ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບສີລັງກາ ຖິ້ມໂທດ ການໂຈມຕີ ທີ່ໂຮງໝໍ ໃສ່ພວກກະບົດ


ທີ່​ສີ​ລັງກາ : ກອງທັບສີ​ລັງກາ​ປະຕິ​ເສດຕໍ່​ຂ່າວ​ທ່ີ​ວ່າ​ກຳລັງ​ຂອງ​ຕົນ​ໄດ້​ສ້າງ​ຄວາມ​ເສັຍ​ຫາຍ​ບາດ​ເຈັບ​ແລະ​ລົ້ມ​ຕາຍ​ ແກ່​ພວກ​ພົນລະ​ເຮືອນ​ຍ້ອນ​ການ​ໂຈມຕີ​ທາງ​ອາກາດ ​ໃນ​ວັນ​ອາທິດ​ມື້​ນີ້​ ຕໍ່ໂຮງໝໍ​ແຫ່ງ​ນຶ່ງໃນ​ເຂດ​ສົງຄາມ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​.​ໃນ​ການ​ໃຫ້​ສັມພາດ​ກັບ VOA ທ່ານ Udaya Nanyakkara ​ໂຄສົກກອງທັບ​ກ່າວ​ວ່າ ພວກ​ກະບົດ​ເສືອ​ທະມິນ​ພາກັນ​ຍິງ​ປືນ​ໃຫຍ່​ຂນາດໜັກ ​ໂດຍ​ເຈດ​ຕະນາໃສ່​ພວກ​ພົນລະ​ເຮືອນ​ ທ່ີ​ພວກ​ເຂົາ​ໃຊ້​ເປັນ​ເຄື່ອງ​ກຳ​ບັງ​ນັ້ນ ແລ້ວຖິ້ມ​ໂທດ​ໃສ່​ຝ່າຍ​ກອງທັບຣັຖບານ. ທ່ານ Nanyakkara ​ເຄີຍ​ກ່າວ​ມາ​ກ່ອນ​ໜ້າ​ນີ້​ແລ້ວ​ວ່າ ຣັຖບານ​ໄດ້​ຢຸດ​ໃຊ້​ພວກ​ອາວຸດ​ໜັກໃນ​ການ​ຕໍ່ສູ້​ກັບ​ພວກ​ກະບົດ. ນາຍໝໍ​ຝ່າຍຣັຖບານຄົນ​ນຶ່ງ​ ​ຢູ່​ໃນ​ເຂດ​ສູ້ຣົບ ​ກ່າວ​ວ່າ ການ​ໂຈມ​ຕີໃນ​ຕອນ​ເຊົ້າ​ມື້​ນີ້ ​ໄດ້​ສັງຫານ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 257 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ 815 ຄົນ. Web siteTamilNet ທ່ີ​ນິຍົມ​ຝ່າຍ​ກະບົດ​ຖິ້ມໂທດ​ການ​ໂຈມ​ຕີໂຮງໝໍ​ນີ້​ ໃສ່​ກອງທັບ​ສີ​ລັງກາ.ທີ່ປະ​ເທດ​ອີຣັກ: ທ່ານ​ນາງ Nancy Pelosi ​ປະທານສະພາ​ຕ່ຳສະຫະຣັດ​ເດີນທາງ​ໄປຢ້ຽມຢາມ​ອີຣັກ ​ໂດຍບໍ່​ໄດ້​ແຈ້ງ​ໃຫ້​ຮູ້ລ່ວງ​ໜ້າ.​ໂຄສົກຣັຖບານ​ອີຣັກ ກ່າວ​ວ່າ ຜູ້ນຳສະ​ພາ​ຕ່ຳສະຫະຣັດມີ​ໝາຍ​ກຳນົດ ການພົບ​ປະ​ສົນທະນາກັບບັນດາ​ເຈົ້າໜ້າ​ທ່ີ​ອາວຸ​ໂສ​ຂອງ​ອີຣັກ ​ແຕ່ບໍ່ໄດ້​ເປີດ​ເຜີຍລາຍ​ລະອຽດ​ໃຫ້​ຊາບ.ທ່ານ​ນາງ ​ເປໂລ​ຊີ ເປັນ​ສະມາ​ຊິກ​ພັກເດ​ໂມ​ແຄຣດລະດັບ​ສູງ​ຜູ້​ນຶ່ງ ​ທ່ີ​ຕຳ​ໜິຕິຕຽນ​ສົງຄາມ​ໃນ​ອີຣັກ ທ່ີ​ນຳ​ໂດຍ​ສະຫະຣັດນັ້ນ. ການ​ຢ້ຽມຢາມ​ຂອງ​ທ່ານນາງ​ຄັ້ງ​ລ່າ​ສຸດ​ຜ່ານ​ມາ​ ແມ່ນ​ໃນ​ປີ 2008 ຊຶ່ງ​ຄັ້ງ​ນັ້ນ ທ່ານ​ນາງ​ໄດ້​ພົບ​ປະ​ກັບ ທ່ານ Nouri al-Maliki ນາຍົກຣັຖມຸນຕຣີອີຣັກ.ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ຖອນກຳລັງ​ລົບ​ຂອງອະ​ເມ​ລິ​ກາ​ ອອກ​ຈາກ​ອີຣັກ​ໃຫ້ໝົດ ພາຍໃນທ້າຍເດືອນ​ສິງຫາ​ ປີ 2010. ສັນຍາ​ດ້ານ​ຄວາມ​ປອດ​ພັຍ​ສະບັບ​ນຶ່ງ​ລະ​ຫວ່າງ​ສະຫະຣັດ ແລະ​ອີຣັກນັ້ນ ​ແມ່ນ​ກຳນົດໃຫ້​ກຳລັງ​ທະຫານ​ສະຫະຣັດທັງ​ໝົດ​ ​ຖອນອອກ​ໄປ​ຈາກ​ ອີຣັກ​ ໃນ​ທ້າຍ​ປີ 2011.
ທີ່ອິຣ່ານ : ສານແຫ່ງ​ນື່ງໄດ້ເປີດຮັບ​ຟັງ​ຄຳ​ອຸທອນ​ຂອງ​ນາງ Roxana Saberi ນັກ​ຂ່າວ​ອະ​ເມຣິກັນ​ເຊື້ອສາຍ​ອິຣ່ານ ທີ່​ຖືກ​ຂັກຄຸກ​ຢູ່. ທະນາຍຄວາມ​ຂອງ​ນັກ​ຂ່າວ​ອິດສະຣະ ​ວັຍ32ປີ ຄົນ​ນີ້ ກ່າວ​ວ່າ ລາວມີ​ຄວາມ​ຫວັງ​ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງ​ນາງ ​ໂດຍ​ໃຫ້​ເຫດຜົນ​ວ່າ ບັນຍາກາດ​ພາຍ​ໃນ​ສານ​ອຸທອນ ​ແມ່ນ​ຮູ້ສຶກດີ​ຫລາຍ ​ໃນ​ເວລາ​ທີ່​ລາວ​ສ​ເນີຂໍ້​ໂຕ​ແຍ້​ງສຳລັບ​ຄຳ​ອຸທອນ​ນັ້ນ. ທະນາຍຄວາມ​ກ່າວ​ອີກ​ວ່າ ລາວ​ຄາດວ່າ ອາດ​ຈະ​ມີ​ການ​ປະກາດ​ຄຳຕັດສິນ​ໃຫ້​ຮູ້​ໃນ​ສອງ​ສາມ​ມື້​ຂ້າງ​ໜ້າກ່ຽວກັບໂທດ​ຈຳ​ຄຸກ​ນາງ Saberi ​ເປັນ​ເວລາ 8 