ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Food Shortage in Laos


ທາງການລາວລາຍງານວ່າປາຊາຊົນໃນເຂດ​ 9ແຂວງ ຍັງຄົງຕ້ອງປະເຊີນກັບບັນຫາ ຂາດແຄນ ທາງດ້ານ ສະບຽງອາຫານ ນອກຈາກຕ້ອງປະເຊີນກັບໄພ ແຫ້ງແລ້ງ ທີ່ຖືກສົມທົບດ້ວຍບັນຫາລາຄາ ເຂົ້າຕົກຕໍ່າ ລົງກໍໄດ້ເຮັດໃຫ້ກະເສດຕະກອນລາວ ຈຳນວນ ບໍ່ໜ້ອຍໄດ້ພາກັນປູກເຂົ້າຈຳນວນ ຫລຸດລົງເລື້ອຍໆ.

ທ່ານ ຕີ ພົມມະສັກ ລັດຖະມົນຕີຊ່ວຍ​ວ່າການກະຊວງ ກະສິກຳປ່າໄມ້ລາວໄດ້ຖະແຫລງຍອມຮັບວ່າ ໃນ ປະຈຸບັນນີ້ມີພຽງແຕ່ 8 ​ແຂວງຈາກທັງໝົດ 17ແຂວງ ໃນທົ່ວປະເທດລາວທີ່ສາມາດ ທຳການຜະຫລິດດ້ານສະບຽງອາຫານໄດ້ຢ່າງພຽງພໍກັບຄວາມຕ້ອງການບໍລິໂພກຂອງ ປະຊາຊົນໃນແຕ່ລະປີ, ສ່ວນ ອີກ 9 ແຂວງທີ່ເຫລືອນັ້ນນອກຈາກຈະຍັງຄົງບໍ່ສາມາດຜະຫລິດສະບຽງອາຫານ ໄດ້ຢ່າງພຽງພໍກັບຄວາມຕ້ອງການກໍຍັງຕ້ອງ​ເພິ່ງພາການອຸດໜູນຈາກລັດຖະບານໃນສ່ວນກາງ ແລະ ການຊ່ອຍ ເຫລືອດ້ານສະບຽງອາຫານຈາກຕ່າງປະເທດຢ່າງຕໍ່ເນື່ອງອີກດ້ວຍ. ​ທ່ານຕີ ຍັງໄດ້ຢືນຢັນວ່າ ເຂດແຂວງທີ່ມີປະຊາຊົນລາວຂາດແຄນທາງດ້ານສະບຽງອາຫານຫລາຍທີ່ສຸດ ນັ້ນກໍຄື 8 ​ແຂວງ ພາກເໜືອເນື່ອງຈາກວ່າເປັນເຂດພູດອຍ ແລະ ປະຊາຊົນສ່ວນໃຫຍ່ກໍເປັນ ຊົນເຜົ່າທີ່​ຍັງຂາດ ຄວາມຮູ້ໃນດ້ານການກະເສດສະໄໝໃໝ່ ແລະ ໃນຂະນະດຽວກັນພື້ນທີ່ ສ່ວນໃຫຍ່ກໍຂາດແຄນລະບົບຊົນລະປະທານລວມໄປເຖິງລະບົບໂຄງ​ຂ່າຍພື້ນຖານຕ່າງໆ ກໍຍັງຂາດເຂີນອີກດ້ວຍ.


ທາງດ້ານທ່ານອິນປົງອິນທະວົງເຈົ້າໜ້າທີ່ດ້ານເທັກນິກການກະເສດຂອງກະຊວງກະສິກຳປ່າໄມ້ ລາວໄດ້ ເປີດເຜີຍໃຫ້ຮູ້ວ່າສາເຫດທີ່ສຳຄັນປະການໜຶ່ງທີ່ເຮັດໃຫ້ຜົນຜະຫລິດດ້ານສະບຽງອາຫານ ບໍ່ກຸ້ມກິນຢູ່ໃນ 8 ​ແຂວງພາກເໜືອແລະແຂວງສາລະວັນໃນພາກໃຕ້ຂອງລາວນັ້ນກໍຄືບັນຫາ ໄພ ແຫ້ງແລ້ງຊຶ່ງເຮັດໃຫ້ກະເສດ ຕະກອນລາວສາມາດປູກເຂົ້ານາແຊງໃນແຕ່ລະປີໄດ້ພຽງແຕ່90.000 ກວ່າເຮັກຕ້າເທົ່ານັ້ນຈາກເປົ້າໝາຍ ແຜນການທີ່ວາງເອົາໄວ້ທັງໝົດໃນທົ່ວປະເທດເຖິງ 120.000 ​ເຮັກຕ້າ. ນອກຈາກນີ້ ດ້ວຍບັນຫາລາຄາ ເຂົ້າຕົກຕໍ່າຈາກລະດັບ 2.500 ກີບຕໍ່ໜຶ່ງ ກິໂລກຳເຂົ້າເປືອກມາເຫລືອຢູ່ລະຫວ່າງ1.000 ຫາ 1.500 ກີບ ຕໍ່ກິໂລກຳເຂົ້າເປືອກກໍຍັງ ເຮັດໃຫ້ກະເສດຕະກອນລາວຈຳນວນບໍ່ໜ້ອຍໄດ້ພາກັນປະລະຈາກການປູກເຂົ້າເພີ້ມຫລາຍຂຶ້ນ ນັບມື້ອີກດ້ວຍ. ​

ປີ 2008 ທີ່ຜ່ານມານີ້ກະເສດຕະກອນລາວໃນທົ່ວປະເທດສາມາດຜະຫລິດເຂົ້ານາແຊງ ແລະ ເຂົ້ານາປີ ລວມໄປເຖິງເຂົ້າໄຮ່ໄດ້ລວມກັນຄິດເປັນປະລິມານເຖິງ 2.800.000​ໂຕນໂດຍສ່ວນໃຫຍ່ ເປັນຜົນຜະຫລິດ ເຂົ້າຢູ່ໃນເຂດແຂວງພາກກາງ ແລະພາກໃຕ້ເນື່ອງຈາກວ່າມີລະບົບຄອງ ຊົນລະ ປະທານທີ່ສາມາດຕອບສະ ໜອງໃຫ້ກັບພື້ນທີ່ການກະເສດໄດ້ຫລາຍກວ່າເຂດແຂວງທາງ ພາກເໜືອ. ​

ແຕ່ຢ່າງໃດກໍຕາມພື້ນທີ່ການກະເສດສ່ວນໃຫຍ່ໃນລາວກໍຍັງຕ້ອງໄດ້ເພິ່ງພານໍ້າຈາກນ້ຳຝົນຢູ່ຕໍ່ໄປ ເພາະໃນຄວາມເປັນຈິງແລ້ວລະບົບຄອງຊົນນະປະທານຢູ່ໃນລາວໃນປະຈຸບັນຍັງຄົງສາມາດຕອບ ສະໜອງນ້ຳໃຫ້ກັບພື້ນທີ່ການກະເສດໄດ້ຄຶດເປັນສັດສ່ວນບໍ່ເຖິງ 20% ​ເທົ່ານັ້ນຂອງພື້ນທີ່ ການ ກະເສດທີ່ໄດ້ມີການບຸກເບີກ ແລ້ວທັງໝົດໃນເທົ່າປະເທດດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ປ່າໄມ້ລາວໄດ້ໃຫ້ການຊີ້ແຈງໃນຕອນໜຶ່ງວ່າ:

ລະບົບຊົນລະປະທານຂອງພວກເຮົານີ້ພວກເຮົາກໍເນັ້ນກັນເວົ້າກັນຢູ່​ວ່າການໃຊ້ນ້ຳຈັ່ງໃດໃຫ້ມີປະ ສິດຕິຜົນສູງໂດຍສະເພາະການປູກພືດ ລະດູແລ້ງຫລືວ່ານາແຊງກັບພືດ​ຜັກຕ່າງໆໃນ​ໜ້າ​ແລ້ງ​ໃນເນື້ອທີ່ນາ ທັງໝົດຂອງພວກເຮົາທີ່ມີຢູ່ໃນປະຈຸບັນນີ້ 650 ພັນ, ​ແຕ່ພວກເຮົາ ສາມາດເອົານ້ຳຂົ້າໃສ່ລະດູແລ້ງໄດ້ປະມານ125.000 ​ເຮັກ​ຕ້າ.

ຊົງຣິດໂພນເງິນ ລາຍງານຈາກບາງກອກ ໃນວັນທີ່ 23 ເມສາ 2009

XS
SM
MD
LG