ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີສຣາແອລ ແລະ ຊີເຣຍ


<!-- IMAGE -->

ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ​ເຄີຍ​ຖະ​ແລງໄວ້​ຄັ້ງ​ນຶ່ງ​ວ່າ ເວລາ​ຕິດ​ຕໍ່​ພົວພັນ​ກັບຂົງ​ເຂດຕາ​ເວັນ​ອອກ​ກາງ​ນັ້ນ ພວກ​ເຮົາ​ຕ້ອງ​ຮັບ​ຮູ້ໄວ້​ສະ​ເມີວ່າ ພວກ​ເຮົາແມ່ນ​ຕ້ອງ​ມີ​ຍຸ​ທະ ວິ​ທີ​ໃນ​ລັກສະນະ​ທີ່ກວມ​ເອົາ​ທັງ​ໝົດ​ ທີ່ຮັບ​ຮູ້​ວ່າ​ບັນຫາ​ທັງ​ໝົດ​ເຫລົ່າ​ນີ້​ແມ່ນ​ເຊຶ່ອມ​ໂຍງ​ພົວພັນ​ກັນ. ​ເວົ້າ​ໃນ​ອີກ​ແງ່​ນື່ງ​ນັ້ນກໍ​ຄືວ່າຄວາມ​ກ້າວ​ໝ້າ​ທີ່ມີຂື້ນ​ຢູ່​ໃນ​ພາກສ່ວນ​ໃດ​ສ່ວນ​ນຶ່ງ​ຂອງ​ຂົງເຂດ​ນັ້ນ ​ແມ່ນ​ຈະ​ເປັນຕົວ​ຊຸກຍູ້​ຫລື​ເອື້ອ​ອຳນວຍ​ໃຫ້​ຂົງ​ເຂດ​ອື່ນ​ໆມີຄວາມ ກ້າວໜ້າຕໍ່ໆ​ກັນ​ໄປ ​ແລະ​ຄວາມ​ກ້າວໜ້າທີ່ວ່າ​ນີ້ກໍແມ່ນເລີ່​ມຈາກ​ການ​ສົນທະນາ​ປາ​ໃສ​ ຊຶ່ງ​ກັນ​ແລະ​ກັນ.

​ເມື່ອ​ເດືອນ​ມິຖຸນາ​ປີ 2008 ຜ່ານ​ມາ​ນີ້ ທັງ​ອີສຣາ​ແອ​ລ ​ແລະ​ຊີ​ເຣຍຕ່າງ​ກໍໄດ້​ປະ​ກາດ​ໃຫ້​ຮູ້ເຖິງ​ການ​ປະກອບສ່ວນ​ໃນ​ການ​ເຈລະ​ຈາ​ສັນຕິພາບ​ກັນ​ໂດຍທາງ​ອ້ອມ​ ທີ່ປະ​ເທດ​ເທີ​ກີ​ເປັນ​ຜູ້​ໄກ່​ເກັ່ຍ​ຂື້ນ​ ຊື່​ງສອງ​ປະ​ເທ​ດເພື່ອນບ້ານ​ດັ່ງກ່າວທີ່ບາງ​ເທື່ອ​ກໍ​ເປັນ​ຄູ່ປໍລະ​ປັກ​ກັນນັ້ນ ​ໄດ້ອອກ​ຖະ​ແລງ​ການ​ສະບັບ​ນື່ງ ​ປະກາດ​ໃຫ້​ຮູ້​ເຖິງ​ເຈດ​ຕະນາ​ຂອງ​ພວກ​ຕົນ ທີ່ຈະ​ທຳ​ການ​ເຈ​ລະ​ຈາ​ກັນ​ດ້ວຍ​ຄວາມ​ຊື່​ຕົງ ​ແລະຢ່າງເປີດ​ເຜີຍ​ຕໍ່​ກັນ ພ້ອມ​ກັບ​ທຳ​ການ​ສົນ​ທະ​ນາ​ຫາລືກັນ​ຢ່າງ​ຈິງ​ຈັງ​ແລະຕໍ່​ເນຶ່ອງ ​ເພື່ອ​ທີ່ຈະ​ໃຫ້​ບັນລຸ​ຂໍ້ຕົກລົງ​ສັນຕິພາບ​ອັນຄົບ​ຖ້ວນ​ສົມບູນ ທີ່ສອດຄ່ອງ​ກັບໂຄງ​ຮ່າງ​ທ່ີ​ໄດ້​ຕັ້ງ​ຂື້ນເມື່ອ​ປີ 1991ໃນ​ກອງ​ປະຊຸມ​ ທີ່ກຸງ Madrid ປະ​ເທດສະ​ເປ​ນນັ້ນ. ​ເວົ້າລວມ​ແລ້ວການ​ເຈລະຈາ​ກັນ​ໂດຍ​ທາງ​ອ້ອມລະ​ວ່າງ​ຊີ​ເຣຍກັບອີສຣາ​ແອ​ລ ​ແມ່ນ​ໄດ້​ມີ​ຂື້ນທັງ​ໝົດ​ 4ຮອບດ້ວຍ​ກັນໃນໄລຍະ​ນື່ງປີຜ່ານມາ.

