ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອອງຊານຊູຈີ ຍັງຄົງຖືກຣັຖບານທະຫານ ມຽນມາປະຫັດປະຫານຢູ່ຕໍ່ມາ


<!-- IMAGE -->

ຜູ້ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ມຽນມາ ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ໄດ້ເປັນ​ສັນ​ລະ​ລັກ​ແຫ່ງ​ຄວາມໃຝ່ຝັນຂອງ​ປະຊາຊົນ ມຽນມາ ມາ​ເປັນ​ເວລາ​ດົນ​ນານ​ໃນ​ການຢາກ​ມີປະ​ເທດ​ທີ່​ປົກຄອງ​ດ້ວຍ​ລະບອບ​ປະຊາທິປ​ໄຕນັ້ນ ​ໄດ້​ຖືກ​ກັກບໍລິ​ເວນໃຫ້​ຢູ່​ໃນ​ແຕ່​ບ້ານ​ເຮືອນຕລອດເວລາສ່ວນ​ໃຫຍ່ຂອງ​ລະຍະ​ 19 ປີ​ຜ່ານ​ມາ ແລະ​ກໍ​ປາກົດ​ວ່າ ເຈົ້າໜ້າ​ທີ່ຣັຖບານ ທະຫານ​ມຽນມາ​ອາດກຳລັງກຽມ​ຈະສືບ​ຕໍ່​ກັກບໍລິ​ເວນ​ທ່ານ​ນາງຕໍ່ໄປ​ອີກລະຍະ​ນຶ່ງ​ກໍ​ເປັນ​ໄດ້. ຂໍ້​ຫາ​ໃໝ່​ທີ່​ມີ​ຕໍ່​ທ່ານ​ນາງ​ນັ້ນແມ່ນ​ບໍ່ຍຸຕິ​ທຳ​ດັ່ງ​ດຽວ​ກັບ​ຂໍ້​ຫາ​ຕ່າງໆໃນ​ເມື່ອ​ກ່ອນ​ ທີ່ໄດ້ເປັນ​ເຫ​ດ​ໃຫ້​ທ່ານ​ນາງຖືກຈັບ​ເທື່ອ​ທຳ​ອິດ​ໃນ​ປີ 1990 ນັ້ນ ແລະ​ສະຫະຣັຖກໍ​ຮຽກຮ້ອງ​ຮ່ວມ​ກັບ​ປະຊາ​ຄົມ​ໂລກ​ໃຫ້ຣັຖບານ​ມຽນມາ​ປ່ອຍຕົວ​ທ່ານ​ນາງ​ຢ່າງ​ຮີບ​ດ່ວນ.

ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແນ​ງສັນຕິພາບ​ ​ໄດ້​ຖືກນຳຕົວ​ໄປ​ຈາກ​ບ້ານ​ພັກເມື່ອ​ວັນທີ່ 14 ພື​ດສະພາຜ່ານ​ມາ​ນີ້ ​ໂດຍ​ພວກເຈົ້າໜ້າ​ທີ່ຣັຖບານ​ທະຫານ​ມຽນມາ ​ ທີ່ບອກ​ທ່ານນາງ​ວ່າ ​ທ່ານ​ນາງຈະ​ຖືກ​ດຳ​ເນີນ​ຄະດີ​ໃນ​ຂໍ້​ຫາ​ຝ່າຝືນ​ ເງຶ່​ອນ​ໄຂ​ຂອງ​ການ​ກັກ​ບໍລິ​ເວນ​ ຊື່​ງມີ​ສາ​ເຫດ​ມາ​ຈາກ​ເຫດການ​ທີ່​ຊາຍ​ຄົນ​ນື່ງທີ່​ເປັນແຂກ​ຢ້ຽມຢາມ ທີ່​ບໍ່​ໄດ້ຖືກ​ເຊີນ ໄດ້​ລັກລອບ​ເຂົ້າ​ໄປ​ໃນ​ບ້ານ​ຂອງທ່ານ​ນາງ​ທີ່​ມີ​ຄົນ​ຍາມ​ເຝົ້າ ຢູ່ນັ້ນເມື່ອ​ອາທິດ​ຜ່ານ​ມາ​ນີ້ ຊຶ່ງ​ຖື​ວ່າ​ເປັນ ການ​ຝ່າຝືນ​ກົດ​ທີ່​ຫ້າມ​ບໍ່​ໃຫ້​ທ່ານ​ນາງ​ພົບ​ປະ​ກັບ​ບຸກຄົນ​ໃດ​ ນອກຈາກຈະ​ໄດ້​ຮັບ​ອະນຸຍາດ​ຈາກຣັຖບານ​ເສຍກ່ອນ. ຊາຍ​ຜູ້​ກ່ຽວ​ໄດ້​ຖືກ​ຈັບ​ຕອນ​ທີ່​ໜີ​ອອກ​ຈາກ​ບໍລິ​ເວນ​ບ້ານ​ຂອງ​ທ່ານ​ນາງ​ໄປ ​ແລະເວລາ​ນີ້ຍັງ​ຖືກ​ເຈົ້າໜ້​າທີ່​ກັກ​ຂັງ​ໄວ້ຢູ່​.

