ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Alcohol Flush Could Increase Risk of Cancer


ຄົນເອ​ເຊັຍ​ຕາ​ເວັນ​ອອກ​ຫລາຍ​ຄົນ​ມີໜ້າ​ແດງ​ເວລາ​ດື່ມ​ເຫລົ້າ ຊື່​ງ​ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກສະພາບ​ການ​ທາງເຊື້ອ​ພັນ ​ແລະ​ສະພາບ ການ​ທີ່​ວ່າ​ນີ້ ເຮັດ​ໃຫ້​ອັດຕາ​ການສ່ຽງ​ກັບ​ການ​ເປັນ​ໂຣກມະ​ເຮັງ​ໃນ ຫລອດອາຫານຂອງ​ພວກ​ຄົນ​ເຫລົ່ານັ້ນສູງຂຶ້ນ​.

ນາຍ Chung Li ຜູ້​ຟັງ​ວີ​ໂອ​ເອທ່ີ​ໄຕ້​ຫວັນ​ ຂຽນ​ໜັງສື​ມາ​ຖາມ​ວ່າເປັນ​ຫຍັງ​ໜ້າ​ລາວ​ຈຶ່ງ​ແດງ​ເວລາ​ລາວ​ດື່ມ​ເຫລົ້າ. ອາການໜ້າ​ແດງ​ນີ້​ແມ່ນ​ເປັນ​ປະຕິກິຣິຍາ​ຕໍ່​ການ​ດື່ມເຫລົ້າ​ ທີ່​ເກີດ​ຂື້ນ​ທົ່ວ​ໄປໃນ​ພວກ​ຄົນ ເອ​ເຊັຍ​ຕາ​ເວັນ​ອອກ ​ໂດຍ​ສະ​ເພາະ​ຊາວ​ຍີ່ປຸ່ນ ຈີນ​ແລະ​ເກົາຫລີແລ້ວ ​ ​ປະມານ 36​ ເປີ​ເຊັນ ແມ່ນມີ​ອາການໜ້າ​ແດງ​ແບບ​ນີ້.

ສຳລັບຫລາຍ​ໆຄົນ ການ​ດື່ມ​ເຫລົ້າແມ່ນ​ແຕ່ໃນ​ປະລິມານ​ໜ້ອຍໆ​ ກໍ ສາມາດ​ສົ່ງ​ຜົນ​ເຮັດ​ໃຫ້​ເຂົາ​ເຈົ້າ​ໜ້າ​ແດງ​ໄດ້. ​ຕາມ​ທຳມະ​ດາ​ແລ້ວບ່ອນ​ທ່ີ​ແດງ​ຫລາຍ​ທ່ີ​ສຸດ ​ແມ່ນ​ຕາມໃບ​ໜ້າ ຕາມ​ລຳ​ຄໍ ​ແຕ່ບາງ​ຄັ້ງ​ກໍແດງໄປ​ທົ່ວ​ຕົນ​ໂຕ. ບາງ​ຄັ້ງ ພວກ​ຄົນ​ເຫລົ່າ​ນີ້ ອາດ​ຈະຮູ້ສຶກວິ​ງ ວຽນ ຫລື​ວຽນຫົວ​ ​ແລະ​ຮູ້ສຶກ​ປຸ້ນທ້ອງ​ (ຢາກ​ຮາກ) ເຊັ່ນ​ກັນ. ບາງ​ຄັ້ງ​ເຂົາ​ເຈົ້າຮູ້ສຶກ​ອອກ​ຮ້ອນ​ໃນ​ຕົນ​ໂຕ ຫົວ​ໃຈ​ເຕັ້ນ​ໄວ​ຂຶ້ນ ຫາຍ​ໃຈ​ຝືດ ແລະ​ເຈັບຫົວ.


ສາ​ເຫດ​ກໍ​ແມ່ນ​ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ເຊື້​ອພັນ​ທ່ີເກີດ​ມາ​ກັບ​ພວກເຂົາ​ເຈົ້າ ແລະເອີ້ນ​ກັນວ່າ ການ​ຂາດເຂີນ​ທາດ ALDH2 ຊຶ່ງມີ ຜົນ​ສະທ້ອນ ເຮັດ​ໃຫ້​ທາດ​ຕ່າງໆ​ໃນຮ່າງ​ກາຍ​ຂອງ​ເຂົາ​ເຈົ້າ​ ບໍ່​ສາມາດ ຮັບ​ເອົາ​ເຫລົ້າ​ໄດ້ ​ຄື​ກັນກັບ​ຄົນ​ອື່ນໆ.

​ແຕ່​ຜົນ​ສະທ້ອນ​ທີ່​ວ່ານີ້​ ອາດ​ຈະ​ຮ້າຍ​ແຮງ​ຍິ່ງໄປກວ່າ​ການພຽງ​ແຕ່ມີໜ້າ​ແດງ​ເທົ່ານັ້ນ. ບັນດາ​ນັກ​ຄົ້ນຄວ້າ​ເຕືອນ​ວ່າ​ ມີ​ການ​ເຊື່ອ​ມ​ໂຍງ​ກັນ​ລະ ວ່າງອາການໜ້າແດງຈາກ​ການ​ດື່ມ​ເຫລົ້າ​ກັບ​ການ​ສ່ຽງຫລາຍ​ຂຶ້ນ​ຕໍ່ການ​ ເປັນ​ໂຣກມະ​ເຮັງ​ໃນ​ຫລອດ​ອາຫານ​. ຄຳ​ເຕືອນ​ນີ້​ໄດ້​ມີ​ຂື້ນ ຢູ່ໃນລາຍ​ງານ​ການ​ຄົ້ນຄວ້າໃໝ່​ ທີ່​ຖືກ​ນຳ​ລົງ​ເຜີຍ​ແຜ່​ໃນ​ເດືອນ​ມີນາຜ່ານ​ມາຢູ່​ໃນ ​ໜັງສືພິມ​ການ​ແພດ PLoS ທ່ີ​ພິມ​ເຜີຍ​ແຜ່​ໂດຍ​ຫໍສມຸດວິທະຍາ​ສາດ ​ຫລວງ ຫລື Public Library of Science.

ລາຍ ​ງານ​ເວົ້າວ່າ ຖ້າພວກ​ທ່ີ​ຂາດ​ເຂີນ​ທາດ​ ALDP2 ນີ້ ​ແຮ່ງດື່ມ​ເຫລົ້າ​ຫລາຍ​ຂຶ້ນ​ເທົ່າ​ໃດ ມັນ​ກໍ​ແຮ່ງ​ຈະພາ​ໃຫ້​ເຂົາ​ເຈົ້າ​ສ່ຽງ​ກັບ​ການ​ເປັນ​ໂຣກມະ​ເຮັງໃນ​ຫລອດາ ​ອາຫານ ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ດັ່ງ​ໂຕ​ຢ່າງ ທ່ີ ປະ​ເທດ​ຍີ່ປຸ່ນແລະ​ເກົາ ຫລີ​ໃຕ້ ປະຊາຊົນ​ຫລາຍ​ຄົນ​ມີ​ບັນຫາ​ນຳການ​ ຂາດເຂີນທາດ​ ​ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ດື່ມ​ເຫລົ້າ​ໜັກ​ຢູ່. ບັນດາ​ນັກ​ຄົ້ນຄວ້າ ​ພົວ​ເຫັນ​ວ່າ ຄົນພວກນີ້ ເປັນ​ໂຮ​ກມະ​ເຮັງ​ໃນ​ຫລອດ​ອາຫານ​ ແບບ​ໃດ​ແບ​ບນຶ່ງ​ ຫລາຍ​ກວ່າ​ພວກ​ທ່ີ​ບໍ່​ຂາດເຂີນ ທາດ ALDH2 ​ເຖິງ 6 ຫາ 10​ ​ເທົ່າ. ​

​ໂຣກມະ​ເຮັງ​ໃນ​ຫລອດ​ອາຫານ​ ເປັນ​ນຶ່ງ​ໃນ​ບັນດາ​ພວກ​ໂຣກມະ​ເຮັງທ່ີ​ ເຮັດ​ໃຫ້​ຜູ້​ຄົນ​ເສັຍ​ຊີວິດ​ໄປ​ຫລາຍ​ທ່ີ​ສຸດ ​ແຕ່​ໂຣກດັ່ງກ່າວ​ສາມາດປິ່ນປົວ​ ໄດ້​ ຖ້າ​ພົບ​ເຫັນໄວ​ໃນເວລາ​ມັນ​ເກີດ​ຂຶ້ນ​ໃນ​ຂັ້ນ​ທຳ​ອິດ ​ແຕ່ເວລາໃດມັນ ​ຂະຫຍາຍ​ໂຕ​ຂຶ້ນ​ແລ້ວ ​ໂອກາດ​ທ່ີ​ຈະ​ລອດ​ຊີວິດ​ແມ່ນ​ຫລຸດນ້ອຍ​ລົງ​ຢ່າງຫລວງຫລາຍ.

ບັນດາ​ນັກ​ຄົ້ນຄວ້າ​ກະ​ປະມານ​ວ່າ ຢ່າງ​ໜ້ອຍ​ມີ​ຜູ້​ຄົນ​ໃນ​ຈຳນວນ 540 ລ້ານ​ຄົນ​ ຂາດ​ທາດ​ ALDH2 ​ທ່ີ​ວ່າ​ນີ້ ຊຶ່ງເທົ່າ​ກັບປະມານ 8​ ສ່ວນ​ຮ້ອຍ ຂອງ​ຈຳນວນ​ປະຊາກອນ​ທັງ​ໝົດ​ຂອງ​ໂລກ.

ທ່ານ Philip Brooks ຊຶ່ງ​ເປັນ​ນັກ​ຄົ້ນຄວ້າ​ຄົນ​ນຶ່ງ​ທີ່​ສະ​ຖາ​ບັນ​ແຫ່ງ​ຊາດ​ ວ່າ​ດ້ວຍ​ການ​ດື່ມ​ເຫລົ່າ​ເກີນຂອບ​ເຂດ​ແລະ​ໂຣກຕິດ​ເຫລົ້າ ໃນ​ສະຫະຣັດ ກ່າວ​ວ່າມັນ​ເປັນສ່ິງ​ສຳຄັນ​ທ່ີ​ຈະ​ຕ້ອງ​ສິດສອນ​ປະຊາຊົນ​ໃຫ້​ຮູ້ ຈັກ​ກ່ຽວ​ກັບ​ການ​ເຊື່ອ​ມ​ໂຍງກັນ​ລະຫວ່າງ​ຜົນ​ກະທົບ​ຈາກ​ການ​ດື່ມເຫລົ້າ ​ທ່ີ​ພາ​ໃຫ້​ເກີດ​ໜ້າ​ແດງ​ແລະໂຣກມະ​ເຮັງ​ໃນ​ຫລອດ​ອາຫານ​ນັ້ນ ຊຶ່ງທ່ານ ກ່າວ​ຕື່ມ​ວ່າ ພວກ​ນາຍ​ແພດ​ຄວນ​ຈະ​ຖາມ​ພວກ​ຄົນເຈັບທີ່ເປັນຊາວເອ ເຊັຍ​ຕາ​ເວັນ​ອອກ ກ່ຽວກັບ​ປະສົບ​ການ​ໃນ​ການດື່ມ​ເຫລົ້າຂອງ​ເຂົາ​ເຈົ້າວ່າ ​ເຂົາ​ເຈົ້າມີອາການໜ້າ​ແດງ​ບໍ່ ຫລັງ​ຈາກ​ກິນເຫລົາ​ເຂົ້າ​ໄປແລ້ວ. ​ແລະພວກ​ນາຍ​ແພດ​ຄວນ​ຈະ​ແນະນຳ​ໃຫ້ພວກ​ທ່ີ​ມີ​ບັນຫາ​ນີ້ ​ຈຳກັດ​ຫລື​ຫລຸດຜ່ອນການ​ດື່ມ​ເຫລົ້າຂອງ​ເຂົາ​ເຈົ້າລົງ. ນອກ​ນັ້ນ​ແລ້ວ ກໍ​ຄວນ​ຈະ​ ຕັກ​ເຕືອນບຸກຄົນ​ພວກ​ນີ້​ ​ເຊັ່ນ​ກັນ​ວ່າ ການ​ສູບຢາຄຽງ​ຄູ່ໄປ​ກັບ​ການດື່ມ​ເຫລົ້ານັ້ນ ກໍ​ມີ​ຜົນ​ກະທົບ​ໃນ​ທາງ​ທີ່ເພີ່ມອັດຕາການ​ສ່ຽງ​ຕໍ່​ການ​ເປັນ​ໂຣກ ມະ​ເຮັງ​ໃນ​ຫລອດ​ອາຫານ​ຂຶ້ນເຊ່ນ​ກັນ.

ແປໂດຍ ສິງ​ບູຣົມມະ​ວົງ

ຟັງສຽງ ເປັນພາສາລາວໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ



XS
SM
MD
LG