ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Lao Children Under Five Face Severe Malnutrition


ນັກວິຊາການ ດ້ານໂພສະນາການ ຂອງສະຫະ ປະຊາຊາດລະບຸວ່າ ເດັກນ້ອຍລາວ ອາຍຸຕໍ່າ ກວ່າ 5 ປີ ຄິດເປັນສັດສ່ວນຫລາຍກວ່າ 40% ກຳລັງປະເຊີນກັບບັນຫາຂາດສານອາຫານ ຢ່າງໜັກໜ່ວງ ຊື່ງສືບເນື່ອງມາຈາກຄວາມທຸກ ຍາກ ແລະການໄດ້ຮັບບໍລິການ ທາງ ດ້ານ ສາທາລະນະສຸກ ສຳລັບແມ່ແລະເດັກຂອງລັຖ ບານລາວນັ້ນ ຍັງ​ໄປບໍ່ເຖິງ ທ້ອງຖິ່ນຊົນນະບົດ.

ນັກວິຊາການດ້ານ​ໂພສະນາ​ການ​ ຂອງ​ອົງການ​ອາຫານ​ໂລກ ຊຶ່ງ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ ວ່າ​ດ້ວຍ​ການ​ກຳນົດ​ແຜນການ​ພັດ​ທະນາດ້ານ​ສະບຽງອາຫານ ​ແລະ ​ ໂພສະນາ​ການ ສຳລັບ​ເດັກນ້ອຍ​ລາວ ​ໄດ້​ລະບຸ​ວ່າ ບັນຫາ​ທີ່ໜ້າ​ເປັນ​ຫ່ວງ​ທີ່ສຸດສຳລັບເດັກນ້ອຍ​ລາວ​ ທີ່​ມີ​ອາຍຸ​ຕໍ່າ​ກວ່າ 5 ປີ ​ໃນ​ປະຈຸ​ບັນນີ້ ກໍ​ຄື​ບັນຫາ​ຂາດ​ສານ​ອາຫານ ທີ່​ຈຳ​ເປັນຕໍ່ການຈະ​ເລີ​ນ​ເຕີບ​ໂຕ​ ຂອງ​ຮ່າງກາຍ ​ແລະ ການພັດທະນາ​ທາງ​ສະໝອງ. ທັງ​ນີ້ ຈາກ​ການເກັບ​ກຳ​ຂໍ້​ມູນ ​ໃນ​ໄລຍະ​ທີ່​ຜ່ານ​ມາ​ກໍ​ພົບ​ວ່າ 41% ຂອງ​ເດັກນ້ອຍ​ລາວ​ທີ່​ມີ​ອາຍຸ​ຕໍ່າກວ່າ 5 ປີ ​ໃນ​ທົ່ວ​ປະ​ເທດ​ນັ້ນ ຍັງ​ຄົງ​ດຳ​ລົງ​ຊີບ​ຢູ່ພາຍໃຕ້​ສະພາບ​ການ​ຂາດ​ແຄນ​ສານ​ອາຫານ ທີ່​ຈຳ​ເປັນຕໍ່ການ​ພັດທະ ນາຮ່າງກາຍ ​ແລະ ສະໝອງ ຢ່າງໜັກ ​ໂດຍ​ມີ​ສາຍ​ເຫດ​ສຳຄັນ​ມາ​ຈາກ​ບັນຫາ​ຄວາມ​ຍາກຈົນ ​ແລະ ​ໃນ​ຂະນະ​ດຽວກັນ ລະບົບ​ການ​ບໍລິການ​ດ້ານ​ສາທາ ລະນະສຸກຂັ້ນພື້ນຖານ​ຂອງ​ລັດຖະບານ​ ທີ່​ຈຳເປັນຕໍ່ສຸຂພາບ​ຮ່າງ ກາຍ​ຂອງ​ແມ່ ​ແລະ​ເດັກ​ຂອງ​ລາວ ກໍ​ເຂົ້າ​ໄປ​ບໍ່​ເຖິງ​ໃນ​ທຸກພື້ນທີ່​ຂອງ​ປະ​ເທດ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ໃນເຂດ​ຊົນນະບົດ​ນັ້ນ ຖື​ວ່າ​ເປັນ​ພື້ນທີ່ ທີ່​ເດັກນ້ອຍ​ລາວ​ທີ່​ມີ​ອາຍຸ​ຕໍ່າກວ່າ 5 ປີນັ້ນ ຕ້ອງ​ປະ​ເຊີນກັບ​ສະພາບ​ການ​ຂາ​ດ ສານ​ອາຫານ​ຢ່າງໜັກຫນ່ວງທີ່​ສຸດ. ຍິ່ງ​ໄປ​ກວ່າ​ນັ້ນ ຈາກການເກັບ​ກຳ​ຂໍ້​ມູນ​ຍັງ​ພົບ​ດ້ວຍອີກ​ວ່າ​ ໃນ​ທຸກ 2 ຄົນ​ໃດ​ໃນໝູ່ເດັກນ້ອຍ​ລາວ 41% ດັ່ງກ່າວ​ນີ້ 1 ຄົນ​ແມ່ນມີ​ພັດທະ​ນາ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ຮ່າງກາຍ ​ແລະສະໝອງ ທີ່​ຕໍ່າກວ່າ ລະດັບ​ມາດຕະຖານ​ອີກ​ດ້ວຍ, ​ຊຶ່ງ​ເດັກນ້ອຍ​ລາວ​ໃນ​ກຸ່ມ​ດັ່ງກ່າວ​ນີ້ຈະ​ມີ​ສ່ວນ​ສູງ ​ ແລະນ້ຳໜັກ ຕໍ່າກວ່າ​ເກນມາດຕະຖານ​ ໃນ​ຂະນະ​ທີ່​ພັດທະນາ​ການທາງ​ສະໝອງນັ້ນ ກໍ​ຕໍ່າ ກວ່າເກນ​ຂອງ ມາດຕະຖານ​ເຊ່ນ​ກັນ.

ສ່ວນ​ທາງ​ດ້ານ ທ່ານ​ດັອກ​ເຕີ້ ບຸນ​ກວ້າງ ພິຈິດ ລັດຖະມົນຕີຊ່ອຍ​ວ່າການ​ກະຊວງ​ ສາທາລະນະ​ສຸກ​ຂອງ​ລາວ ກໍ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ຄວາມ​ຈຳ​ເປັນ​ຢ່າງ​ຮີ​ບດ່ວນ​ທີ່​ສຸດປະການໜຶ່ງ ສຳລັບ​ເດັກນ້ອຍ​ລາວ​ທີ່​ມີ​ອາຍຸ​ຕໍ່າ ກວ່າ 5 ປີ ​ໃນ​ປະຈຸ​ບັນນີ້ ກໍຄື ການ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ ​ເພື່ອ​ປ້ອງ​ກັນ​ພະຍາດ​ວັນນະ​ໂລກ. ທັງ​ນີ້ ກໍເນື່ອງ​ຈາກ​ວ່າພະຍາດ​ວັນນະ​ໂລກ ​ໄດ້​ມີ​ການ​ແຜ່​ລະບາດ​ຢູ່​ໃນ​ລາວເພີ້ມຫລາຍ​ຂຶ້ນນັບ​ມື້ ​ເພາະ​ຈາກ​ການ​ຊຸ່ມ​ກວດ​ສຸຂພາບ​ຂອງ​ປະຊາກອນ​ລາວ ຊຶ່ງລວມ​ໄປ​ເຖິງ​ເດັກນ້ອຍ​ລາວ​ທີ່​ມີ​ອາຍຸຕໍ່າ​ກວ່າ 5 ປີ​ນັ້ນ ກໍ​ພົບ​ ວ່າ ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ວັນນະ​ໂລກຢູ່​ໃນ​ລາວ​ນັ້ນ ນັບ​ວ່າ​ເປັນ​ສະຖານະ​ການ​ທີ່ໜ້າ​ເປັນ​ຫວ່ງ​ຢ່າງ​ຍິ່ງ ດັ່ງ​ທີ່ ທ່ານ​ດັອກ​ເຕີ້ ບຸນ​ກວ້າງ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ເຖິງການ​ສະພາບ​ການ ທີ່​ເປັນ​ຢູ່​ໃນ​ເວລາ​ນີ້​ໃນ​ຕອນໜຶ່ງວ່າ:

ພວກເຮົາ​ສາມາດ​ກວດພວກ​ທີ່​ໄອ ພວກທີ່​ເຮົາ​ສົງ​ໃສໜີ້ 32,281 ກໍ​ລະນີ ​cລະ​ກໍ ກວດ​ພົບ​ວັນ ນະ​ໂລກ 4,151 ກໍລະນີ. ບາດນີ້ ຄົນ​ເຈັບ​ວັນນະ​ໂລກ ທີ່​ພວກ​ເຮົາ​ໄດ້​ກວດ​ຂີ້​ກະ​ເທີ​ ​ເຫັນ​ເຊື້ອ ພະຍາດ ໜີ້ນ໊ະ ມັນ​ມີ 3,291 ກໍ​ລະ​ນີ. ບາດນີ້ ການ​ພົບ​ເຊື້ອ​ໃໝ່ ຜູ້​ຕິດ​ເຊື້ອ​ໃໝ່ ໜີ້ ,uປະມານ ​3,079 ກໍ​ລະນີ ຖື​ວ່າ ພວກ​ເຮົາ​ກວມ​ເອົາ ຈຳນວນ​ນີ້ປະມານ 76% ຂອງ​ຈຳນວນ​ທີ່​ ມາກ​ວດ.

ໃນ​ປະຈຸ​ບັນ​ ລາວ​ຖືກ​ຈັດ​ເປັນ 1 ​ໃນ 7 ປະ​ເທດ ​ໃນ​ພູມ​ມີ​ພາກ​ເອ​ເຊັຽປາ​ຊີ​ຟິກ ທີ່​ມີ​ປະຊາກອນ​ທີ່​ເປັນພະຍາດ​ວັນນະ​ໂລກ ​ໃນ​ອັດຕາ​ທີ່​ສູງ​ທີ່​ສຸດ​ໃນ​ພູມ​ມີພາກ ຊຶ່ງຕາມ​ການ​ຄາດ​ຄະ​ເນ​ຂອງ ທາງການກະຊວງ​ສາ​ທະ​ລະນະ​ສຸກ​ຂອງ​ລາວ​ເອງ ກໍ​ໄດ້​ລະບຸ​ວ່າ ​ໃນ​ປະຊາກອນ​ລາວ​ທຸກໆໜຶ່ງ​ແສນ​ຄົນ ຈະ​ພົບ​ວ່າມີ​ປະຊາກອນ​ລາວ​ທີ່​ເປັນ ພະຍາດ​ວັນນະ​ໂລກບໍ່ໜ້ອຍກວ່າ 53 ຄົນ. ຫາກ​ແຕ່​ວ່າ ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງການ​ອານາ​ໄມ​ໂລກ ກັບ​ເຊື່ອ​ວ່າ​ໃນ​ປະຊາກອນ​ລາວ ທຸກໆໜຶ່ງແສນ​ຄົນ​ນັ້ນ ຈະ​ມີ​ປະຊາກອນ​ລາວທີ່​ເປັນ​ພະຍາດ​ວັນນະ​ໂລກ​ບໍ່ໜ້ອຍກວ່າ 68 ຄົນ ​ແລະ ກໍ​ຍັງ​ມີ​ແນວໂນ້ມທີ່​ຈະ​ມີ​ຄົນ​ລາວ​ເປັນພະຍາດ​ດັ່ງກ່າວ​ນີ້ ​ເພີ້ມຫລາຍ​ຂຶ້ນນັບ​ມື້ອີກ​ດ້ວຍ. ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ ລະບົບ​ໃຫ້ບໍລິການ​ດ້ານ​ການ​ສາທາລະນະ​ສຸກຂັ້ນພື້ນຖານ ຂອງ​ລັດຖະບານ​ລາວ ບໍ່ສາມາດ​ທີ່​ຈະ​ຕອບ​ສະໜອງ ​ແລະ ​ໃຫ້ການ​ບໍລິການ​ແກ່​ປະຊາຊົນ​ລາວ​ໄດ້ຢ່າງ​ທົ່ວ​ເຖິງໃນ​ທົ່ວ​ປະເທດ ອັນ​ມີ​ສາ​ຍເຫດສຳຄັນ​ມາ​ຈາກ ການທີ່​ລັດຖະບານ​ລາວ​ຂາດ​ແຄນ​ງົບປະມານ​ ຢ່າງໜັກຫນ່ວງນັ້ນ​ເອງ.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກ ​ເມື່ອວັນທີ 16 ເມສາ 2009

XS
SM
MD
LG