ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັນຕະລາຍຂອງການກິນຊີ້ນໄໝ້


ບາງຄົນເວົ້າວ່າ ບໍ່ມີອັນໃດຈະມີລົດຊາດແຊບເທົ່າຊີ້ນປີ້ງໃສ່ ເຕົາໄຟທີ່ດັງດ້ວຍ ຖ່ານ ຫລື ຟືນ ແຕ່ວ່າການກິນ ອາຫານແບບນັ້ນຫລາຍໂພດ ກໍປະກົດວ່າມັນພາໃຫ້ມີ ຄວາມສ່ຽງຕໍ່ການເປັນໂຣກມະເຮັງມ້າມເພີ້ມຂຶ້ນ.

Doctor Kristen Anderson ທີ່ມະຫາວິທະຍາໄລ ແພດສາດ ແຫ່ງຣັດ ມີນີໂຊຕາ ໄດ້ຄົ້ນຄວ້າຜົນກະທົບ ຂອງຊີ້ນທີ່ປີ້ງຈົນໄໝ້ ຢູ່ໃນການສຶກສາຄົ້ນ ຄວ້າການກິນອາຫານຂອງຊາວອາເມຣິກັນ ຈຳນວນຫລາຍກວ່າ 62 ພັນ ຄົນກ່າວວ່າ:

“ໃນເວລາທີ່ພວກເຮົາວິເຄາະຂໍ້ມູນກໍພົບວ່າ ຜູ້ທີ່ບໍລິໂພກຊີ້ນທີ່ປີ້ງຈົນໄໝ້ນັ້ນ ມີຄວາມສ່ຽງ ຕໍ່ການເປັນໂຣກມະເຮັງມ້າມເພີ້ມຂຶ້ນຕັ້ງສອງເທົ່າ ແລະ ໃນນັ້ນກໍມີມະເຮັງປະເພດທີ່ມີ ຄວາມຮ້າຍແຮງທີ່ສຸດ ສຳລັບຜູ້ທີ່ຮັບປະທານ ຊີ້ນໄໝ້ຫລາຍຂຶ້ນ.”

ທ່ານໝໍ Anderson ເຫັນວ່າ ຜູ້ທີ່ກິນຊີ້ນໄໝ້ຫລາຍກວ່າ ນຶ່ງຄາບເຄິ່ງຕໍ່ວັນຈະໄດ້ຮັບ. ສານທີ່ພາໃຫ້ເປັນ ໂຣກມະເຮັງ ເຊິ່ງເປັນທາດເຄມີທີ່ກໍ່ໃຫ້ເກີດມະເຮັງຄືກັນກັບການ ເຜົາໄໝ້ຂອງຢາສູບ.

ໂຣກມະເຮັງມ້າມ ເປັນໂຣກມະເຮັງທີ່ອັນ ຕະລາຍທີ່ສຸດ ຊະໜິດນຶ່ງ ຊຶ່ງໄດ້ເຮັດໃຫ້ ຜູ້ຄົນທີ່ເປັນພະຍາດນີ້ເສັຽຊີວິດ ພາຍໃນ ສາມເດືອນ. ແລະ ທ່ານໝໍ Anderson ເວົ້າວ່າ ໂຣກມະເຮັງຊະໜິດດັ່ງກ່າວນັ້ນ ບໍ່ຄ່ອຍເກີດຂຶ້ນກັບພວກ ທີ່ກິນຊີ້ນທີ່ອົບ ຫລື ແກງ ຫລື ເອາະ ເປັນສ່ວນໃຫຍ່. ທ່ານນາງ Anderson ແນະນຳວ່າ:

“ຖ້າທ່ານປີ້ງຊີ້ນໃຫ້ພໍດີສຸກ ແລະ ບໍ່ໃຫ້ເຖິງ ຂັ້ນໄໝ້ ຫລື ເຫລືອງ ທາງນອກ ມັນກໍຈະບໍ່ ພາໃຫ້ທ່ານມີການສະສົມທາດເຄມີດັ່ງກ່າວ ພວກນີ້ໃນລະດັບສູງ. ຖ້າຫາກສານເຄມີ ພວກນີ້ກໍ່ຕົວຂຶ້ນຢູ່ໃນ ຊີ້ນທີ່ໄໝ້ ທ່ານອາດຈະປາດສ່ວນໄໝ້ນັ້ນອອກ ເພື່ອຫລີກລ້ຽງ ຄວາມສ່ຽງຕໍ່ການເປັນພະຍາດດັ່ງກ່າວ.”

Doctor Anderson ແນະນຳອີກວ່າ ມີວິທີອື່ນໆ ອີກຫລາຍວິທີ ເພື່ອຫລຸດຜ່ອນການ ກໍ່ຕົວຂອງພາກ ສ່ວນທີ່ພາໃຫ້ເກີດໂຣກມະເຮັງ. ນັ້ນກໍຄື ຫໍ່ຊີ້ນນັ້ນໃສ່ ເຈ້ຍອາລູມມີນຽມ, ຫໍ່ໃສ່ໃບຕອງ ຫລື ໃບໄມ້ຊະນິດໃດຊະ ນິດນຶ່ງ ເຊັ່ນກາບໝາກ ສາລີ ທີ່ແຊ່ນ້ຳໃຫ້ປຽກ, ບາງຄົນກໍປີ້ງຊີ້ນໂດຍເອົານ້ຳຊະນິດໃດຊະນິດທາໃສ່ຊີ້ນ. ຈະເຮັດແບບໃດກໍໄດ້ ຖ້າວ່າ ມັນເຮັດໃຫ້ຊີ້ນບໍ່ຕິດໃສ່ກັບເຫລັກຮ້ອນໂດຍກົງ ມັນກໍຈະຊ່ວຍຫລຸດຜ່ອນລະດັບ ການກໍ່ ຕົວຂອງສານທີ່ພາໃຫ້ເປັນໂຣກມະເຮັງດັ່ງກ່າວນີ້ລົງ.

ການກິນຊີ້ນປີ້ງໄໝ້ ທີ່ນຳໄປສູ່ການເປັນໂຣກມະເຮັງມ້າມເປັນພຽງແຕ່ເປັນການຄົ້ນ ພົບໃໝ່ໆ. ການສຶກສາຄົ້ນ ຄວ້າໃນຄັ້ງກ່ອນໆ ແມ່ນພົບວ່າມັນມີສ່ວນພົວພັນກັບການ ເປັນໂຣກມະເຮັງນົມ ພ້ອມທັງມະເຮັງຕ່ອມນ້ຳກາມ ຜູ້ຊາຍ ແລະ ມະເຮັງລຳໃສ້ໃຫຍ່. ການສຶກສາຄົ້ນຄວ້າ ຂອງທ່ານໝໍ Anderson ໄດ້ຖືກນຳສະເໜີໃນກອງ ປະຊຸມປະຈຳປີ ຂອງສະມາຄົມອາເມຣິກັນ ເພື່ອການຄົ້ນຄວ້າ ກ່ຽວກັບໂຣກມະເຮັງໃນເດືອນແລ້ວນີ້.

ຟັງສຽງໄດ້ໂດຍການກົດປຸ່ມຢູ້ກ້ຳຂວາຂ້າງເທິງ

XS
SM
MD
LG