<!-- IMAGE -->

ຢ່າງ​ໃດ​ກໍ​ຕາມ ​ເມື່ອ​ວັນ​ທີ່ 28 ​ເດືອນ​ທັນວາ ປີ2008 ຜ່ານ​ມາ ຊີ​ເຣຍ​ໄດ້ໂຈະ​ການ​ເຈລະຈາດັ່ງ​ກ່າວໄວ້ໃນ​ການເຄື່ອນ​ໄຫວ ຕອບ​ຕໍ່ການ​ປະຕິບັດງານທາງທະຫານ​ຂອງ​ອີສຣາ​ແອລຕໍ່​ທີ່​ໝັ້ນ​ຂອງ​ກຸ່ມຫົວ​ຮຸນ​ແຮງ​ຮາ​ມາສ​ໃນ​ເຂດ​ກາຊາ ​ຊື່​ງອີສຣາ​ແອ​ລ ໄດ້​ເປີດ​ສາກ​ທຳ​ການ​ໂຈມ​ຕີ​ໃນ​ທ້າ​ຍ​ເດືອນທັນວາ​ ປີ​ 2008 ເພື່ອ​ຕອບ​ໂຕ້​ຕໍ່​ການ​ທີ່ກຸ່ມ​ຮາ​ມາສຍິງ​ຈລວດ​ໃສ່​ເຂດທີ່​ມີ​ພົນລະ​ເຮືອນ​ອາ​ໃສ​ຢູ່ຂອງອີສຣາ​ແອ​ລກ່ອນ ​ແຕ່​ຢ່າງ​ໃດ​ກໍ ຕາມມັນເຖິງ​ເວລາ​ແລ້ວ​ທີ່ຊີ​ເຣຍແລະອີສຣາ​ແອ​ລຈະ​ຫັນ​ໜ້າກັບ​ມາ​ເຈລະຈາກັນຄືນໃໝ່

ສະຫະຣັຖ​ແມ່ນ​ສະ​ນັບ​ສະນຸນຢ່າງ​ແຂງ​ແຮງ ຕໍ່​ການ​ເຈລະຈາ​ສັນຕິພາບລະ​ວ່າງ ອີສຣາ​ແອລ​ແລະ​ຊີ​ເຣຍນັ້ນ. ທ່ານ​ນາງ Hillary Clinton ຣັຖມຸນຕຣີຕ່າງປະ​ເທດ​ສະຫະຣັຖ ກ່າວ​ວ່າ ຄວາມ​ສຳຄັນແຫ່ງ​ເສັ້ນທາງ​ຂອງການ​ດຳ​ເນີນຄວາມ​ພະຍາ ຍາມ​ເພື່ອ​ສັນຕິພາບ​ຄັ້ງ​ນີ້ ​ແມ່ນ​ບໍ່​ສາມາດ​ທີ່ຈະ​ກ່າວ​ອອກ​ມາ​ໄດ້​ຢ່າງພຽງ​ພໍ. ສັນຕິພາບ​ລະ​ວ່າງ​ຊີ​ເຣຍ ກັບ ອີສຣາ​ແອ​ລ ການ​ມີ​ຄວາມສຳພັນ​ກັນ​ຢ່າງ​ເປັນ​ປົກກະຕິ​ນັ້ນ ຄື​ສິ່ງນື່ງ​ທີ່ຈະ​ເປັນ​ພາກສ່ວນ​ນື່ງຂອງ​ແຜນການສຳລັບ​ດຳ​ເນີນ​ຄວາມ​ພະຍາຍາມ​ສ້າງ​ສັນຕິພາບ​ທີ່ກວມ​ລວມ​ແລະຄົບ​ຖ້ວນ​ສົມບູນ.

ດັ່ງ​ທີ່ທ່ານ Robert Woods ວ່າ​ໜ້າ​ທີ່ຕາງໜ້າໂຄສົກກະຊວງ​ຕ່າງປະ​ເທດ​ສະຫະຣັຖ​ໄດ້ກ່າວ​ສະ​ລູບ​ ​ຕໍ່​ສື່​ມວນ​ຊົນໃນ​ກອງ​ປະຊຸມ​ແຖ​ລງຂ່າວ​ບັ້ນນື່ງເມື່ອ​ໝໍ່ໆ​ມາ​ນີ້ກໍ​ແມ່ນ​ວ່າ “ມັນ​ມີ​ຄວາມຈຳ​ເປັນທີ່ຕ້ອງ​ໃຫ້​ມີ​ສັນຕິພາບ​ລະ​ວ່າງ ອີສຣາ​ແອ​ລ ​ແລະ​ຊີ​ເຣຍ.ພວກ​ເຮົາ​ທັງ​ໝົດມີ​ຜົນ​ປະ​ໂຫຍ​ດນຳ​ການເຫັນສັນຕິພາບຢູ່​ໃນ​ຂົງ​ເຂດ​ນັ້ນ ​ແລະ​ພວກ​ເຮົາ​ຄິດ​ວ່າ​ມັນ​ສຳຄັນ​ທີ່ສຸດ​ທີ່ໝົດ​ທຸກ​ຝ່າຍ​ຈະຕ້ອງ​ປະຕິບັດ​ງານ​ໃຫ້​ໄປ​ເຖິງເປົ້າໝາຍອັນ​ນັ້ນ. ທັງອີສຣາ​ແອ​ລ ​ແລະ​ຊີ​ເຣຍ ຈະ​ຕ້ອງ​ຫັນ​ໜ້າ​ເຂົ້າຫາ​ກັນ ​ແລະ​ຫາ​ທາງ​ແກ້​ໄຂຄວາມ​ຄັດ​ແຍ້​ງແຕກ​ຕ່າງ​ກັນໃຫ້​ໄດ້ ​ເພາະວ່າ​ການ​ກະທຳ​ເຊ່ນນັ້ນ​ແມ່ນ​ນອນ​ຢູ່​ໃນຜົນ​ປະ​ໂຍດ​ຂອງ​ປະຊາ​ຄົມນາ​ນາ​ຊາດ.

XS
SM
MD
LG