ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສັນຕະປາປາເບເນດິກ ສະເດັດປະພາດ ພາກຕາເວັນອອກກາງ


ສັນຕະປາປາເບເນດິກສະເດັດປະພາດພາກຕາເວັນອອກກາງ: ເວລານີ້ພຣະສັນຕະປາປາ ເບເນດິກ ກຳລັງທຳການຢ້ຽມຢາມນະຄອນ Jerusalem ອັນເປັນເຂດນຶ່ງທ່ີຫລໍ່ແຫລມທ່ີສຸດໃນການ
ສະເດັດປະພາດດິນແດນ ສັກສິດແຫ່ງສາສນາຄຣີສຕ໌.ປະມຸກສາສນາໂຣມັງກາໂຕລິກ ອົງນີ້ ໄດ້ຮັບການຕ້ອນ
ຮັບໂດຍປະທານາທິບໍດີອີສຣາແອນ ທ່ານຊີມົງເປເຣສ ທ່ີສນາມບິນ ໃນກຸງແຕນອາວີວ ໃນວັນຈັນມື້ນີ້ ກ່ອນຈະບິນໄປຍັງນະຄອນ Jerusalem ທາງ
ເຮືອບິນ ເຮລີຄອບເຕີ. ການສະເດັດປະພາດຂອງ ພຣະອົງມີຂຶ້ນ ທ່າມກາງຄວາມບໍ່ພໍໃຈໃນບັນດາ ຊາວຢີວອີສຣາແອນ ຫລາຍຄົນ ທ່ີພາກັນໂກດແຄ້ນກ່ຽວ ກັບການຕັດສິນໃຈຂອງ ພຣະອົງ ທ່ີແຕ່ງຕັ້ງໃຫ້ສັງຄະ
ນາຍົກ ທ່ີປະຕິເສດວ່າ ບໍ່ໄດ້ມີ ການສັງຫານໝູ່ຊາວຢີວນັ້ນ ໃຫ້ມາດຳຣົງ ຕຳແໜ່ງຄືນໃໝ່.ທີ່ປາກີສຖານ: ທາງການ​ປາ​ກີ​ສຖານ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງໄດ້ໂຈມ​ຕີດ່ານ​ກວດກາ​ຄວາມ​ປອດ​ໄພ​ແຫ່ງ​ ນຶ່ງ​ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ເຮັດ​ໃຫ້​ 10 ຄົນ​ເສັຍ​ຊີວິດ ​ແລະ​ຢ່າງ​ນ້ອຍ 7 ຄົນໄດ້​ຮັບ​ບາດ​ເຈັບ​.ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ວັນຈັນ​ມື້​ນີ້ ລະຫວ່າງ​ເມືອງ Peshawar ເມືອງ​ໃຫຍ່​ໃນ​ແຂວງ​ຊາຍ​ແດນ​ພາກ ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປະ​ເທດ ​ແລະ​ເມືອງ Darra Adam Khel. ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​ລະ​ເບີດ​ຄັ້ງ​ນີ້ ​ແຕ່​ກຳລັງ​ຮັກສາ​ຄວາມສງົບ​ໄດ້​ຕົກ​ເປັນ​ເປົ້າ​ໝາຍ​ຢູ່ເລື້ອຍໆ​ ຂອງພວກຫົວ​ຮຸນ​ແຮງ​ມຸສລິ​ມ ທ່ີ​ທຳ​ການ​ເຄື່ອນ​ໄຫວ​ຢູ່​ໃນ​ຂົງ​ເຂດ​ເລາະຊາຍ​ແດນ​ຕິດ​ ກັບ​ອັຟກາ​ນີສຖານ​ນັ້ນ. ໃນ​ຂ່າວນຶ່ງອີກ​ຕ່າງຫາກ ​ໃນ​ວັນ​ຈັນ​ມື້​ນີ້ ໜັງສືພິມ New York Times ​ໄດ້​ລາຍ​ງານ​ຂ່າວອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ສືບ​ລັບສະຫະຣັດ ​ແລະ​ປາ​ກີ​ສຖານ​ ທີ່​ກ່າວວ່າ ກຸ່ມ al-Qaida ກຳລັງ​ສວາຍໂອກາດ ຄວາມ​ປັ່ນ​ປ່ວນທີ່​ເກີດຂຶ້ນ​ໃນ​ປາ​ກີ​ສຖານນັ້ນ ​ເສີມ​ກຳລັງ​ແລະການ​ມີໜ້າ​ຂອງ​ຕົນ​ໃນ​ທີ່ນັ້ນ​ໃຫ້​ແຂງ​ແຮງ​ຂຶ້ນ ​ແລະ​ສົ່ງ​ເສີມ​ພວກ​ກຸ່ມ​ນັກຕໍ່ສູ້​ຫົວ​ຮຸນ​ແຮງ​ອື່ນໆ.
ກ່ຽວກັບສີລັງກາ: ອົງການສະຫະ​ປະຊາ​ຊາດ​ ​ໄດ້ປະນາມ​ກາ​ນສັງຫານ​ພວກ​ພົນລະ​ເຮືອນ​ເຜົ່າ​ທະມິນຫລາຍ​ຮ້ອຍ​ຄົນ​ໃນ​ສີ​ ລັງກາ​ນັ້ນ ​ໂດຍ​ເອີ້ນ​ຄວາມຮຸນ​ແຮງ​ທີ່ ​ເກີດຂຶ້ນ​ໃນພາກ​ເໜືອ​ຂອງ​ປະ​ເທດ​ໃນ​ຫວ່າງ​ໄວໆ​ມາ​ນີ້​ວ່າ ​ເປັນເຫດ ການ​ນອງເລືອດອັນ​ນຶ່ງ. ທ່ານ Gordon Weiss ​ໂຄສົກອົງການສະ ຫະ​ປະຊາ​ຊາດ​ກ່າວ​ຕໍ່ VOA ວ່າ ຣັຖບານ​ສີ​ລັງກາ​ບໍ່​ໄດ້​ດຳ​ເນີນ​ການ​ຢ່າງພຽງພໍ​ ເພື່ອ​ຫລີກ​ລ່ຽງການ​ບາດ​ເຈັບ​ລົ້ມຕາຍ​ຂອງພົນລະ​ເຮືອນ ແລະ​ພວກ​ກະບົດ​ເສືອ​ທະມິນ​ກໍ​ຍັງສືບ​ຕໍ່ໃຊ້ ພົນລະ​ເຮືອນຫລາຍ​ໝື່ນ​ຄົນ​ເປັນ​ເຄື່ອງ​ກຳ​ບັງ ​ລະຫວ່າງພວກເຂົາ​ແລະ​ຝ່າຍ​ທະຫານຣັຖບານ​ນັ້ນ. ກອງທັບ​ສີ​ລັງກາ​ແລະ​ພວກ​ກະບົດ​ເສືອ​ທະມິນ ​ຕ່າງ​ຄົນ​ຕ່າງ​ກ່າວ​ຫາກັນແລະ​ກັນວ່າ ​ລະດົມຍິງ​ປືນ​ໃຫຍ່ໂຈມ​ຕີ​ຢູ່​ໃນ​ເຂດ​ສົງຄາມ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ ນັ້ນ. ພວກ​ນາຍ​ແພດ​ກ່າວ​ວ່າ ການ​ຍິງ​ປືນ​ໃຫຍ່​ໃສ່​ກັນ​ໄດ້​ສັງຫານ​ພົນລະ​ເຮືອນ​ 378 ຄົນ ​ແລະເຮັດ​ໃຫ້ບາດ​ເຈັບ​ປະມານ1100 ຄົນ​. ມີ​ການ​ຄຶດ​ກັນ​ວ່າ ​ພົນລະ​ເຮືອນ​ຫລາຍ​ໝື່ນ​ຄົນ​ຍັງຕົກ​ຄ້າງ​ຢູ່ໃນ​ບໍລິ​ເວນ​ເນື້ອ​ທີ່​ ຍາວ 4 ຫລັກກິ​ໂລ​ແມັດ​ ເລາະ​ຕາມແຄມ​ທະ​ເລ​ຝັ່ງ​ຕາ​ເວັນອອກສຽງ​ເໜືອ​ ທີ່​ພວກ​ກະບົດ​ເສືອ​ທະມິນ​ ຍັງຄວບ​ຄຸມຢູ່ນັ້ນ.
ໂຣກໄຂ້ຫວັດໃຫຍ່ທ່ີຈີນ: ກະຊວງ​ສາທາຣະນະ​ສຸກ​ຈີນ​ຢືນຢັນ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຊາຍ​ຄົນ​ນຶ່ງ ວັຍ 30 ປີ​ ໄດ້​ເປັນ​ຄົນທຳ​ອິດໃນ​ປະ​ເທດຈີນ​ ທ່ີ​ຕິດ​ເຊື້ອ​ໄຂ້ຫວັດ​ໃຫຍ່ ພັນ A H1N1 ທີ່​ເອີ້ນ​ກັນ​ທົ່ວ​ໄປ​ວ່າ ​ເຊື້ອ​ໄວຣັສ​ໄຂ້ຫວັດ​ໝູ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ຜູ້​ຊາຍ​ຈີນ​ຄົນ​ນີ້​ໄດ້​ບິນ​ໄປ​ຍັງ​ກຸງ​ປັກ​ກິ​ງ​ໃນ​ວັນ​ເສົາ​ຜ່ານ​ມາ ​ໂດຍ​ຜ່ານ​ກຸງ​ໂຕ​ກຽວ​ ​ແລະ​ໄປຈາກ​ສະຫະຣັດ ບ່ອນ​ທ່ີ​ຜູ້ ກ່ຽວ​ໄດ້ເຂົ້າ​ຮຽນ​ໃນ​ມະຫາວິທຍາ​ໄລ​. ຈາກ​ກຸງ​ປັກ​ກິ​ງ ລາວ​ໄດ້​ຂີ່ເຮືອ ບິນ​ໄປ​ຍັງ​ເມືອງ Chengdu ​ແລະ​ໄດ້​ໄປ​ຍັງ​ໂຮງໝໍຫລັງ​ຈາກເດີນທາງ​ ໄປ​ຮອດແລ້ວ ​ແລະ​ເວລາ​ນີ້​ ຍັງ​ຖືກ​ແຍກ​ໂຕ​ຢູ່ໃນ​ຫ້ອງ​ກວດ​ພະຍາດ ຕິດ​ແປດ​ຢູ່ທ່ີ​ນັ້ນ. ອົງການ​ຂ່າວ​ທາງ​ການ​ຈີນ​ກ່າວ​ວ່າ ທາງ​ການ​ໄດ້​ຕາມ​ຫາ​ພວກ​ຄົນ​ໂດຍ ສານ​ເກືອບ​ທັງໝົດທ່ີ​ເດີນທາງ​ມາ​ນຳ​ເຮືອບິນ​ລຳ​ດຽວກັບ​ຜູ້ກ່ຽວ ​ແລະໄດ້ ແຍກ​ໂຕ​ພວກ​ເຂົາ​ເຈົ້າ​ ​ໃຫ້ຢູ່ໃນ​ຫ້ອງ​ກວດ​ພະຍາດ​ຕິດ​ແປດ. ອົງການ​ ຂ່າວ​ຊິນ​ຫົວກ່າວ​ວ່າ ​ແຟນຂອງ​ຊາຍ​ຄົນ​ນີ້ພ້ອມ​ທັງ​ພໍ່​ຂອງ​ລາວ ແລະ ຄົນ​ຂັບ​ລົດ​ຕັກ​ຊີ​ ກໍໄດ້ຖືກ​ແຍກ​ໃຫ້ໄປ​ຢູ່​ຫ້ອງ​ກວດ​ພະຍາດ​ຕິດ​ຕໍ່ເຊ່ນ​ກັນ.
ສະຫະຣັດແລະອັຟການີສຖານ: ສະຫະຣັດກ່າວ​ວ່າ ຕົນ​ຈະ​ບໍ່​ຢຸດທຳ​ການ​ໂຈມ​ຕີ​ທາງ​ອາກາດໃນ​ອັຟກາ​ນີສຖານ ຕາມ​ຄຳ​ຮຽກຮ້ອງ​ຂອງ​ປະທານາທິບໍດີ Hamid Karzai ນັ້ນ ເຖິງ​ແມ່ນ​ມີ​ການ​ກ່າວ​ຫາ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ໄດ້ເຮັດ​ໃຫ້​ພວກພົນ ລະ​ເຮືອນ ​ຈຳນວນ​ຫລາຍ​ຮ້ອຍ​ຄົນ​ ເສັຍ​ຊີວິດ​ໄປ​ໃນ​ທົ່ວ​ປະ​ເທດ​ກໍ​ຕາມ. ທ່ານ James Jones ທ່ີ​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ປະຈຳ ທຳນຽບຂາວ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ໂຈມ​ຕີ​ທາງ​ອາກາດໃນ​ ຂັ້ນ​ຕໍ່​ໄປ​ ມີ​ທາງ​ເປັນ​ໄປ​ໄດ້. ແຕ່​ທ່ານ​ກ່າວ​ວ່າ ສະຫະຣັດຈະ​ໃຊ້​ຄວາມ ພະຍາຍາມ​ເພ່ີມ​ຂຶ້ນ​ອີກ​ເປັນ​ສອງ​ເທົ່າ ​ເພື່ອ​ກຳຈັດ​ຄວາມ​ເສັຍ​ຫາຍແກ່ ພວກ​ພົນລະ​ເຮືອນ​ນັ້ນ. ຜູ້ນຳ​ອັຟກາ​ນີສຖານໄດ້ຮຽກຮ້ອງ​ໃຫ້​ສະຫະຣັດຢຸດ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ຊື່​ງທ່ານ​ກ່າວ​ວ່າ ​ໄດ້​ສັງຫານ​ ​ພົນລະ​ເຮືອນ​ໃນ​ຈຳນວນເຖິງ​ 130 ຄົນ​ໃນ​ແຂວງ Farah ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ໃນ​ ສັບປະດາ​ຜ່ານ​ມາ​ນີ້. ​ແຕ່​ກອງ​ທັບສະຫະຣັດກ່າວ​ວ່າ ການ​ສືບສວນ​ຮ່ວມກັບ​ທາງ​ການ​ອັຟກາ​ນີສຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ກຸ່ມ​ຕາ​ລີ​ບັນ​ໄດ້​ໃຊ້​ພວກ​ພົນລະ​ເຮືອນ​ເປັນ ເຄື່ອງ​ກຳ​ບັງ ​ແລະ​ວ່າຈຳນວນ​ຜູ້​ເສັຍ​ຊີວິດ​ບໍ່​ສາມາດ​ກຳນົດໄດ້ຢ່າງ​ແນ່ນອນ​ ​ເພາະວ່າ​ສົບ​ຂອງພວກ​ເສັຍ​ຊີວິດ​ທັງ​ໝົດແມ່ນໄດ້ຖືກ​ນຳ​ໄປຝັງ​ ກ່ອນ​ທີ່ພວກ​ເຈົ້າ​ໜ້າ​ທ່ີ​ສືບສວນ​ຈະ​ເດີນທາງໄ​ປ​ຮອດ​ບ່ອນ​ເກີດ​ເຫດ​.
XS
SM
MD
LG