ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງມີປະຊາຊົນ ຕົກຄ້າງ ຂະນະທີ່ ທະຫານຣັຖບານ ບຸກໂຈມຕີ ທີ່ໝັ້ນ ຂອງພວກຫົວຮຸນແຮງ ຢູ່ໃນເຂດ ຮ່ອມພູສວາທ


ປາກິສຖານ: ກອງທັບ ປາກິສຖານ ໄດ້ເລີ້ມ ເປີດສາກ ບຸກໂຈມຕີ ພວກຫົວຮຸນແຮງ ໃນເຂດ ພາກຕາເວັນຕົກ ສຽງເໜືອ ຂອງປະເທດ ຄືນໃໝ່ ທ່າມກາງ ທີ່ມີຄວາມ ວິຕົກກັງວົນ ເພີ້ມຂຶ້ນ ກ່ຽວກັບ ພົລເຮືອນ ທີ່ບໍ່ສາມາດ ຫລົບໜີໄດ້ ໃນລະຫວ່າງ ທີ່ມີ ການສູ້ຣົບກັນ ຢ່າງແຮງ ເປັນເວລາ ຫລາຍໆມື້. ກຳລັງ ພາກພື້ນດິນ ເຮືອບິນ ເຮຣີຄອບເຕີ້ ແລະ ເຮືອບິນຣົບຕ່າງ ກໍໄດ້ໂຈມຕີ ບ່ອນທີ່ ສົງສັຍວ່າ ເປັນເປົ້າໝາຍ ຂອງພວກ ຫົວຮຸນແຮງ ໃນເຂດ ຮ່ອມພູ SWAT ໃນວັນເສົາ ມື້ນີ້. ການສູ້ຣົບກັນ ໄດ້ມີຂຶ້ນ ຢ່າງແຮງ ທີ່ເມືອງ KABAL ແລະເມືອງ DIR ໃນຮ່ອມ SWAT. ປະຊາຊົນ ທີ່ພາກັນ ຫລົບໜີ ອອກມາຈາກ ເຂດດັ່ງກ່າວ ແຈ້ງໃຫ້ຊາບວ່າ ມີພົລເຮືອນ ບາດເຈັບ ລົ້ມຕາຍ ຈຳນວນນຶ່ງ. ອົງການ ສະຫະ ປະຊາຊາດ ກ່າວວ່າ ມີ ຫລາຍຮ້ອຍ ພັນຄົນ ຕ້ອງໄດ້ ຫລົບໜີ ໄປຈາກ ເຮືອນຊານ ບ້ານຊ່ອງ ຂອງ ພວກເຂົາເຈົ້າ ທ່າມກາງ ຄວາມຮຸນແຮງ ແຕ່ມີຊາວບ້ານ ບາງຄົນ ເວົ້າວ່າ ພວກເຂົເຈົ້າ ບໍ່ສາມາດ ຫລົບໜີໄດ້ ແລະ ໄດ້ຕົກຄ້າງ ຢູ່ໃນເຂດ ດັ່ງກ່າວ ຂະນະທີ່ ມີການ ສູ້ຣົບກັນ ເກີດຂຶ້ນ. ໃນມື້ວານນີ້ ໂຄສົກ ຂອງກອງທັບ ປາກິສຖານ ພົນຕຣີ ATHAR ABBAS ໄດ້ປະກາດວ່າ ການບຸກ ໂຈມຕີ ຢ່າງເຕັມອັດຕຣາ ກຳລັງມີຂຶ້ນ ລຸນຫຼັງ ທີ່ໄດ້ຮັບ ຄຳສັ່ງ ຈາກ ປະທານາທິບໍດີ ASIF ALI ZARDARI ໃຫ້ກຳຈັດ ພວກຫົວຮຸນແຮງ ໃຫ້ສິ້ນຊາກ.

ອາຟຣິກາໃຕ້: ທ່ານ JACOB ZUMA ໄດ້ສາບານໂຕ ເຂົ້າຮັບ ຕຳແໜ່ງ ໃນວັນເສົາ ມື້ນີ້ ເປັນ ປະທາ ນາທິບໍດີ ຄົນທີ 4 ຂອງ ອາຟຣິກາໃຕ້ ນັບແຕ່ ຣະບົບ ການແບ່ງແຍກ ເຊື້ອຊາດຜິວພັນ APARTEID ໄດ້ສິ້ນສຸດລົງ ໂດຍສາມາດ ເອົາຊະນະ ຂ່າວນອງນັນ ກ່ຽວກັບ ການສໍ້ຣາດ ບັງຫລວງ ແລະຂໍ້ຫາ ອາຍາອື່ນໆ. ໃນຄຳປາສັຍ ລຸນຫລັງ ການສາບານໂຕ ເຂົ້າຮັບ ຕຳແໜ່ງນັ້ນ ປະທານາທິບໍດີ ຄົນໃໝ່ ຂອງອາຟຣິກາໃຕ້ ໃຫ້ຄຳໝັ້ນ ສັນຍາວ່າ ຈະບໍ່ຫັນເຫ ໄປຈາກ ມູນເຊື້ອ ຂອງ ອະດີດ ປະທານາທິບໍດີ NELSON MANDELA ຊຶ່ງເປັນທີ່ ເຄົາຣົບຮັກ ແລະນັບຖື ຂອງ ປະຊາຊົນນັ້ນ ໃນການສ້າງສາ ພັທນາ ປະເທດ ໃນຍຸກຫລັງ ຣະບົບແບ່ງແຍກ ເຊື້ອຊາດຜິວພັນ APARTEID ພາຍໃຕ້ຈິດໃຈ ຂອງຄວາມ ສາມັກຄີ ແລະ ການຄືນດີກັນ. ທ່ານເວົ້າວ່າ ນີ້ແມ່ນເວລາ ແຫ່ງການຟື້ນຟູ. ແຕ່ທ່ານ ກໍໄດ້ຮັບຮູ້ ເຖິງບັນຫາ ຍຸ່ງຍາກ ທາງດ້ານເສຖກິດ ໃນເວລາ ທີ່ທ່ານ ເຂົ້າຮັບຕຳແໜ່ງ. ຊາວອາຟຣິກາໃຕ້ ຈຳນວນ ຫລາຍໆພັນຄົນ ໄດ້ເບິ່ງ ພິທີ ສາບານໂຕ ເຂົ້າຮັບ ຕຳແໜ່ງ ດັ່ງກ່າວ ຈາກບໍຣິເວນ ເດີ່ນຫຍ້າ ທີ່ຢູ່ທາງລຸ່ມ ລະບຽງ ຂອງໂຮງການ ຣັຖບານ ໃນນະຄອນຫລວງ PRETORIA.

ໂອບາມາ - ມຸສລິມ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຈະກ່າວ ຄຳປາສັຍ ທີ່ມີການ ຄອງຄອຍຖ້າ ມາເປັນ ເວລາດົນນານ ຕໍ່ຊາວມຸສລິມ ໃນໂລກ ໃນເດືອນໜ້ານີ້ ທີ່ປະເທດອີຈິບ. ໃນການ ປະກາດ ມື້ວານນີ້ ທ່ານ ROBERT GIBBS ບໍ່ໄດ້ ໃຫ້ຄວາມສຳຄັນ ຕໍ່ຄຳຖາມ ກ່ຽວກັບວ່າ ສະຖານທີ່ ໃນການ ກ່າວຄຳປາສັຍນັ້ນ ຈະບໍ່ເປັນເງົາ ບົດບັງ ເນື້ອນັຍ ຂອງຄຳປາສັຍ ຫລືບໍ່ ຍ້ອນມີ ຄວາມວິຕົກ ກັງວົນ ກ່ຽວກັບ ປະວັດການ ເຄົາຣົບນັບຖື ສິດທິມະນຸດ ທີ່ບໍ່ດີ ຂອງອີຈິບນັ້ນ. ທ່ານເວົ້າວ່າ ອີຈິບ ໃນຫລາຍໆດ້ານ ແມ່ນຕາງໜ້າ ໃຫ້ໝາກຫົວໃຈ ຂອງ ໂລກອາຣັບ. ນອກນັ້ນ ທ່ານຍັງເວົ້າວ່າ ຄຳປາສັຍ ຂອງທ່ານ OBAMA ແມ່ນແນ ໂດຍກົງໃສ່ ປະຊາຄົມ ມຸສລິມ ໃນໂລກ ແລະຂອບເຂດ ຂອງມັນ ກວ້າງກວ່າ ຄະນະນຳພາ ໃນປະເທດ ທີ່ໄດ້ມີການ ກ່າວຄຳປາສັຍ. ໃນລະຫວ່າງ ການໂຄສະນາ ຫາສຽງ ແລະຫລັງຈາກ ໄດ້ເຂົ້າຮັບ ຕຳແໜ່ງແລ້ວ ທ່ານ OBAMA ໄດ້ກ່າວເຖິງ ຈຸດປະສົງ ຂອງທ່ານ ຊ້ຳແລ້ວຊ້ຳອີກ ທີ່ຈະຍື່ນມື ໄປຫາ ໂລກມຸສລິມ. ໃນຄຳປາສັຍ ເດືອນແລ້ວ ທີ່ ນະຄອນຫລວງ ອັງກາຣາ ປະເທດ ເຕີກກີນັ້ນ ທ່ານກ່າວຕໍ່ ສະພາແຫ່ງຊາດ ຂອງເຕີກກີວ່າ ສະຫະຣັດ ບໍ່ໄດ້ເຮັດ ແລະຈະບໍ່ເຮັດ ສົງຄາມ ກັບສາສນາ ອິສລາມ.

ຊາວມົ້ງ - ໂຮມຊຸມນຸມ: ຊາວອະເມຣິກັນ ເຊື້ອສາຍມົ້ງ ຈຳນວນ ຫລາຍຮ້ອຍຄົນ ຈາກເມືອງແຝດ ST. PAUL-MINNEAPOLIS ຣັດ ມິນເນໂຊຕ້າ ແລະຣັດ ໃກ້ຄຽງ ຈະຈັດການ ໂຮມຊຸມນຸມ ຢ່າງສັນຕິຂຶ້ນ ຢູ່ນອກ ຕຶກສະພາ ຣັດມິນເນໂຊຕ້າ ໃນວັນເສົາ ມື້ນີ້ ເພື່ອຮຽກຮ້ອງ ໃຫ້ຍົກເລີກ ການດຳເນີນຄະດີ ຕໍ່ອະດີດ ນາຍພົນວັງປາວ. ທ້າວ XIONG PAO MOUA ນຶ່ງ ໃນບັນດາ ຜູ້ຮັບຜິດຊອບ ກ່ຽວກັບ ການຈັດການ ໂຮມຊຸມນຸມ ໃນມື້ນີ້ ກ່າວຕໍ່ VOA ຜ່ານທາງ ໂທຣະສັບວ່າ ການໂຮມຊຸມນຸມ ຈະເລີ້ມຂຶ້ນ ໃນເວລາ 9 ໂມງເຊົ້າ ຕາມເວລາ ທ້ອງຖິ່ນ. ທ້າວ XIONG PAO MOUA ກ່າວວ່າ ການໂຮມຊຸມນຸມ ຈະມີຂຶ້ນ ທີ່ເມືອງ ST. PAUL ເມືອງເອກ ຂອງຣັດ ມິນເນໂຊຕ້າ ແລະການເດີນ ຂະບວນ ຈະເລີ້ມແຕ່ ຖນົນ WESTERN ໄປຕາມ UNIVERSITY AVE ໄປຍັງຕຶກ ຫໍສະພາ ຂອງຣັດ ແລະ ການເດີນ ຂະບວນ ທີ່ວ່ານີ້ ຈະໃຊ້ເວລາ ປະມານ 45 ນາທີ ແລະຄາດວ່າ ຈະມີຄົນ ເຂົ້າຮ່ວມ ຫລາຍເຖິງ 5 ພັນຄົນ. ທ້າວ XIONG PAO MOUA ກ່າວຕື່ມວ່າ ການໂຮມຊຸມນຸມ ຢ່າງສັນຕິ ໃນຄັ້ງນີ້ ກໍແມ່ນເພື່ອ ຮ້ອງຂໍ ຄວາມເປັນທັມ ຄວາມຍຸຕິທັມ ແລະ ການຍົກເລີກ ທຸກຂໍ້ຫາ ໃນທັນທີ ຕໍ່ອະດີດ ນາຍພົນວັງປາວ ແລະຈຳເລີຍ ຄົນອື່ນໆ ທີ່ໄດ້ຖືກ ກ່າວຫາ ຢ່າງຜິດພາດ ໂດຍຣັຖບານ ສະຫະຣັດ ທັງນີ້ກໍຍ້ອນ ບໍ່ມີຫລັກຖານ ພຽງພໍ ເພື່ອໃຫ້ການ ສນັບສນຸນ ຕໍ່ຂໍ້ຫາເຫລົ່ານີ້.

ອັຟການິສຖານ: ກອງທັບ ສະຫະຣັດ ແລະ ຣັຖບານ ອັຟການິສຖານ ໃຫ້ການ ຢືນຢັນວ່າ ມີພົລເຮືອນ ຈຳນວນນຶ່ງ ໄດ້ເສັຽຊີວິດ ໃນການໂຈມຕີ ທາງອາກາດ ຂອງສະຫະຣັດ ແລະ ການສູ້ຣົບ ກ່ຽວຂ້ອງ ໃນມື້ວັນຈັນ ແລະ ວັນອັງຄານ ຜ່ານມາ. ໃນຖແລງການຮ່ວມ ທີ່ນຳອອກ ເຜີຍແຜ່ນັ້ນ ຄະນະສືບສວນ ຂອງສະຫະຣັດ ແລະ ອັຟການິສຖານ ບໍ່ໄດ້ແຈ້ງ ໃຫ້ຊາບວ່າ ມີພົລເຮືອນ ໃນຈຳນວນ ຫຼາຍປານໃດ ໄດ້ເສັຽຊີວິດ ໃນຄວາມຮຸນແຮງ ທີ່ແຂວງຟາຣາ ທາງພາກ ຕາເວັນຕົກ ອັຟການິສຖານ ຊຶ່ງພາໃຫ້ ປະຊາຊົນ ໃນເຂດ ທ້ອງຖິ່ນ ພາກັນປະທ້ວງ ຢ່າງຮຸນແຮງ. ຄະນະ ສືບສວນ ເວົ້າວ່າ ບໍ່ສາມາດ ບອກໄດ້ ຢ່າງແນ່ນອນວ່າ ໃນຈຳນວນ ພວກທີ່ເສັຽຊີວິດນັ້ນ ແມ່ນໃຜ ເປັນນັກຣົບ ທາລີບານ ແລະແມ່ນໃຜ ທີ່ບໍ່ແມ່ນນັກຣົບ ທັງນີ້ກໍຍ້ອນ ພວກທີ່ເສັຽຊີວິດ ໄດ້ຖືກນຳ ໄປຝັງແລ້ວ ກ່ອນທີ່ ຄະນະສືບສວນ ຈະເດີນທາງ ໄປຮອດ ບ່ອນເກີດເຫດ. ເຈົ້າໜ້າທີ່ ທ້ອງຖິ່ນ ເວົ້າວ່າ ຕົນໄດ້ ສັນນະສູດວ່າມີ 147 ຄົນ ຈາກສອງບ້ານ ໄດ້ເສັຽຊີວິດ ສ່ວນໃຫຍ່ແລ້ວ ເປັນພົລເຮືອນ. ເຈົ້າໜ້າທີ່ ກະຊວງປ້ອງກັນ ປະເທດສະຫະຣັດ ໄດ້ໂຕ້ແຍ້ງ ການກ່າວອ້າງ ທີ່ວ່ານີ້ ໂດຍເວົ້າວ່າ ມີປະມານ 50 ຄົນ ໄດ້ເສັຽຊີວິດ ທີ່ເຂດເມືອງ BALA BALUK ສ່ວນໃຫຍ່ແລ້ວ ແມ່ນເປັນພວກ ຫົວຮຸນແຮງ.

ອີ່ຣ່ານ - ນັກຂ່າວ: ທະນາຍຄວາມ ຂອງນັກຂ່າວ ອະເມຣິກັນ ເຊື້ອສາຍອີຣ່ານ ນາງ ROXANA SABERI ທີ່ ຖືກຄຸມຂັງ ຢູ່ໃນເວລານີ້ ກ່າວວ່າ ສານອີຣ່ານ ຈະຮັບຟັງ ການຂໍອຸທອນ ຕໍ່ໂທດຈຳຄຸກ ຂອງນາງ ໃນວັນອາທິດ ມື້ອື່ນນີ້. ທະນາຍ ABDOLSAMAD KHORRAMSHAHI ໄດ້ປະກາດ ໃຫ້ຊາບ ກ່ຽວກັບເຣື່ອງ ດັ່ງກ່າວ ໃນມື້ນີ້. ຍັງບໍ່ທັນ ເປັນທີ່ ຈະແຈ້ງ ເທື່ອວ່າ ຈະໃຊ້ເວລາ ດົນປານໃດ ທາງສານ ຈຶ່ງຈະອອກ ຄຳພິພາກສາ ກ່ຽວກັບ ຄະດີ ຂອງນາງ SABERI ທີ່ໄດ້ຖືກ ຕັດສິນໂທດ ຈຳຄຸກເປັນເວລາ 8 ປີ ໃນເດືອນແລ້ວ ໃນຂໍ້ຫາ ຈາຣະກັມນັ້ນ. ຄອບຄົວ ຂອງນາງ ແລະຣັຖບານ ສະຫະຣັດ ກ່າວວ່າ ຂໍ້ຫາ ຕໍ່ນາງນັ້ນ ແມ່ນບໍ່ມີ ຫລັກຖານ ມາຢັ້ງຢືນ. ບິດາ ຂອງນາງ SABERI ຄືທ່ານ REZA SABERI ກ່າວວ່າ ນັກຂ່າວ ອິສຣະ ອາຍຸ 32 ປີ ໄດ້ເຊົາອົດ ອາຫານ ປະທ້ວງ ໃນມື້ ວັນຈັນແລ້ວ ຫຼັງຈາກ ບໍ່ຍອມກິນເຂົ້າ ມາໄດ້ 2 ອາທິດ. ອີຣ່ານ ໄດ້ຕຳໜິ ຕິຕຽນ ນາໆຊາດ ທີ່ໄດ້ເຂົ້າໄປ ຍຸ່ງກ່ຽວ ພົວພັນ ກັບຄະດີນີ້ ໂດຍເວົ້າວ່າ ຂແນງຕຸລາການ ແມ່ນເປັນ ຂແນງການ ອິສຣະ ແລະ ການແຊກແຊງ ຈາກພາຍນອກ ແມ່ນຂັດກັບ ຫລັກການ ຂອງນາໆຊາດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG