<!-- IMAGE -->
ເມື່ອສິບຫ້າປີຜ່ານມາຣັຖະສະພາສະຫະຣັຖ ໄດ້ຕັ້ງເອົາວັນທີ່ 11 ເດືອນພືດສະພາໃຫ້ເປັນວັນສິດທິມະນຸດຂອງວຽດນາມ ເພື່ອສະແດງໃຫ້ເຫັນແລະເນ້ນໜັກເຖິງການສະນັບສະນຸນຂອງສະຫະຣັຖຕໍ່ການປົກປ້ອງ ແລະຊຸກຍູ້ເສຣີພາບຂັ້ນພື້ນຖານຕ່າງໆຢູ່ໃນປະເທດວຽດນາມ. ໄດ້ມີການຈັດພິທີແລະກອງປະຊຸມສົນທະນາຫາລືກັນຂື້ນ ໃນວັນທີ່ 10 ຜ່ານມານີ້ເພື່ອເປັນຂີດໝາຍໂອກາດດັ່ງກ່າວ ຢູ່ທີ່ຕຶກຣັຖະສະພາສະຫະຣັຖ ທີ່ເຂົ້າ ຮ່ວມໂດຍສະມາຊິກຣັຖະສະພາສະຫະຣັຖ ພວກຜູ້ນຳກຳມະກອນ ກຸ່ມຫລືອົງການຕ່າງໆທີ່ບໍ່ຂື້ນກັບຣັຖະບານ ແລະຜູ້ຕ່າງໝ້າຈາກປະຊາຄົມວຽດນາມ ໃນທົ່ວສະຫະ ຣັຖອາເມລິກາ.
ວັນດັ່ງກ່າວນີ້ ຖືວ່າເປັນຂີດໝາຍບັ້ນຕອນທີ່ສຳຄັນທີ່ສຸດບັ້ນນຶ່ງ ຂອງການສະນັບສະນຸນ ສົ່ງເສີມສິດທິມະນຸດຢູ່ໃນວຽດນາມ ໂດຍປະຊາຊົນພາຍໃນ ປະເທດເອງ ຄືເມື່ອວັນທີ່ 11 ເດືອນພືດສະພາ ປີ 1990 ນາຍແພດຊາວວຽດນາມ ດອກເຕີ ຫງຽນດານ ກເວ ແລະພວກນັກເຄຶ່ອນໄຫວອື່ນໆໄດ້ລົງພິມບົດຖະແລງການສະບັບນຶ່ງ ສຳຫລັບການເຄຶ່ອນໄຫວທີ່ບໍ່ສ້າງຄວາມຮຸນແຮງເພື່ອສິດທິມະນຸດໃນວຽດນາມ. ບົດຖະແລງການດັ່ງກ່າວ ຮຽກຮ້ອງ ຊາວວຽດນາມໃຫ້ພາກັນສະແດງການຕໍ່ຕ້ານຢ່າງສັນຕິ ຕໍ່ການປາບປາມຂອງຣັຖບານ ແລະຮຽກຮ້ອງໃຫ້ຣັຖບານວຽດນາມ ເຄົາຣົບນັບຖືສິດທິມະນຸດຂັ້ນພື້ນຖານ ໃຫ້ຮັບຮອງເອົາລະບົບການເມືອງທີ່ມີຫລາຍພັກ ແລະພ້ອມດຽວກັນອະນຸຍາດໃຫ້ມີການເລືອກຕັ້ງທົ່ວປະເທດທີ່ເສຣີແລະຍຸຕິທຳ. ດອກເຕີ ກເວ ພ້ອມດ້ວຍພວກສະນັບສະນຸນທ່ານໄດ້ຖືກເຈົ້າໜ້າທີ່ຣັຖບານຈັບ ແລະຕັດສິນລົງໂທດໃນຂໍ້ຫາກໍ່ການອາຊຍາກຳຕໍ່ຕ້ານປະເທດ.ແລະດອກເຕີ ກເວ ກໍໄດ້ຖືກກັກບໍລິເວນນັບແຕ່ປີ 2005 ເປັນຕົ້ນມາ.
ສະຫະຣັຖແລະວຽດນາມໄດ້ທຳຄວາມກ້າວໜ້າ ຢ່າງໃຫຍ່ຫລວງໃນການສ້າງຄວາມສຳພັນກັນແບບປົກກະຕິ ແລະເສີມຂະຫຍາຍການຄ້າ ແລະການເຕີບໂຕຂອງເສດຖະ ກິດວຽດນາມ ກໍໄດ້ສົ່ງຜົນໃຫ້ຊີວິດປະຈຳວັນຂອງຊາວວຽດນາມ ຫລາຍຄົນດີຂື້ນຢ່າງຫລວງຫລາຍ. ແຕ່ປະວັດການປະຕິບັດ ຫລືການນັບຖືດ້ານສິດທິມະນຸດຂອງຣັຖບານວຽດນາມນັ້ນ ຍັງຄົງຕ້ອຍຕ່ຳຢູ່ໃນຂະນະທີ່ໄດ້ມີການທຳຄວາມກ້າວໜ້າາງຢ່າງ ໃນເລື່ອງການຂະຫຍາຍເສຣີພາບໃນການເຊື່ອຖືສາສນາກໍຕາມ ແຕ່ຣັຖບານກໍຍັງສືບຕໍ່ວາງຂໍ້ຈັດກັດຮັດແຄບຕ່າງໆຕໍ່ເສຣີພາບໃນການປາກເວົ້າແລະການລບງຂ່າວ ແລະບໍ່ໄດ້ອະນຸໂລມຫລືໂຍະຍານ ໃຫ້ມີການຕຳໜິຕິຕຽນຣັຖບານ ແລະພັກຄອມມີວນີສແຕ່ຢ່າງໃດ.ສຳລັບຣັຖບານສະຫະຣັຖແລ້ວຄວາມແຕກຕ່າງຄັດແຍ້ງ ກັນກ່ຽວກັບເລື່ອງ ສິດທິມະນຸດນີ້ ຖືວ່າເປັນຂໍ້ຍຸ່ງຍາກອັນສຳຄັນທີ່ສຸດ ໃນຄວາມສຳພັນອັນດີທີ່ກຳລັງຈະເຣີນງອກງາມໃນດ້ານອື່ນໆກັບວຽດນາມນັ້ນ. ບັນດາເຈົ້າໜ້າທີ່ສະຫະຣັຖພາກັນເນ້ນຢ້ຳຢູ່ ສະເມີມາວ່າ ອາເມລິກາສະນັບສະນຸນປະເທດວຽດນາມທີ່ເຂັ້ມແຂງ ແລະຖ້າວ່າຣັຖະບານໃນນະຄອນຫລວງຮາໂນຍ ຫາກປ່ອຍໃຫ້ປະຊາຊົນຂອງຕົນມີປາກມີສຽງ ສະແດງ ຄວາມຄິດຄວາມເຫັນຂອງພວກເຂົາເຈົ້າໄດ້ຫລາຍຂື້ນເທົ່າໃດ ມັນກໍຈະເຮັດໃຫ້ວຽດນາມມີຄວາມເຂັ້ມແຂງຫລາຍຂື້ນເທົ່ານັ້ນ