ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານປາກິສຖານ ໄດ້ຮັບຄຳສັ່ງ ໃຫ້ພະຍາຍາມ ມິພົລເຮືອນ ບາດເຈັບໜ້ອຍທີ່ສຸດ ໃນການບຸກໂຈມຕີ ພວກທາລີບານ


ປາກິສຖານ: ຜູ້ບັນຊາການກອງທັບປາກິສ ຖານ ໄດ້ສັ່ງໃຫ້ ທະຫານ ຣະມັດຣະວັງເພື່ອ​ຫລີກ​ລ່ຽງ ການ​ສ້າງ​ ຄວາມ​ເສັຽຫາຍ​ ໃຫ້​ແກ່ ພົລເຮືອນ ​ໂດຍເຮັດໃຫ້ ມີການ ບາດເຈັບ ລົ້ມຕາຍ ໜ້ອຍທີ່ສຸດ ເຖິງແມ່ນວ່າ ພວກເຂົາເຈົ້າ ຈະຕົກຢູ່ ໃນອັນຕະລາຍ ກໍຕາມ ຂະນະທີ່ ທຳການສູ້ຣົບ ກັບພວກ ທາລີບານ ໃນເຂດ ພາກຕາເວັນຕົກ ສຽງເໜືອ ຂອງ ປາກິສຖານນັ້ນ. ນາຍພົນ ASHFAQ KAYANI ໄດ້ມີ ຄຳສັ່ງໄປຍັງ ພວກທະຫານ ໃນວັນພຸດ ມື້ນີ້ ໃຫ້ທຳການໂຈມຕີ ໂດຍໃຊ້ຄວາມແມ່ນຍຳ ຖືກເປົ້າໝາຍ ຕໍ່ພວກ ຫົວຮຸນແຮງ. ເຈົ້າໜ້າທີ່ ກອງທັບ ປາກິສຖານ ກ່າວວ່າ ມີພວກ ຫົວຮຸນແຮງ 751 ຄົນ ຖືກຂ້າຕາຍ ນັບແຕ່ ການປະຕິບັດງານ ໃນເຂດ ຮ່ອມພູ SWAT ແລະບໍຣິເວນ ອ້ອມແອ້ມ ໄດ້ເລີ້ມຂຶ້ນ ໃນສັບປະດາແລ້ວ. ຍັງບໍ່ທັນ ມີລາຍງານ ຢ່າງເປັນ ທາງການໃດໆ ກ່ຽວກັບ ການບາດເຈັບ ລົ້ມຕາຍ ຂອງພົລເຮືອນ ແຕ່ເຈົ້າໜ້າທີ່ ເວົ້າວ່າ ມີປະມານ 800 ພັນຄົນ ໄດ້ພາກັນ ຫລົບໜີ ການສູ້ຣົບ. ຫລາຍກວ່າ 1 ລ້ານຄົນ ໄດ້ເປັນ ຜູ້ອົພຍົບ ຫລົບພັຍ ໃນພາກ ຕາເວັນຕົກ ສຽງເໜືອ ຂອງປາກິສຖານ ຍ້ອນຄວາມ ຮຸນແຮງທີ່ນັ້ນ. ໃນມື້ວານນີ້ ອົງການ ຂ້າຫລວງໃຫຍ່ ອົພຍົບ ຂອງ ສະຫະປະຊາຊາດ ໄດ້ຈັດສົ່ງ ປັດຈັຍ ບັນເທົາທຸກ 120 ໂຕນ ໄປໃຫ້ ປາກິສຖານ ຮວມທັງມຸ້ງ ຜ້າຢາງ ເພື່ອປຸກ ບ່ອນຢູ່ ຊົ່ວຄາວ ສຸກເສີນ ແລະສາງ ເຄື່ອນທີ່ 2 ແຫ່ງ.

ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ການໂຈມຕີ ດ້ວຍຣະເບີດ ສະລະຊີບ ເຮັດໃຫ້ ພົລເຮືອນ ເສັຽຊີວິດ 7 ຄົນ ຢູ່ນອກ ຄ້າຍທະຫານ ອະເມຣິກັນ ແຫ່ງນຶ່ງ ໃນພາກ ຕາເວັນອອກ ຂອງ ອັຟການິສຖານ. ເຈົ້າໜ້າທີ່ ໂຮງການແຂວງ ຄົນນຶ່ງ ກ່າວວ່າ ການໂຈມຕີ ດ້ວຍຣະເບີີດ ສະລະຊີບ ໃນມື້ນີ້ ມີຂຶ້ນ ທີ່ປະຕູ ບ່ອນທີ່ ພວກຄົນງານ ລໍຖ້າ ທີ່ຈະເຂົ້າໄປ ໃນຄ້າຍ ທະຫານ ອະເມຣິກັນ ທີ່ເມືອງ KHOST. ກະຊວງ ພາຍໃນ ອັຟການິສຖານ ກ່າວວ່າ ນອກນັ້ນ ຍັງມີ 21 ຄົນ ໄດ້ຮັບ ບາດເຈັບ. ຂນະດຽວກັນ ກອງທັບ ສະຫະຣັດ ກ່າວວ່າ ພວກຫົວຮຸນແຮງ ໄດ້ຍິງຈະຣວດ (ໝາກປີ) ເຂົ້າໃສ່ ຄ້າຍທະຫານ ຫຼາຍແຫ່ງ ທີ່ແຂວງ PAKTIKA ໃນພາກ ຕາເວັນອອກ ສຽງໃຕ້ ອັຟການິສຖານ. ເພື່ອເປັນການ ຕອບໂຕ້ ກຳລັງ ສະຫະຣັດ ໄດ້ໂຈມຕີ ທາງອາກາດ ເຮັດໃຫ້ ພວກກະບົດ 6 ຄົນ ແລະພົລເຮືອນ 2 ຄົນ ເສັຽຊີວິດ ແລະອີກ 4 ຄົນ ບາດເຈັບ. ການຂັດແຍ້ງ ທີ່ສຳຄັນ ລະຫວ່າງ ອັຟການິສຖານ ແລະສະຫະຣັດ ກໍຄືການ ໂຈມຕີ ທາງອາກາດ ຂອງ ສະຫະຣັດ ຕໍ່ເປົ້າໝາຍ ຂອງພວກ ຫົວຮຸນແຮງ. ປະທານາທິບໍດີ HAMID KARZAI ກ່າວວ່າ ມັນເປັນສິ່ງ ທີ່ຮັບເອົາ ບໍ່ໄດ້ ແລະ ບ່ອນທຳລາຍ ກຳລັງປະສົມ ດ້ວຍການ ບໍ່ພໍໃຈ ຂອງ ປະຊາຊົນ ຍ້ອນ ການບາດເຈັບ ລົ້ມຕາຍ ຂອງພົລເຮືອນ.

ອິນເດັຽ - ເລືອກຕັ້ງ: ທີ່ປະເທດອິນເດັຽ ຜູ້ມີ ສິດ ປ່ອນບັດ ຫລາຍໆລ້ານຄົນ ຢູ່ໃນ 7 ຣັດ ກຳລັງ ພາກັນ ໄປໃຊ້ສິດ ໃຊ້ສຽງ ໃນການ ປ່ອນບັດ ຮອບທີ 5 ຊຶ່ງເປັນ ຮອບສຸດທ້າຍ ສຳລັບ ການເລືອກຕັ້ງ ທົ່ວໄປ ທີ່ໃຊ້ເວລາ ເຖິງນຶ່ງເດືອນ. ການຢັ່ງ ຫາງສຽງ ຄັ້ງທຳອິດ ຂອງພວກ ທີ່ໄປປ່ອນບັດ ຊຶ່ງໄດ້ຖືກຫ້າມ ໃນລະຫວ່າງ ການ​ປ່ອນ​ບັດ​ ຮອບ​ກ່ອນໆນັ້ນ ຄາດວ່າ ຈະເປັນທີ່ ຮູ້ຈັກກັນ ພາຍໃນ ບໍ່ເທົ່າໃດ ຊົ່ວໂມງ ຫລັງຈາກ ການປ່ອນບັດ ເສັດສິ້ນລົງ ໃນມື້ນີ້. ເຈົ້າໜ້າທີ່ ຈະປະກາດ ກ່ຽວກັບຜົນ ການນັບ ຄະແນນສຽງ ຂັ້ນສຸດທ້າຍ ໃນວັນເສົາຈະມາ. ພວກນັກວິເຄາະ ເຫັນວ່າ ຈະເປັນການ ແຂ່ງຂັນ ທີ່ມີ ຄະແນນ ໃກ້ຄຽງກັນ ລະຫວ່າງ ສອງພັກ ການເມືອງໃຫຍ່ ຄືພັກ ຄອງແກຣັສ ຊຶ່ງເປັນພັກ ຣັຖບານ ແລະພັກ ຊາດນິຍົມ ສາສນາຮິນດູ BHARATIYA JANATA. ທັງສອງພັກ ຕ່າງກໍ ບໍ່ຄາດວ່າ ຈະໄດ້ຮັບ ບ່ອນນັ່ງ ພຽງພໍ ເພື່ອປົກຄອງ ປະເທດ ໂດຍລຳພັງ. ສ່ວນ ພວກແບ່ງແຍກ ດິນແດນ ໃນແຄວ້ນ ແຄັສເມັຽ ທີ່ຢູ່ ພາຍໃຕ້ ການຄວບຄຸມ ຂອງອິນເດັຽນັ້ນ ພວມນັດຢຸດງານ ເປັນເວລາ 2 ມື້ ເພື່ອປະທ້ວງ ການເລືອກຕັ້ງ ຢູ່ໃນແຄວ້ນ ດັ່ງກ່າວ ທີ່ມີຊາວມຸສລິມ ເປັນຄົນ ກຸ່ມໃຫຍ່.

ຈີນ - ຜູ້ນຳນັກສຶກສາ: ຄອບຄົວ ຂອງຜູ້ນຳ ນັກສຶກສາ ໃນລະຫວ່າງການປະທ້ວງຮຽກຮ້ອງ ເອົາປະຊາທິປະໄຕ ທີ່ຈະຕຸຣັດ ທຽນອັນເໝິນ ໃນປີ 1989 ກ່າວວ່າ ລາວໄດ້ຖືກຈັບ ໃນຂໍ້ຫາ ສໍ້ໂກງ. ຄອບຄົວ ຂອງນາຍ ZHOU YONGJUN ກ່າວວ່າ ຕຳຣວດ ໄດ້ແຈ້ງໃຫ້ ເຂົາເຈົ້າຊາບ ກ່ຽວກັບ ຂໍ້ຫາ ໃນມື້ນີ້ ແຕ່ບໍ່ໄດ້ໃຫ້ ລາຍລະອຽດ ຫຍັງຫລາຍ. ນາຍ ZHOU ໄດ້ຖືກຟ້ອງ ທີ່ເມືອງ SUINING ບ້ານເກີດ ຂອງລາວ ທີ່ແຂວງ SICHUAN ໃນພາກ ຕາເວັນຕົກ ສຽງໃຕ້ ຂອງຈີນ. ຄອບຄົວ ຂອງລາວ ເວົ້າວ່າ ພວກເຂົາເຈົ້າ ບໍ່ເຂົ້າໃຈວ່າ ລາວຈະທຳການ ສໍ້ໂກງ ໄດ້ແນວໃດ ຢູ່ປະເທດຈີນ ໃນເມື່ອວ່າ ລາວໄດ້​ມາຢູ່ ທີ່ສະຫະຣັດ ເປັນເວລາ ດົນນານ. ນາຍ ZHOU ໄດ້ຮັບ ອະນຸຍາດ ໃຫ້ຢູ່ ສະຫະຣັດໄດ້ ຢ່າງເປັນການ ຖາວອນ ແລະ ການປະກາດ ກ່ຽວກັບ ຂໍ້ຫາ ທີ່ວ່ານີ້ ຊື່​ງມີຂຶ້ນ ບໍ່ເທົ່າໃດອາທິດ ກ່ອນວັນ ຄົບຮອບ ປີທີ 20 ຂອງເຫດຮ້າຍ ທີ່ຈະຕຸຣັດ ທຽນອັນເໝິນນັ້ນ ມີທ່າທາງວ່າ ຈະພາໃຫ້ເກີດ ຄວາມເຄັ່ງຕຶງ ລະຫວ່າງ ປັກກິ່ງ ກັບວໍຊິງຕັນ. ສະຖານທູດ ສະຫະຣັດ ທີ່ນະຄອນຫລວງ ປັກກິ່ງ ກ່າວວ່າ ຕົນ​ໄດ້​ຍົກ​ ເອົາ​ເຣື່ອງນີ້ ຂື້ນມາ ​ສົນທະນາ​ ກັບ​ກະຊວງ​ ການ​ຕ່າງປະ​ເທດ​ຈີນ​ແລ້ວ ​ແຕ່​ບໍ່​ໄດ້​ ໃຫ້​ຄວາມ​ເຫັນ​ ຫຍັງ​ຕື່ມ.

ຈີນ - ເສຖກິດ: ຍອດ​ຂາຍຂອງ​ພວກ​ທຸລະ​ກິດຂາຍຍ່ອຍ ຂອງຈີນ ໄດ້ຖີບໂຕຂຶ້ນເກືອບ 15% ໃນເດືອນເມສາ ຜ່ານມາ ຊຶ່ງສະແດງ ໃຫ້ເຫັນວ່າ ແຜນການ ກະຕຸກຊຸກຍູ້ ເສຖກິດ ຈຳນວນ ມະຫາສານ ຂອງ ຣັຖບານຈີນນັ້ນ ໄດ້​ເລີ້ມ ປາກົດຜົນ​ແລ້ວ. ແຕ່ໂຕເລກ ທີ່ເປີດເຜີຍ ໃນວັນພຸດ ມື້ນີ້ ໂດຍຫ້ອງການ ສະຖິຕິ ແຫ່ງຊາດ ຂອງຣັຖບານ ສະແດງ ໃຫ້ເຫັນວ່າ ຜົນຜລິດ ທາງດ້ານ ອຸສາຫະກັມ ຂອງຈີນ ໄດ້ຖີບໂຕຂຶ້ນ ແຕ່ 7.3% ໃນເດືອນແລ້ວ ຕ່ຳກວ່າ ໂຕເລກ ຂອງເດືອນມີນາ ນຶ່ງເປີເຊັນ ເຕັມໆ. ເສຖກິດ ທີ່ໄດ້ຮັບ ການຂັບດັນ ດ້ວຍການ ສົ່ງອອກ ຂອງຈີນ ໄດ້ຮັບຜົນ ກະທົບ ຢ່າງໜັກ ຈາກການ ຊັກຊ້າລົງ ຂອງ ເສຖກິດໂລກ. ຣັຖບານຈີນ ໄດ້ປະກາດ ໃນມື້ວານນີ້ວ່າ ການສົ່ງອອກ ໃນເດືອນເມສາ ຜ່ານມານີ້ ໄດ້ຫລຸດລົງ 22.6% ຈາກ ຍອດປີກ່ອນ ຊຶ່ງເປັນການ ຫລຸດລົງ ເດືອນທີ 6 ລຽນຕິດ. ການຊັກຊ້າລົງ ຂອງ ເສຖກິດ ເຮັດໃຫ້ ພວກຄົນງານ ຫລາຍກວ່າ 20 ລ້ານຄົນ ບໍ່ມີວຽກ ການເຮັດ. ເພື່ອເປັນການ ຮັບມື ກັບການ ຊັກຊ້າລົງ ຂອງເສຖກິດ ປັກກິ່ງ ໄດ້ອະນຸມັດ ແຜນການ ກະຕຸກຊຸກຍູ້ ເສຖກິດ ມູນຄ່າ 585 ພັນລ້ານ ໂດລາ ທີ່ສຸມໃສ່ ໂຄງການ ກໍ່ສ້າງ​ໂຄງລ່າງ ພື້ນຖານ ຕ່າງໆ ຕລອດທັງ ເສີມຂຍາຍ ການອຸບປະໂພກ ແລະບໍຣິໂພກ ພາຍໃນປະເທດ.

ໄຂ້ຫວັດໃຫຍ່: ເຈົ້າໜ້າທີ່ສາທາຣະນະສຸກຈີນ ກ່າວວ່າ ນັກສຶກສາອາຍຸ 19 ປີ ຄົນນຶ່ງ ແມ່ນ ກໍຣະນີ ທີ 2 ທີ່ໄດ້ຮັບ ການຢືນຢັນວ່າ ເປັນ ໄຂ້ຫວັດໃຫຍ່ A H1N1 ຢູ່ໃນຈີນ ແຜ່ນດິນ ໃຫຍ່. ໃນຖແລງຂ່າວ ທີ່ນຳອອກ ເຜີຍແຜ່ ທາງເວັບໄຊທ໌ ຂອງຕົນນັ້ນ ກະຊວງ ສາທາ ຣະນະສຸກຈີນ ກ່າວວ່າ ຜູ້ຊາຍຄົນນີ້ ໄດ້ເດີນທາງ ໄປເຖິງ ນະຄອນຫລວງ ປັກກິ່ງ ໃນມື້ວັນສຸກ ຜ່ານມາ ໂດຍຖ້ຽວບິນ ຈາກການາດາ ແລະສອງມື້ ຕໍ່ມາ ຜູ້ກ່ຽວ ໄດ້ເປັນໄຂ້ແຮງ ​ແລະລາວ ໄດ້ຂີ່ຣົດໄຟ ໄປຍັງເມືອງ JINAN ໃນແຂວງ SHANDONG ທາງພາກ ຕາເວັນອອກ ຂອງຈີນ ບ່ອນທີ່ລາວ ເຂົ້າ​ໄປ ຮັບການ ປິ່ນປົວ ຢູ່ໂຮງໝໍ ໃນທັນທີ. ກໍຣະນີທຳອິດ ທີ່ໄດ້ ຮັບການ ຢືນຢັນ ກ່ຽວກັບ ໄຂ້ຫວັດ​ໃຫຍ່ A H1N1 ຢູ່ຈີນ ແຜ່ນດິນໃຫຍ່ ແມ່ນຜູ້ຊາຍ ອາຍຸ 30 ປີ ທີ່ຖືກກວດ ພົບວ່າ ຕິດເຊື້ອ​ ໄຂ້ຫວັດ​ນີ້ ຫຼັງຈາກ ໄດ້ເດີນທາງ ໂດຍທາງເຮືອບິນ ຈາກສະຫະຣັດ ຜ່ານຍີ່ປຸ່ນ ໄປຍັງ ປະເທດຈີນ. ເຈົ້າໜ້າທີ່ ໄດ້ອອກ ຄຳເຕືອນ ແຈ້ງໄປຫາ ຜູ້ໂດຍສານ ທີ່ຮ່ວມ ເດີນທາງ ໄປພ້ອມ ກັບບຸກຄົນ ທັງສອງແລ້ວ. ຂະນະດຽວກັນ ຮົງກົງ ກໍໄດ້ ໃຫ້ການ ຢືນຢັນ ກ່ຽວກັບ ກໍຣະນີທີ 2 ຂອງຜູ້ຕິດເຊື້ອ ໄຂ້ຫວັດໃຫຍ່ A H1N1.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG