊ່ວຍ​ບ້ານ​ເກີດເມືອງນອນ ຫລືເຂດບ້ານຂອງ​ຕົນ​ກໍ​ໄດ້. ລະບັດນີ້ ມັນ​ຈະ​ສະບາຍເນ໋າະ ມີ​ອຸປະກອນ​ປະ ຈຳ​ບ້ານ​ຂອງໂ​ຕ, ເມືອງ ຂອງໂຕ ຫຼື​ວ່າ ແຂວງ​ຂອງໂ​ຕຫັ້ນ ກໍພົວ​ພັນ​ໂດ​ຍກົງ​ເລີຍ ​ສົ່ງເງິນທີ່​ຜ່ານ​ອົງກອນຫັ້ນ ກໍ​ບອກເຂົາ​ເຈົ້າວ່າ ຢາກ​ໃຫ້​ຊ່ວຍໂຕນີ້ຢູ່​ບ້ານ​ນັ້ນເດີ້ ​ໃຫ້​ສ້າງ​ໂຮງຮຽນບໍ ຫຼື ​ໂຮງໝໍບໍ ສ້າງ​ນ້ຳສະອາດ ບໍຈັ່ງຊີ້ ນ໋ະ. ຄຶດ​ວ່າມັນ ມັນ​ກໍ​ຈະ​ສະ​ດວກຫຼາຍ ຂຶ້ນ. ໂຕ​ນີ້​ສຳ​ຄັນ ຫຼາຍ ໃຫ້ພົວພັນລະຫວ່າ​ງປະຊາຊົນກັບ​ປະຊາຊົນໄດ້​ສະບາຍຂຶ້ນ ​ໂດຍ​ບໍ່​ໄດ້​ຜ່ານ​ລັດຖະບານ​ກາງ ເປັນປະຕູໃໝ່ທີ່ຄວນ​ຊິ​ນຳ​ໃຊ້.


​ໃນ​ປະຈຸ​ບັນ​ນີ້ມີ​ອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານຈາກ​ຕ່າງ​ປະ​ເທດ​ຢູ່ໃນ​ລາວ​ມີຫຼາຍ​ຢູ່ 100 ອົງການ ຫາກ​ວ່າ​ບໍ່​ມີ​ສະ​ຖານະທີ່​ເປັນ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນ​ລາວ​ຢ່າງ​ໃດ ​ເນື່ອງ​ຈາກ​ວ່າ ທີ່​ຜ່ານ​ມາ​ຍັງ​ບໍ່​ມີ​ກົດ​ໝາຍ​ຮອງ​ຮັບ​ຈຶ່ງ​ເຮັດ​ໃຫ້​ອົງການເຫລົ່ານີ້ ມີ​ສະ​ຖາ​ນະ​ເປັນ​ພຽງແຕ່​ອົງການ​ຕ່າງ​ຊາ​ດ ທີ່ໄດ້​ຮັບ​ອານຸຍາດ​ຈາກ​ລັດ​ຖະ​ບາ​ນ ລາວ​ໃຫ້​ສາມາດ​ດຳເນີນ ກິດຈະກຳ ແລະ ບັນດາ​ໂຄງ​ການ​ຕ່າງໆ​ໃນ​ລັກສະນະ​ຂອງການ​ຮ່ວມ​ມື​ກັບໜ່ວຍ ງານ ຂອງ​ລັດ​ຖະ​ບານ​ລາວ​ໄດ້ ​ເທົ່າ​ນັ້ນຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ການ​ດຳ​ເນີນ​ກິດຈະກຳ ​ແລະໂ​ຄງ​ການ​ຕ່າງໆ​ຈະ​ສິ້ນ​ສຸດ ລົງ​ເມື່ອ​ຄົບ​ກຳ​ໜົດເວລາ​ທີ່​ໄດ້​ຮັບ​ອານຸຍາດ​ຈາກ​ລັດ​ຖະ​ບານ​ລາວແລ້ວ​ເອງ ​ແລະໃຫຍ່ກ​ວ່າ​ອົງການເຫລົ່າ​ນີ້​ຍັງ​ຕ້ອງການ​ທີ່​ຈະ​ດຳ​ເນີ​ນກິດຈະກຳ​ແລະ​ ໂຄງ​ການ​ຕ່າງໆ ​ຢູ່ໃນ​ລາວ​ຕໍ່​ໄປ​ນັ້ນຈໍາ​ເປັນ​ຕ້ອງຂໍອະນຸ​ຍາດຈາກ​ລັດຖະ ບານ​ລາວ​ອີກເທື່ອ​ໃໝ່. ​ແຕ່​ຢ່າງ​ໃດກໍ​ຕາມ​ ນັບ​ຈາກປີ​ນີ້​ເປັນຕົ້ນ​ໄປ ອົງການ​ຕ່າງປະ​ເທດ​ເຫລົ່​ານີ້ ກໍ່​ສາມາດທີ່ ຈະມືກັບ​ບັນດາ​ອົງການ ຫຼື ສະມາ​ຄົມ​ຕ່າງໆ ​ຂອງ​ພົນ​ລະ​ເມືອງ​ລາວ ​ແລະ ​ພາກເອກກະຊົນ​ລາວ​ໄດ້ໂດ​ຍກົງ ຖ້າ​ຫາກ​ວ່າ​ເປັນ​ອົງການ ຫຼື ສະມາ​ຄົມ​ທີ່​ພົນລະ​ເມືອງ​ລາວ ​ແລະ​ ເອກກະຊົນ​ລາວ​ໄດ້​ຂໍອານຸຍາດ ຈັດ​ຕ້ັງ​ຂຶ້ນ​ມາ​ຢ່າງ​ຖືກຕ້ອງຕາ​ມດຳລັດຂອງ​ນາ​ຍົກ​ລັດ​ຖະ​ມົນຕີ​ສະບັບ​ດັ່ງ​ກ່າວ​ແລ້ວ​ຢ່າ​ງຄົບ​ຖ້ວນນັ້ນ​ເອງ. ຫາກ​ແຕ່​ວ່າ ກໍ​ຍັງ​ບໍ່​ມີ​ຄວາມຊັດ​ເຈນວ່າ ຖ້າ​ຫາກ​ເປັນ​ການ​ຈັດຕັ້ງອົງການ​ທາ​ງດ້ານສາດສະໜາ​ນັ້ນ ຈະ​ສາມາດ​ຈັດ​ຕັ້ງ​ຂຶ້ນ​ມາ​ ຕາມດຳ​ລັດ​ສະບັບ​ດັງ​ກ່າວ​ນີ້​ໄດ້ ​ຫຼື ບໍ່.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 20 ພຶດສະພາ 2009

XS
SM
MD
LG