ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາກ່າວປ້ອງກັນ ການຕັດສິນໃຈ ກ່ຽວກັບ ການປິດ ສູນຄຸມຂັງ ຢູ່ອ່າວ ກວານຕານາໂມ ໃນຄຳປາສັຍຄັ້ງສຳຄັນ


ໂອບາມາ - ກວານຕານາໂມ: ປະທານາ ທິບໍດີ ສະຫະຣັດ ທ່ານ BARACK OBAMA ຈະໃຫ້ ການ ອະທິບາຍ ກ່ຽວກັບ ນະໂຍບາຍ ໃນດ້ານ ຄວາມໝັ້ນຄົງ ແຫ່ງຊາດ ຂອງທ່ານ ໃນຄຳປາສັຍ ທີ່ ກຸງວໍຊິງຕັນ ໃນວັນພະຫັດ ມື້ນີ້ ຂະນະທີ່ທ່ານ ກຳລັງ ຊອກຫາ ຊ່ອງທາງ ເພື່ອຮັບມື ກັບການ ຕຳໜິ ຕິຕຽນ ທັງຈາກ ພັກຣີພັບຣີກັນ ຊຶ່ງເປັນ ພັກຝ່າຍຄ້ານ ແລະສະ ມາຊິກ ພາຍໃນ ພັກເດໂມແຄຣັທ ຂອງທ່ານ ເອງ. ຄຳປາສັຍ ຂອງທ່ານ OBAMA ມີຂຶ້ນ ນຶ່ງມື້ ຫລັງຈາກ ສະພາສູງ ສະຫະຣັດ ທີ່ຄວບຄຸມ ໂດຍພັກ ເດໂມແຄຣັທ ໄດ້ລົງຄະແນນສຽງ 90 ຕໍ່ 6 ປະຕິເສດ ຕໍ່ການ ຮ້ອງຂໍເງິນ ຈຳນວນ 80 ລ້ານໂດລາ ຂອງຣັຖບານ ເພື່ອຈະປິດ ສູນຄຸມຂັງ ພວກທີ່ ສົງສັຍວ່າ ເປັນຜູ້ກໍ່ການຮ້າຍ ທີ່ອ່າວ GUANTANAMO ໃນປະເທດຄິວບາ. ບັນດາ ສະມາຊິກ ສະພາສູງ ພັກເດໂມແຄຣັທ ທີ່ໄດ້ ລົງຄະແນນສຽງ ຄັດຄ້ານ ຕໍ່ການ ຂໍເງິນ ຂອງຣັຖບານ ກ່າວວ່າ ທ່ານ OBAMA ຍັງບໍ່ທັນ ຕັດສິນໃຈ ເທື່ອວ່າ ຈະນຳເອົາ ພວກທີ່ ຖືກຄຸມຂັງ ຈຳນວນ 240 ຄົນ ໄປໄວ້ຢູ່ໃສ? ການເຄື່ອນໄຫວ ຂອງສະພາສູງ ທີ່ວ່ານີ້ ແມ່ນເ ປັນບາດກ້າວ ທີ່ຄ້າຍຄືກັນ ກັບສະພາຕ່ຳ ສະຫະຣັດ ທີ່ໄດ້ຮັບຜ່ານ ຮ່າງກົດໝາຍ ໃນການ ໃຫ້ເງິນ ສນັບສນຸນ ຕໍ່ການ ເຮັດສົງຄາມ ຂອງຕົນ ໃນສັບປະດາ ແລ້ວນີ້.

ອີຣັກ: ເຈົ້າໜ້າທີ່ ອີຣັກ ກ່າວວ່າ ມີຜູ້ເສັຽຊີວິດ ຢ່າງນ້ອຍ 18 ຄົນໃນການໂຈມຕີດ້ວຍຣະເບີດ ສະລະຊີບ 2 ຄັ້ງ ໃນວັນພະຫັດ ມື້ນີ້ ຂະນະທີ່ ຄວາມຮຸນແຮງ ໄດ້ເພີ້ມ ທະວີຂຶ້ນ ເມື່ອໄວໆ ມານີ້. ການໂຈມຕີີ ບ່ອນທຳອິດ ມີຂຶ້ນ ທີ່ຕລາດ ແຫ່ງນຶ່ງ ທາງທິດໃຕ້ ນະຄອນຫລວງ ແບັກແດັດ ເຮັດໃຫ້ ມີຜູ້ເສັຽຊີວິດ ບໍ່ຕ່ຳກວ່າ 12 ຄົນ ແລະບາດເຈັບ ອີກ 25 ຄົນ. ແຫລ່ງຂ່າວ ຂອງ ສື່ມວນຊົນ ແຈ້ງວ່າ ທະຫານ ອະເມຣິກັນ ໃນເຂດດັ່ງກ່າວ ແມ່ນເປົ້າໝາຍ ໃນການ ໂຈມຕີ ແລະຍັງບໍ່ທັນ ມີລາຍງານຂ່າວ ທີ່ໄດ້ຮັບ ການຢືນຢັນ ກ່ຽວກັບ ການເສັຽຊີວິດ ຂອງທະຫານ ອະເມຣິກັນ. ໃນມື້ວານນີ້ ມີ 40 ຄົນ ເສັຽຊີວິດ ແລະ ຫລາຍກວ່າ 70 ຄົນ ໄດ້ຮັບ ບາດເຈັບ ໃນການວາງຣະເບີດ ທີ່ໃຫຍ່ທີ່ສຸດ ຢູ່ໃນອີຣັກ ໃນຮອບເດືອນນີ້. ຣະເບີດຣົດ ຂນາດແຮງ ລູກນຶ່ງ ໄດ້ແຕກຂຶ້ນ ທີ່ຄຸ້ມ ຊຶ່ງມີ ປະຊາຊົນ ສ່ວນໃຫຍ່ ເປັນພວກທີ່ ນັບຖື ສາສນາ ອິສລາມ ນິກາຍ ຊີໄອທ໌ ທາງກ້ຳຕາເວັນຕົກ ສຽງເໜືອ ຂອງ ນະຄອນຫຼວງ ແບັກແດັດ. ພວກທີີ່ເຫັນ ເຫດການ ກ່າວວ່າ ພວກເຄາະຮ້າຍ ສ່ວນໃຫຍ່ ກຳລັງພາກັນ ກິນເຂົ້າ ທີ່ຮ້ານອາຫານ ຫລາຍໆແຫ່ງ ແລະ ຮ້ານສັພສິນຄ້າ ທີ່ຕັ້ງຢູ່ໃກ້ຄຽງ ເວລາ ການໂຈມຕີ ເກີດຂຶ້ນ.

ໄທ - ອົພຍົບລາວມົ້ງ: ກຸ່ມໃຫ້ຄວາມຊ່ອຍ ເຫລືອ ຕ່າງປະເທດ ອົງການແພດ ບໍ່ມີພົມແດນ ກ່າວວ່າ ທາງກຸ່ມ ກຳລັງ ຖອນໂຕ ອອກຈາກ ການປະຕິບັດງານ ທີ່ສູນ ອົພຍົບ ແຫ່ງນຶ່ງ ໃນພາກເໜືອ ຂອງໄທ ຍ້ອນການ ຈຳກັດຮັດແຄບ ແລະ ການບີບບັງຄັບ ຂອງ ພວກທະຫານ. ອົງການແພດ ບໍ່ມີພົມແດນ ເວົ້າວ່າ ກອງທັບໄທ ກຳລັງທຳການ ກົດດັນ ບັງຄັບໃຫ້ ມີການຈັດສົ່ງ ກັບຄືນປະເທດ ຊາວອົພຍົບ ລາວເຜົ່າມົ້ງ ທີ່ອາສັຍຢູ່ ໃນສູນ ຊຶ່ງອາດຈະຖືກ ປະຫັດປະຫານ ຖ້າຖືກສົ່ງ ກັບຄືນ ໄປລາວນັ້ນ. ອີງຕາມ ການລາຍງານ ຂອງ ຜູ້ສື່ຂ່າວ VOA DANIEL SCHEARF ຈາກບາງກອກ ແມ່ນວ່າ ອົງການແພດ ບໍ່ມີພົມແດນ ກ່າວຕໍ່ ພວກນັກຂ່າວ ໃນມື້ວານນີ້ວ່າ ຕົນຈະບໍ່ໃຫ້ ການຮ່ວມມື ກັບກອງທັບໄທ ຕໍ່ໄປອີກ ໃນການປິ່ນປົວ ແລະແຈກຢາຍ ອາຫານ ໃຫ້ແກ່ ພວກອົພຍົບ ທີ່ບ້ານຫ້ວຍນ້ຳຂາວ. ສູນອົພຍົບ ທີ່ພາກເໜືອ ຂອງໄທ ດັ່ງກ່າວ ໄດ້ກາຍ ເປັນບ່ອນ ພັກພາອາສັຍ ແລະຂໍ ການຊ່ອຍເຫລືອ ສຳລັບຊາວມົ້ງ ຈຳນວນ ຫລາຍພັນຄົນ ທີ່ໄດ້ພາກັນ ຫຼົບໜີ ຈາກລາວ ນັບແຕ່ປີ 2005 ເປັນຕົ້ນມາ. ແຕ່ອົງການ ແພດບໍ່ມີພົມແດນ ທີ່ມີ ສຳນັກງານໃຫຍ່ ຢູ່ຝຣັ່ງ ກ່າວວ່າ ໃນໄລຍະ ສອງ-ສາມເດືອນ ຜ່ານມານີ້ ກອງທັບໄທ ໄດ້ທຳການ ຈຳກັດ ຮັດແຄບ ແລະໃຊ້ວິທີ ການບັງຄັບ ແບບທີ່ ຮັບເອົາບໍ່ໄດ້ ເພື່ອກົດດັນ ໃຫ້ຊາວມົ້ງ ກັບຄືນໄປລາວ.

