ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີໂອບາມາຖະແຫລງ ກ່ຽວກັນການລົງທືນເພື່ອການຄົ້ນຄວ້າ



<!-- IMAGE -->

ປັດຈຸບັນ​ນີ້ວິ​ທະ​ຍາ​ສາດແມ່ນມີ​ບົດບາດ​ສຳຄັນ​ແລະ​ຈຳ​ເປັນຕໍ່​ຄວາມຈະ​ເຣີນຮຸ່ງ​ເຮືອງ​ຂອງ​ພວກ​ເຮົາ ຕໍ່​ຄວາມ​ໝັ້ນຄົງ ສຸຂະພາບ ສະພາບແວດ​ລ້ອມ ​ແລະ​ຄຸນ​ນະພາ​ບຂອງ​ຊີວິດ​ຂອງ​ພວກ​ເຮົາຫລາຍ​ກວ່າ​ແຕ່​ໃດໆ​ມາ​. ນັ້ນ​ກໍຄື​ຄຳ​ກ່າວ​ຂອງ​ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ​ໃນ​ຄຳ​ປາ​ໃສ​ຂອງ​ທ່ານ​ທີ່ສະຖາບັນ​ວິທະຍາສາດ​ແຫ່ງ​ຊາດ ຊຶ່ງ​ເປັນສະມາຄົມ​ຂອງ​ພວກ​ນັກວິທະຍາສາດ ​ແລະ​ວິ​ສະ​ວະ​ກອນ ທີ່ໃຫ້​ຄຳ​ແນະນຳ​ແກ່ຣັຖະບານ​ສະຫະ​ຣັດອາ​ເມ​ລິ​ກາ​ ກ່ຽວ​ກັບ​ບັນຫາ​ຕ່າງໆ ດ້ານ​ວິທະຍາສາດ​ແລະ​ເທັກໂນ​ໂລ​ຈີ.

​ໃນ​ຄວາມ​ພະຍາຍາມເພື່ອ​ໃຫ້ສາມາດ​ຕອບ​ສະ​ນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ ໃນ​ປັດຈຸບັນ​ແລ​ະອະນາຄົດ ທາງ​ດ້ານ​ຢຸກຢາ​ທີ່ດີ​ຂື້ນ ພະລັງງານ​ທີ່​ສະອາດແລະ​ສະພາບ​ແວດ​ລ້ອມ​ທີ່ປອດ​ໄພ​ຂື້ນ ປະທານາທິບໍດີ​ໂອ​ບາ​ມາ ໄດ້​ປະກາດຂ່າວ​ການ​ເພິ່ມທະວີ​ ກອງ​ທືນ​ຂອງຣັຖະບານ​ກາງ​ຂື້ນຢ່າງຫລວງຫລາຍ ສຳລັບການ​ສຶກສາຄົ້ນຄວ້າ​ ດ້ານ ວິທະ​ຍະ​ສາດ​ທີ່ກ່ຽວ​ກັບ​ວິຊາຟີ​ສິກ​ສ໌ ໂດຍ​ໃຫ້​ຈັດຕັ້ງ​ເປັນ​ສ່ວນ​ນື່ງຂອງ​ຜົນ​ຜະລິດ​ໂຮມ ພາຍ​ໃນ​ປະ​ເທດ​ຂອງ​ສະຫະຣັດ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ຄວາມ​ຈິງ​ກໍ​ຄື​ວ່າ ການ​ສືບສວນ​ຄົ້ນຄ້ວາກ່ຽວ​ກັບຂັ້ນ​ຕອນ​ທາງ​ດ້ານຟີ​ສິກ​ສ໌ ​ເຄມີ ຫລືຊີວະ​ວິທະຍາ​ ອາດ​ຈະສາມາດປະສົບ​ຜົນສຳ​ເລັດໄດ້​ ໃນ​ເວລາ​ນຶ່ງ​ປີ ຫລື​ສິບ​ປີ ຫລືວ່າ​ບໍ່​ໄດ້​ຫຍັງເລີຍ​. ດ້ວຍ​ເຫດ​ນີ້ ການ​ລົງ​ທືນຂອງຣັຖບານ​ໃນ​ການ​ຄົ້ນຄວ້າ​ດ້ານ​ວິທະຍາສາດ​ຈື່ງຖື​ວ່າ​ຈຳເປັນ ​ເນຶ່ອງຈາກວ່າ ເຖິງ​ແມ່ນ​ຈະ​ມີ​ການ​ສ່ຽງ​ຢ່າງໃຫຍ່​ຫລວງກໍ​ຕາມ ​ແຕ່ລາງ​ວັນຕອບ​ແທນ​ທີ່ຈະ​ໄດ້​ຮັບ​ນັ້ນກໍໃຫຍ່​ຫລວງ​ເທົ່າໆ​ກັນສຳ​ລັບ​ເສດຖະກິດ​ແລະ​ສັງຄົມ​.

​ຄວາມ​ຕ້ອງການ​ດ້ານ​ພະລັງງານ​ນັ້ນ​ ບໍ່​ແມ່ນໃຫຍ່ຫລວງແຕ່​ສະ​ເພາະ​ຢູ່​ໃນ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ ​ແຕ່​ຢູ່​ໃນບັນດາ ປະ​ເທດ​ມະຫາ​ອຳນາດດ້ານ​ເສດຖະກິດ​ຂອງ​ໂລກນຳ. ທ່ານ​ໂອ​ບາ​ມາກ່າວ​ວ່າ ເລຶ່ອງພະລັງງານແມ່ນເປັນ​ໂຄງການ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ຄົນ​ເຮົາ​ລຸ້ນນີ້. ດ້ວຍ​ເຫດ​ນີ້​ທ່ານ​ຈຶ່ງ​ໄດ້​ສະເນີໃຫ້​ສະຫະ​ຣັດຕັ້ງ​ເປົ້າໝາຍ​ຂື້ນ​ມາໃນການ​ລຸດ​ຜ່ອນ​ມົນ​ລະ​ພິດ​ທີ່ເກີດຈາກອາຍແກັສ​ເຮືອນແກ້ວ​ນັ້ນ ລົງ​ໃຫ້​ໄດ້​ປະມານ 80​ ເປີ​ເຊັນ ໃນ​ປີ 2050 ໂດຍ​ທີ່ສະຫະຣັດຈະ​ອອກ​ທືນ​ໃຫ້​ແກ່​ ອົງການໂຄງການ​ຄົ້ນຄວ້າ​ຂັ້ນກ້າວໜ້າດ້ານ​ການປ້ອງ​ກັນ ວ່າ​ດ້ວຍພະ​ລັງ​ງານ ຊຶ່ງ​ຈະມີໜ້າ​ທີ່​ເປັນ​ຜູ້​ດຳ​ເນີນການຄົ້ນ ຄວ້າທີ່​ມີ​ຄວາມ​ສ່ຽງສູງ​ແລະໃຫ້ຜົນ​ຕອບ​ແທນ​ສູງ ຊື່ງເປົ້າໝາຍກໍ​ແມ່ນເພື່ອ​ຈະ​ເຮັດ​ໃຫ້ພະລັງງານ​ທີ່ເອົາ​ມາ​ໝຸນ​ໃຊ້​ຄືນ​ໄດ້​ນັ້ນ ​ກາຍ​ເປັນ​ພະລັງງານຊະນິດ​ທີ່ສ້າງ​ກຳ​ໄລ​ໃຫ້ໄດ້. ​

​ຫລາຍ​ຢ່າງໆ​ໃນບັນດາສິ່ງ​ທ້າ​ທາຍຕ່າງໆ ທີ່ວິທະຍາສາດແລະ​ເທັກ​ໂນ​ໂລ​ຈີ ​ຈະ​ຊ່ວຍແກ້​ໄຂໄດ້ນັ້ນ​ ​ແມ່ນເປັນ​ບັນຫາ​ທ້າ​ທາຍຂອງ​ໂລກ. ສະນັ້ນ​ບັນດານັກວິ​ທະຍາ​ສາດ​ໃນ​ສະຫະຣັຖ ຈື່ງ​ຈຳ​ເປັນ​ຕ້ອງປະຕິບັດ​ງານ​ຮ່ວມ​ກັບ​ພວກ​ນັກວິທະຍາສາດ​ໃນ​ປະ​ເທດ​ອື່ນໆ. ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ປະ​ເຊີນ ໜ້າ​ພວກເຮົາ​ນຳ​ກັນ​ໃນ​ເວລາ​ນີ້ ກໍ​ແມ່ນ​ມີ​ໂຮມ​ທັງ ຜົນ​ກະທົບ​ຕ່າງໆ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ພັຍ​ຂົ່ມຂູ່​ຂອງການລະບາດ​ຂອງ​ ໂຣຄາ​ພະຍາດ ​ແລະ​ການແຜ່ຜາຍ​ຂອງອາວຸດ​ນິວ​ເຄລຍ.

ປະທານາທິບໍດີ​ໂອ​ບາ​ມາ ​ກ່າວ​ໃນ​ທີ່ສຸດ​ວ່າ ວິ​ທະຍາ​ສາດ ​ເທັ​ກ​ໂນ​ໂລ​ຈີ ​ແລະ​ການ​ປະ​ດິດ​ສ້າງໃໝ່ໆ​ ສາມາດດຳເນີນ​ໄປໄດ້ໄວ ​ແລະ​ປະຢັດຄ່າ​ໃຊ້​ຈ່າຍໄດ້​ຫລາຍ​ກ່ວາ ເມື່ອ​ໃດ​ທີ່ມີ​ການ​ແບ່ງປັນ​ຄວາມ​ເຂົ້າ​ໃຈ​ທ່ອງ​ແທ້ ຄ່າ​ໃຊ້ຈ່າຍ ​ແລະ​ຄວາມ​ສ່ຽງ​ຕ່າງໆ​ນຳ​ກັນ​. ​ແລະ​ດ້ວຍ​ເຫດ​ນີ້ ຣັຖບານ​ຂອງຂ້າພະ​ເຈົ້າ ຈື່ງກຳລັງ​ຊຸກຍູ້ເລັ່ງລັດ ການ​ປະກອບສ່ວນ​ ​ແລະ​ຄວາມ​ໝັ້ນ​ໝາຍ​ຂອງ​ພວກ​ເຮົາ​ ຕໍ່​ການ​ຮ່ວມ​ມື​ກັນ​ທາງ​ວິ​ທະ​ຍາ​ສາດ​ແລະ​ເທັ​ກ​ໂນ​ໂລ​ຈີຂອງ​ລະ​ວ່າງ​ຊາດ​ ໃນ​ທຸ​ກໆດ້ານ​ທີ່ແລ​ເຫັນ​ໄດ້ຢ່າງ​ແຈ້ງ​ຂາວວ່າ ມັນຢູ່​ໃນ​ຜົນ​ປະ​ໂຍດຂອງ​ພວກ​ເຮົາ​ທີ່ ຈະ​ກະທຳ​ເຊັ່ນ​ນັ້ນ.

XS
SM
MD
LG