ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ວັນຄົບຮອບນຶ່ງປີທີ່ເສົ້າສະລົດໃຈ ຂອງພັຍລົມພາຍຸນາກີສ


<!-- IMAGE -->

ເມື່ອ​ວັນ​ທີ່2 ​ເດືອນພຶ​ດສະພາ​ ປີ 2008 ຜ່ານ​ມາ​ນີ້ ລົມພາຍຸນາ​ກີ​ສ​ ໄດ້​ປະ​ທະ​ປະ​ເທດ​ມຽນມາ ​ໂດຍ​ໄດ້ທຳລາຍລ້າງຜານບໍລິ​ເວນ​ສ່ວນ​ໃຫຍ່​ໃນ​ເຂດ​ປາກ​ແມ່ນ້ຳIrrawaddy. ​ໝູ່​ບ້ານ​ຫລາຍໆ​ແຫ່ງພັງ​ທະລາ​ຍ ແລະ​ຍັງ​ຜົນ​ໃຫ້ມີ​ຜູ້​ເສຍຊີວິດ​ ​ແລະ​ຫາຍ​ສາບ​ສູນຢ່າງ​ໜ້ອຍ 138 ພັນ​ຄົນ ​ແລະ​ປະຊາຊົນ ອີກ 8​ ແສນ​ຄົນ​ ບໍ່​ມີ​ບ່ອນຢູ່​ອາ​ໃສ. ນຶ່ງ​ປີ​ຕໍ່​ມາ ​ເຖິງ​ແມ່ນ​ໄດ້​ມີ ການ​ຊ່ວຍ​ເຫລືອ​ດ້ານ​ສະບຽງ​ອາຫານ​ ​ແລະ​ການ​ຊ່ວຍ​ເຫລືອ​ສຸກ​ເສີນ ​ເປັນ​ມູນ​ຄ່າຫລາຍ​ຮ້ອຍ​ລ້ານ​ໂດ​ລາແລ້ວ​ກໍ​ຕາມ ພວກບ້ານເຮືອນ​ຫລາຍ​ພັນ ຫລັງທີ່ຖືກລົມພາຍຸ​ນາ​ກີ​ສທຳລາຍ​ນັ້ນ ກໍ​ຍັງ​ບໍ່​ໄດ້​ຖືກ​ສ້າງ​ຄືນ. ການ​ຂາດ​ເຂີນ​ສະບຽງ​ຕ່າງໆ ​ໂຮມ​ທັງ​ນ້ຳດື່ມກໍຍັງຄົງງປັນອຸປະສັກ​ຕໍ່ຄວາມພະຍາຍາມ​ເພື່ອ​ການ​ຟື້ນຕົວ​ຄືນ​ນັ້ນ​ຢູ່​ຕໍມາ.​ ພ້ອມ​ກັບ​ປະຊາຊົນ​ອີກຫລາຍແສນ​ຄົນ ກໍ​ຍັງ​ບໍ່​ມີ​ວຽກ​ມີການ​ເຮັດ​ແລະ ມີ​ບ້ານ​ຢູ່​ອາ​ໃສ ທີ່ເໝາະ​ສົມ.

ຫລັງ​ຈາກໄດ້​ປະຕິ​ເສດ​ ທີ່ຈະອະນຸຍາດ​ໃຫ້​ກຸ່ມ​ຊ່ວຍເຫລືອ​ຕ່າງປະ​ເທດ​ນຳ​ສະບຽງ​ກາ​ນຊ່ວຍ​ເຫລືອ​ສຸກ​ເສີນ​ຕ່າງໆ ໄປ​ສູ່​ເຂດປາກ​ແມ່ນ້ຳIrra-waddy ມາ​ເປັນ​ຫລາຍ​ອາທິດ​ ​ໃນ​ທີ່​ສຸດຣັຖບານ​ທະຫານ​ທີ່ປົກຄອງ​ປະ​ເທດ​ມຽນມາ ​ກໍໄດ້​ຕັດສິນ​ໃຈ​ເຂົ້າຮ່ວມກຸ່ມ​ແກນ​ນຳ​ສາມ​ຝ່າຍ ທີ່ສະມາຄົມ​ກຸ່ມປະ​ເທດ​ໃນ​ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກສ່ຽງໃຕ້ ​ແລະ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ຕັ້ງ​ຂື້ນ​ມາເພື່ອ​ສະ​ນອງ​ການບັນ​ເທົາ ທຸກດ້ານ​ມະນຸດສະທຳຢ່າງ​ຮີບ​ດ່ວນ ​ແລະປະຕິບັດ​ງານ​ເພື່ອ​ການ​ຟື້ນຕົວຄືນ ຂອງ​ຜູ້​ປະສົບ​ພັຍ​ລົມພາຍຸ​ນາ​ກີ​ສນັ້ນ. ກຸ່ມ​ຊ່ວຍ​ເຫລືອຕ່າງໆ​ຫລາຍ​ສິບ​ກຸ່ມ ແລະບັນດາຣັຖບານ​ຕ່າງປະ​ເທດ ​ໂຮມ​ທັງ​ສະຫະຣັດນຳ ​ໄດ້​ໃຫ້​ເງິນ ແລະ​ສະບຽງ​ຕ່າງໆ​ ເພື່ອ​ຊ່ວຍ​ເຫລືອ​ຊາວ​ມຽນມາ​ໃຫ້​ຟື້ນຕົວ​ ຄືນ​ຈາກ​ຄວາມ​ຫາ​ຍະ​ນະທີ່ລົມພາຍຸ​ນາ​ກີ​ສກໍ່​ຂື້ນນັ້ນ.

ທ່ານ​ໂຣ​ເບີດ ວູດ ວ່າ​ໜ້າ​ທີ່ໂຄສົກ​ຊົ່ວຄາວ​ຂອງ​ກະຊວງ​ຕ່າງປະ​ເທດ ສະຫະຣັດ ກ່າວໃນ​ບົດ​ຖະ​ແຫລງເປັນ​ລາຍ​ລັກ​ອັກສອນ​ໃນ​ວັນ​ຄົບຮອບ​ນຶ່ງ​ປີ​ຂອງພັຍ​ລົມພາຍຸນາ​ກິ​ສວ່າ ພວກ​ເຮົາ​ຍັງ​ຈົດ​ຈຳພວກ​ທີ່ໄດ້​ສູນ​ເສຍ​ຊີວິດ​ໄປ ​ແລະຂໍ​ສະ​ແດງ​ຄວາມ​ເສົ້າສະ​ລົດ​ໃຈ​ຢ່າງ​ສຸດ​ຊື້ງຕໍ່​ບັນດາຄອບ ຄົວ​ທີ່ສູນ​ເສຍຄົນທີ່​ຮັກ​ແພງຂອງ​ພວກ​ຕົນ​ໄປ. ນອກນີ້​ແລ້ວ​ ພວກ​ເຮົາ​ຂໍ​ສະດຸ​ດີ​ໃຫ້​ກຽດ​ ແກ່ຄວາມ​ກ້າຫານແລະການ​ເສຍ​ສະລະ​ຂອງ​ປະຊາຊົນ​ມຽນມາ ​ຜູ້​ທີ່ໄດ້​ປະຕິ​ບັດ​ງານ​ຢ່າງ​ບໍ່​ອິດ​ເໝື່ອຍ ຄຽງ​ບ່າ​ຄຽງ​ໄຫລ່ກັບ​ສະຫະຣັຖອາ​ເມ​ລິ​ກາ ແລະ​ປະຊາ​ຄົມ​ໂລກ ​ເພື່ອ​ຊ່ວຍ​ເຫລືອ​ເພື່ອນ​ບ້ານຂອງ​ເຂົາ​ເຈົ້າ ​ໃນ​ການ​ດຳເນີນຄວາມ​ພະຍາຍາມເພື່ອສ້າງ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າຄືນ​ໃໝ່ນັ້ນ.

ທ່ານ ວູດ ກ່າວ​ຕື່ມວ່າ ຫລັງ​ຈາກເກີດ​ພັຍ​ລົມພາຍຸ​ຂື້ນ​ມາ​ ຮອດ​ປັດຈຸບັນ​ນີ້ ສະຫະຣັດແມ່ນໄດ້ໃຫ້​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ແກ່​ປະຊາຊົນ​ມຽນມາ​ ເປັນ​ມູນ​ຄ່າເກືອບ 75 ລ້ານ​ໂດ​ລາ​ແລ້ວ.ການ​ສະ​ນອງ​ການ​ຊ່ວຍ​ເຫລືອ​ຄັ້ງ​ນີ້ຈະບໍ່​ບັງ​ເກີດ​ຂື້ນໄດ້​ ຖ້າ​ປາສະຈາກ​ການ​ຮ່ວມ​ມື​ຂອງ​ສະມາຄົມ ກຸ່ມ​ປະ​ເທດເອ​ເຊຍ​ຕາ​ເວັນ​ອອກສ່ຽງໃຕ້ ​ແລະ​ອົງການ​ສະຫະ​ປະຊາ​ຊາດ ຊຶ່ງ​ເປັນ​ເປັນ​ຜູ້​ໃຫ້ຄວາມ​ສະ​ດວກ​ ແກ່​ການ​ນຳ​ເອົາ​ການ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳ ​ແລະ​ພວກ​ຄົນ​ງານ​ຊ່ວຍ​ເຫລືອ​ ​ໄປ​ຍັງປະ​ເທດ​ມຽນມາ​ໃນ​ລະຍະ​ນຶ່ງປີຜ່ານມາ​ນີ້ ​ໂດຍ​ຜ່ານ​ກຸ່ມ​ແກນ​ນຳ​ສາມ​ຝ່າຍ​ດັ່ງກ່າວ.

ທ່ານ​ໂຣ​ເບີດ ວູດ ວ່າ​ໜ້າ​ທີ່​ໂຄສົກ​ຊົ່ວຄາວ​ຂອງ​ກະຊວງ​ຕ່າງປະ​ເທດ ສະຫະຣັດ ກ່າວຕໍ່​ໄປວ່າ ນອກ​ນີ້​ແລ້ວ​ ​ພວກ​ເຮົາ​ຍັງ​ຂໍຮັບ​ຮູ້ເຖິງວຽກ​ງານ ອັນສຳ​ເລັດ​ຜົນ​ຂອງ​ບັນດາ​ອົງການ​ຕ່າງໆ​ທີ່ບໍ່​ຂື້ນ​ກັບຣັຖບານ ​ໃນ​ການ​ສະ​ນອງ​ການຊ່ວຍ​ເຫລືອບັນ​ເທົາທຸກ​ທີ່​ຈຳ​ເປັນ​ຕ່າງໆ ​ແລະ​ພ້ອມ​ດຽວ​ກັນ​ນີ້ ພວກ​ເຮົາ​ຂໍ​ສະ​ແດງ ຄວາມ​ຫວັງ​ຢ່າງ​ຈິງ​ໃຈ​ວ່າ ຣັຖບານ​ທະຫານ​ມຽນມາ​ຈະ​ສືບ​ຕໍ່​ອະນຸຍາດ​ໃຫ້​ນຳ​ເອົາ​ການ​ຊ່ວຍ​ເຫລືອ​ດ້ານມະນຸດສະທຳ ​ໄປສູ່​ປະຊາຊົນມຽນມາ​ໃນ​ຂົງ​ເຂດ​ທ່ີ​ຖືກ​ກະທົບກະ​ເທືອ​ນຈາກ​ພັຍ​ລົມພາຍຸ​ນັ້ນ ​ແລະ​ອະນຸຍາດ​ໃຫ້​ຂະຫຍາຍ​ການ​ຊ່ວຍ​ເຫລືອ ອອກ​ໄປ​ຍັງຂົງ​ເຂດອື່ນໆ​ອີກ ທີ່​ມີ​ຄວາມ​ຕ້ອງການ ຢູ່ພາຍ​ໃນ​ປະ​ເທດ. ທ່ານ​ວູດກ່າວ​ໃນ​ທ່ີ​ສຸດ​ວ່າ ໃນ​ຂະນະ​ທີ່​ພວກເຮົາ​ລະນຶກ​ເຖິງ​ໂສກ​ນາດຕະກຳ​ຈາກ​ພັຍ​ລົມພາຍຸ​ນາ​ກີ​ສ​ຢູ່​ນີ້ ພວກ​ເຮົາກໍ​ຂໍສະ​ແດງ​ຄວາມ​ຫວັງ​ອີກວ່າ​ ​ພົນລະ​ເມືອງ​ມຽນມາ​ທຸກ​ຖ້ວນ​ໜ້າ​ຈະ​ມີ​ອະນາຄົດ​ທີ່ດີ​ຂື້ນ​ກວ່າ​ເກົ່າ.

XS
SM
MD
LG