ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໙ ທັນວາ ໒໐໒໔

Food Shortage Problem in Laos

ທາງການລາວລາຍງານວ່າປາຊາຊົນໃນເຂດ​ 9 ​ແຂວງຍັງຄົງຕ້ອງປະເຊີນກັບບັນຫາຂາດແຄນທາງ ດ້ານສະບຽງອາຫານນອກຈາກຕ້ອງປະເຊີນກັບໄພແຫ້ງແລ້ງທີ່ຖືກສົມທົບດ້ວຍບັນຫາລາຄາເຂົ້າຕົກ ຕໍ່າລົງກໍໄດ້ເຮັດໃຫ້ກະເສດຕະກອນລາວຈຳນວນບໍ່ໜ້ອຍໄດ້ພາກັນປູກເຂົ້າຈຳນວນຫລຸດລົງເລື້ອຍໆ.

ທ່ານ ຕີພົມມະສັກລັດຖະມົນຕີຊ່ວຍ​ວ່າການກະຊວງກະສິກຳປ່າໄມ້ລາວໄດ້ຖະແຫລງຍອມ ຮັບວ່າໃນປະຈຸບັນນີ້ມີພຽງແຕ່ 8 ​ແຂວງຈາກທັງໝົດ 17 ​ແຂວງໃນທົ່ວປະເທດລາວທີ່ສາມາດທຳການຜະຫລິດດ້ານສະບຽງອາຫານໄດ້ຢ່າງພຽງພໍກັບຄວາມຕ້ອງການບໍລິໂພກຂອງປະຊາຊົນໃນແຕ່ລະປີ, ສ່ວນອີກ 9 ​ແຂວງທີ່ເຫລືອນັ້ນນອກຈາກຈະຍັງຄົງບໍ່ສາມາດຜະຫລິດສະບຽງອາຫານໄດ້ຢ່າງພຽງພໍໍກັບຄວາມຕ້ອງການກໍຍັງຕ້ອງ​ເພິ່ງພາການອຸດໜູນຈາກລັດຖະບານໃນສ່ວນກາງແລະການຊ່ອຍເຫລືອດ້ານສະ ບຽງອາຫານຈາກຕ່າງປະເທດຢ່າງຕໍ່ເນື່ອງອີກດ້ວຍ. ​ທ່ານຕີຍັງໄດ້ຢືນຢັນວ່າເຂດແຂວງທີ່ມີປະຊາ ຊົນລາວຂາດແຄນທາງດ້ານສະບຽງ ອາຫານຫລາຍທີ່ສຸດນັ້ນກໍຄື 8 ​ແຂວງພາກເໜືອເນື່ອງຈາກວ່າເປັນເຂດພູດອຍແລະປະຊາ ຊົນສ່ວນໃຫຍ່ກໍເປັນຊົນເຜົ່າທີ່​ຍັງຂາດຄວາມຮູ້ໃນດ້ານການກະເສດສະໄໝໃໝ່ແລະໃນຂະນະດຽວກັນພື້ນທີ່ສ່ວນໃຫຍ່ກໍຂາດແຄນລະບົບຊົນລະປະທານລວມໄປເຖິງລະບົບໂຄງ​ຂ່າຍ ພື້ນຖານຕ່າງໆກໍຍັງຂາດເຂີນອີກດ້ວຍ.

ທາງດ້ານທ່ານອິນປົງອິນທະວົງເຈົ້າໜ້າທີ່ດ້ານເທັກນິກການກະເສດຂອງກະຊວງກະສິກຳປ່າໄມ້ລາວໄດ້ເປີດເຜີຍໃຫ້ຮູ້ວ່າສາເຫດທີ່ສຳຄັນປະການໜຶ່ງທີ່ເຮັດໃຫ້ຜົນຜະຫລິດດ້ານສະບຽງອາຫານບໍ່ກຸ້ມກິນຢູ່ໃນ 8 ​ແຂວງພາກເໜືອແລະແຂວງສາລະວັນໃນພາກໃຕ້ຂອງລາວນັ້ນກໍຄືບັນຫາໄພແຫ້ງແລ້ງຊຶ່ງເຮັດໃຫ້ກະເສດຕະກອນລາວສາມາດປູກເຂົ້ານາແຊງໃນແຕ່ລະປີໄດ້ພຽງແຕ່90.000 ກວ່າເຮັກຕ້າເທົ່ານັ້ນຈາກເປົ້າ ໝາຍແຜນການທີ່ວາງເອົາໄວ້ທັງໝົດໃນທົ່ວປະເທດເຖິງ 120.000 ​ເຮັກຕ້າ. ນອກຈາກນີ້ດ້ວຍບັນຫາລາຄາເຂົ້າຕົກຕໍ່າຈາກລະດັບ 2.500 ກີບຕໍ່ໜຶ່ງກິໂລກຳເຂົ້າເປືອກມາເຫລືອຢູ່ລະຫວ່າງ1.000 ຫາ 1.500 ກີບຕໍ່ກິໂລກຳເຂົ້າເປືອກກໍຍັງເຮັດໃຫ້ກະເສດຕະກອນລາວຈຳນວນບໍ່ໜ້ອຍໄດ້ພາກັນປະລະຈາກການປູກເຂົ້າເພີ້ມຫລາຍຂຶ້ນນັບມື້ອີກດ້ວຍ. ​

ປີ 2008 ທີ່ຜ່ານມານີ້ກະເສດຕະກອນລາວໃນທົ່ວປະເທດສາມາດຜະຫລິດເຂົ້ານາແຊງແລະເຂົ້ານາປີລວມໄປເຖິງເຂົ້າໄຮ່ໄດ້ລວມກັນຄິດເປັນປະລິມານເຖິງ2.800.000​ໂຕນໂດຍສ່ວນໃຫຍ່ເປັນຜົນຜະຫລິດເຂົ້າຢູ່ໃນເຂດແຂວງພາກກາງແລະພາກໃຕ້ເນື່ອງຈາກວ່າມີລະບົບຄອງຊົນລະປະທານທີ່ສາມາດຕອບສະໜອງໃຫ້ກັບພື້ນທີ່ການກະເສດໄດ້ຫລາຍກວ່າເຂດແຂວງທາງພາກເໜືອ. ​ແຕ່ຢ່າງໃດກໍຕາມພື້ນທີ່ການກະເສດສ່ວນໃຫຍ່ໃນລາວກໍຍັງຕ້ອງໄດ້ເພິ່ງພານໍ້າຈາກນ້ຳຝົນຢູ່ຕໍ່ໄປເພາະໃນຄວາມເປັນຈິງແລ້ວລະບົບຄອງຊົນນະປະທານຢູ່ໃນລາວໃນປະຈຸບັນຍັງຄົງສາມາດຕອບສະໜອງນ້ຳໃຫ້ກັບພື້ນທີ່ການກະເສດໄດ້ຄຶດເປັນສັດສ່ວນບໍ່ເຖິງ 20% ​ເທົ່ານັ້ນຂອງພື້ນທີ່ການກະເສດທີ່ໄດ້ມີການບຸກເບີກແລ້ວທັງໝົດໃນເທົ່າປະເທດດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳປ່າໄມ້ລາວໄດ້ໃຫ້ການຊີ້ແຈງໃນຕອນໜຶ່ງວ່າ:

ລະບົບຊົນລະປະທານຂອງພວກເຮົານີ້ພວກເຮົາ​ກໍເນັ້ນກັນເວົ້າກັນຢູ່​ວ່າ ການໃຊ້ນ້ຳຈັ່ງໃດໃຫ້ມີປະສິດຕິຜົນສູງໂດຍສະເພາະການປູກພືດລະດູແລ້ງຫລືວ່ານາແຊງກັບພືດ​ຜັກຕ່າງໆ​ໃນ​ໜ້າ​ແລ້ງ ​ໃນເນື້ອທີ່ນາທັງໝົດຂອງພວກເຮົາທີ່ມີຢູ່ໃນປະຈຸບັນນີ້ 650 ພັນ, ​ແຕ່ພວກເຮົາສາມາດເອົານ້ຳເຂົ້າ ໃສ່ລະດູແລ້ງໄດ້ປະມານ125.000 ​ເຮັກ​ຕ້າ.

ຊົງຣິດໂພນເງິນ ລາຍງານຈາກບາງກອກ ໃນວັນທີ່ 23 ເມສາ 2009

ວ່າການກະຊວງກະສິກຳປ່າໄມ້ລາວໄດ້ຖະແຫລງຍອມ ຮັບວ່າໃນປະຈຸບັນນີ້ມີພຽງແຕ່ 8 ​ແຂວງຈາກທັງໝົດ 17 ​ແຂວງໃນທົ່ວປະເທດລາວທີ່ສາມາດທຳການຜະຫລິດດ້ານສະບຽງອາຫານໄດ້ຢ່າງພຽງພໍກັບຄວາມຕ້ອງການບໍລິໂພກຂອງປະຊາຊົນໃນແຕ່ລະປີ, ສ່ວນອີກ 9 ​ແຂວງທີ່ເຫລືອນັ້ນນອກຈາກຈະຍັງຄົງບໍ່ສາມາດຜະຫລິດສະບຽງອາຫານໄດ້ຢ່າງພຽງພໍໍກັບຄວາມຕ້ອງ ການກໍຍັງຕ້ອງ​ເພິ່ງພາການອຸດໜູນຈາກລັດຖະບານໃນສ່ວນກາງແລະການຊ່ອຍເຫລືອດ້ານສະ ບຽງອາຫານຈາກຕ່າງປະເທດຢ່າງຕໍ່ເນື່ອງອີກດ້ວຍ. ​ທ່ານຕີຍັງໄດ້ຢືນຢັນວ່າເຂດແຂວງທີ່ມີປະຊາ ຊົນລາວຂາດແຄນທາງດ້ານສະບຽງ ອາຫານຫລາຍທີ່ສຸດນັ້ນກໍຄື 8 ​ແຂວງພາກເໜືອເນື່ອງຈາກວ່າເປັນເຂດພູດອຍແລະປະຊາ ຊົນສ່ວນໃຫຍ່ກໍເປັນຊົນເຜົ່າທີ່​ຍັງຂາດຄວາມຮູ້ໃນດ້ານການກະເສດສະໄໝໃໝ່ແລະໃນຂະນະດຽວກັນພື້ນທີ່ສ່ວນໃຫຍ່ກໍຂາດແຄນລະບົບຊົນລະປະທານລວມໄປເຖິງລະບົບໂຄງ​ຂ່າຍ ພື້ນຖານຕ່າງໆກໍຍັງຂາດເຂີນອີກດ້ວຍ.

ທາງດ້ານທ່ານອິນປົງອິນທະວົງເຈົ້າໜ້າທີ່ດ້ານເທັກນິກການກະເສດຂອງກະຊວງກະສິ ກຳປ່າໄມ້ລາວໄດ້ເປີດເຜີຍໃຫ້ຮູ້ວ່າສາເຫດທີ່ສຳຄັນປະການໜຶ່ງທີ່ເຮັດໃຫ້ຜົນຜະຫລິດດ້ານສະບຽງອາຫານບໍ່ກຸ້ມກິນຢູ່ໃນ 8 ​ແຂວງພາກເໜືອແລະແຂວງສາລະວັນໃນພາກໃຕ້ຂອງລາວນັ້ນກໍຄືບັນຫາໄພແຫ້ງແລ້ງຊຶ່ງເຮັດໃຫ້ກະເສດຕະກອນລາວສາມາດປູກເຂົ້ານາແຊງໃນແຕ່ລະປີໄດ້ພຽງແຕ່90.000 ກວ່າເຮັກຕ້າເທົ່ານັ້ນຈາກເປົ້າ ໝາຍແຜນການທີ່ວາງເອົາໄວ້ທັງໝົດໃນທົ່ວປະເທດເຖິງ 120.000 ​ເຮັກຕ້າ. ນອກຈາກນີ້ດ້ວຍບັນຫາລາຄາເຂົ້າຕົກຕໍ່າຈາກລະດັບ 2.500 ກີບຕໍ່ໜຶ່ງກິໂລກຳເຂົ້າເປືອກມາເຫລືອຢູ່ລະຫວ່າງ1.000 ຫາ 1.500 ກີບຕໍ່ກິໂລກຳເຂົ້າເປືອກກໍຍັງເຮັດໃຫ້ກະເສດຕະກອນລາວຈຳນວນບໍ່ໜ້ອຍໄດ້ພາກັນປະ ລະຈາກການປູກເຂົ້າເພີ້ມຫລາຍຂຶ້ນນັບມື້ອີກດ້ວຍ. ​

XS
SM
MD
LG