ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍເຈັຽເວົ້າວ່າ ກຳລັງມີການກໍ່ກະບົດ ທີ່ນັ້ນ


ຈໍເຈັຽ: ຣັຖມຸນຕຣີ ປ້ອງກັນປະເທດ GEORGIA ກ່າວວ່າ ກຳລັງ ມີການ ກໍ່ກະບົດຂຶ້ນ ທີ່ຄ້າຍ ທະຫານ ແຫ່ງນຶ່ງ ຂອງ GEORGIA ຢູ່ນອກ ນະຄອນຫຼວງ TBILISI. ເຈົ້າໜ້າທີ່ ກ່າວວ່າ ໄດ້ມີການ ຄົ້ນພົບ ແຜນການ ກໍ່ຣັຖປະຫານ ໃນມື້ນີ້ ທີ່ຄ້າຍ MUKHROVANI. ເຂົາເຈົ້າ ເວົ້າວ່າ ຈຸດປະສົງ ໃນການ ລຸກຮືຂຶ້ນ ກໍແມ່ນ ເພື່ອຣົບກວນ ການຊ້ອມຣົບ ທາງທະຫານ ຂອງ ອົງການ ນາໂຕ້ ໃນ GEORGIA ​ແລະວ່າ ການລຸກຮືຂຶ້ນ ​ໃນ​ຄັ້ງນີ້ ແມ່ນ ໄດ້ຮັບ ການສນັບ ສນຸນ ຈາກຣັດເຊັຽ. ໃນເດືອນແລ້ວ ມົສກູ ໄດ້ຮຽກຮ້ອງ ໃຫ້ອົງການ ນາໂຕ້ ເລື່ອນ ການຊ້ອມຣົບ ໃນ GEORGIA ອອກໄປ ແຕ່ອົງການ ນາໂຕ້ ໄດ້ປະຕິເສດ ທີ່ຈະເລື່ອນ ເວລາ ໃນການ ຊ້ອມຣົບ ຊຶ່ງຈະ ເລີ້ມຂຶ້ນ ໃນວັນທີ 6 ພຶສະພານີ້. ອົງການ ນາໂຕ້ ກ່າວວ່າ ການຊ້ອມຣົບ ຊື່​ງໄດ້ມີ ການວາງແຜນກັນ ໃນປີກາຍ ມີຈຸດປະສົງ ເພື່ອປັບປຸງ ການປະສານງານ ລະຫວ່າງ ສະມາຊິກ ຂອງອົງການ ນາໂຕ້ ແລະປະເທດ ພາຄີ ແລະຈະມີ ທະຫານ 1 ພັນ 300 ຄົນ ຈາກ 19 ປະເທດ ເຂົ້າຮ່ວມ.

ປາກິສຖານ: ຕຳຣວດ ປາກິສຖານ ກ່າວວ່າ ຜູ້ໂຈມຕີ ດ້ວຍຣະເບີດ ສະລະຊີບ ຄົນ​ນື່ງ ໄດ້ຂັບຣົດ ແລ່ນເຂົ້າຕຳ ຣົດທະຫານ ຄັນນຶ່ງ ໃນເຂດ ພາກຕາເວັນຕົກ ສຽງເໜືອ ເຮັດໃຫ້ ພົລເຮືອນ 4 ຄົນ ແລະທະຫານ ຄົນນຶ່ງ ເສັຽຊີວິດ. ເຈົ້າໜ້າທີ່ ກ່າວວ່າ ການໂຈມຕີ ດັ່ງກ່າວ ມີຂຶ້ນ ໃນມື້ນີ້ ທີ່ດ່່ານກວດ ແຫ່ງນຶ່ງ ໃກ້ໆເມືອງ PESHAWAR ໃນເຂດ KHYBER ຊື່​ງ​ເປັນ​ເຂດ ເຄິ່ງປົກຄອງ ຕົນເອງ ຂອງຊົນເຜົ່າ ທີ່ກຳລັງ ​ປະສົບ​ກັບ ​ຄວາມວຸ້ນວາຍ. ນອກນັ້ນ ຍັງມີ ຢ່າງນ້ອຍ 21 ຄົນ ໄດ້ຮັບ ບາດເຈັບ ຮວມທັງ ເດັກນ້ອຍ ຫລາຍໆຄົນ. ເຈົ້າໜ້າທີ່ ຄົນນຶ່ງ ໃນໜ່ວຍ ທຳລາຍ ຣະເບີດ ກ່າວວ່າ ຣົດຂອງ ຜູ້ໂຈມຕີ ບັນທຸກ ດິນຣະເບີດ ປະມານ 85 ກິໂລ. ຍັງບໍ່ທັນມີ ກຸ່ມໃດ ອ້າງເອົາ ຄວາມຮັບ ຜິດຊອບ ໃນການ ໂຈມຕີ ຄັ້ງນີ້ເທື່ອ ແຕ່ ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ການສູ້ຣົບ ລະຫວ່າງ ທະຫານ ຣັຖບານ ແລະພວກ ຫົວຮຸນແຮງ ທາລີບານ ໄດ້ເພີ້ມ ທະວີຂຶ້ນ ຢູ່ໃນເຂດ ດັ່ງກ່າວ ຊື່​ງ​ເປັນ ​ການບັ່ນທອນ ຂໍ້ຕົກລົງ ຢຸດຍິງ ທີ່ມີອາຍຸໄດ້ 3 ເດືອນ ຕື່ມຂຶ້ນ.

ລາວ: ສປປ ລາວ ກ່າວວ່າ ແມ່ຍິງ ຖືພາມານ ຄົນອັງກິດ ທີ່ໄດ້ ຖືກຈັບ ໃນເດືອນ ສິງຫາ ປີກາຍ ໃນຂໍ້ຫາ ລັກລອບ ຢາເສບຕິດນັ້ນ ຈະຖືກ ນຳໂຕ ຂຶ້ນສານ ພາຍໃນ ອາທິດໜ້າ. ທ່ານເຄນທອງ ນວນທະສິງ ໂຄສົກ ຂອງຣັຖບານ ລາວ ກ່າວຕໍ່ VOA ໃນວັນອັງຄານ ມື້ນີ້ວ່າ ສາເຫດ ໃນການເລື່ອນ ການດຳເນີນ ຄະດີ ອອກໄປ ກໍແມ່ນ ເພື່ອຊອກຫາ ທະນາຍຄວາມ ມາສູ້ ຄະດີ ໃຫ້ນາງ SAMANTHA OROBATOR. ທ່ານເຄນທອງ ບໍ່​ຍອມ ໃຫ້ການຢືນຢັນ ກ່ຽວກັບ​ ຂໍ້​ຫາ ຕໍ່​ນາງ OROBATOR ​ແຕ່​ທ່ານ​ກ່າວ​ ໃນວັນ​ຈັນ ​ວານ​ນີ້ວ່າ ການດຳເນີນຄະດີ ຈະເປັນໄປ ຢ່າງຍຸຕິທັມ ແລະກໍ ບໍ່ມີຜູ້ໃດ ຖືກປະຫານ ຊີວິດ ຢູ່ລາວ ໃນໄລຍະ ປະມານ 20 ປີຜ່ານມານີ້. ອົງການ REPRIEVE ຊຶ່ງເປັນ ອົງການ ໃຫ້ຄວາມ ຊ່ອຍເຫລືອ ທາງດ້ານ ກົດໝາຍ ເພື່ອການກຸສົນ ທີ່ມີ ສຳນັກງານ ຢູ່ປະເທດ ອັງກິດ ກ່າວວ່າ ແມ່ຍິງ ຄົນອັງກິດ ອາຍຸ 20 ປີ ຜູ້ນີ້ ອາດຈະ ປະເຊີນ ກັບໂທດ ປະຫານ ຊີວິດດ້ວຍ ການຍິງເປົ້າ ຖ້າຖືກ ພົບເຫັນວ່າ ມີຄວາມຜິດ. ນາງ ANNA MORRIS ທະນາຍຄວາມ​ ຂອງ​ອົງການ REPRIEVE ເວົ້າວ່າ ນາງ OROBATOR ຖືກກ່າວຫາວ່າ ມີຢາ ເຮໂຣອີນ 680 ກຣາມ ຢູ່ໃນຄວາມ ຄອບຄອງ ເວລານາງ ຖືກຈັບ ທີ່ສນາມບິນ ວັດໄຕ ໃນປີ ກາຍນີ້.

ມຽນມາ: ຣັຖບານ ທະຫານ ມຽນມາ ໄດ້ປະຕິເສດ ຕໍ່ການ ຂໍອຸທອນ ໃຫ້ປ່ອຍ ທ່ານນາງ ອອງຊານ ຊູຈີ ຜູ້ນຳ ປະຊາ ທິປະໄຕ ໃນປະເທດ ດັ່ງກ່າວ ຈາກການ ກັກບໍຣິເວນ. ທ່ານ KYI WIN ທະນາຍຄວາມ ຂອງ ທ່ານນາງ ອອງຊານ ຊູຈີ ກ່າວວ່າ ເຈົ້າໜ້າທີ່ ເວົ້າວ່າ ຄຳຮ້ອງຂໍ ອຸທອນ ບໍ່ແຂງ ແຮງພໍ. ທ່ານນາງ ອອງຊານ ຊູຈີ ທີ່ເຄີຍ ໄດ້ຮັບ ລາງວັນ ໂນແບລ ຂແນງ ສັນຕິພາບ ໄດ້ຖືກກັກ ບໍຣິເວນມາ ເປັນເວລາ 13 ປີ ຂອງໄລຍະ 19 ປີ ຜ່ານມາ ຮວມທັງ ໃນ ຮອບ 6 ປີທີ່ຜ່ານມານີ້. ໃນເດືອນ ຕຸລາປີແລ້ວ ທ່ານ KYI WIN ໄດ້ຍື່ນ ການຂໍອຸທອນ ຕໍ່ຣັຖບານ ໂດຍ ໂຕ້ແຍ້ງວ່າ ທ່ານນາງ ອອງຊານ ຊູຈີ ບໍ່ໄດ້ ເປັນພັຍ ຂົ່ມຂູ່ ຕໍ່ຄວາມ ໝາຍຄົງ ຂອງປະເທດ. ການກັກ ບໍຣິເວນ ທ່ານນາງ ອອງຊານ ຊູຈີ ໄລຍະ ລ່າສຸດ ຈະສິ້ນ ສຸດລົງ ໃນວັນທີ 27 ເດືອນນີ້. ການປະຕິເສດ ຂອງຣັຖບານ ມີຂຶ້ນ ບໍ່ເທົ່າໃດມື້ ຫລັງຈາກ ພັກສັນນິບາດ ແຫ່ງຊາດ ເພື່ອ ປະຊາ ທິປະໄຕ ຂອງທ່ານນາງ ອອງຊານ ຊູຈີ ໄດ້ຮຽກຮ້ອງ ໃຫ້ປ່ອຍທ່ານນາງ. ໃນສັບ ປະດາ ແລ້ວ ພັກດັ່ງກ່າວ ເວົ້າວ່າ ຕົນຈະ ພິຈາຣະນາ ເຂົ້າຮ່ວມ ໃນການ ເລືອກຕັ້ງ ຂອງພວກ ທະຫານ ໃນປີ 2010 ຖ້າຣັຖບານ ຫາກປ່ອຍ ພວກຜູ້ນຳ ຂອງພັກ ຮວມທັງ ທ່ານນາງ ອອງຊານ ຊູຈີ.

ຈີນ: ອົງການ ນິຣະໂທດກັມ ສາກົນ ຫຼື AMNESTY INTERNATIONAL ໄດ້ພິມ ເຜີຍແຜ່ ລາຍງານໃໝ່ ສະບັບນຶ່ງ ທີ່ເວົ້າວ່າ ເຈົ້າໜ້າທີ່ຈີນ ໄດ້ຂົ່ມຂູ່ ແລະໄດ້ຈັບກຸມ ຄຸມຂັງ ແບບຜິດ ກົດໝາຍ ພໍ່ແມ່ ແລະຍາດ ພີ່ນ້ອງ ຂອງພວກ ເດັກນ້ອຍ ທີ່ໄດ້ ເສັຽຊີວິດ ຍ້ອນ ແຜ່ນດິນໄຫວ ຮ້າຍແຮງ ທີ່ແຂວງ SICHUAN ໃນປີກາຍນີ້. ລາຍງານ ເວົ້າວ່າ ນອກນັ້ນ ພວກເຈົ້າໜ້າທີ່ ຍັງໄດ້ ຮາວີ ຣົບກວນ ຂອງພວກ ນັກເຄື່ອນໄຫວ ແລະ ທະນາຍຄວາມ ທີ່ພະຍາຍາມ ຈະໃຫ້ການ ຊ່ອຍເຫລືອ ແກ່ພວກ ເຂົາເຈົ້າ. ລາຍງານ ກ່າວວ່າ ເຈົ້າໜ້າທີ່ ຍັງໄດ້ ປະຕິເສດ ບໍ່ໃຫ້ພວກ ພໍ່ແມ່ ທີ່ເສົ້າໂສກ ເສັຽໃຈ ໄປຫາ ​ເຈົ້າໜ້າ​ທີ່​ສານ​ ເວລາ ພວກເຂົາເຈົ້າ ພະຍາຍາມ ຢາກຮູ້ຈັກວ່າ ແມ່ນໃຜ ເປັນຜູ້ ຮັບຜິດຊອບ ຕໍ່ການ ພັງລົງ ຂອງໂຮງຮຽນ ແລະການ ເສັຽຊີວິດ ຂອງພວກ ລູກໆເຂົາເຈົ້າ. ກຸ່ມດັ່ງກ່າວ ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ຈີນ ຢຸດເຊົາ ຮາວີ ຣົບກວນ ພວກເຄາະຮ້າຍ ​ແລະ ໃຫ້ການ ຊ່ອຍເຫລືອ ພວກເຂົາເຈົ້າແທນ ໃນການ ເລີ້ມຕົ້ນ ຊີິວິດໃໝ່. ການພິມ ເຜີຍແຜ່ ລາຍງານ ທີ່ວ່ານີ້ ມີຂຶ້ນ ນຶ່ງອາທິດ ກ່ອນໜ້າ ວັນຄົບຮອບ ນຶ່ງປີ ​ເຫດການ ແຜ່ນດິນໄຫວ ​ໃນ​ແຂວງ SICHUAN ຊຶ່ງເຮັດ ໃຫ້ມີ ຜູ້ເສັຽ ຊີວິດ ຫລື ຫາຍສາບສູນ ຫຼາຍກວ່າ 80 ພັນຄົນ.

ໄຂ້ຫວັດໃຫຍ່ H1N1: ເຮືອບິນ ໂດຍສານ ຮັບໝົາລຳນຶ່ງ ຂອງ ເມັກຊິໂກ ໄດ້ເດີນທາງ ໄປເຖິງ ປະເທດຈີນ ໃນມື້ນີ້ ບ່ອນທີ່ ເຮືອບິນລຳນີ້ ຈະຢຸດແວ່ ຫລາຍໆເມືອງ ເພື່ອຮັບເອົາ ຊາວເມັກຊິໂກ ທີ່ຖືກກັກ ບໍຣິເວນ ປະມານ 70 ຄົນ ທີ່ນັ້ນ ຍ້ອນຢ້ານ ພວກເຂົາເຈົ້າ ເປັນໄຂ້ ຫວັດໃຫຍ່ H1N1. ການສົ່ງ ເຮືອບິນ ໄປເອົາ ຊາວເມັກຊິໂກ​ ເຫລົ່າ​ນີ້ ມີຂຶ້ນ ບໍ່ເທົ່າໃດ ຊົ່ວໂມງ ຫລັງຈາກ ເລຂາ ທິການໃຫຍ່ ອົງການ ສະຫະປະຊາຊາດ ທ່ານ BAN KI-MOON ໄດ້ປະກາດວ່າ ອົງການ ອະນາມັຍໂລກ ຍັງບໍ່ທັນ ມີແຜນການ ໃນເວລາ ນີ້ເທື່ອ ທີ່​ຈະຍົກ ຣະດັບ ການເຕືອນ ຂຶ້ນຕື່ມອີກ ກ່ຽວກັບ ເຊື້ອໄວຣັສ ທີ່ຮູ້ກັນ ໂດຍ ທົ່ວໄປວ່າ ເປັນໄຂ້ ຫວັດໝູນັ້ນ. ອົງການ ອະນາມັຍໂລກ ກ່າວວ່າ ມີຜູ້ປ່ວຍ ທີ່ໄດ້ຮັບ ການຢືນຢັນ ແລ້ວ ຫລາຍກວ່າ 1000 ກໍຣະນີ ໃນປີ 21 ປະເທດ. ການກັກ ບໍຣິເວນ ຊາວເມັກຊິໂກ ໃນປະເທດຈີນ ແລະອີກ ຫລາຍຮ້ອຍຄົນ ຢູ່ໃນຮົງກົງ ໂດຍ ເຈົ້າໜ້າທີ່ ຈີນນັ້ນ ໄດ້ພາໃຫ້ເກີດ ມີການ ຖົກຖຽງ ໂຕ້ແຍ້ງ. ປະທານາທິບໍດີ ເມັກຊິໂກ ໄດ້ກ່າວຫາ ຈີນວ່າ ມີການ ຈຳແນກ ກີດກັນ. ພວກນັກ ການທູດ ເມັກຊິໂກ ກ່າວວ່າ ປະຊາຊົນ ເຂົາເຈົ້າ ໄດ້ຖືກກັກ ບໍຣິເວນ ໂດຍບໍ່ມີ ຮ່ອງຮອຍວ່າ ມີອາການປ່ວຍ ແຕ່ຢ່າງໃດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG