ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການມີຄວາມຄິດໃນແງ່ດີສາມາດຊ່ວຍໃຫ້ມີຊີວິດຍືນຍາວຂຶ້ນໄດ້


ການສຶກສາຄົ້ນຄວ້າ​ໂດຍ​ຊາວ​ອາ​ເມ​ຣິ​ກັນອັນນຶ່ງ​ໄດ້ຊີ້ໃຫ້​ເຫັນ​ວ່າ ການ​ມີ​ຄວາມຄິດໄປໃນແງ່ດີ ແລະ ມີຄວາມ​ຫວັງ ກ່ຽວ ກັບອະນາ​ຄົດ​ສາມາດ​ຊ່ວຍ​ໃຫ້ທ່ານ​ມີສຸຂພາບແຂງແຮງ ແລະ ມີ​ຊີວິດ​ຍືນ​ຍາວຂຶ້ນ.

ການມອງເບິ່ງສະພາບການໄປໃນແງ່ດີ ແລະ ມີຄວາມຫວັງ ກ່ຽວກັບເຫດການໃນອະນາຄົດ ອາດສາມາດຊ່ວຍໃຫ້ທ່ານ ມີສຸກຂະພາບແຂງ ແຮງ ແລະ ມີ​ຊີວິດ​ຍືນ​ຍາວຂຶ້ນໄດ້ ເພາະ ວ່າ ການ​ສຶກສາບັ້ນນຶ່ງ ໂດຍນັກຄົ້ນຄວ້າຊາວອາ ​ເມ​ຣິ​ກັນໄດ້​ພົບ​ວ່າມີ​ສາຍພົວພັນກັນ​ລະຫວ່າງຄວາມ​ເຊື່ອ ຫລື ການມີ ຈຸດມອງຕໍ່ໍຊີວິດ​ໄປໃນທາງທີ່ແຈ່ມໃສຂອງ ​ຜູ້ຄົນກັບການ​ສ່ຽງຕໍ່ການເສັຽຊີວິດຍ້ອນ ພະຍາດທີ່ກ່ຽວຂ້ອງກັບໂຣກ​ມະ​ເຮັງ, ​ໂຣກຫົວ​ໃຈ ​ແລະ ການ​ເສັຽ ຊີວິດກ່ອນເວລາອັນຄວນ.

ນັກຄົ້ນຄວ້າໄດ້ສຶກສາເບິ່ງ​ຜູ້ຍິງ​ຈຳນວນນຶ່ງແສນ​ຄົນ ທີ່ມີ​ອາຍຸ 50 ປີ ຫລື ສູງ​ກວ່ານັ້ນ ​ເປັນ​ໄລຍະ​ແປດ​ປີ ​ເລີ້ມຕັ້ງ​ແຕ່ປີ 1994. ການ​ສຶກສານີ້ແມ່ນ​ສ່ວນ​ພາກນຶ່ງຂອງໂຄງການ​ສຸກຂະພາບ​ຜູ້ຍິງ ທີ່ ໄດ້ດຳເນີນມາ ຢ່າງຕໍ່ເນື່ອງ​ໂດຍ​ສະ​ຖາ​ບັນສຸກຂະພາບ​ແຫ່ງ​ຊາດຂອງສະຫະຣັດ ຫລື National Institutes of Health. ​ ຢູ່ໃນ​ການສຶກສາຄົ້ນ ຄວ້ານີ້ ພວກຜູ້ຍິງຕ້ອງໄດ້ຕອບຄໍາ​ຖາມ ຫລາຍຂໍ້​ທີ່​ວັດແທກ​ເບິ່ງ​ຄວາມເຊື່​ອ ຫລື ຄວາມ​ຄິດ ຂອງເຂົາເຈົ້າກ່ຽວກັບ​ອະນາ​ຄົດ.

ນັກຄົ້ນຄວ້າ​ໄດ້​ພະຍາ​ຍາມວິເຄາະເບິ່ງ​ບຸກຄະ​ລິກຂອງຜູ້ຍິງ​ແຕ່ລະຄົນ ພາຍຫລັງທີ່​ເຂົາເຈົ້າ​ໄດ້​ເກັບ ກຳ​ຂໍ້​ມູນ​ກ່ຽວກັບ​ພວກຜູ້ຍິງເຫລົ່ານັ້ນເປັນເວລາແປດ​ປີ​.ການສຶກສາຄົ້ນຄວ້າ​ໄດ້​ພົບ​ວ່າ ພວກ​ທີ່ ມອງເບິ່ງອະນາຄົດໄປໃນທາງທີ່ແຈ່ມໃສ ແລະ ມີຄວາມຫວັງໃນຊີ ວິດນັ້ນ ມີໂອກາດທີ່ຈະເສັຽຊີ ວິດຍ້ອນສາຍເຫດໃດໆກໍຕາມ ໜ້ອຍກວ່າ​ຜູ້ຍິງ​ກຸ່ມ​ອື່ນເຖິງ14%​. ຜູ້ຍິງທີ່​ມີຄວາມຄິດ ໃນແງ່ ທີ່ດີ ກ່ຽວກັບຊີວິດກໍ​ຍັງມີອັດຕາສ່ວນການເສັຽຊີວິດ​ຍ້ອນ​ໂຣກ​ຫົວ​ໃຈ​ໜ້ອຍກວ່າ​ຜູ້ຍິງ​ກຸ່ມ​ອື່ນໆ ອີກເຖິງ 30% ​ພາຍຫລັງ ແປດປີ ຜ່ານໄປ.

ທ່ານ​ນາງ ​ຮີ​ລລາຣີ ຕຣິນ​ເດິນ (Hilary Trindle) ຫົວ ໜ້າຄະນະນັກຂຽນລາຍ​ງານບົດນີ້ ​ແລະ ເປັນຮອງ​ສາ​ສະ​ດາ​ຈານວິຊາ​ການ​ແພດ ທີ່ມະຫາວິທະຍາ​ ພິດສ​ເບີກ ແຫ່ງ ລັດ​ເພັນ​ຊິລເວ​ເນັຽ ​ເວົ້າວ່າ ຜົນການ​ສຶກສາ​ຄົ້ນຄວ້າ ໄດ້ ຢືນຢັນການຄົ້ນພົບຂອງການ​ສຶກສາຄົ້ນຄວ້າໃນ​ຄັ້ງກ່ອນ ທີ່​ພົບວ່າມີ​ການພົວພັນ ກັນລະຫວ່າງ​ຄວາມ​ຮູ້ສຶກທີ່ເຕັມ ໄປ ດ້ວຍຄວາມຫວັງ​ ແລະ ​ການມີຊີວິດ​ຍືນນານ. ຫາກ​ແຕ່​ວ່າ ການຄົ້ນຄວ້າໃນຄັ້ງນີ້ ແມ່ນແຕກ​ຕ່າງກັບການຄົ້ນ ຄວ້າຄັ້ງກ່ອນໆ ໃນດ້ານດຽວກັນນີ້.

ໃນຄັ້ງນີ້ ພວກນັກຄົ້ນຄວ້າ​ຍັງໄດ້​ເກັບກຳ​ຂໍ້​ມູນ​ກ່ຽວກັບ​ລະດັບການ​ສຶກສາ, ລາຍໄດ້, ກິດຈະກຳ​ທາງຮ່າງກາຍ ແລະ ການດື່ມ​ເຫລົ້າ ຫລື ການສູບຢາ ຂອງພວກຜູ້ຍິງ ເຫລົ່ານີ້ອີກດ້ວຍ. ແຕ່ເຖິງ ແມ່ນບໍ່ໄດ້ລວມເອົາ​ສິ່ງຕ່າງໆ ທີ່​ກ່າວ​ມານີ້ ມາພິຈາ ລະນາກໍຕາມ ການຄົ້ນຄວ້າ​ຍັງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ທີ່​ມີຄວາມຄິດທີ່ເຕັມໄປດ້ວຍ ຄວາມ​ຫວັງ ຍັງ​ມີ​ໂອກາດ​ສ່ຽງຕໍ່​ການ​ເສັຽຊີວິດ​ໃນໄລຍະ ແປດ ປີຕໍ່າກວ່າຄົນອື່ນໆ.

​ພວກນັກຄົ້ນຄວ້າພົບວ່າ ຜູ້ຍິງ​ບາງ​ຄົນ​ທີ່​ຕອບ​ຄຳ​ຖາມ ເປັນບຸກຄົນທີ່ມີບຸກຄະລິກເປັນປໍລະປັກ ຫລື ຕໍ່ຕ້ານ​ຄົນອື່ນໆ ຫລື​ວ່າບໍ່​ເຊື່ອ​ຄົນ​ອື່ນຫລາຍທີ່ສຸດ​ ຊຶ່ງແມ່ຍິງຈຸນີ້ ແມ່ນມີ​ອັດຕາສ່ຽງຕໍ່ການ​ເສັຽຊີວິດ​ຫລາຍ​ກວ່າ​ຄົນ​ກຸ່ມອື່ນໆ ເຖິງ 16%.

ນອກນັ້ນແລ້ວ ກໍຍັງມີອັດຕາສ່ຽງຕໍ່ການຕາຍ ຍ້ອນ​ໂຣກມະ​ເຮັງ ສູງກວ່າຄົນອື່ນເຖິງ 23%. ພວກນັກການສຶກສາຄົ້ນຄວ້າຍັງໄດ້​ພົບ​ວ່າ ຜູ້ຍິງ​ທີ່​ບໍ່ຄ່ອຍມີຄວາມຄິດໃນ ແງ່ທີ່ດີຕໍ່ຊີວິດກໍ​ມັກຈະ​ຢາກ​ສູບຢາ​, ມີຄວາມ​ເດັນ​ເລືອດ​ສູງ ຫລື ເປັນພະຍາດ​ເບົາຫວານ ​ແລະ ​ພວກເຂົາເຈົ້າ​ກໍຂ້ອນຂ້າງ ຈະບໍ່ມັກອອກກຳລັງ​ກາຍ​ ບໍ່ຄືກັນ ກັບບັນດາຜູ້​ຍິ່ງ​ທີ່​ມອງໂລກໃນແງ່ດີ.

ຢ່າງໃດກໍຕາມ ຮອງສາສະດາ​ຈານ ຕຣິນ​ເດິນ (Trindle) ​ເວົ້າວ່າ ການ​ສຶກສາບໍ່​ໄດ້​ຢືນຢັນ​ວ່າ ການມອງ​ເບິ່ງໂລກ ໃນແງ່ດີ ຫລືມີຄວາ​ມຫວັງ ​ພາໃຫ້ຄົນເລືອກເຮັດສິ່ງ​ທີ່ດີໆ​ມີ​ຄຸນ​ນະພາ​ບຊີວິດ ຫລື​ວ່າ ​ການຮູ້ສຶກ​ມີ​ຄວາມ​ຫວັງ​ໃນ ຊີວິດນັ້ນ ມີ​ຜົນ​ກະທົບ​ຕໍ່ສຸກຂະພາບ​ຮ່າງກາຍ​ຂອງ​ຄົນແທ້ ຫລືບໍ່. ທ່ານນາງ​ເວົ້າຕື່ມວ່າການ​ສຶກສາບໍ່​ໄດ້ພິສູດໃຫ້ ເຫັນຄືກັນວ່າ ການ​ມີຄວາມຮູ້ສຶກ​ບໍ່ດີ ຫລື ໃນແງ່ລົບ ຫລື ການບໍ່​ເຊື່ອ​ຄົນ​ອື່ນນັ້ນ ສາມາດສົ່ງ​ຜົນ​ກະທົບ​ທີ່ບໍ່ດີ ຕໍ່ຮ່າງ​ກາຍ ​ແລະ ພາໃຫ້​ມີ​ອາຍຸ​ສັ້ນໄດ້.

ຢ່າງໃດກໍຕາມຈຳເປັນ​ຕ້ອງມີການ​ສຶກສາຄົ້ນຄວ້າ ເພີ່ມເຕີມອີກ​ເພື່ອຄົ້ນຫາ​ສາ​ເຫດ​ທີ່​ແນ່ນອນຊັດ ເຈນ ສຳລັບ​ການຄົ້ນພົບທີ່ກ່າວມານັ້ນ.

ຟັງສຽງເປັນພາສາລາວໄດ້ໂດຍການກົດປຸ່ມຂ້າງເທິງ

XS
SM
MD
LG