ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຫົວໜ້າອົງການອະນາໄມໂລກກ່າວວ່າ ການລະບາດ ຂອງເຊື້ອໄວຣັສ ໄຂ້ຫວັດໃຫຍ່ ສາມາດກັບຄືນມາ ອີກໄດ້


ການລະບາດ​ຂອງ​ໂຣກ​ໄຂ້ຫວັດ​ໃຫຍ່​ :ຫົວໜ້າ​ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ການລະບາດ​ຂອງເຊື້ອ​ໄວຣັສ​ໄຂ້ຫວັດ​ໃຫຍ່​ ພັນ A-H1N1 ສາມາດ​ກັບ​ຄືນ​ມາ​ອີກ​ໄດ້ ​ເຖິງ​ແມ່ນຣັຖບານ​ເມັກ​ຊິ​ໂກ​ຢືນ​ຢັດ​ວ່າ ພະຍາດ​ດັ່ງກ່າວ​ໄດ້​ລະບາດ​ເຖິງ​ລະດັບ​ສູງສຸດ​ແລ້ວ ​ແລະ​ກຳລັງ​ລະບາດ​ຊ້າລົງກໍ​ຕາມ. ທ່ານ​ນາງ Margaret Chan ກ່າວ​ຕໍ່​ໜັງສືພິມ Financial Times ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ລຸດ​ລົງ​ຂອງ​ອັດຕາ​ຄົນ​ເສັຍ​ຊີວິດ​ທັງຢູ່ນອກ ແລະຢູ່ໃນ​ປະ​ເທ​ດ​ເມັກ​ຊິ​ໂກນັ້ນ ບໍ່​ໄດ້​ໝາຍຄວາມ​ວ່າ ການລະບາດຂອງໂຣກດັ່ງກ່າວ​ ກຳລັງຈະ​ຍຸດຕິ​ລົງ. ທ່ານ​ນາງ Chan ກ່າວ​ຕໍ່​ໄປ​ວ່າ ຖ້າ​ເຊື້ອ​ໄວຣັສນີ້​ຍັງ​ສືບ​ຕໍ່​ແຜ່​ລາມ​ອອກ​ໄປ ມັນກໍ​ຈະ​ເປັນ​ການລະບາດຄັ້ງ​ໃຫຍ່ທີ່ສຸດ​ຂອງ​ການລະບາດ​ທັງ​ໝົດທ່ີ​ໂລກ​ໄດ້​ປະ​ເຊີນມາ​ໃນ​ສັດ​ຕະວັດ​ທີ 21 ນີ້. ໃນ​ສັບປະດາ​ຜ່ານ​ມາ​ນີ້ ອົງການ​ອະນາ​ໄມ​ໂລກ ໄດ້​ຍົກ​ລະດັບ​ເຕືອນໄພ​ ຂຶ້ນ​ໃສ່​ລະດັບ 5 ທີ່​ຊີ້ໃຫ້​ເຫັນ​ວ່າການລະບາດ​ຂອງ​ໂຣກ​ໄຂ້ຫວັດ​ໃຫຍ່ທີ່​ວ່າ​ນີ້ ໃນ​ລະດັບ​ສູງສຸດ ຄື​ລະດັບ 6 ນັ້ນ ສາມາດ​ເກີດ​ຂຶ້ນ​ໄດ້​. ທ່ານ​ນາງ Chan ກ່າວ​ຢູ່​ໃນ​ການ​ໃຫ້​ສັມພາດ​ຂ່າວວ່າ ທ່ານ​ນາງ​ບໍ່​ໄດ້​ທຳນາຍ​ວ່າ​ຈະ​ເກີດ​ການລະບາດ​ຂອງໂຣກ​ໄຂ້ຫວັດ​ໃຫຍ່ໃນ​ລະດັບຮ້າຍ​ແຮງ ແຕ່​ທ່ານ​ນາງ​ກໍ​ກະກຽມ​ເພື່ອ​ໄວ້.
ທ່ີຈີນ: ທາງ​ການຈີນ​ປະຕິ​ເສດ​ວ່າ​ ຕົນ​ບໍ່ໄດ້​ແນ​ເປົ້າ​ໝາຍ​ໃສ່​ຊາວ​ເມັກ​ຊິ​ກັນ​ໃນ​ການ​ເອົາມາດ​ຕະການ​ປ້ອງກັນການ​ແຜ່​ລະບາດ​ເຊື້ອໄຂ້ຫວັດ​ໃຫຍ່​ A-H1N1 ​ໂດຍແຍກ​ໂຕ​ຊາວເມັກ​ຊິ​ໂກໄວ້ຕ່າງ​ຫາກນັ້ນ. ທ່ານ Ma Zhauxu ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ ກ່າວຢູ່​ໃນຖະ​ແຫລງ​ການ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ແຍກ​ໂຕ​ໄວ້​ຕ່າງຫາກ​ ບໍ່​ແມ່ນ​ສະ​ເພາະ​ແຕ່​ສຳລັບຊາວ​ເມັກ​ຊິໂກ​ເທົ່າ​ນັ້ນ ​ແລະ​ວ່າ​ບໍ່​ໄດ້ມີ​ການຈຳ​ແນ​ກກີດ​ກັນ​ແຕ່​ປະການ​ໃດ​ເລີຍ. ທ່ານ Ma ກ່າວ​ວ່າ ຈີນ​ເຂົ້າ​ໃຈຄວາມ​ເປັນ​ຫ່ວງ​ຂອງ​ເມັກ​ຊິ​ໂກ ​ແລະສຳນຶກ​ໃນ​ຄຸນຄ່າ​ຂອງ​ສາຍ​ພົວພັນແບບ​ສັນ​ມິດ​ຂອງ​ຕົນ​ກັບປະ​ເທດ​ໃນຂົງເຂດ​ອະ​ເມຣິກາ​ລາ​ຕິນ​ແຫ່ງ​ນີ້ ​ແຕ່​ທ່ານຮຽກຮ້ອງ​ໃຫ້ຣັຖບານ​ເມັກຊິໂກ ​ຮັກສາ​ທ່າ​ທີ​ທີ່“ບໍ່​ມີ​ອະຄະຕິແລະ​ສງົບ​” ກ່ຽວ​ກັບ​ເຣື່ອງນີ້.
​ເມັກ​ຊິ​ໂກ​ກ່າວ​ວ່າ ທາງ​ການ​ຈີນ​ໄດ້​ແຍກ​ໂຕຄົນ​ສັນຊາດເມັກ​ຊິ​ກັນ​ ຈຳນວນ​ຫລາຍ​ກວ່າ 70 ຄົນ​ໄວ້​ຕ່າງຫາກ ​ຫລັງ​ຈາກ​ນັກ​ທ່ອງ​ທ່ຽວ​ຊາວເມັກ​ຊິ​ກັນ​ຄົນ​ນຶ່ງ​ທີຮອງ​ກົງ ໄດ້​ກາຍ​ເປັນ​ກໍລະນີ​ທຳ​ອິດ​ທີ່ ມີການ​ຢືນຢັນ​ວ່າ ຕິດ​ເຊື້ອ​ໄວຣັສໄຂ້ຫວັດ​ໃຫຍ່​ A H1N1 ​ໃນ​ຈີນ.
ລາວແລະອັງກິດ: ແມ່ຍິງ​ຖືພາ​ມາ​ນຊາວອັງກິດ​ຄົນ​ນຶ່ງ ທີ່ປະ​ເຊີນ​ກັບ​ການຖືກ​ປະຫານ​ຊີວິດໂດຍ​ການ​ຍິງ​ເປົ້າ​ໃນ ສປປ ​ລາວ ຖ້າ​ນາງ​ຖືກ​ສານ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແທ້​ ໃນ​ຂໍ້​ຫາ​ຖານ​ລັກລອບ​ຂົນ​ສົ່ງຢາ​ເສບ​ຕິດ​ນັ້ນ ​ສາມາດຖືກ​ດຳ​ເນີນ​ຄະດີ​ ຢ່າງ​ໄວ​ທີ່​ສຸດ ໃນວັນ​ຈັນ​ມື້​ນີ້​ ກໍ​ເປັນ​ໄດ້. ແຕ່ອົງການ​ກຸ​ສົນ​ດ້ານ​ກົດໝາຍ Reprieve ທີ່​ມີ​ຫ້ອງການ​ຕັ້ງ​ຢູ່ໃນ​ອັງ ກິດ ​ແລະກຳລັງ​ຊ່ອຍ​ເຫລືອ​ນາງ Samantha Orobator ວັຍ 20 ປີ ກ່າວ​ວ່າ ນາງ​ຍັງ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້ພົບທະນາຍຄວາມ​ເທື່ອ. ນາງ Anna Morris ທະນາຍຄວາມ​ປະຈຳ​ອົງການ​ກຸສົນ Reprieve ກ່າວ​ຕໍ່​ສື່​ມວນ​ຊົນໃນ​ລາວ​ ໃນ​ວັນ​ອາທິດ​ມື້​ວານ​ນີ້​ວ່າ ນາງ​ມີ​ກຳນົດ​ຈະພົບ​ປະ​ກັບ​ນາງ Orobator ​ໃນ​ວັນ​ອັງຄານ​ມື້​ອື່ນ. ​ແຕ່ນາງ Morris ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ການ​ດຳ​ເນີນ​ຄະດີ​ສາມາດ​ເຣີ່ມຂຶ້ນ​ກ່ອນ​ກຳນົດ​ມື້​ນຶ່ງ​ໄດ້. ຄນະໄອ​ຍະ​ການ​ກ່າວ​ວ່າ ນາງ Orobator ​ທີ່ເດີນທາງ​ໄປ​ເມືອງລາວ ​ເພື່ອໄປ​ພັກຜ່ອນ​ນັ້ນ ​ມີ​ຢາ​ເຮ​ໂຣອິນ​ຈຳນວນ 680 ກຣາມຢູ່​ໃນ​ຄວາມ​ຄອບ​ຄອງ ເວລາ​ນາງ​ຖືກ​ຈັບ​ຢູ່ສນາມ​ບິນ​ວັດ​ໄຕ​ໃນ​ເດືອນ​ສິງຫາ​ປີ​ແລ້ວ​ນີ້​.
ອົງການ​ກຸສົນ Reprieve ກ່າວ​ວ່າ ນາງ Orobator ​ໄດ້​ຕັ້ງ​ຄັນ​ເວລາ ຖືກ​ຂັງ​ຢູ່​ໃນ​ຄຸກ​ໂພນ​ຕ້ອງ​ໃນ​ເດືອນ​ທັນວາ​ປີ​ແລ້ວ​ນີ້ 4​ ເດືອນ​ຫລັງ​ຈາກ​ ຖືກ​ຈັບ​. ​ເຣື່ອງ​ເຫດການ​ທ່ີ​ນາງ​ມີ​ທ້ອງ​ນີ້​ ຍັງ​ບໍ່​ເປັນ​ທ່ີ​ຈະ​ແຈ້ງ​ເທື່ອ.
ກະຊວງ​ການ​ຕ່າງປະ​ເທດ​ອັງກິດ​ກ່າງວວ່າ ຕົນ​ກຳລັງ​ຕິດຕາມ​ເບິ່ງ​ສວັ​ດ ດີກາ​ນຂອງ​ນາງ Orobator ຢ່າງ​ໃກ້ຊິດ ​ແລະ ທ່ານ Bill Rammel ຣັຖມຸນຕີ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ ກ່າວ​ວ່າ ທ່ານ​ຈະ​ຍົກ​ເອົາ​ເຣື່ອງນີ້ ມາ​ເວົ້າ​ກັບຣັຖມຸນຕີ​ການ​ຕ່າງປະ​ເທດ​ລາວ​ ເວລາ​ທ່ານ​ມາ​ຢ້ຽມຢາມ​ອັງກິດ​ໃນ​ສັບປະດາ​ນີ້.
ທ່ີອິນໂດເນເຊັຍ: ຄາດ​ວ່າຫົວໜ້າ​ປາບ​ການ​ສໍ້ຣາດບັງ​ຫລວງ​ຂອງ​ອິນ​ໂດ​ເນ​ເຊັຍ ​ຈະ​ໄປ​ໃຫ້ການຕໍ່​ຕຳຫລວດ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກໄດ້​ຖືກ​ບົ່ງຊື່ວ່າ​ເປັນຜູ້​ຕ້ອງ​ສົງ​ໄສ​ໃນຄະດີ​ຄາດ​ຕະກັມ​ນັກທຸຣະກິດ​ ທີ່ມີຊື່ສຽງຄົນ​ນຶ່ງ. ທ່ານ Antasari Azhar ຫົວໜ້າ​ຄນະ​ກັມມະການ​ປາບ​ປາມການສໍ້ຣາດບັງ​ຫລວງ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ​ໄດ້​ຖືກ​ຕຳຫລວດ ຮຽກ​ໂຕໄປ​ສອບ​ປາກຄຳ ບໍ່ແມ່ນ​ໃນຖານະ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ແຕ່​ເປັນ​ພະຍານ​ຊ່ອຍ​ໃນ​ການ​ສືບສວນ. ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ຄນະໄອ​ຍະ​ການ​ອິນ​ໂດ​ເນ​ເຊັຍ​ໄດ້​ອອກ​ຄຳ​ສັ່ງຫ້າມທ່ານ Azhar ເດີນທາງ​ ຫລັງ​ຈາກ​ທາງ​ການ​ຕຳຫລວດ​ບົ່ງ​ວ່າ ທ່ານເປັນ​ຜູ້​ນຶ່ງ​ໃນ​ບັນດາ​ຜູ້​ຕ້ອງ​ສົງ​ໄສ​ຫລາຍ​ຄົນ​ ​ວ່າ​ສົມ​ຮູ້​ຮ່ວມ​ຄິດກັນ​ວາງ​ແຜນການລ່ວງ​ໜ້າ​ທຳ​ການ​ຄາດ​ຕະກັມ​ທ່ານ Nasrudin Zul-karnaen. ມື​ປືນ​ຈຸ​ນຶ່ງ​ໄດ້​ຍິງ​ນັກທຸຣະກິດ​ຄົນ​ນີ້ໃນ​ວັນ​ທີ14 ມີນາ​ຜ່ານ​ມາ ​ໃນ​ຂະນະ​ທີ່ກຳລັງອອກ​ຈາກ​ເດີ່ນ​ຕີ golf ​ໄປ ຊຶ່ງ​ຜູ້ກ່ຽວ​ໄດ້​ເສັຍ​ຊີວິດ​ໃນ​ມື້ຕໍ່​ມາ. ທ່ານ Zul-karnaen ເປັນ​ຜູ້ອຳນວຍການ​ບໍລິສັດຜລິດ​ຢາ​ແຫ່ງ​ນຶ່ງຂອງຣັດ. ​ໃນເວລາທີ່ທ່ານຖືກ​ຂ້ານັ້ນທ່ານ​ໄດ້ເປັນພະ ຍານ​ໃນ​ການສືບສວນຄະດີສໍ້ຣາດບັງ​ຫລວງ​ຄະດີ​ນື່ງ ທີ່ດຳເນີ​ນໂດຍ​ຄນະ​ກັມມະການ​ປາບປາມການ​ສໍ້ຣາດບັງ​ຫລວງ.
ທ່ານ Gates ຢ້ຽມຢາມພາກຕາເວັນອອກກາງ: ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະຣັດ ທ່ານ Robert Gates ກຳລັງມຸ້ງ​ ໜ້າ​ໄປ​ສູ່​ພາກ​ຕາ​ເວັນ​ອອກ​ກາງ​ ເພື່ອ​ໃຫ້​ຄວາມ​ໝັ້ນ​ໃຈ​ໃໝ່​ແກ່​ພວກ​ພັນ ທະ​ມິດ​ໃນ​ຂົງ​ເຂດ​ ວ່າການ​ຕິດ​ຕໍ່​ພົວພັນ​ທາງ​ການ​ທູດ​ຂອງຣັຖບານວໍ​ຊິງ​ຕັນ​ກັບ​ອິຣ່ານ ຈະ​ບໍ່​ສ້າງ​ຄວາມ​ເສັຍ​ຫາຍ​ໃດໆ​ ໃຫ້ແກ່​ສາຍ​ພົວພັນທ່ີ​ມີ​ມາແຕ່​ດົນ​ນານ​ກັບ​ພວກ​ປະ​ເທດ​ອາຣັບນັ້ນ. ທ່ານ Gates ​ບິນ​ໄປ​ຍັງ​ປະ​ເທດ​ອີຈິບ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ​ຈະໄປ​ຢ້ຽມຢາມ Saudi Arabia ​ໃນ​ທ້າຍ​ອາທິດ​. ທ່ານ Gates ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ຖ້ຽວ​ບິນ​ວ່າ ທ່ານ​ຫວັງ​ວ່າ ການ​ຕິດ​ຕໍ່​ພົວພັນ​ຂອງ​ສະຫະຣັດກັບຣັຖບານ​ກຸງ Tehran ຈະ​ເພີ່ມຄວາມ​ປອດ​ໄພ​ຂຶ້ນສຳລັບທົ່ວ​ຂົງ​ເຂດ​ ບໍ່​ພຽງ​ແຕ່​ຄວາມ​ປອດ​ໄພ​ຂອງ​ສະຫະຣັດ​ເທົ່າ​ນັ້ນ. ທ່ານ Gates ກ່າວ​ຕື່ມ​ວ່າ ຄວາມ​ເປັນ​ຫ່ວງ​ບາງ​ຢ່າງໃນ​ຂົງ​ເຂດອາດ​ຈະ​ມາ​ຈາກ​ອັນ​ທ່ີ​ທ່ານ​ເອີ້ນ​ວ່າ ຄວາມ​ຮູ້ສຶກ​ເກີນ​ຂອບ​ເຂດ ກ່ຽວ​ກັບ​ວ່າ​ສາຍ​ພົວພັນ​ລະຫວ່າງ​ກຸງ Tehran ກັບ​ກຸງ​ວໍ​ຊິງ​ຕັນ ​ສາມາດກາຍ​ເປັນ​ແບບໃດ​ໄດ້​ໃນ​ອະນາຄົດ.


XS
SM
MD
LG