ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດສົ່ງເສີມການຄ້າເສລີ


<!-- IMAGE -->

ໃນ​ຂະນະ​ທີ່​ໂລກ​ກຳລັງ​ປະ​ເຊີນ​ກັບ​ສະພາວະ​ເສດຖະກິດ​ຕົກ​ຕ່ຳ​ຢ່າງ​ ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ​ເກືອບນຶ່ງ​ສັດຕະວັດ​ນັ້ນ ການ​ສືບ​ຕໍ່​ຮັກສາ​ໃຫ້​ມີ​ການ​ແລກ ປ່ຽນຊື້ຂາຍ​ສິນຄ້າ​ລະ​ວ່າງ​ກັນຕໍ່ໄປ​ ເລື້ອຍໆໃນ​ເວລານີ້ ບາງທີ​ກໍແມ່ນອາດ ຈະມີ​ຄວາມ​ສຳຄັນ​ຫລາຍ​ກວ່າໃນ​ເວລາ ໃດໆ​ຜ່ານມາ. ການ​ຄ້າ​ແມ່ນ​ເປັນ​ປັດ​ໃຈ​ຫລັກ​ຂອງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ການ​ເປີດ ຕລາດ​ກັບ​ພວກ​ປະ​ເທດ​ອື່ນໆ​ເພື່ອ​ແລກປ່ຽນ​ກັບ​ການໄດ້​ເຂົ້າ​ເຖິງ​ແລະຊົມ​ໃຊ້ ​ສິນຄ້າ​ແລະ​ການ​ບໍລິການ​ຢູ່​ໃນ​ປະ​ເທດ​ເຫລົ່ານັ້ນ ​ສາມາດ​ສ້າງວຽກງານທີ່​ຈ່າຍ​ຄ່າ​ຈ້າງ​ຫລື​ໃຫ້​ເງິນ​ເດືອນຫລາຍ​ກ່ວາ​ເກົ່າ​ ແກ່ພວກຄົນ​ງານ ​ທັງສ້າງ​ຕັ້ງ​ທຸລະ​ກິດ​ຂນາດ​ໃຫຍ່ແລະ​ນ້ອຍ ​ແລະ​ພ້ອມ​ດຽວກັນ​ກໍ​ສົ່ງ​ເສີມ​ເສດຖະກິດ​ຂອງ​ປະ​ເທດຕ່າງໆໃຫ້​ຈະ​ເລີ​ ນກ້າວໜ້ານຳ​ອີກ.​

ໃນ​ຂະນະ​ທີ່ມີ​ບາງ​ປະ​ເທດ​ ທີ່​ແກ້​ໄຂ​ບັນຫາ​ເສ​ດຖະກິດ​ຖົດຖອຍໃນ​ປະ​ເທດ​ຂອງ​ພວກ​ຕົນ ​ໂດຍ​ການ​ຕັ້ງຂໍ້​ຈຳ​ກັດ​ຕ່າງໆ​ຕໍ່​ການຄ້າ​ເພື່ອ​ປົກປ້ອງວຽກງານ​ແລະ​ທຸລະ​ ກິດພາຍ​ໃນ​ປະ​ເທດນັ້ນ ​ເຈົ້າ ໜ້າ​ທີ່ເຈລະຈາ​ການຄ້າ​ລະດັບ​ສູງສຸດ​ຂອງ​ສະຫະຣັດ ເອກ​ອັກຄະ​ລັດ​ຖະ​ທູດ Ron Kirk ​ກ່າວ​ວ່າ ​ເວລາ​ນີ້​ບໍ່​ແມ່ນ​ເວລາ​ທີ່​ພວກ​ເຮົາ​ຈະ​ຫັນໜ້າເຂົ້າເບິ່ງ​ແຕ່​ພາຍ​ໃນ​ປະ​ເທດ​ຂອງ​ຕົນ​ເອງ.

ໃນ​ຄຳ​ປາ​ໃສ​ກ່ຽວ​ກັບ​ນະ​ໂຍບາຍ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ ນັບ​ຕັ້ງ​ແຕ່​ເຂົ້າຮັບ​ຕຳ​ແນ່​ງ ທ່ານ Kirk ຜູ້ແທນການ​ຄ້າ​ສະຫະຣັດກ່າວ​ວ່າສະຫະຣັດ ​ອາ​ເມ​ລິ​ກາ ແມ່ນ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ການ​ຈົບ​ລົງ​ຢ່າງ​ສຳ​ເລັດ​ຜົນ​ຂອງ​ການເຈ​ລະ​ຈາການ​ຄ້າ​ໂລກ ທີ່​ໄດ້​ຕົກຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາໃນ​ປີກາຍ​ນີ້ ​ແລະ​ພ້ອມ​ທີ່​ຈະ​ປະຕິບັດ​ງານ​ກັບ​ບັນດາປະ​ເທດ​ພາຄີ​ການ​ຄ້າ​ໃນ​ທົ່ວໂລກ ​ໄປ​ສູ່​ແຜນ​ປະຕິບັດ​ງານ​ດ້ານ​ການ​ຄ້າ​ທີ່​ມີ​ຄວາມ​ເຂັ້ມ​ແຂງຮັບຜິດຊອບ ​ແລະກ້າວໜ້າ​.

