ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂັບຂີ່ລົດຂອງຜູ້ເຖົ້າຢູ່ອາເຣິກາຍັງເປັນບັນຫາທີ່ຖົກຖຽງກັນຢູ່


ເຖິງແມ່ນວ່າ ເວລາໄດ້ຜ່ານມາເກືອບ 6 ປີແລ້ວກໍຕາມນັບ ຕັ້ງແຕ່ຜູ້ຊາຍຊາວຄາ ລິຟໍເນັຽ ອາຍຸ 86 ປີ ຜູ້ນຶ່ງໄດ້ເຮັດໃຫ້ ຄົນເກືອບເຖິງ 10 ຄົນ ເສຍຊີວິດເວລາລົດ ຂອງລາວແລ່ນເຈືອກ ໄປຕຳເຂົາເຈົ້າຢູ່ບ່ອນ ຈອດລົດຂອງສູນກາງການຄ້າໃຫຍ່ແຫ່ງນຶ່ງ ແຕ່ ການໂຕ້ແຍ້ງຖົກຖຽງກັນທີ່ເຫດການ ດັ່ງກ່າວໄດ້ກະຕຸ້ນໃຫ້ ມີຂຶ້ນ ກໍຍັງບໍ່ໄດ້ ຈາງຫາຍໄປກ່ຽວກັບວ່າ ຄວນຈະເຮັດແນວ ໃດກັບພວກສູງ ອາຍຸ ຫລື ພວກຄົນເຖົ້າ ທີ່ຢາກຂັບ ລົດນັ້ນ?.

ລັດ ຟລໍຣີດາ ເຊິ່ງເປັນລັດທີ່ມີຄົນຂັບລົດທີ່ ມີອາຍຸສູງກວ່າ 65 ປີ ຫລາຍທີ່ສຸດໄດ້ສ້າງຕັ້ງ ສູນຊ່ວຍເຫລືອດ້ານຄວາມປອດໄພໃນ ການຂັບລົດໃຫ້ພວກຄົນເຖົ້າໂດຍສະເພາະ ເພື່ອທຳການທົດສອບ ສາຍຕາຂອງຄົນຂັບ ລົດອາຍຸແກ່ ແລະ ການຕັດສິນໃຈຂອງເຂົາ ເຈົ້າ ໃນເວລາຂັບລົດ. ແລະ ເມືອງ Orlando, ໃນລັດຟລໍຣີດາ ເປັນເມືອງທຳອິດຢູ່ອາເມຣິກາທີ່ໃຫ້ ອຳນາດແກ່ສູນປະເມີນ ຜົນຄວາມສາມາດໃນການຂັບລົດຂອງຕົນມີສິດ ຖອນສິດໃນການຂັບລົດຂອງຜູ້ໃດກໍຕາມ ທີ່ເບິ່ງຄືວ່າ ຈະເປັນອັນຕະລາຍໃນເວລາຂັບລົດຢູ່ບົນຖະໜົນ.

ແຕ່ວ່າ ຫລາຍລັດກໍຍັງຕໍ່ອາຍຸໃບຂັບຂີ່ໂດຍອັດຕະໂນມັດໃຫ້ແກ່ຜູ້ໃດທີ່ມີປະຫວັດການ ຂັບລົດດີ.

ການຖົກຖຽງກັນ ກ່ຽວກັບຄວາມເໝາະສົມໃນການອາ ນຸຍາດໃຫ້ຜູ້ເຖົ້າ ຂັບລົດໄດ້ແມ່ນໄດ້ແຜ່ກວ້າງອອກ ໄປໃນໜັງສືພິມ ແລະ ໃນອິນເຕີເນັດ. ພວກຂັບລົດ ສູງອາຍຸ ແລະ ຜູ້ສະໜັບສະໜູນເຂົາເຈົ້າ ເວົ້າວ່າ ຜູ້ເຖົ້າຮັກສາ ກົດລະບຽບ, ຂັບລົດຢ່າງມີມາລະຍາດດີ ແລະ ມີຄວາມລະມັດລະວັງກວ່າ ພວກຄົນໜຸ່ມ. ອີກຢ່າງນຶ່ງ ພວກຜູ້ເຖົ້າ ກໍບໍ່ມັກຂັບລົດໄລຍະໄກ ໃນ ທາງດ່ວນ ບ່ອນທີ່ອາດເກີດອຸປະຕິເຫດທີ່ທຳໃຫ້ ເສຍຊີວີດໄດ້ນັ້ນ. ເຂົາເຈົ້າໃຫ້ເຫດຜົນອີກວ່າ ພວກຜູ້ເຖົ້າຕ້ອງຂັບລົດໄປໃສມາໃສເອງ ກໍຍ້ອນ ວ່າບໍ່ມີລົດເມ ຫລື ລົດໄຟ ໃຕ້ດິນໃຫ້ເລືອກ ຂີ່ຢ່າງພຽງພໍ ແລະ ເຂົາເຈົ້າ ກໍບໍ່ມີເງິນພໍ ສຳລັບຈ້າງລົດແທັກຊີເປັນປະຈຳໄດ້.

ຢ່າງໃດກໍຕາມພວກທີ່ຄັດຄ້ານໂຕ້ແຍ້ງວ່າ ຜູ້ເຖົ້າຂັບລົດຊ້າ ແລະເຮັດໃຫ້ການຈາລະຈອນ ຕິດຂັດ ເຊິ່ງສ້າງຄວາມໂມໂຫໂທໂສໃຫ້ພວກຂັບລົດຜູ້ອື່ນໆ. ເຂົາເຈົ້າຊີ້ບອກວ່າ ແມ່ນແຕ່ຜູ້ເຖົ້າທີ່ຂ້ອນຂ້າງ ວ່າເປັນ ປະສາດເຊື່ອມແລ້ວ ແລະ ບໍ່ມີ ເຫດຜົນຫລື ບໍ່ມີ ວຽກມີການຫຍັງທີ່ຕ້ອງຂັບລົດກໍຍັງຊູຊີຢາກຂັບລົດ ເພາະວ່າ ມັນເປັນໂອກາດສຸດທ້າຍ ທີ່ເຂົາເຈົ້າໄດ້ສະແດງຄວາມພູມໃຈໃນຄວາມສາມາດ ດຳລົງຊີວິດ ຢ່າງເປັນເອກະລາດ​ໄດ້.

ດັ່ງນັ້ນ ວຽກນຶ່ງທີ່ຫຍຸ້ງຍາກທີ່ສຸດ ສຳລັບຄົນຜູ້ໃຫຍ່ຫລາຍຄົນ ກໍຄືການພະຍາຍາມທີ່ຈະ ເກ້ຍກ່ອມໃຫ້ພໍ່ແມ່ ທີ່ ເຖົ້າແກ່ຂອງຕົນໃຫ້ເຂົ້າໃຈວ່າ ເຖິງຍາມແລ້ວທີ່ເຂົາເຈົ້າຄວນມອບ ກະແຈໃຫ້ລູກໆ ເພື່ອຄວາມປອດໄພຂອງ ພວກເຂົາເຈົ້າເອງ ແລະ ຜູ້ອື່ນທີ່ຂັບຂີ່ລົດຢູ່ ໃນທ້ອງຖະໜົນ.

ບາງຄັ້ງ ມີເຫດຜົນດຽວທີ່ສາມາດນຳມາອ້າງ ແລະໃຊ້ການໄດ້ ນັ້ນກໍຄືເວົ້າເຖິງຄ່າໃຊ້ຈ່າຍ ທີ່ກ່ຽວຂ້ອງກັບອຸບ ປະຕິເຫດລົດ ເພາະວ່າ ຖ້າລົດທີ່ຜູ້ເຖົ້າຂັບໄປຫາກໄປຕຳຄົນຍ້ອນ ບໍ່ເຫັນຮຸ່ງດີ ຫລື ຕັດສິນໃຈບໍ່ວ່ອງໄວ ຫລື ຜິດພາດຍ້ອນຕົກຂະມະໃນເວລາຂັບລົດແລ້ວ ມັນກໍສາມາດພາໃຫ້ມີການຟ້ອງຮ້ອງທີ່ອາດຈະເຮັດໃຫ້ມີການ ຈ່າຍຄ່າເສຍຫາຍ ເປັນຈຳນວນຫລວງຫລາຍ ຂະໜາດອາດຈະເຮັດໃຫ້ເງິນທີ່ຄອບຄົວສະສົມໄວ້ນັ້ນໝົດໄປກໍ ເປັນໄດ້.

XS
SM
MD
LG