ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Laos-Vietnam Relations


ການ​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ໂດຍ ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິ​ບັດ​ລາວ ​ແລະ ປະ​ທານ​ປະ​ເທດ​ລາວ​ໃນ​ຊ່ວງ​ທ້າ​ຍ​ເດືອນ​ເມສາ​ ທີ່​ຜ່ານ​ມານີ້ ​ໄດ້​ສິ້ນສຸດ​ລົງ​ດ້ວຍ​ການ​ຕົກລົງ​ຮ່ວມ​ກັນ​ກັບ ເລຂາທິການ​ໃຫຍ່​ພາກ​ຄອມມີວນິສຫວຽດນາມ ​ແລະ ປະ ທານ​ປະ​ເທດ​ຫວຽດນາມ​ວ່າ ທັງ​ສອງ​ຝາຍ​ຈະ​ສືບຕໍ່​ເສີມ​ສ້າງສາ​ຍ ພົວພັນ​ຮ່ວມ​ມື ​ແລະ ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ກັນ​ຕໍ່​ໄປ​ຢ່າງ​ບໍ່ຢຸດ​ຢັ້ງ ດ້ວຍ​ການ​ແນ່ໃສ່ການ​ເສີມ​ຂະຫຍາຍ​ຄວາມ​ຮ່ວມ​ມື​ຢ່າງ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ​ແລະ ສອງ​ພັກລວມ​ໄປ​ເຖິງການ​ພັດທະນາ​ປະ​ເທດ​ຊາດ​ຮ່ວມ​ກັນ​ຢ່າງ​ໃກ້ຊິດ ​ແລະ ຢ່າງ​ຍືນ​ຍົງ​ອີກ​ດ້ວຍ. ​

ໃນລະຫວ່າງ​ການ​ເດີນທາງ​ຢ້ຽມຢາມຫ​ວຽດນາມ​ໃນ​ຄັ້ງດັ່ງກ່າວ​ນີ້ ທ່ານ ຈູມ​ມະ​ລີ ພ້ອມ​ດ້ວຍ ທ່ານ ໜ໊ອງ ດຶກ​ແມງ, ​ເລຂາທິການໃຫຍ່​ພັກ​ຄອມມີວນິສ ຫວຽດນາມ ຍັງ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພະຍາ​ໃນ​ພິທີ​ການ​ລົງ​ນາມ​ໃນ​ສັນຍາ ​ແລະ ຂໍ້​ຕົກລົງ​ຕ່າງໆ ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ຫວຽດນາມ​ຈຳນວນ​ຫລາຍ​ສະບັບ ​ໂດຍ​ທີ່​ສຳຄັນ​ນັ້ນກໍ​ຄື ສັນຍາ​ວ່າ​ດ້ວຍ​ການ​ສ້າງເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ຍວດຍານ​ພາຫະນະ​ໃນ​ການ​ຂົນ​ສົ່ງ​ທາງບົກ​ຜ່ານແດນ, ສັນຍາ​ວ່າ​ດ້ວຍ​ສຳ​ຫລວດ​ແຮ່​ເກືອ ຢູ່​ແຂວງ​ສະຫວັນ​ນະ​ເຂດ, ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈຮ່ວມ​ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ທາງ​ດ້ານ​ສຸກຂະ​ອາ​ນະ​ໄມ​ຂອງ​ພືດ ​ແລະ ສັດ ​ແລະ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຮ່ວມ ກ່ຽວກັບ​ຄວາມ​ຮ່ວມ​ມື​ໃນ​ດ້ານ​ການ​ບິນ​ພົນລະ​ເຮືອນ​ເປັນຕົ້ນ.