ມຽນມາ - ຊູຈີ: ຣັຖບານທະຫານມຽນມາ ອີກຄັ້ງ ນຶ່ງ ໄດ້ຫ້າມ ບໍ່ໃຫ້ ພວກນັກການທູດ ຕ່າງປະເທດ ແລະ ສື່ມວນຊົນ ໄປເບິ່ງ ການດຳເນີນ ຄະດີ ທ່ານນາງ ອອງຊານ ຊູຈີ ຜູ້ນຳ ພັກຝ່າຍຄ້ານ ທີ່ຖືກຄຸມຂັງ ຢູ່ໃນ ເວລານີ້. ໃນມື້ວານນີ້ ຣັຖບານ ທະຫານ ມຽນມາ ໄດ້ອະນຸຍາດ ໃຫ້ພວກ ນັກການທູດ ຕ່າງປະເທດ ແລະ ພວກນັກຂ່າວ ໄປຮ່ວມການ ດຳເນີນຄະດີ. ຍັງບໍ່ທັນ ເປັນທີ່ ຈະແຈ້ງ ເທື່ອວ່າ ອີກດົນປານໃດ ຣັຖບານ ມຽນມາ ຈຶ່ງຈະເປີດ ການດຳເນີນ ຄະດີ ຄືນອີກ. ການຕັດສິນໃຈ ຫ້າມບໍ່ໃຫ້ ພວກນັກການທູດ ແລະນັກຂ່າວ ໄປເບິ່ງ ການດຳເນີນ ຄະດີ ໄດ້ມີຂຶ້ນ ທັງໆທີ່ ໄດ້ຮັບ ການເຕືອນ ຈາກ ຣັຖມຸນຕຣີ ການຕ່າງ ປະເທດ ສະຫະຣັດ ທ່ານນາງ HILLARY CLINTON. ທ່ານນາງ ກ່າວຕໍ່ ຄະນະ ຂອງ ຣັຖສະພາ ສະຫະຣັດ ໃນມື້ວານ ນີ້ວ່າ ສະຫະຣັດ ໄດ້ປະຕິເສດ ບໍ່ຮັບຮູ້ ການກ່າວຫາ ທີ່ບໍ່ມີ ມູນຄວາມຈິງ ຂອງຣັຖບານ ມຽນມາ ຕໍ່ທ່ານນາງ ອອງຊານ ຊູຈີ ໃນຂໍ້ຫາ ລະເມີດ ເງື່ອນໄຂ ໃນການ ກັກບໍຣິເວນ ຂອງ ທ່ານນາງ. ທ່ານນາງ CLINTON ກ່າວວ່າ ຖ້າພວກ ຜູ້ນຳ ຣັຖບານ ທະຫານ ມຽນມາ ຫາກຍັງ ສືບຕໍ່ ດຳເນີນຕາມ ທິດທາງ ໃນ ປັດຈຸບັນແລ້ວ ການເລືອກຕັ້ງ ໃນປີ 2010 ຈະເປັນການ ເລືອກຕັ້ງ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ຢ່າງຊິ້ນເຊີງ.

ມຽນມາ - ການສືບສວນ: ພວກນັກຊ່ຽວຊານ ທາງດ້ານ ກົດໝາຍ ນາໆຊາດ ກຸ່ມນຶ່ງໄດ້ຮຽກ ຮ້ອງ ໃຫ້ອົງການ ສະຫະ ປະຊາຊາດ ເປີດການ ສືບສວນ ກ່ຽວກັບ ການລະເມີດ ສິດທິມະນຸດ ຢູ່ໃນມຽນມາ. ລາຍງານ ສະບັບນຶ່ງ ທີ່ພິມ ເຜີຍແຜ່ ໃນມື້ນີ້ ໂດຍ ພວກນັກຊ່ຽວຊານ ທາງດ້ານ ກົດໝາຍ ຜ່ານທາງ ຄລີນິກ ສິດທິມະນຸດ ນາໆຊາດ ຂອງ ສະຖາບັນ ກົດໝາຍ ມະຫາວິທຍາລັຍ HAVARD ທີ່ກ່າວວ່າ ພວກຜູ້ນຳ ຣັຖບານ ທະຫານ ໃນມຽນມາ ໄດ້ກໍ່ ອາຊຍາກັມ ສົງຄາມ ແລະ ອາຊຍາກັມ ຕ້ານ ມະນຸດຊາດ ມາເປັນເວລາ ຫລາຍໆປີ. ລາຍງານ ທີ່ວ່ານີ້ ໄດ້ອ້າງອີງ ເຖິງ ເອກກະສານ ຕ່າງໆ ທີ່ໄດ້ຮັບ ຈາກອົງການ ສະຫະ ປະຊາຊາດ ທີ່ສະແດງ ໃຫ້ເຫັນວ່າ ອຳນາດ ການປົກຄອງ ທະຫານ ມຽນມາ ໄດ້ພົວພັນນຳ ການກໍ່ ໂທດກັມຕ່າງໆ ຮວມທັງ ການບັງຄັບ ໃຫ້ມີ ການຍົກຍ້າຍ ຜູ້ຄົນ ອອກໜີຈາກ 3 ພັນກວ່າບ້ານ, ການ ປະຫານ ຊີວິດ ແບບຮວບຮັດ ຕັດຕອນ ຕໍ່ພົລເຮືອນ ຜູ້ບໍ່ມີ ຄວາມຜິດ, ການລ່ວງລະເມີດ ທາງເພດ ແລະ ການທໍຣະມານ ທີ່ມີຢ່າງ ແຜ່ກວ້າງ ແລະເປັນ ຣະບົບ.

ອິນໂດນເຊັຽ - ເຮືອບິນຕົກ: ຄະນະສືບ ສວນທາງອາກາດ ຂອງ ອິນໂດເນເຊັຽ ກຳລັງ ຊອກຄົ້ນ ເບິ່ງຕາມ ຊາກເຮືອບິນ ຂົນສົ່ງ ກອງທັບ ທີ່ໄດ້ປະສົບ ອຸບັດຕິເຫດ ຕົກໃສ່ ເຮືອນ ແລະລຸກໃໝ້ ເປັນແປວໄຟ ໃນມື້ວານນີ້ ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງນ້ອຍ 99 ຄົນ. ເຈົ້າໜ້າທີ່ ກ່າວວ່າ ຄະນະສືບສວນ ກຳລັງ ພະຍາຍາມ ຢາກເຂົ້າໃຈວ່າ ເປັນຫຍັງ ເຮືອບິນ C-130 ຈຶ່ງຕົກ ໃນລະຫວ່າງ ການບິນ ຕາມ ປົກກະຕິ ແລະຍັງ ບໍ່ທັນ ພົບເຫັນວ່າ ແມ່ນຫຍັງ ອາດຈະເປັນ ສາເຫດ ທີ່ພາໃຫ້ ເຮືອບິນຕົກ. ນອກນັ້ນ ພວກເຈົ້າໜ້າທີ່ ຍັງໄດ້ ປະຕິເສດ ທີ່ຈະຄາດ ຄະເນວ່າ ອາດຈະເປັນ ຄວາມຜິດພາດ ຂອງມະນຸດ ຫລືບໍ່? ເຈົ້າໜ້າທີ່ ກອງທັບ ອິນໂດເນເຊັຽ ກ່າວວ່າ ເຮືອບິນ ທີ່ມີອາຍຸ ເກືອບ 30 ປີ ລຳນີ້ ແມ່ນຍັງຢູ່ ໃນສະພາບດີ ທີ່ຈະບິນໄດ້ ແລະດິນຟ້າ ອາກາດ ກໍດີ ເວລາ ເຮືອບິນ ລຳນີ້ຕົກ ໃກ້ໆຖານທັບອາກາດ ແຫ່ງນຶ່ງ ໃນເຂດ JAVA ຕາເວັນອອກ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG