ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

Sepone Mining Creates Revenues, Yet Local People Still Poor


ນັບ​ຈາກ​ປີ 2003 ​ເປັນຕົ້ນມາຈົນ​ເຖິງ​ທ້າຍ​ປີ 2008 ລັດຖະບານລາວ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ໂຄງການ​ບໍ່​ແຮ່​ເຊ​ໂປ​ນ ​ແຂວງ​ສະຫວັນນະເຂດ​ແລ້ວ ເປັນ​ເງິນ​ຫລາຍ​ກວ່າ 250 ລ້ານ​ໂດ​ລ້າ​ສະຫະຣັດ. ​ແຕ່​ປະຊາຊົນ​ໃນ​ທ້ອງຖິ່ນ​ດັ່ງກ່າວ ກໍ​ຍັງ​ຄົງ​ມີ​ຄວາມທຸກ​ຈົນ​ຢູ່ຕາມ​ເດີມ.

ກຸ່ມ​ບໍລິສັດ​ເອກະ​ຊົນ​ຈາກ​ປະ​ເທດ​ອົສຕຣາລີ ຊຶ່ງ​ລົງທຶນ​ຂຸດ​ຄົ້ນ​ແຮ່​ຄຳ ​ແລະ ທອງ​ແດງ​ຢູ່​ບໍ່ແຮ່​ເຊ​ໂປ​ນ​ໃນ​ເຂດ​ເມືອງ​ວີລະ​ບູລີ ​ແຂວງ​ສະຫວັນ​ນະ​ເຂດ ຫລື ທີ່​ເອີ້ນວ່າ ກຸ່ມບໍລິສັດອົສຊີເອ​ນາ ຣີຊອສ ​ຊຶ່ງ​ໄດ້​ມາ​ປ່ຽນຊື່​ເປັນ ອັອດສລ້ານ​ຊ້າງ ມາຍເນີ​ໂຣ້ສ ຈຳກັດ​ໃນ​ປະຈຸ​ບັນນີ້ ​ໄດ້​ສະ​ເໜີລາຍ​ງານ​ວ່າໃນ​ໄລຍະ​ໄຕຣມາດ​ທີ່​ສີຂອງ​ປີ 2008 ທີ່​ຜ່ານ​ມາໄດ້​ທຳ​ການ​ສົ່ງ​ມອບ​ຄ່າ​ສຳ​ປະ​ທານ​ຄ່າ​ຂຸດ​ຄົ້ນ​ແຮ່​ທາດ​ໃຫ້ແ​ກ່ລັດຖະບານ​ລາວ​ເພີ້ມຂຶ້ນອີກ 3.100.000 ​ໂດ​ລ້າ​ສະຫະຣັດ ຊຶ່ງ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ກຸ່ມ​ບໍລິສັດ​ດັ່ງກ່າວ​ນີ້ ​ໄດ້​ສົ່ງ​ມອບ​ຄ່າ​ສຳ​ປະທານ​ໃຫ້​ກັບ​ລັດຖະບານ​ລາວ​ແລ້ວ ຄຶດ​ເປັນ​ມູນ​ຄ່າ​ລວມ​ເຖິງ 22,100,000 ໂດ​ລ້າ​ສະຫະຣັດ ​ຕະຫລອດ​ປີ 2008 ທີ່​ຜ່ານ​ມາ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ​ຜົນ​ປະ​ໂຫຍ​ດທີ່​ລັດຖະບານ​ລາວ​ໄດ້​ຮັບ​ຈາກ​ບໍ່​ແຮ່​ເຊ​ໂປ​ນດັ່ງກ່າວ​ນີ້ ຍັງ​ໄດ້​ລວມ​ໄປ​ເຖິງອາ​ກອນ​ກຳ​ໄລ, ​ພາສີ​ລາຍ​ໄດ້ ​ແລະ ຄ່າ​ເຊົ່າ​ທີ່​ດິນໃນ​ເຂດ​ສຳ​ປະທານ​ການ​ຂຸດ​ຄົ້ນ​ແຮ່ຄຳ ​ແລະ ທອງ​ແດງ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວໄດ້ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ບໍ່​ແຮ່​ເຊ​ໂປນ​ແລ້ວ ຄຶດ​ເປັນ​ມູນ​ຄ່າ​ສະ​ສົມ​ລວມກັນ​ຫລາຍ​ກວ່າ 250 ລ້ານໂດ​ລ້າ​ສະຫະລັດ ນັບ​ຈາກ​ປີ 2003 ​ເປັນຕົ້ນມາ ຈົນ​ເຖິງ​ທ້າຍ​ປີ 2008 ດັ່ງກ່າວ.

ຫາກ​ແຕ່​ວ່າ ສຳລັບ​ໃນ​ປີ 2009 ນີ້ ກໍ​ຄາດໝາຍວ່າ ຜົນ​ປະ​ໂຫຍ​ດທີ່​ລັດຖະບານ​ລາວຈະ​ໄດ້​ຮັບ​ຈາກ​ບໍ່​ແຮ່​ເຊ​ໂປ​ນດັ່ງກ່າວ​ນີ້ ຈະ​ຫລຸດໜ້ອຍຖອຍ​ລົງ​ຈາກ​ປີ​ກາຍ​ຢ່າງແນ່ນອນ. ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ບັນຫາ​ວິ​ກິດການ​ທາງ​ເສດ​ຖະ​ກິດ​ການ​ເງິນ​ໂລກຊຶ່ງ​ເປັນ​ຢູ່​ໃນ​ເວລານີ້ ​ແລະ ກໍ​ບໍ່ພຽງ​ແຕ່​ຈະ​ເຮັດ​ໃຫ້​ກຸ່ມ​ລົງທຶນ​ຕ້ອງ​ມີ​ການ​ຫລຸດປະລິ​ມານ​ການ​ສົ່ງ​ອອກ​ແຮ່​ຄຳ ​ແລະ ​ແຮ່​ທອງ​ແດງ​ລົງ​ຈາກ​ປີ​ກາຍ​ເທົ່າ​ນັ້ນ ຫາກ​ແຕ່​ວ່າ ດ້ວຍ​ສະພາ​ວະ​ການ​ໃນ​ດ້ານ​ລາຄາຂອງ​ແຮ່​ທອງ​ແດງ​ໃນ​ຕະຫລາດ​ໂລກ​ ທີ່​ໄດ້​ຫລຸດ​ລົງຢ່າງ​ຕໍ່​ເນື່ອງ ຊຶ່ງ​ກໍ​ຄື ຫລຸດ​ລົງ​ຈາກ​ໂຕນລະ ​8.000 ​ກວ່າ​ໂດ​ລ້າ​ສະຫະຣັດ ມາເຫລືອ​ພຽງ​ແຕ່​ຢູ່​ຕັນ 3.200 ໂດ​ລ້າ​ສະຫະຣັດ ​ໃນ​ປະຈຸ​ບັນນີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ກຸ່ມ​ລົງທຶນ​ຢູ່​ບໍ່​ແຮ່​ເຊໂປ​ນດັ່ງກ່າວ ຕ້ອງ​ຫລຸດ​ຜົນ​ປະລິ​ມານ​ການ​ຜະຫລິດ ​ແລະ ສົ່ງ​ອອກ​ແຮ່​ທອງ​ແດງ​ລົງ​ຈາກ​ເປົ້າໝາຍ​ເດີມ​ທີ່​ວາງ​ເອົາ​ໄວ້ຫລາຍ​ກວ່າ 35%. ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເຊົາ​ວ່າ​ຈ້າງ​ຄົນ​ງານ​ລາວໃນ​ລະດັບ​ທ້ອງ​ຖິ່ນ​ໄປ​ແລ້ວ​ ຈຳນວນ​ຫລາຍ​ຮ້ອຍ​ຄົນ​ອີກ​ດ້ວຍ.

​ໂດຍ​ພາຍໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງໄປ​ເຖິງ​ມູນ​ຄ່າ​ການ​ຊ່ອຍ​ເຫລືອ ທີ່​ກຸ່ມ​ລົງທຶນ​ໃນ​ໂຄງການ​ຈະ​ປະກອບສ່ວນ​ໃຫ້​ກັບ​ໂຄງການ​ພັດ​ທະ​ນາ​ຕ່າງໆ ທີ່ຢູ່​ໃນ​ລະ​ດັບ​ທ້ອງ​ຖິ່ນ ຫລື​ວ່າ ​ເຂດ​ທີ່​ບໍ່​ແຮ່​ເຊ​ໂປ​ນຕັ້ງຢູ່​ອີກດ້ວຍ​ເຊັ່ນ​ດຽວກັນ ​ໂດຍ​ສະ​ເພາະ​ແມ່ນ​ເມືອງ​ວີ​ລະ​ບູລີ ທີ່​ໄດ້​ຖືກ​ຈັດຕັ້ງຂຶ້ນມາ​ເພື່ອ​ຮອງ​ຮັບ​ການ​ລົງທຶນ​ ໃນ​ການ​ຂຸດ​ຄົ້ນ​ແຮ່​ທາດ​ຢູ່​ໃນ​ເຂດ​ບໍ່ແຮ່​ເຊ​ໂປ​ນ​ເປັນ​ການສະ​ເພາະ​ນັ້ນ ກໍ​ຍ່ອມຈະ​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ກົງ​ຢ່າງ​ຫລີກ​ລ້ຽງບໍ່​ໄດ້​ເຊັ່ນ​ດຽວກັນ ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າເມືອງວີ​ລະ​ບູລີຖື​ເປັນໜຶ່ງ​ໃນ​ 4 ​ເມືອງ​ ທີ່​ຍາກຈົນ​ຢ່າງ​ຍິ່ງ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ແລະກໍ​ຍັງ​ຖື​ເປັນໜຶ່ງໃນ 47 ເມືອງທີ່​ມີ​ປະຊາກອນ​ຍາກ​ຈົນຫລາຍ​ທີ່​ສຸດ​ຂອງ​ປະ​ເທດ​ລາວ ທີ່​ຍັງ​ຄົງ​ມີ​ການ​ຂາດ​ເຂີນ​ໃນ​ທຸກໆ ດ້ານ​ ໂດຍ​ສະ​ເພາະແມ່ນ​ການ​ຂາດ​ເຂີນຖະໜົນຫົນທາງ, ​ໄຟຟ້າ ​ແລະ​ແຫລ່ງນ້ຳດື່ມນ້ຳ​ໃຊ້​ທີ່​ສະອາດ.

ໃນ​ປະຈຸ​ບັນ ​ເມືອງວີ​ລະ​ບູລີ ມີ​ປະຊາກອນ​ທັງໝົດຫລາຍ​ກວ່າ 32,000 ຄົນ ​ໃນ​ເຂດ 79 ໝູ່ບ້ານ ຊຶ່ງ​ໃນ​ຈຳນວນ​ດັ່ງກ່າວ ກໍ​ມີ​ຢູ່​ເຖິງ 34 ໝູ່ບ້ານທີ່​ຈັດ​ຢູ່​ໃນໝູ່ບ້ານ​ທີ່​ມີຄວາມທຸກ​ຈົນ​ຢ່າງ​ຍິ່ງ ຊຶ່ງ​ກໍ​ຄື ມີ​ປະຊາກອນ​ສ່ວນໃຫຍ່ ມີ​ລາຍ​ໄດ້​ບໍ່​ເຖິງ ໜຶ່ງ​ໂດ​ລ້າ​ສະຫະລັດ ຕໍ່ຄົນ​ຕໍ່ມື້ນັ້ນ​ເອງ.

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ເມື່ອວັນທີ 2 ພຶດສະພາ 2009

XS
SM
MD
LG