ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອບິນກອງທັບອິນໂດເນເຊັຽ ປະສົບອຸບັດຕິເຫດຕົກ ມີຜູ້ເສັຽຊີວິດ ຢ່າງນ້ອຍ 98 ຄົນ


ອິນໂດເນເຊັຽ - ເຮືອບິນຕົກ: ເຈົ້າໜ້າທີ່ ອິນໂດເນເຊັຽ ກ່າວວ່າ ເຮືອບິນຂົນສົ່ງ ຂອງ ກອງທັບ ລຳນຶ່ງ ໄດ້ປະສົບ ອຸບັດຕິເຫດຕົກ ໃສ່ເຮືອນ ແລະລຸກໃໝ້ ເປັນໄຟ ໃນວັນພຸດ ມື້ນີ້ ໃກ້ໆ ສນາມບິນ ທະຫານ ແຫ່ງນຶ່ງ ໃນ​ເຂດ JAVA ຕາເວັນອອກ ເຮັດໃຫ້ ມີຜູ້ເສັຽ ຊີວິດ ຢ່າງນ້ອຍ 98 ຄົນ ແລະບາດເຈັບ ອີກຫລາຍກວ່າ 10 ຄົນ. ໂຄສົກ ຄົນນຶ່ງ ຂອງ ກອງທັບ ອາກາດ ອິນໂດເນເຊັຽ ກ່າວວ່າ ເຮືອບິນ C-130 ໄດ້ບັນທຸກ ພວກທະຫານ ແລະຄອບຄົວ ເຂົາເຈົ້າ ເວລາ ປະສົບ ອຸບັດຕິເຫດຕົກ. ໂຄສົກ ເວົ້າວ່າ ມີຜູ້ເດີນທາງ ໄປນຳ ເຮືອບິນ ລຳດັ່ງກ່າວ ຫລາຍກວ່າ 100 ຄົນ ຮວມທັງ ເດັກນ້ອຍ 10 ຄົນ. ມີ 2 ຄົນ ຢູ່ພາກພື້ນດິນ ຮວມຢູ່ ໃນຈຳນວນ ພວກທີ່ ເສັຽຊີວິດ. ພວກທີ່ ເຫັນເຫດການ ລາຍງານວ່າ ໄດ້ເຫັນຊາກ ເຮືອບິນ ຕົກລົງມາ ຈາກທ້ອງຟ້າ ແລະ ໄດ້ຍິນສຽງ ຣະເບີດ ດັງຂຶ້ນ. ເຮືອບິນ ຂົນສົ່ງ ລຳນີ້ ໄດ້ບິນຂຶ້ນ ຈາກ ສນາມບິນ ນະຄອນຫລວງ ຈາກາຕ້າ ໃນຕອນເຊົ້າ ມື້ນີ້ ແລະ ມີກຳນົດ ເດີນທາງ ໄປຍັງ ແຂວງປາປົວ ຂອງ ອິນໂດເນເຊັຽ. ເຈົ້າໜ້າທີ່ ທະຫານ ເວົ້າວ່າ ເຮືອບິນ ລຳນີ້ ແມ່ນຢູ່ໃນ ສະພາບດີ ແລະດິນຟ້າ ອາກາດ ກໍດີ ກ່ອນທີ່ ຈະເກີດ ອຸບັດຕິເຫດ. ເຮືອບິນນີ້ ມີອາຍຸ ເກືອບ 30 ປີແລ້ວ.

ອັຟການິສຖານ: ອົງການ ນາໂຕ້ ກ່າວວ່າ ການໂຈມຕີ ທາງອາກາດ ໂດຍ ເຮືອບິນຣົບ ຂອງຕົນ ລຳນຶ່ງ ເຮັດໃຫ້ ພົລເຮືອນ 8 ຄົນ ເສັຽຊີວິດໃນພາກໃຕ້ອັຟການິສຖານທ່າມກາງ ທີ່ມີການ ຖົກຖຽງກັນ ກ່ຽວກັບ ການບາດເຈັບ ລົ້ມຕາຍ ຂອງ ພົລເຮືອນ. ກຳລັງ ນາໆຊາດ ພາຍໃຕ້ ການນຳພາ ຂອງອົງການ ນາໂຕ້ ກ່າວໃນ ວັນພຸດ ມື້ນີ້ວ່າ ກຳລັງ ຂອງຕົນ ໄດ້ຮ້ອງຂໍ ໃຫ້ມີການ ໂຈມຕີ ທາງອາກາດ ທີ່ແຂວງ HELMAND ໃນມື້ ວານນີ້ ຫລັງຈາກ ໄດ້ເກີດ ການປະທະກັນ ກັບ ພວກກະບົດ ປະມານ 25 ຄົນ. ຖແລງຂ່າວ ຂອງອົງການ ນາໂຕ້ ໄດ້ກ່າວຫາ ພວກຫົວຮຸນແຮງ ວ່າໃຊ້ ພົລເຮືອນ ເປັນເຄື່ອງ ກຳບັງ. ການເສັຽຊີວິດ ຂອງພົລເຮືອນ ໄດ້ມີຂຶ້ນ ຂະນະທີ່ ກຳລັງເກີດ ການຂັດແຍ້ງ ກ່ຽວກັບ ຈຳນວນ ພວກທີ່ ເສັຽຊີວິດ ໃນການ ໂຈມຕີ ທາງອາກາດ ໂດຍ ສະຫະຣັດ ທີ່ຄ້າຍຄື ກັນນີ້ ໃນພາກ ຕາເວັນຕົກ ອັຟການິສຖານ ເມື່ອສອງ ອາທິດກ່ອນ. ກອງທັບ ສະຫະຣັດ ກ່າວໃນ ມື້ວານນີ້ວ່າ ການສືບສວນ ຂອງຕົນ ພົບເຫັນວ່າ ມີພົລເຮືອນ ໃນລະຫວ່າງ 20 ຫາ 30 ຄົນ ພ້ອມກັບ ພວກກະບົດ ປະມານ 60 ຄົນ ໄດ້ຖືກ ຂ້າຕາຍ ໃນການ ໂຈມຕີ ທາງອາກາດ ແລະ ການສູ້ຣົບ ທີ່ກ່ຽວຂ້ອງ ຢູ່ແຂວງ ຟາຣາ ໃນວັນທີ 4 ຕໍ່ໃສ່ ວັນທີ 5 ພຶສະພາ ຜ່ານມາ ຊຶ່ງເປັນ ເຫດຮ້າຍ ທີ່ພາໃຫ້ ມີການ ປະທ້ວງ ສະແດງ ຄວາມໂກດແຄ້ນ.

