ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ກ່າວຫາ ທ່ານນາງອອງຊານຊູຈີວ່າ ລະເມີດການກັກ ບໍຣິເວນ


ສະຫະຣັດ - ມຽນມາ: ທະນາຍຄວາມ ຂອງ ທ່ານນາງ ອອງຊານ ຊູຈີ ຜູ້ນຳ ປະຊາທິປະໄຕ ໃນມຽນມາ ກ່າວວ່າ ເຈົ້າໜ້າທີ່ ມຽນມາ ໄດ້ກ່າວຫາ ທ່ານນາງວ່າ ລະເມີດ ການກັກ ບໍຣິເວນ ຫລັງຈາກ ຜູ້ຊາຍ ອະເມຣິກັນ ຄົນນຶ່ງ ໄດ້ລອຍຂ້າມ ທະເລສາບ ແລະ​ ເຂົ້າໄປລີ້ ຢູ່​ໃນເຮືອນ ຂອງ ທ່ານນາງ. ທ່ານນາງ ອອງຊານຊູຈີ ວັຍ 63 ປີ ທີ່ເຄີຍ ໄດ້ຮັບ ລາງວັນ ໂນແບລ ຂແນງ ສັນຕິພາບນັ້ນ ໄດ້ຖືກນຳໂຕ ຈາກເຮືອນ ຂອງທ່ານນາງ ໃນວັນພະຫັດ ມື້ນີ້ ໄປຍັງຄຸກໃຫຍ່ INSEIN ໃນນະຄອນ ຢ່າງກຸ້ງ ບ່ອນທີ່ ເຈົ້າໜ້າທີ່ ເວົ້າວ່າ ການດຳເນີນ ຄະດີ ທ່ານນາງ ຈະເລີ້ມຂຶ້ນ ໃນວັນຈັນ ຈະມາ. ນາງອາດຈະ ໄດ້ຮັບໂທດ ຈຳຄຸກ ດົນເຖິງ 5 ປີ ຖ້າຫາກ ຖືກພົບເຫັນວ່າ ມີຄວາມຜິດ. ທ່ານ KYI WIN ທະນາຍຄວາມ ຂອງ ທ່ານນາງ ອອງຊານ ຊູຈີ ກ່າວວ່າ ຜູ້ຊາຍ ຊາວອະເມຣິກັນ ຄົນນັ້ນ ແມ່ນແຫລ່ງ ທີ່ມາ ຂອງຂໍ້ຫາ ທັງໝົດ ໂດຍເອີ້ນ ຜູ້ກ່ຽວວ່າ ເປັນບ້າ. ທ່ານ KYI WIN ເວົ້າວ່າ ນາຍ JOHN YETTAW ກໍຈະ ຖືກຟ້ອງຄືກັນ ໃນຂໍ້ຫາ ເຂົ້າໄປ ໃນເຂດຫວງຫ້າມ. ທ່ານ RICHARD MEI ໂຄສົກ ຂອງສະຖານທູດ ສະຫະຣັດ ທີ່ນະຄອນ ຢ່າງກຸ້ງ ກ່າວຕໍ່ VOA ວ່າ ນາຍ YETTAW ກໍໄດ້ ໄປປາກົດໂຕ ທີ່ສານ ໃນວັນພະຫັດ ມື້ນີ້ ແລະຄາດວ່າ ຈະໄປຮັບຟັງ ຄຳໃຫ້ການ ໃນສັບປະດາໜ້າ.

ລາວ - ອັງກິດ: ທະນາຍຄວາມຄົນນຶ່ງ ຂອງ ອັງກິດ ກ່າວວ່າ ນາງໄດ້ພົບປະ ເປັນເທື່ອທຳອິດ ກັບແມ່ຍິງ ຖືພາມານ ຄົນອັງກິດ ທີ່ຖືກຂັງຄຸກ ຢູ່ໃນ​ ປະ​ເທດ​ລາວ ເພື່ອລໍຖ້າ ການດຳເນີນ ຄະດີ ໃນຂໍ້ຫາ ລັກລອບ ຄ້າຢາເສບຕິດນັ້ນ. ທະນາຍຄວາມຍິງ ຈາກອົງການ REPRIEVE ຊຶ່ງເປັນ ອົງການກຸສົນ ທີ່ໃຫ້ຄວາມ ຊ່ອຍເຫລືອ ທາງດ້ານ ກົດໝາຍ ກ່າວຕໍ່ ພວກນັກຂ່າວ ໃນມື້ວານນີ້ວ່າ ນາງໄດ້ພົບປະ ກັບນາງ SAMANTHA OROBATOR ໃນວັນ ອັງຄານ ແລ້ວນີ້. ທະນາຍຄວາມ ANNA MORRIS ກ່າວວ່າ ມີເຈົ້າໜ້າທີ່ລາວ 10 ຄົນ ແລະ ຜູ້ຕາງໜ້າ ຣັຖບານ ອັງກິດ 3 ຄົນ ​ເຂົ້າຮ່ວມ ໃນການພົບປະ ກັບ​ນາງ OROBATOR ​ແລະ​ເວົ້າວ່າ ນາງ OROBATOR ມີ​ທ່າ​ທາງ ປະ​ມ່າ ແລະສີຢ້ານໆ ຍ້ອນ ການພົບ​ປະ ຢ່າງເປັນ ທາງການ ​ແບບ​ນັ້ນ. ໃນສັບປະດາແລ້ວ ຣັຖບານລາວ ໄດ້ແຕ່ງຕັ້ງ ທະນາຍຄວາມ ຄົນລາວ ຜູ້ນຶ່ງ ໃຫ້ນາງ OROBATOR ເປັນເທື່ອ ທຳອິດ ນັບແຕ່ ໄດ້ຖືກຈັບ ໃນເດືອນ ສິງຫາ ປີກາຍນີ້.

ຣັດເຊັຽ - ວຽດນາມ: ສື່ມວນຊົນຂອງຣັດເຊັຽ ລາຍງານວ່າ ວຽດນາມໄດ້ລົງນາມໃນຂໍ້ຕົກລົງ ທີ່ຈະຊື້ ເຮືອບິນຣົບ SUKHOI SU-30 ຈຳນວນ 12 ລຳ ຈາກຣັດເຊັຽ ໃນມູນຄ່າ ປະມານ 500 ລ້ານໂດລາ. ລາຍງານຂ່າວ ແຈ້ງວ່າ ບໍຣິສັດ ROSOBORONEXPORT ຊຶ່ງເປັນ ບໍຣິສັດ ຜລິດອາວຸດ ຂອງຣັຖບານ ຣັດເຊັຽ ຈະເປັນຜູ້ ຂາຍ ເຮືອບິນຣົບ ອາຍພົ່ນ ໄວກວ່າສຽງ ດັ່ງກ່າວ ໃຫ້ແກ່ ວຽດນາມ. ແຫລ່ງຂ່າວ ຂອງ ສື່ມວນຊົນ ຣັດເຊັຽ ແຈ້ງວ່າ ຂໍ້ຕົກລົງ ທີ່ວ່ານີ້ ໄດ້ມີການ ລົງນາມກັນ ໃນຕົ້ນປີ 2009 ແລະ ອົງການຂ່າວ ອິນເຕີແຟັກ ຂອງຣັດເຊັຽ ແຈ້ງວາ ບໍຣິສັດ ROSOBORONEXPORT ຈະເລີ້ມ ຈັດສົ່ງ ເຮືອບິນຣົບ ທີ່ວ່ານີ້ ໄປໃຫ້ ວຽດນາມ ໃນປີໜ້າ. ຂໍ້ຕົກລົງ ທີ່ວ່ານີ້ ມີຂຶ້ນ ນຶ່ງເດືອນ ຫລັງຈາກ ສື່ມວນຊົນ ຣັດເຊັຽ ລາຍງານ ໃຫ້ຊາບ ກ່ຽວກັບ ການຕົກລົງ ຊື້ຂາຍ ອາວຸດ ທີ່ສຳຄັນ ອີກອັນນຶ່ງ ຣະຫວ່າງ ປະເທດ ທັງສອງ. ໃນຂໍ້ຕົກລົງນັ້ນ ລາຍງານ ແຈ້ງວ່າ ວຽດນາມ ຈະຊື້ກຳປັ່ນ ດຳນ້ຳ 6 ລຳ ໃນມູນຄ່າ 1 ພັນ 800 ລ້ານໂດລາ ຈາກຣັດເຊັຽ. ເວົ້າຮວມແລ້ວ ຂໍ້ຕົກລົງ ທັງສອງ ຈະເຮັດໃຫ້ ວຽດນາມ ກາຍເປັນນຶ່ງ ໃນຈຳນວນ ລູກຄ້າ ລາຍໃຫຍ່ 5 ປະເທດ ທີ່ຊື້ອາວຸດ ຣັດເຊັຽ ຫຼາຍທີ່ສຸດ.

