ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານ ສປປ ລາວ ຢ້ຽມຢາມ ປະເທດໄທ


ປະທານ​ປະ​ເທດ​ລາວ​ໄດ້ເດີນທາງ​ຢ້ຽມຢາມ​ທາງ​ລັດຖະ​ກິດ​ຕາມ​ການ​ເຊື້ອເຊີນ​ ​ແລະ ໃນ​ຖານະ​ພຣະ​ຣາ​ຊະ​ອະ​ຄັນ​ຕຸ​ກະ​ຂອງພຣະ​ບາດ​ສົມ​ເດັດ​ພຣະ​ເຈົ້າຢູ່ຫົວ​ແຫ່ງ​ພະຣາຊອາ​ນາ​ຈັກ​ໄທ ​ໃນ​ໂອ​ກາດ​ດຽວກັນນີ້ ທາງ​ການ​ລາວ ​ແລະ ​ໄທ ກໍ​ໄດ້​ລົງ​ນາມ​ໃນ​ຄວາມ​ຮ່ວມ​ມື​ລະຫວ່າງ ສອງ​ປະ​ເທດ​ຈຳນວນ​ເຖິງ ​ເຈັດ​ສະບັບ​ດ້ວຍ​ກັນ.

ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ ປະ​ເທດ​ແຫ່ງ​ສປປ ລາວ ພ້ອມ​ດ້ວຍພັນ​ລະ​ຍາ ໄດ້ເດີນທາງ​ຢ້ຽມຢາມ​ທາງ​ລັດຖະ​ກິດ​ຕາມ​ການ​ເຊີນຂອງສົມເດັດ​ພຣະຍາດສົມເດັດພຣະ​ເຈົ້າຢູ່ຫົວ ແລະ ສົມ​ເດັດ​ພຣະບໍຣົມ ພຣະຣາ ຊີ​ນີນາດ ແຫ່ງພຣະຣາຊະ​ອານາຈັກໄທຢ່າງເປັນທາງການ​ ໃນ​ຕອນ​ບ່າຍຂອງວັນ​ທີ 12 ພຶດສະພາ ແລະ ກໍໄດ້ສິ້ນສຸດລົງ ຢ່າງ ເປັນທາງ ການໃນ​ຕອນບ່າຍ ຂອງວັນ​ທີ 14 ພຶດສະພາ​ນີ້ ໂດຍໃນລະຫວ່າງ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ແລະ ພ້ອມ​ພັນ​ລະ​ຍາ​ໄດ້​ພໍານັກ ແລະ ປະຕິບັດວຽກງານທາງລັດຖະ​ກິດຢູ່ປະເທດໄທ ໃນ​ຖານະ​ພຣະ​ຣາ​ຊະ​ອະ​ຄັນ​ຕຸ​ກະ​ຂອງພຣະ​ບາດ​ສົມ​ເດັດ​ພຣະ​ເຈົ້າຢູ່ຫົວ ​ ແລະ ສົມ​ເດັດ​ພຣະບໍຣົມພຣະຣາ ຊີ​ນີນາດຂອງໄທ. ນອກຈາກ​ ຈະໄດ້ຮັບການ​ຕ້ອນຮັບ​ຢ່າງສົມກຽດ ແລະ ໄດ້ຮັບພຣະຣາຊທານ ລ້ຽງອາຫານຄໍ່າ ຈາກຂອງພຣະ​ບາດ​ສົມ​ເດັດ​ພຣະ​ເຈົ້າ ຢູ່ຫົວ ​ ແລະ ສົມ​ເດັດ​ພຣະບໍຣົມພຣະຣາຊີ​ນີນາດຂອງໄທ ໃນຄືນວັນທີ 12 ພຶດສະພາແລ້ວ ທ່ານ ຈູມ​ມາລີ ໄຊ​ຍະ​ສອນຍັງໄດ້ໃຫ້ການຕ້ອນຮັບ ການເຂົ້າ ຢ້ຽມຄຳນັບ ຂອງ ທ່ານ ອະພິຊິດ ເວດຊາຊີວະ, ນາຍົກລັດຖະ ມົນຕີ, ທ່ານ ໄຊ ຊິງຊອບ ປະທານຣັດຖະສະພາ ແລະ ທ່ານ ວິລັດ ລິ້ມວິໄຊ ປະທານສານດີກາ ຫລືສານສູງ ຂອງໄທ ໃນວັນທີ 13 ພຶດສະພາ. ສ່ວນໃນຕອນແລງຂອງມື້ດຽວກັນ ລັດຖະບານໄທໂດຍ ນາຍົກລັດຖະມົນຕີ ກໍຍັງໄດ້ຈັດລ້ຽງສະໂມສອນສັນນິບາດ ເພື່ອເປັນກຽດໃຫ້ແກ່ທ່ານ ຈູມມະລີ ອີກດ້ວຍ.

