ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ເວົ້າວ່າ ປາກິສຖານ ໄດ້ສັງຫານ ພວກຫົວຮຸນແຮງ 35 ຄົນ ທີ່ເຂດຮ່ອມພູສວາທ


ປາກິສຖານ - ຄວາມຮຸນແຮງ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ທະຫານ ໄດ້ສັງຫານ ພວກຫົວຮຸນແຮງ ທາລີບານ ຈຳນວນ 35 ຄົນ ໃນການ ປະທະກັນ ທີ່ເຂດ ຮ່ອມພູ SWAT ທາງພາກຕາເວັນຕົກສຽງເໜືອ ຂອງ ປາກິສຖານ ໃນວັນພຸດ ມື້ນີ້. ພົລເຮືອນ ຈຳນວນຫລາຍພັນ ຄົນ ໄດ້ພາກັນ ຫລົບໜີ ເປັນເວລາ ຫລາຍໆມື້ ອອກຈາກ ບໍຣິເວນ ອ້ອມແອ້ມ ເມືອງ MINGORA ຊຶ່ງເປັນ ຫົວເມືອງ ສຳຄັນ ຢູ່ໃນເຂດ ດັ່ງກ່າວ ຍ້ອນມີ ຄວາມຢ້ານກົວ ວ່າ​ຈະ​ມີ ການປະຕິບັດງານ ຄັ້ງໃຫຍ່ ຂອງພວກ ທະຫານ. ຣັຖມຸນຕຣີ ຖແລງຂ່າວ ແຂວງ ພາກຕາເວັນຕົກ ສຽງເໜືອ ກ່າວວ່າ ເຈົ້າໜ້າທີ່ ຄາດວ່າ ຈະມີປະຊາຊົນ ຫລາຍເຖິງ 500 ພັນຄົນ ຫລົບໜີ ອອກຈາກ ເຂດຮ່ອມພູ SWAT ໃນໄລຍະ ສອງ-ສາມມື້ ຂ້າງໜ້າ. ທ່ານເວົ້າວ່າ ຣັຖບານ ໄດ້ກະກຽມ ຕັ້ງສູນ ຊົ່ວຄາວຂຶ້ນ ເພື່ອເປັນບ່ອນ ພັກພາ ອາສັຍ ໃຫ້ແກ່ ພວກທີ່ຄາດວ່າ ຈະອົພຍົບ ໜີ ອອກມາ. ກອງທັບ ປາກິສຖານ ບໍ່ໄດ້ແຈ້ງ ໃຫ້ຊາບວ່າ ຕົນ ຈະເປີດສາກ ບຸກໂຈມຕີ ເຂດຮ່ອມພູ SWAT ຫລືບໍ່ ຊຶ່ງຈະເປັນ ການສ້າງ ຄວາມເສັຽຫາຍ ຂັ້ນສຸດທ້າຍ ຕໍ່ຂໍ້ຕົກລົງ ສັນຕິພາບ ກັບພວກ ທາລີບານ ໃນເຂດທ້ອງຖິ່ນ ທີ່ໄດ້ຮັບການ ຕຳໜິຕິຕຽນ ຢ່າງໃຫຍ່ນັ້ນ.

ອັຟການິສຖານ: ຄະນະກັມມະການ ສະພາ ກາແດງ ສາກົນ ກ່າວວ່າ ເຮືອບິນ ກຳລັງ ປະສົມ ພາຍໃຕ້ ການນຳພາ ຂອງ ສະຫະຣັດ ໄດ້ສັງຫານ ພົລເຮືອນ ຫລາຍສິບຄົນ ໃນພາກ ຕາເວັນຕົກ ອັຟການິສຖານ ໃນຕົ້ນ ອາທິດນີ້. ນາງ JESSICA BERRY ໂຄສົກ ຂອງ ສະພາ ກາແດງ ສາກົນ ກ່າວວ່າ ເຈົ້າໜ້າທີ່ ຈຸນຶ່ງ ຂອງສະພາ ກາແດງ ຢູ່ບ່ອນທີ່ ມີການ ໂຈມຕີ ໃນແຂວງ ຟາຣາ ໄດ້ພົບເຫັນ ຊາກສົບ ຂອງແມ່ຍິງ ແລະເດັກນ້ອຍ ຮວມຢູ່ໃນ ຈຳນວນ ພວກທີ່ ເສັຽຊີວິດ. ນອກນັ້ນ ນາງ BERRY ຍັງເວົ້າວ່າ ອາສາສະມັກ ຊ່ອຍເຫລືອ ຄົນນຶ່ງ ຂອງອົງການ ກາແດງ ອິສລາມ ໄດ້ເສັຽຊີວິດ ພ້ອມກັນກັບ ສະມາຊິກ ໃນຄອບຄົວ ຂອງລາວ 13 ຄົນ. ເຈົ້າໜ້າທີ່ ສະຫະຣັດ ແລະ ອັຟການິສຖານ ກ່າວວ່າ ຕົນພວມ ສືບສວນເບິ່ງ ເຫດຮ້າຍ ດັ່ງກ່າວ ນີ້ຢູ່. ການໂຈມຕີ ທາງອາກາດ ມີຂຶ້ນ ໃນລະຫວ່າງ ທີ່ເກີດ ການສູ້ຣົບກັນ ຫລັງຈາກ ກຸ່ມກະບົດ ທາລີບານ ໄດ້ປະຫານ ຊີວິດ ກາງແຈ້ງ ພົລເຮືອນ 3 ຄົນ. ມີີລາຍງານວ່າ ພວກ ຫົວຮຸນແຮງ ໄດ້ຫລົບລີ້ ຢູ່ໃນເຮືອນ ຂອງປະຊາຊົນ ໃນລະຫວ່າງ ທີ່ມີການ ສູ້ຣົບກັນ.

ຣັດເຊັຽ - ນາໂຕ້: ຣັດເຊັຽໄດ້ຂັບໄລ່ ນັກການ ທູດ ການາດາ 2 ຄົນທີ່ປະຈຳການຢູ່ສຳນັກງານ ຂອງ ອົງການ ນາໂຕ້ ທີ່ກຸງມົສກູ. ເຈົ້າໜ້າທີ່ ຣັດເຊັຽ ແລະ ຜູ້ຕາງໜ້າ ຂອງ ສະຖານທູດ ການາດາ ທີ່ກຸງມົສກູ ກ່າວວ່າ ຣັດເຊັຽ ໄດ້ຍົກເລີກ ສິດພິເສດ ທາງການທູດ ຂອງ ເຈົ້າໜ້າທີ່ ທັງສອງ ໃນວັນພຸດ ມື້ນີ້. ສະຖານທູດ ການາດາ ເອີ້ນ ການຕັດສິນໃຈ ດັ່ງກ່າວ ຂອງຣັດເຊັຽວ່າ ເປັນການຕ້ານ ຄວາມພະຍາຍາມ ຂອງອົງການ ນາໂຕ້ ທີ່ຢາກ ຈະພົວພັນ ກັບຣັດເຊັຽ ຄືນໃໝ່. ໃນ ສັບປະດາ ແລ້ວນີ້ ອົງການ ນາໂຕ້ ໄດ້ຂັບໄລ່ ນັກການທູດ ຣັດເຊັຽ 2 ຄົນ ທີ່ປະຈຳ ຢູ່ສຳນັກງານໃຫຍ່ ຂອງອົງການ ນາໂຕ້ ທີ່ນະຄອນ BRUSSELS ຫຼັງຈາກ ໄດ້ເກີດຂ່າວ ນອງນັນ ກ່ຽວກັບ ເຣື່ອງສອດແນມ ທີ່​ພົວພັນ​ ກັບ​ເຣື່ອງທີ່ ເຈົ້າໜ້າທີ່ ປ້ອງກັນ ປະເທດ ອະວຸໂສ ຄົນນຶ່ງ ຂອງ ແອັສທົວເນັຽ ໄດ້ຖືກ ຕັດສິນໂທດ ຈຳຄຸກ ເປັນເວລາ 12 ປີ ລຸນຫລັງ ທີ່ຖືກ ພົບເຫັນວ່າ ໄດ້ສົ່ງ ເອກກະສານລັບ ຈຳນວນ ຫລາຍພັນ ສະບັບ ຂອງກຸ່ມ ພັນທະມິດ ນາໂຕ້ ໃຫ້ແກ່ ໜ່ວຍສືບລັບ ຂອງຣັດເຊັຽ.

ນັກຂ່າວອະເມຣິກັນ: ບິດາ ຂອງ ນັກຂ່າວ ອະເມຣິກັນ ເຊື້ອສາຍ ອີຣ່ານ ນາງ ROXANA SABERI ທີ່ຖືກ ຄຸມຂັງ ຢູ່ໃນອິຣ່ານ ເວລານີ້ ກ່າວວ່າ ລູກສາວ ຂອງທ່ານ ໄດ້ຢຸດເຊົາ ການອົດ ອາຫານ ປະທ້ວງແລ້ວ ຫລັງຈາກ ໄດ້ອົດມາ ເປັນເວລາ 2 ອາທິດ. ນັກຂ່າວ ອິສຣະ ຄົນນີ້ ໄດ້ຖືກ ດຳເນີນຄະດີ ຢູ່ອີຣ່ານ ໃນເດືອນແລ້ວ ແລະຖືກ ຕັດສິນໂທດ ຈຳຄຸກ ເປັນເວລາ 8 ປີ ໃນຂໍ້ຫາ ຈາຣະກັມ. ບິດາ ຂອງນາງ SABERI, ທ່ານ REZA SABERI ກ່າວ ໃນມື້ວັນພຸດ ນີ້ວ່າ ນາງ ໄດ້ຢຸດເຊົາ ການອົດ ອາຫານ ປະທ້ວງ ໃນມື້ວັນຈັນ ຜ່ານມານີ້. ແຕ່ ຄະນະ ຕຸລາການ ຂອງອີຣ່ານ ໄດ້ປະຕິເສດວ່າ ນາງ ບໍ່ໄດ້ອົດ ອາຫານ ປະທ້ວງ ແລະເວົ້າວ່າ ນາງ ມີສຸຂພາບ ແຂງແຮງດີ. ໂຄສົກ ຄົນນຶ່ງ ຂອງ ຄະນະ ຕຸລາການ ອີຣ່ານ ກ່າວວ່າ ສານອຸທອນ ຈະຮັບຟັງ ຄະດີ ຂອງນາງ SABERI ໃນອາທິດໜ້າ. ບັນດາ ສະມາຊິກ ຂອງອົງການ ນັກຂ່າວ ບໍ່ມີພົມແດນ ຊຶ່ງເປັນກຸ່ມ ປົກປ້ອງ ອິສຣະພາບ ທາງດ້ານ ຂ່າວສານ ໄດ້ປ່ຽນກັນ ອົດອາຫານ ປະທ້ວງ ເພື່ອຄວາມ ເປັນ ນ້ຳນຶ່ງ ໃຈດຽວກັນ ກັບນາງ SABERI.

ໄຂ້ຫວັດໃຫຍ່ H1N1: ເຈົ້າໜ້າທີ່ ສາທາ ຣະນະສຸກ ຂອງ ສະຫະຣັດ ກ່າວວ່າ ແມ່ຍິງ ຄົນນຶ່ງ ທີ່ຣັດ ເທັກຊັສ ໄດ້ກາຍເປັນ ບຸກຄົນທີ 2 ຢູ່ນອກ ປະເທດ ເມັກຊິໂກ ທີ່ໄດ້ ເສັຽຊີວິດ ຍ້ອນເຊື້ອ ໄວຣັສ ໄຂ້ຫວັດໃຫຍ່ A H1N1 ຂະນະທີ່ ຊີວິດ ການເປັນຢູ່ ໃນເມັກຊິໂກ ກຳລັງ ກັບຄືນ ເຂົ້າສູ່ ສະພາບ ປົກກະຕິ ໃນຂະນະ ທີ່ການລະບາດ ທີ່ນັ້ນ ເບົາບາງລົງ. ໃນມື້ວານນີ້ ເຈົ້າໜ້າທີ່ ສາທາ ຣະນະສຸກ ທີ່ຣັດ ເທັກຊັສ ກ່າວວ່າ ແມ່ຍິງ ທີ່ເສັຽຊີວິດ ໃນມື້ວັນຈັນ ຜ່ານມາ ແມ່ນມີ ອາຍຸ ໃນລະຫວ່າງ 30 ປີ ແລະມີ ບັນຫາ ສຸຂພາບ ທີ່ເຮື້ອຮັງ ຫລາຍຢ່າງ. ນາງ ເປັນຄົນ ສັນຊາດ ອະເມຣິກັນ ຜູ້ທຳອິດ ທີ່ໄດ້ ເສັຽຊີວິດ ຍ້ອນ ພະຍາດ ດັ່ງກ່າວ ແລະ ເປັນບຸກຄົນ ທີ 2 ທີ່ໄດ້ຕາຍ ຍ້ອນໄຂ້ຫວັດ ສາຍ​ພັນ ​ເມັກ​ຊິ​ໂກ ຢູ່ໃນສະຫະຣັດ. ເມື່ອບໍ່ດົນ ຜ່ານມານີ້ ເດັກນ້ອຍ ທາຣົກ ເມັກຊິໂກ ຄົນນຶ່ງ ທີ່ ໂຮງພະຍາບານ ຣັດເທັກຊັສ ກໍໄດ້ ເສັຽຊີວິດ. ໂຮງຮຽນ ແລະ ທຸຣະກິດ ຕ່າງໆ ໃນເມັກຊິໂກ ທີ່ໄດ້ ປິດມາ ເປັນເວລາ ຫລາຍໆມື້ ຍ້ອນ ການແຜ່ ຣະບາດ ຂອງເຊື້ອພະຍາດ ມີກຳນົດ ທີ່ຈະເປີດ ຄືນອີກ ໃນມື້ນີ້ ຂະນະທີ່ ເຈົ້າໜ້າທີ່ ກ່າວວ່າ ການແຜ່ ຣະບາດ ຂອງພະຍາດນີ້ ເປັນທີ່ ປາກົດວ່າ ໄດ້ຊ້າລົງ ແດ່ແລ້ວ.

ເກົາຫລີເໜືອ - ນິວເຄລັຽ: ທູດພິເສດ ກ່ຽວ ກັບເກົາຫລີເໜືອ ຂອງ ສະຫະຣັດ ມີກຳນົດ ຈະອອກ ເດີນທາງ ໃນວັນພຸດ ມື້ນີ້ ໄປຍັງ ເຂດເອເຊັຽ ຕາເວັນອອກ ແລະຣັດເຊັຽ ໃນຄວາມ ພະຍາຍາມ ເພື່ອຟື້ນຟູ ການເຈຣະຈາ ທີ່ກຳລັງ ຕົກຢູ່ ໃນສະພາບ ບໍ່ໄປບໍ່ມາ ກ່ຽວກັບ ໂຄງການ ສ້າງອາວຸດ ນິວເຄລັຽ ຂອງ ເກົາຫລີເໜືອ. ກະຊວງ ການຕ່າງປະເທດ ສະຫະຣັດ ກ່າວ ໃນມື້ວານ ນີ້ວ່າ ທູດພິເສດ ຂອງ ສະຫະຣັດ ທ່ານ STEPHEN BOSWORTH ຈະເປັນ ຫົວໜ້າ ນຳພາ ຄະນະ ຜູ້ແທນ ຂອງ ສະຫະຣັດ ເດີນທາງ ໄປຍັງຈີນ ເກົາຫລີໃຕ້ ຍີ່ປຸ່ນ ແລະ ຣັດເຊັຽ ແຕ່ບໍ່ມີ ແຜນການ ທີ່ຈະ ເດີນທາງ ໄປຍັງ ເກົາຫລີເໜືອ ຊື່​ງ ຈຸດປະສົງ ກໍແມ່ນ ເພື່ອ ຊັກຊວນ ໃຫ້ພຽງຢາງ ກັບຄືນ ເຂົ້າສູ່ ໂຕະເຈຣະຈາ. ໂອກາດ ກ່ຽວກັບ ການທີ່ ຈະເຮັດໃຫ້ ແຫລມເກົາຫລີ ເປັນເຂດ ປອດນິວເຄລັຽ ກຳລັງ ຫລຸດນ້ອຍ ຖອຍລົງ ນັບມື້ ໃນໄລຍະ ສອງ-ສາມ ອາທິດ ຜ່ານມານີ້ ຍ້ອນ ການເຄື່ອນໄຫວ ທີ່ເປັນການ ຝ່າຝືນ ຂອງຣັຖບານ ຄອມມູນິສ ເກົາຫລີເໜືອ.

ເຊີນຟັງຂ່າວລາຍລະອຽດໂດຍຄລິກບ່ອນສຽງ.

XS
SM
MD
LG