ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Drug Use Remains Problem in Laos


ນາຍົກລັດຖະມົນຕີລາວ ຍອມຮັບວ່າ ການໃຊ້ຢາເສບຕິດໃນລາວ ມີທ່າອ່ຽງເພີ້ມ ຂຶ້ນນັບ​ມື້ ​ໂດຍ​ສະ​ເພ​າະ​ແມ່ນ​ຢູ່​ໃນ​ເຂດ​ຕົວ​ເມືອງ​ໃຫຍ່ໆ ​ແລະ ​ເຂດ​ຕິດຕໍ່ຊາຍແດນ​ກັບ​ປະ​ເທດ​ເພື່ອນ​ບ້ານ.

ທ່ານ ບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດຖະມົນ ຕີລາວ ​ໄດ້​ຖະ​ແຫລ​ງ ຍອມຮັບ​ໃນ​ລະ ຫວ່າງ​ ເປັນ​ປະທານ​ໃນ​ກອງ​ປະຊຸມ​ຄະນະ​ ລັດ ຖະບານ​ລາວ ​ປະຈຳ​ເດືອນ​ເມສາ​ນີ້ ວ່າການ​ຊົມ​ໃຊ້​ຢາ​ເສບ​ຕິດ​ນັບ​ເປັນ​ບັນຫາ​ທີ່​ຮຸນ​ແຮງ ​ແລະ ກໍ​ມີ​ການ​ແຜ່​ລະບາດ​ກວ້າງອອກ​ໄປ​ເລື້ອຍຢູ່​ໃນ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ເຂດ​ຕົວ​ເມືອງ​ໃຫຍ່ ​ແລະ ​ເຂດ​ທີ່​ຕິດຕໍ່ຊາຍແດນ​ກັບປະ​ເທດ​ເພື່ອນ​ບ້ານ​ນັ້ນ ນັບ​ເປັນເຂດ​ທີ່​ມີ​ການ​ຊົມ​ໃຊ້​ຢາ​ເສບ​ຕິດ​ຢູ່​ໃນ​ກຸ່ມ​ປະ ຊາກອນ​ລາວ​ ເພີ້ມຫລາຍ​ຂຶ້ນຢ່າງໜ້າ​ເປັນ​ຫວ່ງທີ່​ສຸດ. ທັງນີ້​ເຖິງ​ແມ່ນ​ວ່າ ນາ​ຍົກ​ລັດຖະ ມົນຕີລາວຈະ​ບໍ່​ໄດ້​ລະບຸ​ວ່າ​ໃນ​ປະຈຸ​ບັນນີ້ ມີ​ຄົນ​ຊົມ​ໃຊ້​ຢາ​ເສບ​ຕິດ​ຢູ່​ໃນ​ລາວ​ຢູ່​ໃນ​ເຂດ​ໃດ ຫລື​ວ່າ​ ຫລາຍ​ເທົ່າ​ໃດ​ແທ້​ກໍ​ຕາມ ຫາກ​ແຕ່​ທ່ານ​ກໍ​ໄດ້​ລະບຸ​ວ່າ ການ​ທີ່​ມີ​ອາດ ສະຍາ​ກຳ​ເກີດ​ຂຶ້ນຫລາຍ​ຂຶ້ນນັບ​ມື້ ກໍ​ຄື​ບັນຫາ​ທີ່​ສາມາດສະທ້ອນ​ ໃຫ້​ເຫັນ​ເຖິງ​ລະ ດັບ​ຂອງ​ການ​ຊົມ​ໃຊ້​ຢາ​ເສບ​ຕິດ​ຢູ່​ໃນ​ລາວ​ໄດ້​ ຢ່າງ​ຈະ​ແຈ້ງ ​ໂດຍ​ກ່ອນໜ້ານີ້ ຄະນະ​ກຳ ມະການ ເພື່ອ​ການ​ຄວບ​ຄຸມ ​ແລະ ກວດກາຢາ​ເສບ​ຕິດ​ແຫ່ງ​ຊາດ​ຂອງ​ລັດຖະບານ​ລາວ​ ກໍ​ໄດ້​ສະ​ເໜີລາຍ​ງານ​ວ່າ ການ​ຊົມ​ໃຊ້​ຢາ​ເສບ​ຕິດຢູ່​ໃນ​ກຸ່ມ​ນັກຮຽນນັກ​ສຶກສາລາ​ວ ​ໄດ້​ເພີ້ມຂຶ້ນ ຢ່າງ​ວ່ອງ​ໄວໂດຍ​ຈາກ​ການ​ຊຸ່ມກວດ​ນ້ຳປັດ​ສະວະຂອງ​ບັນດາ​ນັກຮຽນ ລະດັບຊັ້ນມັດທະຍົມຢູ່​ໃນ​ຕົວ​ເມືອງ​ໃຫຍ່​ທົ່ວ​ປະ​ເທດ​ລາວ​ນັ້ນກໍ​ພົບ​ວ່າມີ​ນັກຮຽນ ຫລາຍ​ກວ່າ 5 ໝື່ນຄົນທີ່​ຊົມ​ໃຊ້ຢາ​ບ້າ.


ສ່ວນ​ທາງ​ດ້ານ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຮຽບຮ້ອຍ ຫລື ປ.ກ.ສ. ນັ້ນ ກໍ​ລາຍ​ງານ​ວ່າ ​ເຂດ​ທີ່​ມີ​ບັນຫາ​ອາດ​ສະ​ຍາ​ກຳ​ເກີດ​ຂຶ້ນ ຫລາຍ​ທີ່​ສຸດ​ໃນ​ປະ​ເທດ​ລາວ ກໍ​ຄື​ເຂດ​ນະຄອນ ຫລວງ​ວຽງຈັນ ​ໂດຍ​ສະ​ເພາະ​ໃນໄລຍະ​ ນັບ​ຈາກ​ຕົ້ນປີນີ້​ເປັນຕົ້ນ​ມາ​ຈົນ​ເຖິງ​ຂະນະ​ນີ້ກໍ​ ປະກົດ​ວ່າ ກອງ​ບັນຊາ​ການ ປ.ກ.ສ. ຢູ່​ໃນ​ເຂດ​ນະ ຄອນຫລວງ​ວຽງຈັນ​ນັ້ນ ສາ ມາດ​ຈັບ​ກຸ່ມ ສະ​ມາ​ຊິກ​ຂອງ​ແກັ້ງອະສະ​ຍາ​ກຳ​ໄດ້​ແລ້ວຫລາຍ​ກວ່າ 2.000 ​ພັນ​ຄົນ. ​ໃນ​ຈຳນວນ​ຜູ້​ຕ້ອງ​ຫາ ຫລື ອາດສະ​ຍາກ​ອນດັ່ງກ່າວ​ນີ້ ກໍ​ປະກົດ​ວ່າ ​ເປັນ​ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ຄວາມ​ຜິດ ​ກ່ຽວກັບ​ຢາ​ເສບ​ຕິດ​ຫລາຍ​ທີ່​ສຸດ ຊຶ່ງ​ກໍ​ເຊັ່ນ​ດຽວກັນ​ກັບ​ການ​ກະທຳ​ຄວາມ​ຜິດ​ທີ່​ເປັນ​ການ​ປຸ້ນ​ຈີ້ ​ແລະ ລັກຂະ​ໂມຍ ທີ່​ຜູ້​ກະ​ທຳ​ຄວາມ​ຜິດ​ມີ​ສ່ວນ​ກ່ຽວຂ້ອຍ​ໂດຍ​ກົງ​ກັບ​ຢາ​ເສບ​ຕິດ​ນັ້ນ​ເອງ. ສະພາບ​ການ​ດັ່ງກ່າວ​ນີ້ ມີທ່າ​ອ່ຽງທີ່​ຈະ​ເພີ້ມຫລາຍ​ຂຶ້ນນັບມື້ ​ໂດຍ​ສະ​ເພາະ​ແມ່ນ​ການ​ຊົມ​ໃຊ້​ຢາ​ບ້າ​ຢູ່​ໃນ​ກຸ່ມເຍົາວະ​ຊົນ​ລາວ ​ແລະ ​ໃນ​ຂະນະ​ດຽວກັນ ​ໃນສ່ວນ​ຂອງ​ກຸ່ມ​ປະຊາກອນ​ທີ່ເຄີຍ​ສູບ​ຢ່າ​ຝິ່ນ ຫລື​ ທີ່​ເຄີຍ​ອົດ​ຢາ​ຝິ່ນ​ໄດ້​ແລ້ວ ກໍ​ຍັງ​ມີທ່າ​ອ່ຽງທີ່​ຈະຫວນກັບ​ຄືນ​ມາ​ສູບຢາ​ຝິ່ນອີກ​ເທື່ອ​ໃໝ່ຫລາຍ​ ຂຶ້ນນັບ​ມື້ອີກ​ດ້ວຍ. ດັ່ງ​ທີ່ ທ່ານ ກຸ ຈັນ​ສີ​ນະ ຮອງ​ປະທານ​ຄະນະ​ກຳມະການ ​ເພື່ອ​ການ​ຄວບ​ຄຸມ ​ແລະ ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ​ໄດ້​ຖະ​ແຫລ​ງຊີ້​ແຈງ​ກ່ຽວກັບ​ສະຖານະ​ການ​ທີ່ ​ເກີດ​ຂຶ້ນນີ້ ວ່າ:

ກໍ​ຍັງ​ມີຜູ້​ຕິດ​ຝິ່ນຈຳນວນ 7.774 ຄົນ. ​ເວລາ​ກັບ​ຄືນ​ສູ່​ຄອບຄົວ​ແລະທ້ອງຖິ່ນ ຂອງ​ຕົນຊ້ຳຜັດກັບຄືນມາເສບຢາຝິ່ນຫລືເສບຢາບ້າ ຕື່ມອີກ. ​ເຂົາ​ເຈົ້າ​ເຫລົ່າ​ນີ້ມີ​ສ່ວນ​ສຳຄັນ​ໃນການສ້າ​ງບັນຫາ ເຮັດ​ໃຫ້ການ​ລັກ​ລອບການປູກ​ຝິ່ນ​ຢູ່ ຕາມທ້ອງຖິ່ນຕ່າງໆ ຢູ່ ສ.ປ.ປ. ລາວ ມີ​ຢ່າງ​ເປັນ​ປະຈຳ. ສ້າງ​ຄວາມ​ຫຍຸ້ງ ຍາກ​ໃຫ້​ແກ່​ການຈັດ ຕັ້ງທີ່ຈະ​ຕ້ອງ​ໄດ້​ໃຊ້​ຈ່າຍ​ງົບປະມານເສຍ​ເວລາ ​ແລະ ສິ້ນ​ເປືອງ​ກຳລັງ​ແຮງ​ງານ​ຢ່າງ​ຫລາຍ​ຫລາຍ​ໃນ​ແຕ່ລະ​ປີ​ເພື່ອ​ລົງ​ໄປ​ແກ້​ໄຂ​ ບັນຫາ​ດັ່ງກ່າວ.

ຍິ່ງ​ໄປ​ກວ່າ​ນັ້ນດ້ວຍ​ສະພາບ​ການ​ທີ່​ຝິ່ນມີ​ລາຄາ​ພຽງຂຶ້ນຈາກ​ລະດັບ 1.500 ​ໂດ​ລ້າ​ສະຫະຣັດ ຕໍ່ກິ​ໂລ​ກາມເມື່​ອ ປີ​ກ່ອນ ຂຶ້ນມາ​ເປັນ​ລະດັບ​ເກີນກວ່າ 5.000​ ໂດ​ລ້າ​ສະຫະຣັດ ຕໍ່ກິ​ໂລ​ກາມ ​ໃນ​ປະຈຸ​ບັນນີ້ ກໍ​ຍັງ​ເຮັດ​ໃຫ້​ປະຊາຊົນ​ລາວທີ່​ເຄີຍຢຸດເຊົາ​ຈາກ​ການ​ປູກ​ຝິ່ນ​ໄປ​ແລ້ວ ພາກັນ​ຫວນ​ກັບ​ຄື​ນ ມາທຳ​ການ​ປູກ​ຝິ່ນອີກ​ເທື່ອ​ໃໝ່ອີກ​ດ້ວຍ. ຊຶ່ງ​ຕໍ່ກຳ​ລະ​ນີດັ່ງກ່າວ​ນີ້ ທາ​ງການ​ລາວ​ກໍ​ຍອມຮັບ​ວ່າສາມາດ​ເກີດ​ຂຶ້ນ​ໄດ້ ກໍ​ຍ້ອນ​ວ່າ​ໂຄງ ການ​ພັດທະ ນາ​ຕ່າງໆ ຍັງ​ຄົງ​ເຂົ້າ​ໄປ​ບໍ່​ເຖິງ​ປະຊາຊົນ​ທີ່​ເຄີຍ​ປູກ​ຝິ່ນຢູ່​ໃນຫລາຍ​ພື້ນ ທີ່ ​ແລະ ​ເພື່ອ​ເປັນ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນີ້ ຢູ່​ໃນ​ເຂດ 1.100 ກວ່າໝູ່ບ້ານ​ ຢູ່ໃນ ​8 ​ແຂວງ​ພາກ​ເໜືອຂອງ​ລາວ​ນັ້ນ ກໍ​ມີ​ຄວາມ​ຈຳ​ເປັນ ທີ່​ລາວ​ຈະ​ຕ້ອງ​ໄດ້​ຮັບຄວາມ​ຊ່ວຍເຫລືອ​ຈາກ​ຕ່າງປະ​ເທດ​ໃນ​ມູນ​ຄ່າ​ ບໍ່ໜ້ອຍກວ່າ 80 ລ້ານໂດ​ລ້າ​ສະຫະຣັດ ສຳລັບ​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ໂຄງການ​ພັດທະນາ​ໃນ​ເຂດໝູ່ບ້ານ​ທີ່​ເຄີຍ​ປູກ​ຝິ່ນ​ໃນ​ໄລຍະສາມ​ປີຕໍ່​ໄປ​ນີ້.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກໃນວັນທີ 09 ພຶດສະພາ 2009

XS
SM
MD
LG