ສ່ວນ​ສະຫະຣັຖ ກໍ​ກຳລັງ​ຄົ້ນ​ຫາ​ຂໍ້​ມູນ​ເພີ່ມ​ຕື່ມກ່ຽວ​ກັບ​ເຫດການ​ລັກລອບ​ເຂົ້າບ້ານ​ພັກ​ຂອງ​ທ່ານ​ນາງ​ອອງຊານຊູ​ຈີນີ້​ ແລະ​ກຳລັງຕິດຕາມ​ເລຶ່ອງນີ້​ຢ່າງ​ໄກ້​ຊິດຢູ່. ຜູ້​ຢ້ຽມຢາມ​ທີ່​ບໍ່​ໄດ້​ຖືກ​ເຊື້ອ​ເຊີນທີ່​ວ່າ​ນີ້ ຄື​ນາຍ John Yettaw ​ຊາວອາ​ເມຣິກັນ. ສະຫະຣັຖ​ໄດ້​ກົດ​ດັນ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ເພື່ອໃຫ້​ປ່ອຍ​ຕົວ​ທ່ານ​ນາງ ​ແລະ​ພວກ​ນັກໂທດ​ການ​ເມືອງ​ອີກ​ປະມານ​ສອງ​ພັນ​ນຶ່ງ​ຮ້ອຍ​ຄົນ​ທີ່​ຖືກຣັຖບານທະຫານ​ມຽນມາກັກ​ຂັງໄວ້​ຢູ່ນັ້ນ.

ພັກ​ສັນນິບາດ​ແຫ່ງ​ຊາດເພື່ອ​ປະຊາທິປ​ໄຕ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ​ໄດ້​ຮັບ​ໃຊຊະນະ​ໃນ​ການ​ເລືອກ​ຄັ້ງ​ລ່າ​ສຸດ​ເມື່ອ​ປີ 1990 ​ແຕ່ຣັຖບານ​ທະຫານ​ມຽນມາ​ບໍ່​ຍອມຮັບ​ຮູ້​ຜົນ​ການ​ເລືອກ​ຕັ້ງ​ຄັ້ງ​ນັ້ນ​. ການ​ເລືອກຕັ້ງ​ທົ່ວ​ປະ​ເທດ​ຄັ້ງໃໝ່​ຈະ​ຈັດ​ໃຫ້​ມີ​ຂື້ນ​ໃນ​ປີໜ້າ​ນີ້ ຊຶ່ງ​ກໍ​ມີ​ທ່າ​ທາງ​ວ່າທ່ານ​ນາງ​ອອງຊານຊູ​ຈີ​ ຄົງບໍ່​ສາມາດ​ທີ່​ຈະ​ໄປ​ອອກສຽງໄດ້ ຖ້າ​ຫາກ​ທ່ານ​ນາງ​ຍັງ​ຄົງ​ຖືກ​ຣັຖບານ​ຄວບ​ຄຸມ​ຕົວໄວ້ຢູ່​. ​ ຣັຖະ​ທຳ​ມະນູນ​ທີ່​ໄດ້ເປັນຫົວ​ຂໍ້​ໂຕ້​ແຍງຖົກ​ຖຽງ​ກັນ​ ​ແລະ​ຮັບຮອງ​ເອົາ​ໃນ​ການ​ລົງປະຊາ​ມະຕິ​ແບບ​ຈອມ​ປອມ​ເພື່ອ​ປີກາຍ​ນີ້ ກໍອາດຈະຫ້າມບໍ່ໃຫ້​ທ່ານ​ນາງ​ມີ​ສິດເຂົ້າ​ສະມັກ​ເລືອກຕັ້ງ​ໄດ້.

ທ່ານ​ນາງ​ອອງຊານ​ຊູ​ຈີ ຄວນ​ຖືກ​ປ່ອຍ​ໂຕ​ໂດຍ​ທັນທີ. ການ​ກັກ​ໂຕ​ທ່ານ​ນາງຊື່​ງບໍ່​ຍຸດຕິ​ທຳ​ຢູ່​ແລ້ວນັ້ນ ​ໄດ້​ມີ​ມາ​ເປັນ​ເວລາ​ດົນ​ນານ​ເກີນ​ໄປ​ແລ້ວ

XS
SM
MD
LG