ຍິ່ງ​ໄປ​ກວ່າ​ນັ້ນ ທັງ​ສອງຝ່າຍ​ຍັງ​ໄດ້​ວາງ​ເປົ້າໝາຍທີ່​ຈະ​ຊຸກ​ຍູ້ເພື່ອເພີ້ມມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກັນ​ໃຫ້​ເຖິງ 1 ພັນ​ລ້ານ​ໂດ​ລ້າ​ສະຫະຣັດ​ໃຫ້​ໄດ້ ​ແລະ ພ້ອມ​ກັນນີ້ ກໍ​ຈະ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຫວຽດນາມ​ໃຫ້​ໄດ້​ເຖິງ 2 ພັນ​ລ້ານ​ໂດ​ລ້າ​ສະຫະຣັດ ພາຍ​ໃນ​ປີ 2010 ​ໃຫ້​ໄດ້​ອີກ​ດ້ວຍ. ​ສຳລັບ​ໃນ​ປີ 2008 ທີ່​ຜ່ານ​ມາ ລາວ ​ແລະ ຫວຽດນາມ​ມີ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກັນ ຄຶດ​ເປັນ​ມູນ​ຄ່າ​ລວມ 423 ລ້ານລ້ານ​ໂດ​ລ້າ​ສະຫະລັດ ຊຶ່ງ​ເພີ້ມຂຶ້ນຈາກ​ປີ 2007​ ຄຶດ​ເປັນອັດຕາສະ​ເລ່ຍ​ເຖິງ​ 44% ​ໂດຍ​ລາວ​ເປັນ​ຝ່າຍ​ໄດ້​ປຽບດຸນ​ການ​ຄ້າ ​ໃນ​ມູນ​ຄ່າ​ລວມ​ເຖິງ​ປະມານ 123 ລ້ານ​ໂດ​ລ້າ​ສະຫະຣັດ. ສ່ວນ​ການ​ລົງທຶນ​ຂອງ​ຫວຽດນາມ​ໃນ​ລາວ​ນັ້ນ ກໍ​ປະກົດ​ວ່າໃນປີ 2008 ທີ່​ຜ່ານ​ມາ ຫວຽດນາມ​ໄດ້​ລົງທຶນ​ໃນ​ລາວ​ຫລາຍ​ທີ່​ສຸດ ​ເມື່ອ​ທຽບ​ໃສ່​ກັບປະ​ເທດ​ອື່ນໆ ທີ່​ໄດ້​ລົງທຶນ​ໃນ​ລາວ​ໃນ​ໄລຍະ​ດຽວກັນ ຊຶ່ງ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້ຫ​ວຽດນາມ​ມີ​ມູນ​ຄ່າ​ການ​ລົງທຶນ​ໃນ​ລາວ​ທັງໝົດລວມຫລາຍ​ກວ່າ 1.980 ລ້ານລ້ານ​ໂດ​ລ້າ​ສະຫະຣັດ ຈາກ​ການ​ລົງທຶນ​ໃນ 179 ​ໂຄງການ ​ໂດຍ​ລວມ​ໄປ​ເຖິງການ​ລົງທຶນ​ສ້າງ​ເຂື່ອນ​ຜະຫລິດ​ກະ​ແສ​ໄຟຟ້າຢູ່​ໃນ​ເຂດ​ແຂວງ​ພາກໃຕ້​ຂອງ​ລາວ​ຈຳນວນ​ເຖິງ 7 ​ໂຄງການ ​ດ້ວຍ ຊຶ່ງ​ກໍ​ຄື ​ໂຄງການ​ເຂື່ອນເຊກະໝານ III, ໂຄງການ​ເຂື່ອນເຊກະໝາມ IV, ໂຄງການ​ເຂື່ອນເຊກອງ​ III IV ​ແລະ V ລວມ​ໄປ​ເຖິງ ໂຄງການ​ເຂື່ອນຕາກ​ລານ ​ແລະ ໂຄງການ​ເຂື່ອນຫ້ວຍ​ລຳ​ພັນອີກ​ດ້ວຍ. ສຳລັບ​ໃນ​ປີ 2009 ນີ້ ທາງ​ການ​ລາວ​ກໍ​ເຊື່ອໝັ້ນວ່າ ການ​ລົງທຶນ​ຂອງ​ຫວຽດນາມ​ໃນ​ລາວ​ກໍ​ຍັງ​ຄົງ​ເພີ້ມຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍໂຄງການ​ລົງທຶນ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ເວລາ​ນີ້ຢູ່​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ການ​ພັດທະນາ​ເຂດນິຄົມ​ອຸດສາຫະກຳ, ການ​ກະ​ເສດ, ​ແລະ ​ເຂດ​ການ​ຄ້າ ຢູ່​ໃນ​ເຂດ​ທ່າ​ນາ​ແລ້ງ ບ້ານ​ດົງ​ໂພ​ສີ ບົນ​ເນື້ອທີ່​ກວ້າ​ງກວ່າ 2.000 ​ເຮັກ​ຕ້າ​ ທີ່​ຕໍ່​ເນື່ອງ​ກັບ​ສະຖານ​ນີລົດ​ໄຟ​ທ່າ​ນາ​ແລ້ງ​ນັ້ນ​ເອງ.