ເກົາຫລີໃຕ້ - ສໍ້ຣາດບັງຫຼວງ: ອ້າຍຂອງ ທ່ານ ROH MOO-HYUN ອະດີດ ປະທານາ ທິບໍດີ ເກົາຫລີໃຕ້ ໄດ້ຖືກ ຕັດສິນໂທດ ໃນວັນ ພະຫັດ ມື້ນີ້ ໃຫ້ຈຳຄຸກ ເປັນເວລາ 4 ປີ ຍ້ອນ ຮັບເງິນ ສິນບົນ ຫລາຍກວ່າ 2 ລ້ານໂດລາ ໃນລະຫວ່າງ ທີ່ນ້ອງຊາຍ ຂອງທ່ານ ດຳລົງ​ຕຳ​ແໜ່​ງ ປະທານາທິບໍດີ ຢູ່​ນັ້ນ. ທ່ານ ROH GUN-PYEONG ແລະ ຜູ້ສົມຮູ້ຮ່ວມຄິດ 2 ຄົນ ໄດ້ຖືກ ຕັດສິນວ່າ ມີຄວາມຜິດ ໃນການ ຮັບເງິນ ສິນບົນ ກ່ຽວກັບ ການຈັດແຈງ ໃນການຊື້ ບໍຣິສັດ ນາຍໜ້າ ບໍຣິສັດນຶ່ງ ໂດຍ ທະນາຄານ ທີ່ຢູ່ພາຍໃຕ້ ການຊີ້ນຳ ຂອງຣັຖບານ ຂະນະທີ່ ປະທານາທິບໍດີ ROH MOO-HYUN ຍັງຢູ່ ໃນຕຳແໜ່ງ ໃນປີ 2006 ຜ່ານມາ ອະດີດ ປະທານາທິບໍດີ ເກົາຫລີໃຕ້​ເອງ ກໍກຳລັງ ຖືກສືບສວນ ​ເຊ່ນ​ກັນ ໃນຄະດີ ຮັບເງິນ ສິນບົນ ນຶ່ງອີກ ຕ່າງຫາກ ກ່ຽວກັບການ ກ່າວຫາ ທີ່ວ່າ ທ່ານໄດ້ຮັບເງິນ ຫລາຍກວ່າ 6 ລ້ານໂດລາ ຈາກ ນັກທຸຣະກິດ ຄົນນຶ່ງ ຂະນະທີ່ ຍັງຮັບ ຕຳແໜ່ງຢູ່. ທ່ານ ROH ບໍ່ໄດ້ມີການ ພົວພັນໃດໆ ກັບຄະດີ ອ້າຍຂອງທ່ານ ແຕ່ການ ກ່າວຫາ ກ່ຽວກັບ ການຮັບເງິນ ສິນບົນ ທີ່​ມີ​ຂື້ນ ເມື່ອບໍ່​ດົນ​ ມານີ້ ແລະ ພົວພັນ ກັບສະມາຊິກ ໃນຄອບຄົວ ຂອງທ່ານນັ້ນ ໄດ້ສ້າງ ຄວາມດ່າງພ້ອຍ ໃຫ້ແກ່ ພາບພົດ ການເປັນ ນັກການເມືອງ ຂາວສະອາດ ຂອງທ່ານ.

ໄນຈີເຣັຽ - ຄຳຂາດ: ກຸ່ມຫົວຮຸນແຮງທີ່ສຳ ຄັນ ກຸ່ມນຶ່ງ ໃນເຂດ ສາມຫລ່ຽມ ປາກແມ່ນ້ຳ NIGER ທາງພາກໃຕ້ ຂອງ ໄນຈີເຣັຽ ໄດ້ໃຫ້ເວລາ ຕື່ມອີກ 48 ຊົ່ວໂມງ ແກ່ບັນດາ ບໍຣິສັດ ນ້ຳມັນ ໃນເຂດ ດັ່ງກ່າວ ເພື່ອຍົກຍ້າຍ ພະນັກງານ ຂອງຕົນ ອອກໜີ ໂດຍເຕືອນວ່າ ຈະມີການ ໂຈມຕີ ຢ່າງຮ້າຍແຮງ ຕິດຕາມມາ. ຂະບວນການ ປົດປ່ອຍ ເຂດສາມຫລ່ຽມ ປາກແມ່ນ້ຳ NIGER ກ່າວ ໃນຖແລງຂ່າວ ທີ່ນຳອອກ ເຜີຍແຜ່ວ່າ ໃນຕອນ ທ່ຽງຄືນ ວັນເສົາ ເຂດສາມຫຼ່ຽມ ປາກແມ່ນ້ຳ NIGER ຈະກາຍເປັນ ເຂດຫ້າມບິນ ສຳລັບ ເຮືອບິນ ເຮຣີຄອບເຕີ້ ແລະເຮືອບິນ ລົງຈອດ ໃນນ້ຳ ຂອງ ບໍຣິສັດ ນ້ຳມັນ. ກ່ອນໜ້ານີ້ ກຸ່ມດັ່ງກ່າວ ກໍໄດ້ກຳນົດ ເສັ້ນຕາຍ 24 ຊົ່ວໂມງ ຊຶ່ງຈະໝົດລົງໃນວັນພະຫັດມື້ນີ້. ພວກກະບົດ ເວົ້າວ່າ ກອງທັບ ໄນຈີເຣັຽ ໄດ້ທຳການ ໂຈມຕີ ແບບບໍ່ມີ ການທ້າທາຍ ເກາະຜິດ ຕໍ່ຄ້າຍ ພວກກະບົດ 2 ແຫ່ງ ໃນຕອນເຊົ້າ ວານນີ້. ນອກນັ້ນ ກະບົດຈຸນີ້ ຍັງກ່າວອ້າງວ່າ ຕໍ່ມາ ພວກເຂົາ ໄດ້ໂຈມຕີ ທະຫານໄນຈີເຣັ ຽເພື່ອເປັນການ ຕອບໂຕ້ຄືນ.

ສຣີລັງກາ: ສຣີລັງກາ ກຳລັງ ບຸກຄືບໜ້າ ໃນການໂຈມຕີ ພວກກະບົດ ເສືອທະມິລ ທັງໆທີ່ ໄດ້ມີ​ການ ຮຽກຮ້ອງ ເພີ້ມຂຶ້ນ ຈາກນາໆຊາດ ໃຫ້ຢຸດຍິງ ເພື່ອໃຫ້ ພົລເຮືອນ ທີ່ຕົກຄ້າງຢູ່ ສາມາດ ຫລົບໜີ ອອກໄປ ຈາກເຂດ ທີ່ຍັງມີ ການສູ້ຣົບກັນ. ໃນມື້ນີ້ ທ່ານ LAKSHMAN YAPA ABEYWARDENA ຣັຖມຸນຕຣີ ສື່ມວນຊົນ ຂອງ ສຣີລັງກາ ກ່າວວ່າ ຣັຖບານ ຈະບໍ່ຮັບເອົາ ການກົດດັນ ຂອງນາໆຊາດ ເພື່ອໃຫ້ ສຣີລັງກາ ຢຸດເຊົາ ການປະຕິບັດງານ ທາງທະຫານນັ້ນ. ໃນມື້ວານນີ້ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ໄດ້ຮຽກຮ້ອງ ໃຫ້ທັງ ສອງຝ່າຍ ໃນບັນຫາ ຂັດແຍ້ງ ໃຫ້ການ ປົກປ້ອງ ຄຸ້ມຄອງ ພົລເຮືອນ ແລະ ອະນຸຍາດໃຫ້ ອົງການ ໃຫ້ຄວາມ ຊ່ອຍເຫລືອຕ່າງໆ ເຂົ້າໄປໃນ ເຂດທີ່ມີ ການສູ້ຣົບ ເພື່ອຊ່ອຍ ບໍ່ໃຫ້ເກີດ ພັຍພິບັດ ທາງດ້ານ ມະນຸສທັມ ທີ່ກຳລັງ ຮ້າຍແຮງຂຶ້ນ. ສະພາ ກາແດງ ສາກົນ ກ່າວວ່າ ສະຖານະການ ສຳລັບ ພົລເຮືອນ ຢູ່ໃນເຂດ ສມໍຣະພູມ ແນວໜ້າ ທາງພາກເໜືອ ຂອງ ສຣີລັງກາ ໄດ້ຊຸດໂຊມລົງ ຢ່າງຮ້າຍແຮງ ຍ້ອນໄດ້ມີ ການສູ້ຣົບ ຢ່າງດຸ​ເດືອດ ແລະ ບໍ່ຢຸດ​ຢັ້ງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG