ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານບໍ່ເຫັນດີໃຫ້ລົບລ້າງ ຂໍ້ຫາ ໃນການວາງແຜນ ເພື່ອໂຄ່ນລົ້ມ ຣັຖບານລາວ


ສະຫະຣັດ - ລາວ: ຜູ້ພິພາກສາ ສານຣັຖບານກາງ ແຫ່ງນຶ່ງ ຂອງສະຫະຣັດ ທີ່​ນະຄອນ SACRAMENTO ຣັດຄາລີຟໍເນັຽ ໄດ້ປະຕິເສດ ຕໍ່ການ ຮ້ອງຂໍ ຂອງ ທະນາຍຄວາມ ຈຳເລີຍ ທີ່ຢາກໃຫ້ ຍົກເລີກ ຂໍ້ຫາຕໍ່ 11 ນັກຣົບເກົ່າ ສົງຄາມ ວຽດນາມ ທີ່ຖືກ ກ່າວຫາວ່າ ວາງແຜນ ໂຄ່ນລົ້ມ ຣັຖບານລາວ. ຝ່າຍຈຳເລີຍ ກ່າວອ້າງວ່າ ການປະຕິບັດງານ ແບບຫຼອກລວງ ຂອງຣັຖບານ ແມ່ນມີຄວາມຜິດ ໃນທາງປະຕິບັດ ຍ້ອນພາໃຫ້ ພວກທີ່ຖືກ ກ່າວຫາ ເຊື່ອວ່າ ສະຫະຣັດ ໃຫ້ການ ສນັບສນຸນ ຕໍ່ການ ກໍ່ຣັຖປະຫານ. ​ແຕ່​ວ່າ ໃນລະຫວ່າງ ການຮັບຟັງ ຄຳໃຫ້ການ ໃນມື້ວານນີ້ ຜູ້ພິພາກສາ ປະຈຳເຂດ ຂອງສະຫະຣັດ ທ່ານ FRANK DAMRELL ກ່າວວ່າ ທ່ານບໍ່ໄດ້ ເຫັນວ່າ ມີຫຼັກຖານ ພຽງພໍ ທີ່ຈະຍົກເລີກ ຂໍ້ຫາເຫລົ່ານີ້. ແນວໃດກໍຕາມ ຜູ້ພິພາກສາ ກ່າວວ່າ ທ່ານຈະໃຫ້ ໂອກາດ ຕື່ມອີກ ແກ່ຈຳເລີຍ ເພື່ອທຳຄວາມ ພະຍາຍາມ ເພີ້ມຕື່ມ ກ່ອນການ ດຳເນີນຄະດີ. ມີການກະ ປະມານວ່າ ມີຊາວມົ້ງ 8 ພັນຄົນ ໄດ້ໄປໂຮມ ຊຸມນຸມກັນ ຢູ່ນອກສານ ຣັຖບານກາງ ທີ່ນະຄອນ SACRAMENTO ​ແລະພາກັນ ໂຮ່ຮ້ອງວ່າ “ປ່ອຍທ່ານວັງປາວ, ປ່ອຍທ່ານວັງປາວ” ໃນເດືອນ ມິຖຸນາ ປີ 2007 ອະດີດ ນາຍພົນ ວັງປາວ ແລະຈຳເລີຍ ຄົນອື່ນໆ ໄດ້ຖືກຈັບ ໃນຂໍ້ຫາ ພະຍາຍາມ ທີ່ຈະຊື້ປືນກົນ ລູກສອນໄຟ ແລະອາວຸດອື່ນໆ ເພື່ອ ທຳການ ປະຕິງານ ໂຈມຕີ ທາງທະຫານ ຢູ່ລາວ.

ອັຟການິສຖານ: ກະຊວງພາຍໃນ ອັຟການິສຖານ ກ່າວວ່າ ​ໄດ້ມີການ ໂຈມຕີ ດ້ວຍຣະເບີດ ສະລະຊີບ ຫລາຍໆຄັ້ງ ໃສ່ຕຶກ ໂຮງການ ຣັຖບານ ໃນວັນອັງຄານ ມື້ນີ້ ທີ່ເມືອງ KHOST ໃນພາກ ຕາເວັນອອກ ອັຟການິສຖານ. ເຈົ້າໜ້າທີ່ ສາທາ ຣະນະສຸກ ທ້ອງຖິ່ນ ກ່າວວ່າ ມີຜູ້ເສັຽຊີວິດ ຢ່າງນ້ອຍ 6 ຄົນ. ໃນການ ໃຫ້ສຳພາດ ແກ່ໂທຣະພາບ AL-JAZZERA ນັ້ນ ໂຄສົກຄົນນຶ່ງ ຂອງກຸ່ມ ທາລີບານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ເຫລົ່ານີ້ ແລະ ເວົ້າວ່າ ກຸ່ມທາລີບານ ໄດ້ໂຈມຕີ ເປົ້າໝາຍ ໃນເມືອງ KHOST ຍ້ອນ ມີກຳລັງ ທະຫານ ອະເມຣິກັນ ປະຈຳການ ຢູ່ເປັນ ຈຳນວນ ຫລວງຫລາຍ. ຄ້າຍທະຫານ ອະເມຣິກັນ ຂນາດໃຫຍ່ ແຫ່ງນຶ່ງ ຕັ້ງຢູ່​ໃນ ເມືອງນີ້. ຂະນະ ດຽວກັນ ກອງທັບ ສະຫະຣັດ ໄດ້ກ່າວຫາ ພວກຫົວຮຸນແຮງ ທາລີບານວ່າ ໃຊ້ສານ PHOSPHORUS ສີຂາວ ທີ່ສາມາດ ໃໝ້ຜິວໜັງໄດ້ນັ້ນ ໂຈມຕີ ໃນພາກ ຕາເວັນອອກ ອັຟການິສຖານ. ໃນມື້ວານນີ້ ກອງທັບ ສະຫະຣັດ ໄດ້ເປີດເຜີຍ ເອກກະສານ ຈຳນວນນຶ່ງ ທີ່ສະແດງ ໃຫ້ເຫັນວ່າ ມີຢ່າງນ້ອຍ 38 ຄັ້ງ ທີ່ພວກ ທາລີບານ ໄດ້ໃຊ້ ສານເຄມີ ດັ່ງກ່າວ ທຳການໂຈມຕີ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ເຮືອບິນ ເຮຣີຄອບເຕີ້ ຂອງ ກອງທັບບົກ ໄດ້ລຳລຽງ ທະຫານ ໄປລົງ ຢູ່ແນວຫລັງ ຂອງພວກ ສັດຕຣູ ໃນເຂດ ຮ່ອມພູ SWAT ໃນວັນອັງຄານ ມື້ນີ້ ຊຶ່ງເປັນ ພາກສ່ວນນຶ່ງ ຂອງແຜນການ ບຸກໂຈມຕີ ພວກຫົວຮຸນແຮງ ທາລີບານ ທີ່ກຳລັງ ດຳເນີນ​ໄປ ຢູ່ໃນເວລານີ້. ເຈົ້າໜ້າທີ່ ກ່າວວ່າ ໄດ້ມີການ ສົ່ງທະຫານ ໄປຍັງເຂດ PIOCHAR ທີ່ຕັ້ງຢູ່ ສອກຫລີກ ຫ່າງໄກ ໃນບໍຣິເວນ ຈອມພູ ທີ່ຄວບຄຸມໂດຍ ພວກທາລີບານ. ກະຊວງ ພາຍໃນ ປາກິສຖານ ກ່າວວ່າ ມີພວກ ຫົວຮຸນແຮງ ປະມານ 700 ຄົນ ໄດ້ຖືກ ສັງຫານ ນັບແຕ່ ໄດ້ມີການເລີ້ມ ບຸກໂຈມຕີ ໃນສັບປະດາແລ້ວ. ຈຳນວນ ພວກເສັຽຊີວິດ ຍັງບໍ່ສາມາດ ໄດ້ຮັບການ ຢືນຢັນ ຈາກແຫຼ່ງຂ່າວ ທີ່ເປັນ ອິສຣະເທື່ອ. ສູນຊົ່ວຄາວ ຫລາຍໆແຫ່ງ ຢູ່ໃນຂົງເຂດ ໄດ້ເຕັມ ໄປດ້ວຍ ຜູ້ຄົນ ແລະເຮືອນເຊົ່າ ໃນບໍຣິເວນ ຫົວເມືອງ ໃກ້ຄຽງ ກໍຫາຍາກ ເຮັດໃຫ້ ປະຊາຊົນ ຈຳນວນ ຫຼວງຫຼາຍ ບໍ່ມີບ່ອນ ຈະໄປ ຂະນະທີ່ ພວກເຂົາເຈົ້າ ຫລົບໜີ ຄວາມຮຸນແຮງ. ອົງການ ສະຫະ ປະຊາຊາດ ກະປະມານວ່າ ມີຫລາຍກວ່າ 360 ພັນຄົນ ຕ້ອງໄດ້ ອົພຍົບ ຫລົບພັຍ ນັບແຕ່ ສັບປະດາ ແລ້ວນີ້ ເປັນຕົ້ນມາ ເພີ້ມຕື່ມໃສ່ ຜູ້ຫຼົບພັຍ ຈຳ​ນວນ​ອີກ ປະມານ 5 ແສນຄົນ ທີ່​ໄດ້ ພາກັນ ຫລົບໜີ ຄວາມຮຸນແຮງ ຈາກເຂດອື່ນໆ ໃນພາກ ຕາເວັນຕົກ ສຽງເໜືອ ໃນປີກາຍນີ້.

ສຣີລັງກາ: ເຈົ້າໜ້າທີ່ ການແພດ ອະວຸໂສ ຂອງສຣີລັງກາ ໃນເຂດ ຄວບຄຸມ ຂອງພວກ ກະບົດ ທາງ ພາກເໜືອ ຂອງປະເທດ ກ່າວວ່າ ມີຄົນເຈັບ ຢ່າງນ້ອຍ 45 ຄົນ ໄດ້ເສັຽຊີວິດ ເວລາ ລູກປືນຄົກ ລູກນຶ່ງ ຕົກໃສ່ ໂຮງໝໍ ທີ່ຍັງ ເຫລືອຢູ່ ແຕ່ພຽງ ແຫ່ງດຽວເທົ່ານັ້ນ ໃນວັນອັງຄານ ມື້ນີ້. ພວກກະບົດ ເສືອທະມິລ ໄດ້ຖິ້ມໂທດ ໃສ່ທະຫານ ຣັຖບານ ໃນການ ໂຈມຕີຄັ້ງນີ້ ໂດຍເວົ້າວ່າ ກອງທັບ ສຣີລັງກາ ໄດ້ຍິງປືນໃຫຍ່ ໂຈມຕີ ໂຮງໝໍ ດັ່ງກ່າວ ຫລາຍໆມື້ ກ່ອນໜ້ານີ້. ກອງທັບ ສຣີລັງກາ ປະຕິເສດວ່າ ຕົນ​ບໍ່​ໄດ້​ໃຊ້ ປືນໃຫຍ່ ຍິງໂຈມຕີ ແລະກ່າວຫາ ພວກກະບົດວ່າ ເປັນຜູ້ໂຈມຕີ ປະຊາຊົນ ຂອງຕົນເອງ ເພື່ອໃຫ້ໄດ້ຮັບ ຄວາມເຫັນອົກ ເຫັນໃຈ ແລະ ການສນັບສນຸນ ຈາກນາໆຊາດ ເພື່ອໃຫ້ມີ ການຢຸດຍິງ. ມັນເປັນ ການຍາກ ທີ່ຈະພິສູດ ຄວາມ​ຈິງ ກ່ຽວກັບ ລາຍງານຂ່າວ ທີ່ຂັດແຍ້ງ ກັນກ່ຽວກັບ ການສູ້ຣົບນັ້ນ ​ເນື່ອງ​ຈາກ ຝ່າຍຣັຖບານ ສຣີລັງກາ ຫ້າມບໍ່ໃຫ້ ຄະນະ ສັງເກດການ ອິສຣະ ເຂົ້າໄປໃນ ເຂດສມໍຣະພູມ ແນວໜ້າ.

ເດັມຢັນຢຸກ: ນາຍ JOHN DEMJANJUK ທີ່ຖືກ ກ່າວຫາວ່າ ເປັນອາຊຍາກອນ ສົງຄາມ ຂອງພວກ ນາຊີ ເຢັຽຣະມັນນັ້ນ ໄດ້ເດີນທາງ ໂດຍຖ້ຽວບິນ ຈາກສະຫະຣັດ ໄປເຖິງ ເຢັຽຣະມັນແລ້ວ. ເປັນທີ່ ຄາດກັນວ່າ ຜູ້ກ່ຽວ ຈະຖືກນຳໂຕ ຂຶ້ນສານ ທີ່ ເຢັຽຣະມັນ ໃນຂໍ້ຫາ ສັງຫານ ຊາວຢິວ 29 ພັນຄົນ. ນາຍ DEMJANJUK ໄດ້ເດີນທາງ ໄປເຖິງ ນະຄອນ MUNICH ໃນມື້ນີ້ ໂດຍຖ້ຽວບິນ ຈາກນະຄອນ CLEVELAND ໃນພາກກາງ ຂອງສະຫະຣັດ. ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ ໄດ້ນຳ ນາຍ DEMJANJUK ອາຍຸ 89 ປີ ຈາກເຮືອນ ຂອງຜູ້ກ່ຽວ ໄປຍັງ ສນາມບິນ ດ້ວຍຣົດ ໂຮງໝໍ. ໃນ ສັບປະດາ ແລ້ວ ສານສູງສຸດ ຂອງ ສະຫະຣັດ ໄດ້ປະຕິເສດ ຕໍ່ການອຸທອນ ຄັ້ງສຸດທ້າຍ ຂອງລາວ ຕໍ່ການຖືກ ສົ່ງໄປຍັງ ເຢັຽຣະມັນນັ້ນ. ຄອບຄົວ ຂອງລາວ ໄດ້ໂຕ້ແຍ້ງ ແຕ່ບໍ່ ສຳເຣັດຜົນ ວ່າການເດີນທາງ ອາດເຮັດໃຫ້ ສຸຂພາບ ຂອງລາວ ທີ່ຊຸດໂຊມ ຢູ່ແລ້ວນັ້ນ ຮ້າຍແຮງ ລົງຕື່ມ. ເຢັຽຣະມັນ ໄດ້ກ່າວຫາ ອະດີດ ຄົນງານ ຣົດໂອໂຕ ຜູ້ນີ້ວ່າ ເປັນຜູ້ ສົມຮູ້ ຮ່ວມຄິດ ໃນການ ສັງຫານ ຊາວຢິວ 29 ພັນຄົນ ທີ່ສູນຄຸມຂັງ SOBIBOR ຂອງພວກ ນາຊີ ເຢັຽຣະມັນ ໃນໂປແລນ ລະຫວ່າງ ສົງຄາມໂລກ ຄັ້ງທີ 2. ນາຍ DEMJANJUK ທີ່ມີ ເຊື້ອສາຍ ຢູເຄຣນນັ້ນ ກ່າວວ່າ ລາວບໍ່ມີ ຄວາມຜິດ ໂດຍຢືນຢັນວ່າ ລາວເປັນ ຊະເລີຍເສິກ ເຢັຽຣະມັນ.

ກຳປູເຈັຽ - ໄທ: ກຳປູເຈັຽ ຂໍໃຫ້ໄທ ຈ່າຍເງິນ​ໃຫ້ ໃນຈຳນວນ ຫລາຍກວ່າ 2 ລ້ານໂດລາ ເພື່ອຊົດເຊີຍ ຄວາມເສັຽຫາຍ ທີ່ກ່າວຫາວ່າ ເກີດຈາກ ລູກປືນ ໃນລະຫວ່າງ ການປະທະກັນ ໃນບັນຫາ ຂັດແຍ້ງ ວັດເຂົາ ພຣະວິຫານ ທີ່ຕັ້ງຢູ່ ໃນບໍຣິເວນ ຊາຍແດນ ຂອງ ປະເທດ ທັງສອງ. ບັນທຶກ ທາງການທູດ ທີ່ສົ່ງເຖິງ ກະຊວງ ການຕ່າງປະເທດໄທ ໃນມື້ວັນຈັນ ວານນີ້ ກ່າວວ່າ 319 ຄອບຄົວ ໄດ້ສູນເສັຽ ແນວທາງ ການທຳ​ມາ​ ຫາ​ກິນ ຂອງພວກ ເຂົາເຈົ້າ ເວລາ ທະຫານໄທ ຍິງປືນໃຫຍ່ ຂ້າມຊາຍແດນ ເຂົ້າໄປ ແລະສ້າງຄວາມ ເສັຽຫາຍ ໃຫ້ແກ່ຕລາດ ແຫ່ງນຶ່ງ ຢູ່ຕໍ່ໜ້າ ວັດເຂົາ ພຣະວິຫານ. ຍັງບໍ່ມີ ການຕອບໃດໆ ຈາກ ເຈົ້າໜ້າທີ່ ໄທເທື່ອ. ໃນຕົ້ນ ເດືອນເມສາ ຜ່ານມາ ທະຫານ ກຳປູເຈັຽ ແລະໄທ ທີ່ປະຈຳການ ຢູ່ເລາະຕາມ ບໍຣິເວນ ຊາຍແດນ ໃກ້ໆ ວັດເຂົາ ພຣະວິຫານ ທີ່ສ້າງ ໃນສັຕວັດ ທີ 11 ນັ້ນ ໄດ້ຍິງ ຕອບໂຕ້ກັນ ດ້ວຍປືນໃຫຍ່ ປືນຄົກ ແລະປືນກົນ. ເຈົ້າໜ້າທີ່ ໄທກ່າວວ່າ ທະຫານ ຂອງຕົນ ຢ່າງນ້ອຍ 3 ຄົນ ໄດ້ເສັຽຊີວິດ ໃນການ ຍິງຕອບໂຕ້ກັນ ດັ່ງກ່າວ.

ເຊີນຟັງຂ່າວລາຍລະອຽດໂດຍຄລິກບ່ອນສຽງ.

XS
SM
MD
LG