ປີ​ນັ້ນ​. ຜູ້ກ່ຽວ ຖືກ​ສານ​ຕັດສິນ​ວ່າຄວາມ​ຜິດ​ໃນ​ເດືອນ​ແລ້ວ​ນີ້​ ໃນ​ຂໍ້ຫາ​ເປັນ​ນັກ​ສືບ. ທາງ​ຄອບຄົວ​ຂອງ​ນາງ Saberi ​ແລະຣັຖບານສະຫະຣັດ ກ່າວ​ວ່າ ຂໍ້​ກ່າວ​ຫາ​ຕໍ່​ນາງ​ນັ້ນ​ບໍ່​ມີ​ມູນ​ຄວາມ​ຈິງ. ພໍ່​ຂອງ​ນາງ Saberi ກ່າວ​ວ່າ ລູກ​ສາວ​ຂອງ​ທ່ານ​ໄດ້​ຢຸດ​ເຊົາ​ການ​ອົດ​ອາຫານປະ​ທ້ວງ​ໃນ​ວັນ​ຈັນ​ຜ່ານ​ມາ ຫລັງ​ຈາກ​ບໍ່​ຍອມ​ກິນເຂົ້າ​ມາ​ເປັນ​ເວລາ​ເກືອບ 2 ສັບປະດາ.ພະສັນຕະປາປາ ເບເນດິກທ່ີພາກຕາເວັນອອກກາງ: ພະ​ສັນຕະປາປາ Pope Benedict ​ໄດ້​ຊົງນຳພາ​ໃນ​ການປະກອບ​ພິທີ​ທາງ​ສາສນາ ທຳ​ການສວດ​ມົນ​ພາວະນາ​ໃນ​ວັນອາ​ທິດມື້​ນີ້ ​ທີ່ປະ​ເທດ​ຈໍ​ແດນ ຕໍ່ໜ້າຊາວ​ຄຣິສຕ໌ຫລາຍໝື່ນຄົນ​ຈາກ​ທົ່ວ​ພາກຕາ​ເວັນ​ອອກ​ກາງ.​ບັນດາເຈົ້າໜ້າ​ທ່ີ​ ​ປະ​ເມີນ​ວ່າ ມີ​ຜູ້ຄົນ​ເຂົ້າຮ່ວມ​ໃນ​ພິທີ​ດ່ັງກ່າວ​ນີ້​ປະມານຫ້າ​ໝື່ນ​ຄົນ ທ່ີ​ສະນາມ​ກີລາ​ກາງ​ແຈ້ງອັມມານ​ ​ເພື່ອ​ຮັບຟັງ​ຜູ້ນຳ​ສາ​ສນາຄາ​ທໍ​ລິກ. ​ໃນປະ​ເທດ​ຈໍ​ແດນ​ ມີ​ຜູ້​ນັບຖື​ສາສນາຄາ​ທໍ​ລິກ ບໍ່​ຮອດ​ສອງ​ເປີ​ເຊັນ​ຂອງ​ປະຊາຊົນ​ສ່ວນ​ໃຫຍ່​ທ່ີເປັນ​ຊາວ​ມູສລິ​ມນັ້ນ.Pope Benedict ​ໄດ້​ຊົງ​ຮຽກຮ້ອງ​ໃຫ້​ຊາວ​ຄຣິສຕ໌ ຈົ່ງ​ຍຶດໝັ້ນ​ໃນ​ຄວາມ​ເຊື່ອ​ຖື​ໃນ​ສາ​ສະນາ​ຂອງ​ເຂົາ​ເຈົ້າ ​ແລະ​ວ່າ​ປະຊາ​ຄົມຄາ​ທໍ​ລິກ​ໃນທົ່ວ​ໂລກ ​ແມ່ນ​ມີ​ຄວາມ​ເປັນ​ຫ່ວງ​ນຳ​ຄວາມ​ຫຍຸ້ງຍາກ​ຕ່າງ​ໆ​ໃນ​ພາກ​ຕາເວັນ​ອອກ​ກາງ. ການ​ເດີນທາງ​ໄປ​ຢ້ຽມຢາມ​ຂົງ​ເຂດ​ຕາ​ເວັນ​ອອກ​ກາງ​ຄັ້ງ​ນີ້ ​ແມ່ນ​ຄັ້ງທຳ​ອິດຂອງພະ​ສັນຕະປາປາ Benedict ​ໃນ​ຖານະ​ເປັນ​ປະມຸກ​ຂອງ​ໂບດ​ສາ​ສນາຄາ​ທໍ​ລິກ.

ທີ່ປາ​ກີ​ສຖານ​ : ເຈົ້າໜ້າ​ທີ່ໄດ້​ຍົກ​ເລີກ​ຂໍ່ຫ້າມ​ສັນຈອນ​ໄປ​ມາຍາ​ມກາງຄືນ​ ໃນເຂດ​ຮ່ອມ​ພູ Swat ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ​ເພື່ອອະນຸຍາດໃຫ້ພວກ​ພົນລະ​ເຮືອນຫລາຍ​ພັນ​ຄົນ​ ມີ​ໂອ​ການ​ຫລົບໜີ​ການ​ສູ້ຣົບກັນ​ຢ່າງ​ດຸ​ເດືອດ ​ລະຫວ່າງ​ກຳລັງ​ຂອງ​ຝ່າຍຣັຖບານ​ແລະ​ພວກ​ຫົວ​ຮຸນ​ແຮງກຸ່ມ​ຕາ​ລີ​ບັນ​ນັ້ນ. ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ສູ້ຣົບກັນ​ໄດ້​ບັງຄັບໃຫ້ປະຊາຊົນ​ 5 ແສນ ​ຄົນ​ຕ້ອງ​ຫລົບໜີ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ຂົງ​ເຂດ ເມືອງ Dir, ​ເຂດ​ຮ່ອມ​ພູ Swat ​ແລະ​ເມືອງ Buner ​ໄປ​ໃນ​ຫວ່າງບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ ​ແຕ່​ພວກ​ຊາວ​ເມືອງ​ບາງ​ຄົນ​ກ່າວ​ວ່າ ​ເຂົາ​ເຈົ້າຖືກ​ຕົກ​ຄ້າງ​ຢູ່​ໃນ​ຂົງ​ເຂດ ​ຍ້ອນ​ການ​ສູ້ຣົບກັນ​ນີ້. ກອງທັບປາ​ກີ​ສຖານ​ກ່າວ​ ໃນ​ວັນ​ອາທິດ​ມື້​ນີ້ວ່າ ​ຕົນ​ໄດ້​ສັງຫານ​ພວກກະບົດ​ໃນ​ລະຫວ່າງ 180 ຫາ 200 ຄົນ​ໃນ​ໄລຍະ 24 ຊົ່ວ​ໂມງ​ຜ່ານ ມາ​ນີ້​ ໃນ​ເຂດ​ຮ່ອມ​ພູ Swat ​ແລະ​ໃນ​ຂົງ​ເຂດ​ອ້ອມ​ແອ້ມ. ​ໃນ​ກອງ​ປະຊຸມ​ສຸກ​ເສີນ​ຂອງຄນະຣັຖບານ​ໃນ​ວັນ​ເສົາ​ວານ​ນີ້ ນາຍົກຣັຖມຸນຕີ Yousuf Raza Gilani ໄດ້​ອະນຸມັດ​ງົປະມານ ຈຳນວນ​ຫລາຍ​ລ້ານ​ດອນ​ລ້າ​ເພື່ອ​ຊ່ອຍ​ເຫລືອ​ພວກປະຊາຊົນ​ໃນ​ຂົງ​ເຂດ ​ແລະ​ຮຽກຮ້ອງ​ໃຫ້ປະຊາຊົນ​ ໃຫ້ການ​ສນັບ​ສນຸນແກ່​ກອງທັບແຫ່ງ​ຊາດ​ ໃນ​ການ​ຕໍ່​ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ນັ້ນ.

XS
SM
MD
LG