ນອກຈາກນີ້ ມະຫາວິທະຍາໄລ ທຳມະ ສາດ ກໍໄດ້ ມອບປຣິນຍາດຸດສະດີ ບັນດິດ ຫລື ປຣິນຍາເອກ ກິດຕິມະສັກ ດ້ານລັດຖະສາດ ໃຫ້ແກ່ທ່ານ ຈູມມະລີ ແລະ ກໍໄດ້ເດີນທາງຢ້ຽມຊົມນິເທດສະ ການດ້ານ ສິນລະປະຢູ່ພຣະທີ່ນັ່ງອະ ນັນຕະສະມາຄົມ.

ສ່ວນວັນ​ທີ 14 ຊຶ່ງເປັນມື້ສຸດທ້າຍຂອງ​ການ ​ຢ້ຽມຢາມ​ໃນ​ຄັ້ງນີ້ ຄະນະ​ຂອງ ທ່ານ ຈູມມະ​ລີ ກໍ​ໄດ້​ຢ້ຽມຊົມ​ໂຄງ​ການ​ສ່ວນ​ພຣະ​ອົງ ​ແລະ ​ໂຄງການ​ພຣະ ຣາຊ​ສະ​ດຳລິ​ຂອງ ພຣະບາສົມ​ເດັດ​ພະ​ເຈົ້າຢູ່ຫົວຂອງ​ໄທ ຈຳນວນໜຶ່ງກ່ອນ​ທີ່​ຈະເດີນທາງກັບ​ຄືນນະຄອນ ຫລວງ​ວຽງຈັນ​ໃນ​ຕອນ​ແລງ​ຂອງ​ມື້ດຽວກັນ.ໂດຍ​ການ​ເດີນທາງ​ຢ້ຽມຢາມ​ໄທ​ທາງ​ລັດຖະກິດ​ໃນຄັ້ງນີ້ຂອງ​ ທ່ານ ຈູມມະ​ລີກໍ​ນັບ​ວ່າ​ເປັນ​ຂີດ ໝາຍອັນ​ສຳຄັນ​ອີກ​ຄັ້ງໜຶ່ງຂອງ​ການ​ຢືນຢັນ​ເຖິງ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີລະຫວ່າງ​ສອງ​ປະ​ເທດ.

ສຳລັບ​ໃນ​ຝ່າຍ​ລັດຖະບານ​ຂອງ​ທັງ​ສອງ​ປະ​ເທດ ​ໂດຍ​ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ທັງ​ສອງ​ຝ່າຍ ກໍ​ຄື ທ່ານທອງ​ລຸນ ​ສີສຸ​ລິດ ກັບ ທ່ານກະ​ສິດ​ ພິຣົມນັ້ນ ກໍ​ໄດ້​ມີ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ກັນ ຈຳນວນ​ເຖິງ​ເຈັດ​ສະບັບ. ​ໃນ​ໂອກາດ​ການ​ເດີນທາງ​ຢ້ຽມຢາມ​ໄທ ທາງ​ລັດຖະກິດ​ຂອງ​ ທ່ານ ຈູມມະ​ລີ ​ໃນ​ຄັ້ງນີ້ ຊຶ່ງ​ກໍ​ຄື ການ​ລົງ​ນາມ​ໃນ​ບັນທຶກ​ການ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ລະຫວ່າງ ລາວ-​ໄທ ຄັ້ງທີ່ 15 ຂໍ້ຕົກລົງ​ວ່າ​ດ້ວຍ​ການ​ແລກ​ປ່ຽນສິດ​ທິ ໃນການ​ເຊົ່າ​ທີ່​ດິນ ​ເພື່ອ​ໃຊ້​ງານ​ທາງ​ການ​ກົງສຸນ ບັນທຶກ​ຄວາມ​ເຂົ້າ​ໃຈ​ເລື່ອງ​ການ​ຮັບ​ຊື້​ໄຟຟ້າ​ສ່ວນເກີນ​ຈາກ​ເຂື່ອນ​ນ້ຳ​ເທີນ​ສອງ ການ​ເຊື່​ອມຕໍ່ລະບົບ​ສາຍ​ໄຟຟ້າ​ຂະໜາດ 115 ກິ​ໂລ​ໂວ້ນ ສັນຍາ​ເພີ້ມ​ເຕີມ​ການ​ຮັບ​ຊື້​ໄຟຟ້າ​ຈາກ​ເຂື່ອນ​ນ້ຳ​ງື່ມໜຶ່ງ ​ແລະ ​ເຂື່ອນ​ເຊເຊັ​ດ ​ແລະ ບັນທຶກ​ຄວາມ​ເຂົ້າ​ໃຈ​ຮ່ວມ​ ວ່າ​ດ້ວຍ​ການ​ຮັບ​ຊື້​ໄຟຟ້າ​ຈາກ​ໂຄງການ​ຫົງ​ສາລິກໄນ ຢູ່​ໃນ​ແຂວງ​ໄຊ​ຍະ​ບູລີ​ໃ ນ​ປະລິມານ 1.473 ​ເມກາວັດ​ ພາຍ​ໃນ​ປີ 2015. ນອກຈາກ​ນີ້ ທາງ​ການ​ໄທ​ກໍ​ຍັງ​ໄດ້​ພິຈາລະນາ​ ທີ່​ຈະ​ຮັບ​ຊື້​ໄຟຟ້າ​ຈາກ​ໂຄງການ​ອື່ນໆຂອງ​ລາວ​ ໃນ​ໄລຍະ​ຕໍ່​ໄປ ລວມທັງ​ຍັງ​ຈະ​ໃຫ້ການ​ຊ່ອຍ​ເຫລືອ​ລາວ ​ໃນ​ການ​ພັດທະນາ​ທາງ​ເສດ​ຖະ​ກິດ​ການ​ເງິນ​ອີກ​ດ້ວຍ ດັ່ງ​ທີ່ ທ່ານກະ​ສິດ ໄດ້​ຖະ​ແຫລ​ງຢືນຢັນ​ໃນ​ຕອນໜຶ່ງວ່າ:

ນອກຈາກ​ນັ້ນ​ແລ້ວ ​ເຣົາ​ພະຍາຍ​າມທີ່ຈະ​ຣ່ວມມື ​ແລະ ກໍ​ສົ່ງ​ເສີມ​ການ​ພັດທະນາ​ການ​ກິດຈະການ​ໄຟຟ້າ ​ແລະ ພະລັງງານ​ຂອງ​ລາວ ດັ່ງ​ທີ່ເຣົາ​ໄດ້​ມີ​ຄຳໝັ້ນສຳ​ຍາ​ວ່າ​ຈະ​ຊ່ວຍ​ມາ​ລົງທຶນ​ຣ່ວມ ມືພັດທະນາ ຊຶ່ງ​ກໍ​ຈະ​ໄດ້​ປະ​ໂຫຍ​ດທັງ​ສອງ​ຝ່າຍ ​ເຣົາ​ຈະ​ໄດ້​ໄຟຟ້ານະຄຣັບ ຈະ​ທຳ​ໃຫ້​ມີ​ຄວາມໝັ້ນຄົງ​ໃນ​ເລື້ອງຂອງ​ການ​ພະລັງງານ. ​ແລ້ວ​ກໍ ໃນ​ແງ່ການ​ເງິນ​ກໍ​ຈະ​ຊ່ວຍກັນ​ສົ່ງເສີມ​ການຊຳຣະ​ເງິນ​ຜ່ານ​ທະນາຄານ​ລວມ​ທັງ​ການ​ທີ່​ຈະ​ໃຫ້​ການ​ຣ່ວມມືໃນ​ການທີ່​ຊ່ວຍ​ຈັດຕັ້ງຕະຫລາດຫລັກ​ຊັບ​ໃນ​ປະ​ເທດ​ລາວ​ດ້ວຍ.

ຊົງຣິດ​ໂພນ​ເງິນລາຍ​ງານ​ຈາກ​ບາງກອກ​ໃນ​ວັນ​ທີ 14 ພຶດສະພາ

XS
SM
MD
LG