ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

Namtheun II (Update)


ກຸ່ມ​ລົງທຶນ​ໃນໂຄງການ​ເຂື່ອນ​ນ້ຳ​ເທີນ II ​ກ່າວ​ວ່າ ພວກ​ຕົນໄດ້​ດຳ​ເນີນ ການກໍ່ສ້າງ​ຄືບໜ້າ​ໄປ​ແລ້ວ​ເກີນ​ກວ່າ 90% ຂອງ​ແຜນການ​ທີ່​ວາງ​ເອົາ​ໄວ້​ທັງໝົດ ​ພ້ອມ​ກັບຢືນຢັນ​ວ່າ ການ​ທົດ​ລອງ​ເດີນ​ເຄື່ອງ​ເພື່ອ​ຜະຫ​ລິດ​ກະ​ແສ​ໄຟຟ້າ​ນັ້ນ ຈະ​ເລີ້ມຂຶ້ນ​ໄດ້​ໃນ​ກາງ​ປີໜ້າ ​ແລະ ກໍ​ຈະ​ສົ່ງ​ກະ​ແສ​ໄຟຟ້າຂາຍ​ໃຫ້​ກັບ​ໄທ​ໄດ້ຕາມກຳນົດ​ ໃນ​ສັນຍານັບ​ຈາກທ້າຍ​ປີໜ້າ​ເປັນຕົ້ນ​ໄປ.

ກຸ່ມ​ລົງທຶນ​ໃນໂຄງການເຂື່ອນ​ນ້ຳ​ເທີ​ນ II ​ຢູ່ໃນ​ແຂວງ​ຄຳ​ມ່ວນ​ຂອງ​ລາວ ​ໄດ້​ຖະ​ແຫລ​ງການ​ຢືນຢັນ​ວ່າ ການ​ດຳ​ເນີນ​ງານ​ກໍ່ສ້າງ​ເຂື່ອນ​ນັບ​ຕັ້ງ​ແຕ່​ປີ 2005 ​ເປັນຕົ້ນມາຈົນ​ເຖິງ​ປະຈຸ​ບັນນີ້ ​ໄດ້​ຄືບໜ້າ​ໄປ​ແລ້ວ​ໃນ​ລະດັບ​ທີ່​ເກີນ​ກວ່າ 90% ຂອງ​ແຜນການ​ທີ່​ວາງ​ເອົາ​ໄວ້​ທັງໝົດ ​ຊຶ່ງ​ກໍ​ເປັນຄວາມ​ຄືບໜ້າຂອງ​ວຽກງານ​ໃນ​ດ້ານ​ວິ​ສະວະ​ກຳ ຄຶດ​ເປັນຊັດ​ສ່ວນ​ເຖິງ 94% ​ແລະ ວຽກງານ​ໃນ​ດ້ານ​ກົນ​ຈັກ​ໄຟຟ້າ ​ໃນ​ລະດັບ​ເກືອບ 90%. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ເຊື່ອໝັ້ນວ່າ ການ​ທົດ​ລອງ​ດົນ​ເຄື່ອງ​ຈັກ ​ເພື່ອຜະຫ​ລິດ​ກະແສ​ໄຟຟ້າ​ນັ້ນຈະ​ສາມາດ​ເລີ້ມປະຕິບັດ​ການ​ໄດ້ ນັບ​ຈາກ​ກາງ​ປີ 2009 ​ເປັນຕົ້ນ​ໄປ ​ແລະ ກໍ​ຈະ​ສາມາດ​ເລີ້ມຜະຫ​ລິດ​ກະແສ​ໄຟຟ້າ ​ເພື່ອ​ສົ່ງ​ຂາຍ​ໃຫ້​ກັບ​ການ​ໄຟຟ້າ​ສ້າງ​ຝ່າຍ​ຜະ ລິດ​ແຫ່ງ​ປະ​ເທດ​ໄທໄດ້ຕາມ​ສັນຍາທີ່​ກຳນົດ​ເອົາ​ໄວ້​ນັບ​ຈາກທ້າຍ​ປີ 2009 ​ເປັນຕົ້ນ​ໄປ​ໄດ້​ຢ່າງ​ແນ່ນອນ.

ສຳລັບ​ວຽກງານ​ໃນ​ດ້ານ​ອື່ນໆ ​ຕົວຢ່າງ​ກໍ​ຄື ການວາງ​ແນວສາຍ​ສົ່ງ​ກະ​ແສ​ໄຟຟ້າຈາກ​ຕົວ​ເຂື່ອນ​ຂ້າມ​ແມ່ນ້ຳຂອງ ​ໄປ​ຍັງຝັ່ງ​ປະ​ເທດ​ໄທ​ນັ້ນ ກໍ​ສຳເລັດ​ໄປ​ແລ້ວເກືອບ 100% ​ເຕັມ, ສ່ວນ​ການ​ຍົກຍ້າຍ​ປະຊາຊົນ​ລາວກວ່າ 6,000 ຄົນ ອອກ​ຈາກ​ເຂດ​ກໍ່ສ້າງເຂື່ອນ​ໄປຍັງ​ເຂດ​ຈັດ​ສັນ​ໃໝ່ນັ້ນ ກໍ​ສາມາດ​ປະຕິບັດ​ໄດ້ຢ່າງ​ຄົບ​ຖ້ວນ​ແລ້ວ ຊຶ່ງ​ກໍ​ເຊັ່ນ​ດຽວກັນ ກັບ​ການ​ດຳ​ເນີນມາດ​ຕະການ​ຄຸ້ມ​ຄອງ​ສັດປ່າ ​ແລະ ຮັກສາ​ຄວາມຫລາກ​ຫລາຍ​ທາງ​ຊີວະ​ນາໆ​ພັນ ຢູ່​ໃນ​ເຂດ​ປ່າ​ສະຫງວນ​ນາ​ກາຍ​ນັ້ນ ກຸ່ມ​ລົງທຶນ​ກໍ​ໄດ້​ໃຫ້ການ​ຕອບ​ສະໜອງງົບປະມານ​ເຂົ້າ​ໃນ​ກາ​ນດຳ​ເນີນ​ງານ ຄຶດເປັນ​ມູນ​ຄ່າສະ​ເລ່ຍ 1ລ້ານ ​ໂດ​ລ້າ​ສະຫະຣັດ​ຕໍ່ປີ​ເປັນໄລຍະ​ເວລາ 25ປີ ຕິດຕໍ່ກັນ ຫລື ​ໃນ​ຕະຫລອດໄລຍະ​ສໍາ​ປະທານ​ຂອງ​ໂຄງການ​ນັ້ນ​ເອງ.

ນອກຈາກ​ນີ້ ສຳລັບ​ໃນ​ສ່ວນ​ຂອງ​ການຂຸດ​ຄົ້ນ​ໄມ້​ອອກ​ຈາກ​ເຂດ​ກໍ່ສ້າງ​ອ່າງໂຕ່ງ​ນ້ຳ ທີ່​ມີ​ອານາ​ບໍລິ​ເວນ​ກ້ວາງ​ເຖິງ 450 ກິ​ໂລແມັດ​ມົນທົນ​ນັ້ນ ກຸ່ມ​ລົງທຶນ​ກໍ​ສາມາດ​ຂຸດ​ຄົ້ນ​ໄມ້​ອອກ​ຈາກ​ພື້ນທີ່​ໄດ້​ແລ້ວ​ໃນ​ປະລິ​ມານ​ລວມຫລາຍ​ກວ່າ 230,000ແມັດ​ກ້ອນ ​ໂດຍ​ທາງ​ການ​ລາວ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ຂຸດ​ຄົ້ນ​ໃນໄລຍະ​ທີ່​ຜ່ານ​ມາ ​ໄດ້​ດຳ​ເນີນ​ການ​ໄປ​ພາຍໃຕ້​ການ​ຄຳນຶງ​ເຖິງ​ຜົນ​ກະທົບຕໍ່ ສະພາບແວດ​ລ້ອມ​ທຳ​ມະ​ຊາດ​ຢ່າງ​ແທ້​ຈິງ ດັ່ງທີ່ທ່ານ ຊູ​ຊາດ ໄຊ​ຍະ​ກຸ​ມານ ຮອງ​ຫົວໜ້່າຫ້ອງ​ກະຊວງ​ກະ​ສິກຳ​ປ່າ​ໄມ້​ລາວ ​ໃນ​ຖານະ​ຜູ້​ຮັບຜິດຊອບ ​ແລະ ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ໄມ້ ອອກ​ຈາກ​ເຂດ​ກໍ່ສ້າງ​ເຂື່ອນ​ນ້ຳ​ເທີນ II ​ໄດ້​ໃຫ້ການ​ຊີ້​ແຈງວ່າ:

ພວກເຮົາ​ໄດ້​ຖື​ເອົາລະ​ດັບ​ນ້ຳຖ້ວມ​ສູງ​ສຸດ 358​ ​ແມັດ ​ແຕ່​ວ່າ ​ໃນ​ລັກສະນະ​ພື້ນທີ່ດິນ​ຕົວ​ຈິງເນ໊າະ ມັນ​ຈະ​ເປັນລັກສະນະ​ພູ ສະນັ້ນ​ມັນ​ຈຶ່ງ​ເຮັດ​ໃຫ້​ຂອບ​ເຂດ​ຂອງ​ມັນ​ເປັນ​ລັກສະນະ​ຄື​ກັນກັບ​ແຂ້ວ​ເລື່ອຍ ​ເປັນ​ຊິກ​ແຊກ. ການ​ກໍາຫ​ນົດ​ແລ້ວ​ໃນ​ການ​ຕັດຫັ້ນ ພວກ​ເຮົາ​ໄດ້​ກຳນົດເສັ້ນຊື່​ໂດຍ​ຖື​ເອົາລະ​ດັບ​ຕໍ່າ​ສຸດ ເພື່ອຮັບປະກັນ​ ຮັກສາ​ປ່າ​ໄມ້​ຈຳນວນ​ນຶ່ງ​ໄວ້ ​ເພື່ອ​ປ້ອງ​ກັນການ​ເຊາະ​ເຈື່ອນຂອງ​ດິນ​ນັ້ນ. ຜົນ​ການ​ຈັດຕັ້ງປະຕິບັດ ສອງ​ລະດູ​ການ ​ໄດ້​ 200,000 ກວ່າເມັດ​ກ້ອນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນໜ້ານີ້ ທາງ​ການ​ລາວ​ກໍ​ໄດ້​ຄາດໝາຍວ່າ ຈະ​ຕ້ອງ​ດຳ​ເນີນ​ການ​ຂຸດ​ຄົ້ນ​ໄມ້​ອອກ​ຈາກ​ເຂດ​ກໍ່ສ້າງ​ເຂື່ອນ​ນ້ຳ​ເທີນ II ​ໃຫ້​ໄດ້​ໃນ​ປະລິ​ມານ​ລວມ​ເຖິງ 700,000 ແມັດ​ກ້ອນ ຊຶ່ງ​ກໍ​ເຮັດໃຫ້​ອົງການ​ອານຸລັກ ຊັບພະ​ຍາກ​ອນທຳ​ມະ​ຊາດ​ລະດັບ​ສາ​ກົນ ​ໄດ້​ສະ​ແດງ​ຄວາມ​ເປັນ​ຮ່ວມ​ຢ່າງ​ຍິ່ງ​ຕໍ່ຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນກັບ​ສະພາບ​ແວບ​ລ້ອມ​ທຳ​ມະ​ຊາດ ​ແລະ ສັດປ່າ​ຢູ່​ໃນ​ເຂດ​ປ່າ​ສະຫງວນ​ນາ​ກາຍ ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະທົບ​ຕໍ່ຊ້າງ​ປ່າ ຈຳນວນ​ຫລາຍ​ຮ້ອຍ​ໂຕ ທີ່​ອາດ​ຈະ​ຕ້ອງ​ປະ​ເຊີນ​ກັບ​ບັນຫາການເດີນທາງ​ໄປມາ​ເພື່ອ​ປະສົມ​ພັນ​ກັນ ຊຶ່ງ​ຖ້າ​ຫາກ​ວ່າ​ບໍ່ສາມາດ​ເປັນ​ໄປ​ໄດ້​ຕາມ​ປົກກະຕິກໍ​ອາດ​ຈະ​ເຮັດ​ໃຫ້​ຊ້າງ​ປ່າ​ຕ້ອງ​ສູນພັນ​ໄປ​ໃນໄລຍະ​ຍາວ​ກໍ​ເປັນ​ໄປ​ໄດ້. ຫາກ​ແຕ່​ກຸ່ມ​ລົງທຶນ​ໃນ​ໂຄງການ ກໍ​ໄດ້​ຢືນ​ຢັນ​ມາໂດຍຕະຫລອດວ່າ ​ໄດ້​ປ້ອງ​ກັນ​ບັນຫາ​ດັ່ງກ່າວ ຢ່າງ​ໄດ້​ມາດ​ຕະຖານ​ສາກົນ​ແລ້ວ. ​

ຊົງຣິດ​ ​ໂພນ​ເງິນ ລາຍ​ງານ​ຈາກ​ບາງ​ກອກ​ໃນ​ວັນ​ທີ 16 ພຶດສະພາ 2009

XS
SM
MD
LG