ທ່ານ​ Ron Kirk ຜູ້ແທນການ​ຄ້າ​ສະຫະຣັຖ ກ່າວ​ຕໍ່​ກຸ່ມ​ນື່ງທີ່​ມະຫາວິທະຍາໄລ Georgetown ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ ເມື່ອ​ໝໍ່ໆ​ມາ​ນີ້​ວ່າ ​ເວລາ​ນີ້​ບໍ່​ແມ່ນ​ເວລາ​ທີ່​ພວກ​ເຮົາຈະ​ທໍ້​ແທ້​ໃຈ​ຫລື​ຢ້ານ​ກົວ​ສິ່ງໃດໆ​ ​ແຕ່​ມັນ​ເປັນ​ເວລາ​ທີ່​ ພວກ​ເຮົາ​ຈະ​ຕ້ອງ​ຟື້ນ​ຟູ​ການ​ຄ້າ​ໂລກ​ໃຫ້​ໄດ້.

ເນື່ອງ​ຈາກ​ວ່າວິ​ກິດ​ການ​ເສດຖະກິດ​ທີ່​ກຳລັງ​ເກີດ​ຂື້ນ​ຢູ່​ໃນ​ເວລາ​ນີ້ ​ໄດ້ຍັງ​ຜົນ​ໃຫ້ການ​ສົ່ງ​ອອກ​ ຂອງ​ສະຫະຣັຖຕົກ​ຕ່ຳລົງ​ງ ເຖິງ 16 ​ເປີ​ເຊັນ ຈື່ງເຫັນໄດ້​ວ່າ ສະຫະຣັຖຈະ​ໄດ້​ຮັບຜົນ​ປະ​ໂຍດ​ໃນ​ການ​ສົ່ງ​ເສີມ​ການ​ ແລກປ່ຽນ​ສິນຄ້າທີ່​ເສຣີນັ້ນແຕ່​ຜົນ​ໄດ້ຜົນ​ເສັຍ ກໍສູງ​ຫລາຍ​ເຊ່ນ​ກັນຢູ່​ໃນ​ຫລາຍ​ໆ​ປະ​ເທດ​. ອິງ​ຕາມ​ທະນາຄານ​ໂລກ ຄາດ​ວ່າ​ການ​ເຕີບ​ໂຕຂອງເສ​ດຖະກິດ​ໂລກ​ຈະ​ຫົດ​ຕົວເຂົ້າ ນຶ່ງຈຸດ​ເຈັດເປີ​ເຊັນ​ໃນ​ປີ​ນີ້ ຊຶ່ງ​ເປັນການຫົດ​ຕົວ​ຫລາຍ​ປານ​ນັ້ນເທື່ອ​ທຳ​ອິດ ​ນັບ​ຕັ້ງ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ່ ສອງ. ຜົນ​ກະທົບຢູ່ໃນບັນດາປະ​ເທດກຳລັງ​ພັທະນາ ແມ່ນ​ຈະ​ຮ້າຍ​ແຮງຫລາຍກ່ວາ​ຢູ່​ໃນປະ​ເທດ​ທີ່​ຈະ​ເລີນ​ແລ້ວ ທັງ​ນີ້​ກໍ​ຍ້ອນ​ວ່າ ​ໂດຍ​ສ່ວນ​ໃຫຍ່ແລ້ວ ພວກປະ​ເທດ​ພວມ​ພັທະນາ ແມ່ນ​ຈະ​ອາ​ໃສ ​ລູກຄ້າ​ຕ່າງປະ​ເທດ​ ໃນດ້ານ​ວັດຖຸ​ດິບ​ຕ່າງໆ ​ເຊັ່ນນ້ຳມັນທ ທອງແດງແລະຄຳ ແລະກ​ກາງ​ຕໍ່ ນຳ ເງິນທີ່​ພົນລະ​ະເມືອງຂອງຕົນທີ່ໄປ​ປທຳ​ງານຢູ່​ໃນ​ຕ່າງປະ​ເທດ ສົ່ງ​ກັບ​ບຄືນ​ນເມືອໃຫ້ຍາດຕິ​ພີນ້ອງ​.

ທ່ານເອກ​ອັກຄະລັດຖະ​ທູດ Kirk ກ່າວ​ຕື່ມວ່າ ​ໃນ​ສະພາບ​ການທີ່​ກ່າວ​ມານີ້ ສະຫະຣັດກຳລັງ​ວາງ​ແຜນເຜີຍ​ແຜ່​ແນວ​ຄິດ​ໃໝ່​ກ່ຽວ​ກັບ​ການ​ຄ້າ​ ຊຶ່ງ​ທ່ານກ່າວ​ວ່າ ພວກ​ເຮົາ​ສາມາດ​ທີ່​ຈະເຮັດ​ໃຫ້ການ​ຄ້າ​ເປັນພາກ​ສ່ວນ​ ອັນສຳຄັນ​ທີ່​ສຸດ​ອັນ​ນຶ່ງ​ ຂອງອະນາຄົດ​ທີ່​ສົດ​ໃສ​ຂື້ນກ່ວາ​ເກົ່າ.

XS
SM
MD
LG