ສ່ວນ​ໃນ​ດ້ານ​ການ​ຄ້ານັ້ນ ກໍ​ຈະ​ເພີ້ມສູງ​ຂຶ້ນ​ເຊັ່ນ​ດຽວກັນ ​ໂດຍ​ໃນ​ຊ່ວງ​ຕົ້ນປີນີ້ກໍ​ປະກົດ​ວ່າ ການ​ຄ້າ​ລະຫວ່າງ​ລາວກັບ​ຫວຽດນາມ​ໄດ້ເພີ້ມຂຶ້ນຈາກ​ໃນ​ໄລຍະ​ດຽວກັນ​ຂອງ​ປີ​ກາຍ​ແລ້ວ ຄຶດ​ເປັນອັດຕາ​ສ່ວນ​ເຖິງ 58% ດັ່ງ​ທີ່​ເຈົ້າໜ້າທີ່​ລະດັບ​ສູງ​ໃນ​ກະຊວງ​ອຸດສະຫະກຳ ​ແລະ ການ​ຄ້າ​ຂອງ​ລາວ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ໃນ​ຕອນໜຶ່ງ ວ່າ:

ຫວຽດນາມ​ກໍ​ໄດ້​ຊ່ວຍທາງ​ດ້ານ​ກະສິກຳ ​ເປັນຕົ້ນ ​ແມ່ນການກໍ່ສ້າງ​ໂຄ່ງ​ຫລ່າ​ງຊົນ​ລະ​ປະ ທານ, ລະດັບ​ໃຫຍ່​ທີ​ສຸດ​ກໍ ​ໂຄງການດົງ​ໂພ​ສີລຽບ​ແຄມ​ຂອງ ​ເມືອ​ງຫາດ​ຊາຍ​ຟອງ, ມີ​ສອງ​ໂຄງການ ​ເຂົາ​ເອີ້ນ ​ໂຄງການ ດົງ​ໂພ​ສີ ໂຄງການທະ​ພະ-ໜອງພົງ ມັນ​ເກືອບ 2 ພັນ​ກວ່າ​ເຮັກຕ້າ ​ແລະ​ເຮັດ​ໃຫ້​ນະຄອນ​ຫວາງ​ວຽງຈັນນີ້ ຊິ​ບໍ່ອຶດ​ເຂົ້າ ອຶດ​ປາໃດ໋. ທາງ​ດ້ານ​ການ​ຄ້າ ມູນ​ຄ່າ​ການ​ຄ້າ​ລະຫວ່າງສອງປະເທດໄດ້ເພີ້ມຂຶ້ນ ມັນ​ເປັນ​ບາດກ້າວ​ທີ່​ດີ ເພີ້ມຂຶ້ນປີ​ກາຍ​ນີ້ 58%.

ຊົງຣິດ ​ໂພນ​ເງິນ ລາຍ​ງານ​ຈາກ​ບາງກອກ ​ໃນ​ວັນ​ທີ 15 ​ພຶດສະ​ພາ 2009

XS
SM
MD
LG