ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳກະບົດສີລັງກາເສັຍຊີວິດ


ທີ່ສີລັງກາ: ສະຖານີ​ໂທຣະພາບ​ແຫ່ງ​ຊາດ​ສີ​ລັງກາ​ໄດ້​ປະກາດ​ໃຫ້​ຊາບ​ວ່າ ທ່ານ Velupillai Prabhakaran ຜູ້ນຳ​ພວກ​ກະບົດ​ເສືອ​ທະ​ມິນ​ໄດ້​ເສັຍ​ຊີວິດ​ແລ້ວ. ​ລາຍ​ງານຂ່າວສື່​ມວນ​ກ່ອນ​ໜ້າ​ນີ້​ກ່າວ​ວ່າ ທ່ານ Prabhakara ​ໄດ້​ຖືກ​ຂ້າ​ຕາຍ​ ໃນ​ຂະນະ​ທ່ີ​ຜູ້ກ່ຽວ​ກຳລັງ​ພະຍາຍາມ​ເອົາ​ໂຕ​ຫລົບໜີ ຈາກ​ເຂດ​ສົງຄາມ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ໃນ​ລົດ​ໂຮງໝໍ​ຄັນ​ນຶ່ງ. ບັນດາ​ນາຍ​ທະຫານ​ສີ​ລັງກາ ກ່າວ​ວ່າທ່ານ Prabhakaran​ ເສັຍ​ຊີວິດພ້ອມ​ກັບ​ຜູ້​ຮອງ​ຂັ້ນສູງ​ສຸດ​ ​2 ​ຄົນ. ແຫ​ລ່ງຂ່າວ​ຈາກ​ທຳນຽບປະທານາທິບໍດີ ມາ​ຮິນ​ດາ ຣາຊາ​ພັກ​ ທີ່​ໃຫ້​ຂ່າວກັບວິທຍຸ​ວີ​ໂອ​ເອໂດຍ​ມີ​ເງື່ອນ​ໄຂ​ບໍ່​ໃຫ້ບອກ​ຊື່ ​ເວົ້າ​ວ່າ ຈະ​ມີ​ການ​ປະກາດໃຫ້​ຮູ້ຢ່າງ​ເປັນ​ທາງ​ການ​ຫລັງ​ຈາກ​ມີ​ການ​ຢັ້ງຢືນ​ໂຕ​ຜູ້ກ່ຽວ​ໄດ້ຄັກ​ແນ່​ແລ້ວ. ພ້ອມ​ດຽວ​ກັນ ໃນ​ວັນ​ຈັນ​ມື້​ນີ້ ຫົວໜ້າ​ກອງທັບ​ສີ​ລັງກາ ກໍ​ໄດ້ປະກາດຂ່າວການ​ສິ້ນ​ສຸດ​ລົງ​ຂອງການປະຕິບັດ​ງານ​ການ​ສູ້ຣົບ ທີ່ໄດ້​ຍັງ​ຜົນໃຫ້​ໝົດ​ທັງປະ​ເທດ​ກັບຄືນ​ມາຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ ຂອງຣັຖບານ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ 1983 ​ເປັນ​ຕົ້ນ​ມາ.
ທີ່ເກົາຫລີ: ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ເກົາຫລີຣັຖມຸນຕີ​ທ້ອນ​ໂຮມແຫລມ​ເກົາຫລີ​ ຂອງເກົາຫລີ​ໃຕ້ ຮຽກຮ້ອງ​ໃຫ້​ເກົາຫລີ​ເໜືອ​ກັບ​ຄືນ​ສູ່ໂຕະ​ເຈຣະຈາ​ກັນ​ອີກ ແລະ​ໃຫ້​ຢຸດ​ທຳ​ການ​ຂົ່ມຂູ່​ທ່ີ​ຈະ​ອັດເຂດອຸດສາຫະກັມ​ຮ່ວມກັນລົງ ຊຶ່ງ​ຕັ້ງ​ຢູ່​ເໜືອ​ເຂດ​ຊາຍ​ແດນ​ຂອງເກົາຫລີ​ໃຕ້​ຂຶ້ນ​ໄປ​ນັ້ນ​. ທ່ານ Hyun In-taek ຣັຖມຸນຕີ​ທ້ອນ​ໂຮມ​ແຫລມ​ເກົາຫລີ​ ກ່າວ​ຕໍ່ກອງ​ປະຊຸມ​ສັມມະ​ນາ​ບັນດາ​ນັກ​ຊ່ຽວຊານ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເຂດ​ອຸດສາຫະກັມ​ຮ່ວມ Kaesong ກຳລັງຕົກ​ຢູ່​ໃນ​ວິ​ກິດ​ການ​. ຝ່າຍ​ເກົາຫລີ​ເໜືອ​ໄດ້​ປະ​ກາດ​ໃຫ້​ຮູ້​ໃນ​ວັນ​ສຸກ​ຜ່ານ​ມາ​ວ່າ ຕົນ​ຈະລົບ​ລ້າງ​ ສັນຍາ​ຕ່າງໆ​ທ່ີ​ເຊັນ​ກັບ​ພວກ​ບໍລິສັດ​ເກົາຫລີ​ໃຕ້​ ທີ່ດຳ​ເນີນ​ການ​ຢູ່​ໃນເຂດ​ອຸດສາຫະກັມ Kaesong ​ນັ້ນ ແລະ​ວ່າ​ຕົນ​ຈະ​ຂຽນ​ກົດ​ລະບຽບ​ໃໝ່ອອກ​ມາ ​ກ່ຽວ​ກັບ​ການ​ຄວບ​ຄຸມ​ຄ່າ​ຈ້າງ​ເງິນ​ເດືອນ ການ​ເຊົ່າ​ແລະ​ການເສັຍ​ພາສີ ຊຶ່ງ​ທາງຣັຖບານ​ກຸງ​ພຽງ​ຢ້າງກ່າວ​ວ່າ ທາງ​ເກົາຫລີໃຕ້​ ຈະ​ຕ້ອງ​ຮັບ​ເອົາ​ເງື່ອນ​ໄຂ​ໃໝ່ ຫລື​ບໍ່​ດັ່ງ​ນັ້ນ​ ກໍຈະ​ຕ້ອງ​ຖອນອອກຈາກ​ ເຂດ​ນີ້​ໄປ.
ທີ່ມຽນມ້າ : ທະນາຍຄວາມ​ຄົນ​ນື່ງຂອງ​ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້ນຳ​ຝ່າຍຄ້ານ​ໃນ​ມຽນມ້າ ກ່າວ​ວ່າ ການ​ດຳ​ເນີນ​ຄະດີ​ທ່ານ​ນາງ ​ໃນ​ຂໍ້​ຫາ​ລະ​ເມີດ​ເງື່ອນ​ໄຂໃນ​ການ​ກັກ​ບໍລິ​ເວນທ່ານນາງ​ນັ້ນ ​ໄດ້​ອັດ​ລົງ​ແລ້ວ​ສຳລັບ​ມື້​ນີ້ ​ແລະ​ຈະ​ໄຂ​ຂຶ້ນ​ຄືນ​ໃໝ່​ໃນ​ວັນ​ອັງຄານ​ມື້​ອື່ນ.ທ່ານ​ນາງ​ອອງຊານ​ຊູ​ຈີ ​ແລະ​ຜູ້​ຊ່ອຍ​ວຽກ​ທ່ານ​ນາງ​ອີກ 2 ຄົນ​ຖືກ​ກ່າວ ຫາ ຫລັງ​ຈາກ​ຜູ້​ຊາຍອະ​ເມຣິກັນ ນາຍ John Yettaw ລອຍ​ຂ້າມ​ທະ​ເລ​ສາບ​ ແລ້ວ​ລັກລອບ​ເຂົ້າ​ໄປ​ຢູ່​ໃນ​ບ້ານ​ພັກ​ຂອງ​ທ່ານນາງ​. ຖ້າ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແທ້ ທ່ານ​ນາງກໍ​ຈະ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ຈຳ​ຄຸກ​ເຖິງ 5 ປີ​ໄດ້. ກ່ອນ​ການ​ດຳ​ເນີນ​ຄະດີ​ໃນ​ວັນ​ຈັນ​ມື້​ນີ້ ບັນດາ​ເຈົ້າ​ໜ້າ​ທ່ີ​ມຽນມ້າ​ ໄດ້​ຮັດ​ເຄັ່ງ​ການ​ຮັກສາ​ຄວາມ​ປອດ​ໄພ​ຂຶ້ນ​ໃນ​ເຂດ​ອ້ອມ​ແອ້ມ​ຄຸກ Insein ​ໃນ​ຂະ​ນ​ະທ່ີ​ພວກຄັດຄ້ານຣັຖບານ​ຫລາຍ​ຄົນ​ ພາກັນ​ໂຮມ​ຊຸມນຸມທຳ​ການ​ປະ​ທ້ວງ​ຢ່າງ​ສັນຕິ​ຢູ່​ຕໍ່ໜ້າຄຸກ. ພວກນັກ​ການ​ທູດ​ຈາກ​ອອສ​ເຕຣ​ເລັຍ​ແລະ​ສະຫະພາບ​ຢູ​ໂຣບ ທີ່​ຢາກ​ເຂົ້າ​ໄປ​ເບິ່ງ​ການ​ດຳ​ເນີນ​ຄະດີ ຖືກ​ຫ້າມບໍ່​ໃຫ້​ເຂົ້າ​ໄປ​ໃນ​ຄຸກ ​ແຕ່​ເຈົ້າໜ້າ​ທີ່​ກົງ​ສູນ​ຂອງ​ສະຫະຣັດ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໄດ້ ​ເພາະວ່ານາຍ John Yettaw ຊື່​ງ​ເປັນ​ພົນລະເມືອງ​ອາ​ເມ​ລິ​ກັນ ກໍກຳລັງ​ຖືກ​ດຳ​ເນີນ​ຄະດີ​ເຊ່ນ​ກັນ.ທະນາຍຄວາມ​ຄົນ​ນື່ງຂອງ​ທ່ານ​ນາງ​ອອງ ຊານ ຊູ​ຈີ ຜູ້ນຳ​ຝ່າຍຄ້ານ​ໃນ​ມຽນມ້າ ກ່າວ​ວ່າ ການ​ດຳ​ເນີນ​ຄະດີ​ທ່ານ​ນາງ ​ໃນ​ຂໍ້​ຫາ​ລະ​ເມີດ​ເງື່ອນ​ໄຂໃນ​ການ​ກັກ​ບໍລິ​ເວນທ່ານນາງ​ນັ້ນ ​ໄດ້​ອັດ​ລົງ​ແລ້ວ​ສຳລັບ​ມື້​ນີ້ ​ແລະ​ຈະ​ໄຂ​ຂື້ນ​ຄືນ​ໃໝ່ ​ໃນ​ວັນ​ອັງຄານ​ມື້​ອື່ນ.ທ່ານ​ນາງ​ອອງຊານ​ຊູ​ຈີ ​ແລະ​ຜູ້​ຊ່ອຍ​ວຽກ​ທ່ານ​ນາງ​ອີກ 2 ຄົນ​ຖືກ​ກ່າວ ຫາ ຫລັງ​ຈາກ​ຜູ້​ຊາຍອະ​ເມຣິກັນ ນາຍ John Yettaw ລອຍ​ຂ້າມ​ທະ​ເລ​ສາບ​ ແລ້ວ​ລັກລອບ​ເຂົ້າ​ໄປ​ຢູ່​ໃນ​ບ້ານ​ພັກ​ຂອງ​ທ່ານນາງ​. ຖ້າ​ຖືກ​ຕັດ ສິນ​ວ່າ​ມີ​ຄວາມ​ຜິດ​ແທ້ ທ່ານ​ນາງກໍ​ມີ​ສິດ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ຈຳ​ຄຸກ​ເຖິງ 5 ປີ​ໄດ້. ກ່ອນ​ການ​ດຳ​ເນີນ​ຄະດີ​ໃນ​ວັນ​ຈັນ​ມື້​ນີ້ ບັນດາ​ເຈົ້າ​ໜ້າ​ທ່ີ​ມຽນມ້າ​ ໄດ້​ຮັດ​ເຄັ່ງ​ການ​ຮັກສາ​ຄວາມ​ປອດ​ໄພ​ຂຶ້ນ​ໃນ​ເຂດ​ອ້ອມ​ແອ້ມ​ຄຸກ Insein ​ໃນ​ຂະ​ນ​ະທ່ີ​ພວກຄັດຄ້ານຣັຖບານ​ຫລາຍ​ຄົນ​ ພາກັນ​ໂຮມ​ຊຸມນຸມທຳ​ການ​ປະ​ທ້ວງ​ຢ່າງ​ສັນຕິ​ຢູ່​ຕໍ່ໜ້າຄຸກ. ພວກນັກ​ການ​ທູດ​ຈາກ​ອອສ​ເຕຣ​ເລັຍ​ແລະ​ສະຫະພາບ​ຢູ​ໂຣບ ທີ່​ຢາກ​ເຂົ້າ​ໄປ​ເບິ່ງ​ການ​ດຳ​ເນີນ​ຄະດີ ຖືກ​ຫ້າມບໍ່​ໃຫ້​ເຂົ້າ​ໄປ​ໃນ​ຄຸກ ​ແຕ່​ເຈົ້າໜ້າ​ທີ່​ກົງ​ສູນ​ຂອງ​ສະຫະຣັດ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໄດ້ ​ເພາະວ່ານາຍ John Yettaw ຊື່​ງ​ເປັນ​ພົນລະເມືອງ​ອະ​ເມ​ລິ​ກັນ ກໍກຳລັງ​ຖືກ​ດຳ​ເນີນ​ຄະດີ​ເຊັ່ນ​ກັນ.
ທີ່ອິຣັກ: ການ​ເລືອກຕັ້ງ​ຄັ້ງຕໍ່​ໄປຂອງ​ອິຣັກ ຈະ​ມີ​ຂຶ້ນ​ໃນ​ວັນ​ທີ30 ເດືອນ​ມັງກອນ​ ​ປີ2010.
ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ກ່າວ​ໃນ​ວັນຈັນ​ມື້​ນີ້​ວ່າ ສານຣັຖບານ​ກາງ​ອິຣັກ​ໄດ້​ກຳນົດ​ເວລາ​ການ​ເລືອກ​ຕັ້ງ​ດັ່ງກ່າວ​ ເພື່ອ​ຕອບ​ສນອງ​ຕໍ່​ຄຳ​ຮຽກຮ້ອງ​ຂອງ​ສະພາ​ແຫ່ງ​ຊາດ​ ທ່ີ​ປະກອບ​ດ້ວຍ​ສະມາຊິກ 275 ທ່ານ​ນັ້ນ. ການ​ເລືອກ​ຕັ້ງແຫ່ງ​ຊາດ​ຊຸດ​ໜ້າ​ນີ້ ຈະ​ເປັນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງທີ​ສອງ​ຂອງ​ອິຣັກ ນັບ​ແຕ່​ອະດີດ​ຜູ້​ຜະ​ເດັດ​ການ ຊັດ​ດັມຮູ​ສ​ເຊ​ນ ​ໄດ້ຕົກ ຈາກ​ອຳນາດ​ໄປ​ເມື່ອ 6 ປີຜ່ານມາ. ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອິຣັກ​ເທື່ອ​ແລ້ວ​ນີ້​ ມີ​ຂຶ້ນ​ໃນ​ເດືອນ​ທັນວາ​ປີ2005 ​ເວລາ​ພວກ​ປະຊາຊົນຜູ້​ມີ ສິດ​ເລືອກ​ຕັ້ງ ປ່ອນ​ບັດເລືອກ​ເອົາພວກ​ສະມາຊິກ​ຂອງ​ພັກ​ປະສົມ​ທີ່ນັບຖືນິກາຍ​ຊີ​ໄອ ​ເຂົ້ານັ່ງ​ໃນ​ສະພາເປັນສ່ວນຫລາຍນັ້ນ.
ທີ່ອັຟການີສຖານ: ນ້ອງ​ຊາຍ​ຂອງ​ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສຖານ ກ່າວ​ວ່າ ທ່ານ​ລອດ​ຊີວິດຈາກ​ການ​ດັກ​ໂຈມ​ຕີ​ຕໍ່​ຂະ​ບວນລົດຂອງ​ທ່ານ​ ໃນ​ວັນ​ຈັນ​ມື້​ນີ້ ​ແຕ່ຜູ້​ອາຣັກຂາ​ຄົນ​ນຶ່ງ​ຂອງ​ທ່ານເສັຍ​ຊີວິດ. ທ່ານ Ahmad Wali Karzai ກ່າວ​ວ່າ ທ່ານ​ກຳລັງ​ເດີນທາງ​ມາຈາກ​ ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ​ ​ໄປຍັງ​ນະຄອນຫລວງ ​ຄາ​ບູລ ​ເວລາ​ຖືກ​ໂຈມ​ຕີ​ນັ້ນ. ບໍ່​ເປັນ​ທ່ີ​ຈະ​ແຈ້ງ​ວ່າ​ຜູ້​ໃດ​ຢູ່​ເບື້ອງ​ຫລັງ​ຂອງການ​ ໂຈມ​ຕີ ​ແຕ່​ເວລາ​ນີ້​ອັຟກາ​ນິສຖານ​ກຳລັງ​ຕົກຢູ່​ໃນ​ທ່າມກາງການກະບົດ ​ຂອງພວກກຸ່ມ​ຕາ​ລີ​ບັນ ທ່ີ​ທະວີ​ຄວາມ​ຮ້າຍ​ແຮງ​ຂື້ນ​ນັບ​ມື້ .

XS
SM
MD
LG