ມຽນມາ - ຊູຈີ: ທ່ານນາງ ອອງຊານ ຊູຈີ ຜູ້ນຳປະຊາທິປະໄຕ ໃນມຽນມາ ທີ່​ຖືກ​ກັກ​ຂັງຢູ່​ ນັ້ນ ​ໄດ້​ຖາມ​ ສະບາຍດີ ກັບ​ພວກ​ນັກ​ການ​ທູດ​ ຕ່າງປະ​ເທດ ທີ່​ໄປ​ເບິ່ງ​ ການ​ດຳ​ເນີນ ​ຄະດີ​ ທ່ານ​ນາງ ທີ່ກ້າວເຂົ້າ ສູ່ມື້ ທີ 3 ໃນວັນພຸຸດ ມື້ນີ້. ທ່ານນາງ ອອງຊານ ຊູຈີ ຜູ້ນຳ​ພັກ​ ສັນນິບາດ​ ແຫ່ງ​ຊາດ​ ເພື່ອ​ ປະຊາທິປະ​ໄຕ ໄດ້ຖືກ ກ່າວຫາວ່າ ລະເມີດ ເງື່ອນໄຂ ໃນການ ກັກບໍຣິເວນ ທ່ານນາງ ຫລັງຈາກ ຜູ້ຊາຍ ຊາວອະເມຣິກັນ ຄົນນຶ່ງ ລອຍນ້ຳ ໄປຍັງເຮືອນ ຂອງທ່ານນາງ ທີ່ຕັ້ງຢູ່ແຄມ ທະເລສາບ ໃນຕົ້ນເດືອນນີ້ ແລະພັກ ຢູ່ທີ່ນັ້ນ ເປັນເວລາ 2 ມື້. ທ່ານ​ນາງ​ ປະ​ເຊີນ​ກັບ ​ການຈຳ​ຄຸກ​ ເປັນ​ເວລາ 5 ປີ. ຖ້າ​ຖືກ​ຕັດສິນ​ວ່າ​ ມີ​ຄວາມ​ຜິດ. ​ແມ່ຍິງ ຜູ້​ຊ່ອຍ ທ່ານ​ນາງ​ ສອງ​ຄົນ ທີ່​ອາ​ສັຍ ​ຢູ່​ກັບ​ ທ່ານ​ນາງ​ນັ້ນ ກໍ​ຖືກ​ ດຳ​ເນີນ​ຄະດີ ​ເຊັ່ນ​ກັນ ພ້ອມ​ກັບ ​ຜູ້​ຊາຍ​ ຊາວ​ອາ​ເມ​ຣິກັນ. ທ່າ​ນນາງ​ ອອງຊານ ​ຊູ​ຈີ ​ໄດ້​ກ່າວ​ ຂອບ​ໃຈ​ ພວກ​ນັກ ການ​ທູດ ທີ່​ໄດ້​ ໄປ​ເບິ່ງ​ ການດຳເນີນ ​ຄະດີ​ ທ່ານ​ນາງ ຢູ່ຄຸກໃຫຍ່ INSEIN ທີ່ຕັ້ງຢູ່ ໃກ້ໆ ນະຄອນ ຢ່າງກຸ້ງ ​ແລະ​ເວົ້າວ່າ ທ່ານ​ນາງ​ ຫວັງ​ວ່າ​ ຈະ​ໄດ້ພົບ ​ກັບ​ພວກ​ ເຂົາ​ເຈົ້າອີກ ​ໃນ​ສະພາບ​ການ ​ທີ່​ດີ​ກ່ວາ​ນີ້. ​ເຈົ້າໜ້າ​ທີ່​ ທ່ານ​ນື່ງ ທີ່​ສຖານ​ທູດ​ ອິນ​ໂດ​ເນ​ເຊັຽ ບອກ​ກັບ ​ວີໂອເອວ່າ ​ ທ່ານ​ນາງ​ ອອງຊານ​ ຊູ​ຈີ ມີ​ລັກສະນະ​ ທ່າ​ທາງ ແຂງ​ແຮງ​ດີ ​ແລະ ​ບໍ່​ຢ້ານ​ຫຍັງ.

ຍີ່ປຸ່ນ - ເສຖກິດ: ເສຖກິດ ຍີ່ປຸ່ນ ໄດ້ລົດນ້ອຍ ຖອຍລົງ ຫລາຍເປັນ ປະວັດການ ໃນລະຫວ່າງ ວັນທີ 1 ມັງກອນ ຫາ ວັນທີ 30 ມີນາ ຜ່ານມາ ໂດຍໄດ້ຫຼຸດລົງໃນອັດຕຣາຫຼາຍກວ່າ 15% ຕໍ່ປີ. ຣັຖບານ ທີ່ກຸງໂຕກຽວ ກ່າວໃນ ມື້ນີ້ວ່າ ຍອດ ຜລິດຮວມ ພາຍໃນ ຂອງຍີ່ປຸ່ນ ໄດ້ຫລຸດລົງ 4% ໃນໄຕຣມາດ ທຳອິດ ຂອງປີນີ້ ຊຶ່ງເປັນ ໄຕຣມາສທີ 4 ລຽນຕິດ ທີ່ໄດ້ ຫົດໂຕລົງ. ລະຫວ່າງ ວັນທີ 1 ຕຸລາ ຫາວັນທີ 31 ທັນວາ ປີກາຍນີ້ ເສຖກິດ ຍີ່ປຸ່ນ ໄດ້ຫລຸດລົງ ໃນອັດຕຣາ ເກືອບ 14.5% ຕໍ່ປີ. ນີ້ແມ່ນການ ຫລຸດຖອຍ ທີ່ ຮ້າຍແຮງສຸດ ຂອງເສຖກິດ ທີ່ໃຫຍ່ ເປັນອັນດັບ 2 ຂອງໂລກ ນັບແຕ່ ສົງຄາມໂລກ ຄັ້ງທີ 2 ເປັນຕົ້ນມາ ແຕ່ ເຈົ້າໜ້າທີ່ ຍີ່ປຸ່ນ ຄິດວ່າ ອາດຈະ ມີການ ຟື້ນໂຕຄືນ ພາຍໃນ ທ້າຍປີນີ້. ເສຖກິດ ຂອງ ຍີ່ປຸ່ນ ໄດ້ກາງຕໍ່ ອາສັຍ ຢ່າງໃຫຍ່ ຕໍ່ເສຖກິດ ຂອງໂລກ ເພື່ອ ໃຫ້ຊື້ຣົດ ແລະ ເຄື່ອງໃຊ້ ອີເລັກໂທຣນິກ ຕ່າງໆ ຂອງຕົນ. ບໍ່ຕ່າງຫຍັງ ກັບປະເທດ ໃນເຂດ ເອເຊັຽ ທັງໝົດ, ເສຖກິດ ຂອງຍີ່ປຸ່ນ ແມ່ນໄດ້ຮັບ ຄວາມເສັຽຫາຍ ຈາກການ ພັງທະລາຍລົງ ຂອງ ອຸບປະສົງ ຫລື​ ຄວາມ​ຮຽກຮ້ອງ ​ຕ້ອງການ ​ສິນຄ້າ ແບບທີ່ ບໍ່ເຄີຍມີ ມາກ່ອນ ໃນໂລກ ທີ່ສືບ​ເນື່ອງ​ມາຈາກ ວິກິຕການ ທາງດ້ານ ການເງິນ ໃນສະຫະຣັດ.

ສະຫະຣັດ - ປາກິສຖານ: ສະຫະຣັດກ່າວ ວ່າ ຕົນກຳລັງ ຈັດສົ່ງການຊ່ອຍເຫລືອ ທາງ ດ້ານມະນຸສທັມ ມູນຄ່າ 110 ລ້ານໂດລາ ໄປໃຫ້ ປາກິສຖານ ເພື່ອຊ່ອຍ ຈຳນວນນຶ່ງ ຂອງພວກ ອົພຍົບ ຫຼາຍກວ່າ 2 ລ້ານຄົນ ທີ່ໄດ້ ຫລົບໜີ ການສູ້ຣົບກັນ ຢ່າງດຸເດືອດ ລະຫວ່າງ ທະຫານ ຣັຖບານ ແລະພວກ ຫົວຮຸນແຮງ ທາລີບານ ໃນເຂດ ຮ່ອມພູ SWAT ໃນພາກ ຕາເວັນຕົກ ສຽງເໜືອ ຂອງ ປາກິສຖານ. ໃນການ ຖແລງທີ່ ທຳນຽບຂາວ ມື້ວານນີ້ ຣັຖມຸນຕຣີ ການຕ່າງ ປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ສແດງ ຄວາມຫວັງ ອອກມາວ່າ ພວກທີ່ ອົພຍົບ ຫລົບໜີ ຈະສາມາດ ເດີນທາງ ກັບຄືນໄປ ຍັງບ້ານເຮືອນ ຂອງ ພວກເຂົາເຈົ້າ ໄດ້ໂດຍໄວ ຢ່າງປອດພັຍ ແລະ ດ້ວຍຄວາມ ສະມັກໃຈ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ກ່າວວ່າ ປາກິສຖານ ກຳລັງ ທຳການ ສູ້ຣົບ ຢ່າງໜັກ ກັບພວກ ຫົວຮຸນແຮງ ແຕ່ທ່ານນາງ ກໍມີ ຄວາມເຊື່ອໝັ້ນວ່າ ປາກິສຖານ ສາມາດ ເຂົ້າຄວບຄຸມ ກຳ ສະຖານະການໄດ້ ດ້ວຍການ ຊ່ອຍເຫລືອ ຈາກ ປະຊາຄົມ ນາໆຊາດ.

ສະຫະຣັດ - ປາກົດວຽດນາມ: ຜູ້ພິພາກສາຄົນນຶ່ງ ຂອງ ສະຫະຣັດ ໄດ້ຕັດສິນໂທດໃຫ້ພໍ່ຄ້າຂາຍຍົກຄົນນຶ່ງ ຈຳຄຸກ ເປັນເວລາ ດົນກວ່າ 5 ປີ ຍ້ອນ ໄດ້ຕິດປ້າຍ ໃສ່ປາກົດ ທີ່ຜູ້ກ່ຽວ ນຳເຂົ້າຈາກ ວຽດນາມວ່າ ເປັນປາ ແນວອື່ນ ທີ່ມີ ຣາຄາ ແພງກວ່າ. ເຈົ້າໜ້າທີ່ ສະຫະຣັດ ເວົ້າວ່າ ການຕັດສິນໂທດ ຈຳຄຸກ ເປັນເວລາ 63 ເດືອນ ແມ່ນນຶ່ງ ໃນຈຳນວນ ການຕັດສິນໂທດ ທີ່ດົນ ທີ່ສຸດ ເທົ່າທີ່ເຄີຍ ມີມາ ກ່ຽວກັບ ການສໍ້ໂກງ ປະເພດນີ້. ຜູ້ພິພາກສາ ສານ ຣັຖບານກາງ ສະຫະຣັດ ພົບເຫັນວ່າ ນາຍ PETER XUONG LAM ຜູ້ບໍຣິຫານ ບໍຣິສັດ ຂາຍອາຫານ ທະເລ ແຫ່ງນຶ່ງ ໃນເຂດຊານ ເມືອງ ຂອງ ກຸງວໍຊິງຕັນ ມີຄວາມຜິດ ໃນການຂາຍ ຊີ້ນປາກົດ ຣາຄາຖືກ ຈາກ ວຽດນາມ ໃນມູນຄ່າ ຫລາຍກວ່າ 15 ລ້ານໂດລາ ​ໂດຍ​ ໂຄສະນາວ່າ ເປັນຊີ້ນປາ ທີ່ມີ ຣາຄາແພງ ແນວອື່ນ ເຊັ່ນປາແປະ, ປາລິ້ນໝາ ແລະປາ GROUPER. ຄະນະ ໄອຍະການ ຂອງ ຣັຖບານກາງ ກ່າວວ່າ ນາຍ LAM ແລະຈຳເລີຍ ອື່ນໆອີກ 6 ຄົນ ໄດ້ກະທຳ ​ເຊັ່ນ​ນັ້ນ ​ເພື່ອ ພະຍາຍາມ ຫລີກລ່ຽງ ການຈ່າຍພາສີ ນຳເຂົ້າ ໃນມູນຄ່າ ຫລາຍລ້ານໂດລາ. ເຈົ້າໜ້າທີ່ ກະຊວງ ຍຸຕິທັມ ສະຫະຣັດ ເວົ້າວ່າ ນາຍ HENRY NGUYEN ຊຶ່ງເປັນ ໂຕການ ​ໃນແຜນການ​ນີ້ ຍັງຈັບ ບໍ່ໄດ້ເທື່ອ ແລະເຊື່ອວ່າ ເວລານີ້ ອາສັຍຢູ່ ທີ່ປະເທດວຽດນາມ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG