ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໂອບາມາວ່າ ໄດ້ມີການເອົາມາຕການປ້ອງກັນ ເພື່ອຮັບມືກັບພັຍຂົ່ມຂູ່ ຈາກໄຂ້ຫວັດໃຫຍ່ຊະນິດໃໝ່


ໄຂ້ຫວັດໃຫຍ່ H1N1: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ໄດ້ມີການ ດຳເນີນ ມາຕການ ຢ່າງຂຸ້ນຂ້ຽວ ເພື່ອຮັບມື ກັບການ ແຜ່ຣະບາດ ຂອງເຊື້ອ ໄຂ້ຫວັດໝູ ຫລື ໄຂ້ຫວັດໃຫຍ່ A H1N1 ໃນການກະກຽມ ກ່ຽວກັບ ຄວາມເປັນໄປໄດ້ ທີ່ວ່າ ສະຖານະການ ອາດຊຸດໂຊມ ລົງຕື່ມ. ໃນຄຳປາສັຍ ປະຈຳສັບປະດາ ທີ່ອອກ ອາກາດ ໃນວັນເສົາ ມື້ນີ້ ປະທານາທິບໍດີ OBAMA ໄດ້ແຈ້ງ ໃຫ້ຊາບ ໂດຍສັງເຂບ ກ່ຽວກັບ ມາຕການ ປ້ອງກັນລ່ວງໜ້າ ຕ່າງໆ ທີ່ຣັຖບານ ໄດ້ດຳເນີນ ຮວມທັງ ຮ້ອງຂໍເງິນ ຈຳນວນ 1 ພັນ 500 ລ້ານໂດລາ ຈາກຣັຖສະພາ ເພື່ອຈ່າຍ ຄ່າປິ່ນປົວ ແລະພັທນາ ຢາວັກຊີນ. ທ່ານເວົ້າວ່າ ສາຍພັນ ໄຂ້ຫວັດໃຫຍ່ ທີ່ກຳລັງ ແຜ່ຣະບາດ ໃນເວລານີ້ ສາມາດ ທີ່ຈະເອົາ ຊະນະໄດ້ ດ້ວຍການ ປິ່ນປົວ ໂດຍໃຊ້ຢາ ຕໍ່ຕ້ານ ເຊື້ອໄວຣັສ ທີ່ມີຢູ່. ແຕ່ທ່ານ ກ່າວວ່າ ການເອົາ ມາຕການ ປ້ອງກັນ ທີ່ເຂັ້ມແຂງ ແມ່ນມີຄວາມ ຈຳເປັນ ເພື່ອບໍ່ໃຫ້ ເຊື້ອໄວຣັສ ກາຍເປັນ ເຊື້ອທີ່ ເປັນອັນຕະລາຍ ຫລາຍຂຶ້ນ ໂດຍໃຫ້ ຂໍ້ສັງເກດວ່າ ເຊື້ອໄວຣັສນີ້ ໄດ້ກາຍເປັນ ເຊື້ອທີ່ ຮ້າຍແຮງແລ້ວ ຢູ່ເມັກຊິໂກ ບ່ອນທີ່ ມີຜູ້ເສັຽຊີວິດ 16 ຄົນ. ອົງການ ອະນາມັຍໂລກ ລາຍງານວ່າ ມີຜູ້ຕິດເຊື້ອ ໄຂ້ຫວັດໃຫຍ່ H1N1 615 ຄົນ ຢູ່ໃນ 15 ປະເທດ.

ໄຂ້ຫວັດ H1N1 - ເອເຊັຽ: ເກົາຫລີໃຕ້ ກ່າວວ່າ ຕົນໄດ້ ໃຫ້ການຢືນຢັນ ກ່ຽວກັບ ກໍຣະນີ ທຳອິດ ຂອງເຊື້ອໄວຣັສ ໄຂ້ຫວັດໝູ ຫລື ໄຂ້ຫວັດໃຫຍ່ A H1N1 ແລະຮົງກົງ ໄດ້ກັກບໍຣິເວນ ແຂກທີ່ພັກ ຢູ່ໂຮງແຮມ ຈຳນວນ ຫລາຍຮ້ອຍຄົນ ຂະນະທີ່ ພະຍາດດັ່ງກ່າວ ແຜ່ຣະບາດ ຈາກເມັກຊິໂກ ໄປຍັງເຂດ ເອເຊັຽ ຕາເວັນອອກ. ອົງການຂ່າວ ຢອນຮັບ ຂອງເກົາຫລີໃຕ້ ລາຍງານ ໃນມື້ນີ້ວ່າ ແມ່ຍິງອາຍຸ 51 ປີ ຄົນນຶ່ງ ທີ່ໄດ້ ເດີນທາງ ໄປຢ້ຽມຢາມ ເມັກຊິໂກ ເມື່ອໄວໆ ມານີ້ ໄດ້ກວດພົບວ່າ ຕິດເຊື້ອ ໄວຣັສ. ນາງແມ່ນ ຜູ້ທຳອິດ ທີ່ໄດ້ຕິດເຊື້ອ ໄຂ້ຫວັດໃຫຍ່ ຊະນິດໃໝ່ ທີ່ໄດ້ຮັບ ການຢືນຢັນແລ້ວ ຢູ່ໃນ ເກົາຫລີໃຕ້. ທີ່ຮົງກົງ ໃນມື້ວານນີ້ ເຈົ້າໜ້າທີ່ ໄດ້ກັກ ບໍຣິເວນ ແຂກ 200 ຄົນ ແລະ ພະນັກງານ ອີກ 100 ຄົນ ທີ່ໂຮງແຮມ ແຫ່ງນຶ່ງ ເປັນເວລາ ນຶ່ງອາທິດ ຫລັງຈາກ ນັກທ່ອງທ່ຽວ ຄົນນຶ່ງ ຈາກເມັກຊິໂກ ທີ່ມາພັກ ຢູ່ໂຮງແຮມ ໄດ້ກວດພົບວ່າ ຕິດເຊື້ອໄວຣັສ H1N1. ເຈົ້າໜ້າທີ່ ກ່າວວ່າ ທຸກໆຄົນ ທີ່ຖືກກັກ ບໍຣິເວນ ແມ່ນໄດ້ ກິນຢາ TAMIFLU ຊຶ່ງເປັນຢາ ຕໍ່ຕ້ານ ເຊື້ອໄວຣັສ. ກໍຣະນີ ດັ່ງກ່າວນີ້ ແມ່ນກໍຣະນີ ທຳອິດ ຂອງໄຂ້ຫວັດໝູ ຫລື ໄຂ້ຫວັດໃຫຍ່ A H1N1 ຢູ່ທີ່ຮົງກົງ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ກຳລັງ ຮັກສາ ຄວາມສະງົບ ໄດ້ປະທະ ກັບ ພວກຫົວຮຸນແຮງ ໃກ້ໆ ບໍຣິເວນ ຊາຍແດນ ທີ່ຕິດກັບ ອັຟການິສຖານ ໃນວັນເສົາ ມື້ນີ້ ເຮັດໃຫ້ ພວກຫົວຮຸນແຮງ 16 ຄົນ ແລະທະຫານ 2 ຄົນ ເສັຽຊີວິດ. ເຈົ້າໜ້າທີ່ ເວົ້າວ່າ ທະຫານ ໄດ້ທຳການ ຕອບໂຕ້ ຫລັງຈາກ ພວກຫົວຮຸນແຮງ ໄດ້ໂຈມຕີ ຄ້າຍທະຫານ ແຫ່ງນຶ່ງ ທີ່ເມືອງ MOHMAD ຊຶ່ງເປັນ ເຂດຊົນເຜົ່າ. ບໍຣິເວນ ດັ່ງກ່າວ ໄດ້ເກີດ ການປະທະກັນ ເລື້ອຍໆ ລະຫວ່າງ ກຳລັງ ຮັກສາ ຄວາມສະງົບ ແລະ ພວກມຸສລິມ ຫົວຮຸນແຮງ. ນອກນັ້ນ ກອງທັບ ປາກິສຖານ ຍັງໄດ້ ທຳການ ສູ້ຣົບ ກັບ ກະບົດ ທາລີບານ ໃນເຂດ ພາກ ຕາເວັນຕົກ ສຽງເໜືອ. ເຈົ້າໜ້າທີ່ເວົ້າວ່າ ມີພວກຫົວຮຸນແຮງ ຫລາຍກວ່າ 170 ຄົນ ແລະຕຳຣວດ ອີກຢ່າງນ້ອຍ 2 ຄົນ ໄດ້ເສັຽຊີວິດ ໃນການ ປະທະກັນ ຫລາຍໆມື້. ປາກິສຖານ ເລີ້ມເປີດສາກ ບຸກໂຈມຕີ ຫລັງຈາກ ກຳລັງ ທາລີບານ ໄດ້ບຸກ ຄືບໜ້າ ເຂົ້າໄປ ໃນຣັສມີ 100 ຫລັກ ກິໂລແມັດ ຂອງ ນະຄອນຫລວງ ປາກິສຖານ ຊຶ່ງ ເປັນການ ລະເມີດ ຕໍ່ຂໍ້ຕົກລົງ ສັນຕິພາບ ຢູ່ໃນຂົງເຂດ ທີ່ບັງຄັບ ໃຫ້ພວກຫົວຮຸນແຮງ ຕ້ອງປົດອາວຸດ.

ສະຫະຣັດ-ອັຟການິສຖານ-ປາກິສຖານ: ທຳນຽບຂາວ ກ່າວວ່າ ປະທານາທິບໍດີ BARACK OBAMA ຈະເປັນ ເຈົ້າພາບ ຈັດການ ເຈຣະຈາ ຫາຣື ກັບ ປະທານາທິບໍດີ ອັຟການິສຖານ ແລະປາກິສຖານ ທີ່ກຸງ ວໍຊິງຕັນ ໃນອາທິດໜ້າ. ໂຄສົກ ຂອງ ທຳນຽບຂາວ ທ່ານ ROBERT GIBBS ກ່າວວ່າ ຈະມີ ການສົນທະນາ ຫາຣື ທັງແບບຮ່ວມກັນ ແລະແຍກກັນ ກັບ ປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ແລະ ປະທານາທິບໍດີ ປາກິສຖານ ທ່ານ ASIF ALI ZAR-DARI ຢູ່ທີ່ ທຳນຽບຂາວ ເລີ້ມ ໃນມື້ວັນພຸດ ຈະມາ. ຂນະດຽວກັນ ໜັງສືພິມ NEW YORK TIMES ລາຍງານວ່າ ຣັຖບານ ປະທານາທິບໍດີ OBAMA ກຳລັງ ພິຈາຣະນາ ທີ່ຈະ ທຳການ ຕິດຕໍ່ ກັບອະດີດ ນາຍົກ ຣັຖມຸນຕຣີ ປາກິສຖານ ທ່ານ NAWAZ SHARIF ຜູ້ນຳພັກ ສັນນິບາດ ມຸສລິມ ປາກິສຖານ ຊຶ່ງເປັນ ພັກຝ່າຍຄ້ານ ແລະ ມີຄວາມ ສັມພັນ ກັບພວກ ມຸສລິມ ນິຍົມ ແນວທາງ ດັ່ງເດີມ. ໜັງສືພິມ ສະບັບນີ້ ແຈ້ງໃຫ້ຊາບ ຕື່ມວ່າ ເຈົ້າໜ້າທີ່ ສະຫະຣັດ ຫວັງວ່າ ຈະໃຊ້ ຄວາມສັມພັນ ກັບພວກ ມຸສລິມ ແນວທາງດັ່ງເດີມ ເຫລົ່ານີ້ ແກ້ໄຂບັນຫາ ທ້າທາຍ ຕ່າງໆ ທີ່ໄດ້ນຳສເນີ ໂດຍພວກກະບົດ ທາລີບານ.

ລາວ - ອັງກິດ: ແມ່ຍິງຖືພາຊາວອັງກິດ ຄົນນຶ່ງປະເຊີນກັບ ໂທດປະຫານຊີວິດດ້ວຍ ການຍິງເປົ້າ ຢູ່ທີ່ປະເທດລາວ ຖ້ານາງ ຫາກ ຖືກພົບເຫັນວ່າ ມີຄວາມຜິດ ໃນອາທິດ ໜ້າ ໃນຂໍ້ຫາ ລັກລອບ ຄ້າຢາເສບຕິດ. ຄະນະ ໄອຍະການ ກ່າວວ່າ ນາງ SAMANTHA OROBATOR ອາຍຸ 20 ປີ ມີຢາເຮໂຣອີນ 680 ກຣາມ ຢູ່ໃນຄວາ ມຄອບຄອງ ເວລານາງ ຖືກຈັບ ທີ່ສນາມບິນ ວັດໄຕ ໃນເດືອນ ສິງຫາ ປີກາຍນີ້. ອົງການໆກຸສົນ ທາງກົດໝາຍ REPRIEVE ຫລືໂຈະ ໂທດປະຫານ ຮຽກຮ້ອງໃຫ້ ຣັຖບານ ອັງກິດ ຂົ້າແຊກແຊງ ໃນນາມ ນາງຜູ້ນີ້ ກັບ ເຈົ້າໜ້າທີ່ ທາງການລາວ. ກະຊວງ ການຕ່າງປະເທດ ອັງກິດ ກ່າວວ່າ ຕົນກຳລັງ ຕິດຕາມເບິ່ງ ສວັດດີການ ຂອງນາງ ຢ່າງໃກ້ຊິດ. ອົງການ REPRIEVE ເວົ້າວ່າ ນາງ OROBA TOR ໄດ້ຖືພາ ຍ້ອນນາງ ຖືກຂົ່ມຂືນ ທີ່ຄຸກ ໂພນຕ້ອງ ເມື່ອເດືອນ ທັນວາ ຜ່ານມາ 4 ເດືອນ ຫລັງຈາກ ນາງຖືກຈັບ. ນາງໄດ້ ເດີນທາງ ໄປພັກ ທີ່ປະເທດ NETHERLAND ໄທ ແລະລາວ ເປັນເວລາ ປະມານ 1 ເດືອນ ເວລານາງ ຖືກຈັບ ຂະນະທີ່ພວມ ເດີນທາງ ກັບຄືນອັງກິດ.

ມຽນມາ - ໄຊໂຄລນ: ອົງການສະຫະປະ ຊາຊາດ ກ່າວວ່າ ນຶ່ງປີ ຫລັງຈາກ ລົມພາຍຸ ໄຊໂຄລນ NARGIS ພັດເຂົ້າຖລົ່ມ ຊາວມຽນມາ ຈຳນວນ ຫຼາຍຮ້ອຍ ພັນຄົນ ຍັງຕ້ອງການ ຄວາມຊ່ອຍເຫລືອຢູ່. ໃນຖແລງຂ່າວ ທີ່ນຳອອກ ເຜີຍແຜ່ນັ້ນ ອົງການ ສະຫະ ປະຊາຊາດ ກ່າວວ່າ ຍັງມີ ຄວາມຕ້ອງການ ຢ່າງຮີບດ່ວນ ໃນການປຸກ ບ່ອນຢູ່ ຖາວອນ ໃຫ້ແກ່ ປະຊາຊົນ ທີ່ມີ ຄວາມຫລໍ່ແຫລມ 5 ແສນຄົນ ແລະເພື່ອ ສນັບສນຸນ ການກະສິກັມ ແລະການ ຫາປາ ຂອງພວກ ເຂົາເຈົ້າ. ພາຍຸ ທີ່ວ່ານີ້ ເຮັດໃຫ້ ມີຜູ້ເສັຽຊີວິດ 138 ພັນຄົນ. ທ່ານ BUSHOW PAREJULI ຫົວໜ້າ ແລະຜູ້ ປະສານງານ ໃນດ້ານ ມະນຸສທັມ ຂອງ ອົງການ ສະຫະ ປະຊາຊດ ໃນມຽນມາ ຊຶ່ງເປັນຜູ້ ນຳພາ ໃນການ ດຳເນີນ ຄວາມພະຍາຍາມ ໃນການ ໃຫ້ຄວາມຊ່ອຍເຫຼືອ ຂອງ ສະຫະ ປະຊາຊາດ ໃນຮອບ ປີຜ່ານມາ ກ່າວວ່າ ບ່ອນຢູ່ ທີ່ປະຊາຊົນ ອາສັຍຢູ່ ໃນເວລານີ້ ແມ່ນເຮັດຈາກ ວັດຖຸ ທີ່ເກັບ ມາຈາກ ຊາກຫັກພັກ ຂອງເຮືອນຊານ ໂດຍໃຊ້ ຜ້າຢາງມຸງ ເພື່ອກັນຝົນ.

ເຊີນຟັງຂ່າວລາຍລະອຽດໂດຍຄລິກບ່ອນສຽງ.

XS
SM
MD
LG