ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະບຽງອາຫານ ສຳລັບປະຊາຊົນ ຜູ້ອຶດຫິວ


<!-- IMAGE -->

ບັນດາ​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ປະຊາຊົນ ຈຳນວນ​ປະມານ​ນື່ງ ພັນລ້ານ​ຄົນ​ໃນ​ທົ່ວ​ໂລກ ກຳລັງໄດ້​ຮັບ​ຄວາມທຸກ​ທໍລະມານ​ ຍ້ອນ​ຄວາມ​ອຶດຫິວ ຫລື​ບໍ່​ກໍ​ກຳລັງ​ຕົກ​ຢູ່​ໃນ​ອັນຕະລາຍ​ ຂອງ​ການ​ໃກ້​ຈະປະສົບ​ກັບ​ຄວາມ​ອຶດຫິວ.

ປະທານາທິບໍດີ ບາຣັກ ໂອບາມາ ມີຄວາມ ໝາຍໝັ້ນທີ່ຈະຊ່ວຍເຫລືອພວກປະເທດ ກຳລັງ ພັທະນາທັງຫລາຍຕໍ່ສູ້​ກັບຄວາມ ອຶດຫິວແລະຄວາມທຸກຈົນ.​ໃນຕອນກ່າວສຸນທອນພົດ ໃນວັນສາບານຕົວເຂົ້າຮັບ ຕຳແໜ່ງປະທານາ ທິບໍດີນັ້ນ ທ່ານໂອບາມາເວົ້າວ່າ “ສຳລັບປະຊາຊົນຂອງປະເທດຍາກຈົນ ທັງຫລາຍ ພວກເຮົາ​ໃຫ້ຄຳ​ໝັ້ນ​ສັນຍາ​ວ່າ ຈະປະຕິບັດງານຄຽງບ່າຄຽງ ໄຫລ່ກັບພວກທ່ານ ເພື່ອເຮັດໃຫ້​ໄຮ່ນາ​ຮົ້ວ​ສວນຂອງພວກທ່ານຈະເຮີນ ງອກງາມ ແລະ​ໃຫ້​ພວກທ່ານມີນ້ຳດື່ມນ້ຳໃຊ້ທີ່ສະອາດແລະພຽງພໍ ແລະສັນຍາວ່າຈະບຳລຸງລ້ຽງຮ່າງກາຍທີ່ຫິວໂຊ ແລະຈິດໃຈທີ່ອຶດຫິວ.”

ໃນກອງປະຊຸມຂອງກຸ່ມປະເທດ ຈີ-20 ເມື່ອໝໍ່ໆມານີ້ ປະທານາທິບໍດີໂອ​ ບາມາ ໄດ້ປະກາດວ່າ ທ່ານຈະປະຕິບັດງານກັບສະພາຄອງແກຣສ ຫລື ຣັຖະສະພາສະຫະຣັຖ ເພື່ອອະນຸມັດການ ສະ​ນັບ​ສະ​ນູນ ດ້ານການເງິນຂອງ ສຫຣ ເພີ່ມຂື້ນເປັນສອງເທົ່າຕົວ ສຳຫລັບການພັທະນາດ້ານ ການກະເສດ ຢູ່ໃນພວກປະເທດຍາກຈົນ ເປັນຈຳນວນເງິນຫລາຍກວ່າ ນຶ່ງພັນລ້ານໂດລາ ໃນປີ 2010 ໜ້ານີ້ ຊຶ່ງຈະ​ເປັນສ່ວນ​ປະກອບ​ໃນຄວາມໝາຍໝັ້ນ ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ ຂອງ ສຫຣ ໃນຖານະເປັນຜູ້ບໍລິຈາກຊ່ວຍເຫລື​ອດ້ານອາຫານ ສຸກເສີນ ລາຍໃຫຍ່ທີ່ສຸດ ຂອງໂລກ.

ຣັຖມຸນຕຣີກະຊວງກະເສດ ສຫຣ ທ່ານ Tom Vilsack ໄດ້ກ່າວຢູ່ໃນກອງ ປະຊຸມອາຫານ ນາໆຊາດປະຈຳປີນີ້ ຊຶ່ງອຸປະຖຳໂດຍກະຊວງກະເສດ ສຫຣ ແລະອົງການພັທະນາລະວ່າງ ປະເທດຂອງ ສຫຣ ຫລືອົງການຢູເສດນັ້ນ ວ່າ ນັບຕັ້ງແຕ່ປີ​ 1954​ ເປັນຕົ້ນມາ ການຊ່ວຍເຫລືອດ້ານສະບຽງອາຫານຂອງ ສຫຣ ແມ່ນໄດ້ຊ່ວຍເຫລືອບັນເທົາທຸກແກ່ປະຊາຊົນ ຫລາຍກ່ວາສາມພັນ ລ້ານຄົນແລ້ວ ໂດຍສະເພາະໃນລະຍະສິບປີ ຜ່ານມານີ້ ສຫຣ ແມ່ນໄດ້​ໃຫ້ ການ​ຊ່ວຍ​ເຫລືອ ເກືອບຮອດ 55 ເປີເຊັນ ຂອງປະລິມານອາຫານຊ່ວຍ ເຫລືອທັງໝົດ ຂອງໂລກ.

<!-- IMAGE -->

ທ່ານ ວິລແຊກ ຣັຖມຸນຕຣີກະຊວງກະເສດ ສຫຣ ໄດ້ໃຫ້ຂໍ້ສັງເກດອີກວ່າ ຄວາມສາມາດຂອງພວກເຮົາ ເພື່ອຕອບສະ​ນອງ ຄວາມຈຳເປັນ ທີ່ພິເສດອັນນີ້ ແມ່ນຈະຕ້ອງເລີ່ມ ຕົ້ນດ້ວຍ ຄວາມໝາຍໝັ້ນຕໍ່​ການສ້າງເສດຖະ ກິດໃຫ້ເຂັ້ມແຂງ ຢູ່ໃນສຫຣ ເສັຍກ່ອນ ຊຶ່ງທ່ານ ກ່າວຕໍ່ໄປວ່າ “ຖ້າປາສະຈາກຄວາມເຂັ້ມແຂງ ດ້ານເສດຖະກິດແລ້ວ ພວກເຮົາກໍບໍ່ສາມາດທີ່ຈະໃຫ້ ຄວາມໝາຍໝັ້ນທີ່ເຂັ້ມ​ແຂງ ໃນການສະ​ນອງ ການຊ່ວຍເຫລືອສະບຽງອາຫານ ແກ່ນາໆ ຊາດໄດ້.”

ໃນເດືອນນີ້ ທ່ານ ວິລແຊກ ໄດ້ເດີນທາງໄປປະເທດອິຕາລີ ເພື່ອເຂົ້າຮ່ວມ ກອງປະຊຸມ ຄັ້ງທຳອິດ​ໃນ​ປະວັດ​ສາດ ຂອງບັນດາຣັຖ​ມຸນຕຣີ ການກະເສດ ຂອງ​ກຸ່ມ ຈີແປດ ຫລື​ກຸ່ມ​ແປດ​ປະ​ເທດ​ຈະ​ເລີ​ນອຸ​ສະຫະກຳ ຊື່​ງ​ໃນກອງປະ ຊຸມທີ່​ວ່າ​ນີ້ ບັນດາຣັຖມຸນຕຣີ ໄດ້ປຶກສາຫາລືກັນ​ກ່ຽວ​ກັບ​ການ​ດຳ​ເນີນ ຄວາມພະຍາຍາມຮ່ວມກັນ ເພື່ອແກ້ໄຂບັນຫາ ຄວາມບໍ່ໝັ້ນຄົງຂອງ ສະບຽງອາຫານ. ຫລັງຈາກນັ້ນ ທ່ານຣັຖມຸນຕຣີ ວິລແຊກ ລາຍງານວ່າ ການສະນັບສະນຸນ ຄວາມໝັ້ນຄົງ ຂອງສະບຽງອາຫານ ບໍ່​ໄດ້​ເປັນພຽງ​ແຕ່ ພັນທະ​ໜ້າ​ທີ່ ທາງສິນລະທຳ ຂອງພວກເຮົາເທົ່ານັ້ນ ແຕ່ຍັງເປັນ ຄວາມ​ຮັບຜິດຊອບ​ຂອງ ​ພວກ​ເຮົາ​ນຳ ​ໃນ​ຖານະ​ທີ່​ເປັນປັດ​ໄຈນຶ່ງທີ່​ມີຜົນກະທົບ ຕໍ່ການພັທະນາເສດຖະກິດຂອງໂລກ ແລະສະຖຽນລະພາບລະ​ຫວ່າງປະ​ເທດ​. ທ່ານກ່າວວ່າ

"ພວກເຮົາໄດ້ເອົາ ບາດກ້າວທີ່ສຳຄັນອັນນຶ່ງ ​ໄປ​ສູ່​ການສ້າງຄວາມເຫັນພ້ອງ ຕ້ອງກັນກ່ຽວ​ກັບ ບັນຫາຕ່າງໆທ່ີມີຜົນກະທົບຕໍ່ການເຂົ້າເຖິງ ການມີ ຢ່າງພ້ອມພຽງ ​ແລະ ການຊົມໃຊ້ສະບຽງ ອາຫານ ໃນກຸ່ມພວກ ປະຊາຊົນທ່ີອ່ອນແອນັ້ນ."

ແນວທາງປະຕິບັດການຂອງ ສຫຣ​ ໃນ​ການ​ຕໍ່ຕ້ານຄວາມອຶດຫິວຂອງ ໂລກນັ້ນ ​ແມ່ນ​ຫາ​ທາງ​ແກ້​ໄຂ​ພວກສາເຫດຕົ້ນຕໍ​ທັງຫລາຍ​ ທີ່ພາໃຫ້ເກີດ ຄວາມບໍ່ໝັ້ນຄົງຂອງສະບຽງອາຫານ ໂດຍຜ່ານ ໂຄງການພັທະນາຕ່າງໆ​ ໃນດ້ານການກະເສດ ຕະຫລອດທັງ​ການ​ເອົາ​ ມາດຕາການສຸກເສີນ ຕ່າງໆ ເພື່ອຊ່ວຍສະ​ນອງ​ຕອບຄວາມຕ້ອງການ ສະບຽງອາຫານອັນຮິບດ່ວນໃນ ລະວ່າງທີ່ເກີດ ວິກິດການນັ້ນໃຫ້ພຽງພໍ ຊື່​ງ​ແນວທາງປະຕິບັດການດັ່ງ ກ່າວນີ້ ແມ່ນມີໂຮມທັງໂຄງການລິເລີ່ມຕ່າງໆ ດັ່ງເຊັ່ນໂຄງການອາຫານ ລະວ່າງຊາດ ເພື່ອການສຶກສາແລະອາຫານເດັກ McGovern-Dole ຊຶ່ງ ໄດ້ຊ່ວຍສະນອງສະບຽງອາຫານໃຫ້ແກ່ພວກເດັກນ້ອຍ ຈຳນວນ 22 ລ້ານ ຄົນໃນ 41 ປະເທດ ສົ່ງ​ຜົນໃຫ້ມີ ເດັກນ້ອຍໄດ້ເຂົ້າໂຮງຮຽນ ເພີ່ມຂື້ນ ເຖິງ 14 ເປີເຊັນ. ງົປ​ມານຂອງໂຄງການໄດ້ ເພີ່ມຂື້ນ 80 ເປີເຊັນກວ່າໆ ໃນປີ 2009 ນີ້ ແລະທ່ານຣັຖມຸນຕຣີ ວິລແຊກ ໄດ້ປະກາດ ງົປມານຂອງໂຄງການຊຸດໃໝ່ ທີ່ ສຫຣ ຫວັງວ່າຈະສາມາດສະ​ນອງ ອາຫານທີ່ມີຄຸນນະພາບດີ ຖືກຕ້ອງຕາມຫລັກໂພຊະນາການ ໃຫ້ແກ່ ພວກເດັກນ້ອຍ ໃຫ້ໄດ້ ຕື່ມອີກ 655, 000 ຄົນ.

ທ່ານຣັຖະມຸນຕຣີ ວິລແຊກ ກ່າວໃນທີ່ສຸດວ່າ​ ໃນການດຳ​ເນີນ​ງານຮ່ວມມື ກັບພາຄີນາໆຊາດ ຂອງຕົນນັ້ນ ສຫຣ ແມ່ນພະຍາຍາມຫາ​ທາງ​ໃຫ້​ມີ​ການ ຮັປະກັນ ໃຫ້​ຄວາມ​ໝັ້ນ​ໃຈແກ່ປະຊາຊົນ​ຜູ້ອຶດຫິວ ຈຳນວນ ນຶ່ງພັນລ້ານຄົນ ວ່າ ຍັງມີຜູ້ຄົນຈຳນວນ​ຫລວງຫລາຍ ທີ່ເປັນຫ່ວງເປັນໄຍ ພວກ​ເຂົາ​ເຈົ້າ ແລະເຮັດ​ວຽກຢູ່​ທຸກ​ມື້​ທຸກ​ວັນ ເພື່ອພະຍາຍາມທີ່ຈະລຸດຜ່ອນຈຳນວນ ຄົນອຶດຫິວ ແລະ ທຸກຈົນນັ້ນລົງ.



XS
SM
MD
LG