ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມັກຊິໂກ ໂຈະການປະຕິບັດງານ ທີ່ບໍ່ຈຳເປັນຕ່າງໆ ຍ້ອນ ການລະບາດ ຂອງໄຂ້ວັດໝູ


ໄຂ້ຫວັດໝູ: ປະທານາທິບໍດີ ເມັກຊິໂກ ທ່ານ FILIPE CALDERON ຮຽກຮ້ອງໃຫ້ ປະຊາຊົນ ພາກັນ ຢູ່ເຮືອນ ຂະນະທີ່ ຣັຖບານກາງ ໂຈະ ກິຈກັມຕ່າງໆ ທີ່ບໍ່ມີ ຄວາມຈຳເປັນ ໃນຄວາມ ພະຍາຍາມ ເພື່ອປາບປາມ ການແຜ່ ຣະບາດ ຂອງເຊື້ອ ພະຍາດ ໄຂ້ຫວັດໝູ. ໃນການກ່າວ ຄຳປາສັຍ ທາງ ໂທຣະພາບ ທົ່ວປະເທດ ໃນແລງ ວານນີ້ ທ່ານ CALDERON ເວົ້າວ່າ ເຮືອນ ແມ່ນບ່ອນ ປອດພັຍ ທີ່ສຸດ ສຳລັບ ຊາວເມັກຊິໂກ ໃນ ເວລານີ້. ຣັຖບານ ເມັກຊິໂກ ໄດ້ໂຈະ ກິຈກັມຕ່າງໆ ທີ່ບໍ່ຈຳເປັນ ເປັນເວລາ 5 ມື້ ເລີ້ມແຕ່ ວັນສຸກ ມື້ອື່ນນີ້ ເປັນຕົ້ນໄປ. ຣັຖມຸນຕຣີ ກະຊວງ ສາທາ ຣະນະສຸກເມັກຊິໂກ ທ່ານ JOSE CORDOVA ກ່າວວ່າ ພາກສ່ວນ ການແພດ ແລະການ ຂົນສົ່ງ ຈະບໍ່ມີ ຜົນກະທົບ ແນວໃດ. ພ້ອມນີ້ ທ່ານຍັງ ກ່າວວ່າ ມີ 99 ກໍຣະນີ ທີ່ໄດ້ ຮັບການ ຢືນຢັນວ່າ ເປັນໄຂ້ ຫວັດໝູ ໃນເມັກຊິໂກ ແລະ 8 ຄົນ ​ໃນ​ນັ້ນ ໄດ້ເສັຽຊີວິດ. ອົງການ ອະນາມັຍໂລກ ໄດ້ຍົກຣະດັບ ຄຳເຕືອນ ກ່ຽວກັບ ໄຂ້ຫວັດໝູ ຂຶ້ນອີກ ຂີດນຶ່ງ ເປັນຣະດັບທີ 5 ຊຶ່ງເປັນ ການສະແດງ ໃຫ້ເຫັນວ່າ ການແຜ່ ຣະບາດ​ ໃນຂັ້ນ PANDEMIC ແມ່ນໃກ້ ຈະເກີີດ ຂຶ້ນແລ້ວ ຄືຍັງອີກ ຂີດນຶ່ງ ກໍ​ຈະ​ເຖິງ​ຂັ້ນປະກາດວ່າ ​ເປັນ PANDEMIC ຊື່​ງໝາຍ​ເຖິງ​ ການຣະບາດ ຢ່າງຮ້າຍແຮງ ​ແລະໃນ ຂອບເຂດ ທີ່ກວ້າງຂວາງ ທີ່​ສຸດ.

ແພນແດມິກ - ຄວາມໝາຍ: ຄຳວ່າ “PANDEMIC” ໝາຍ​ເຖິງ ການເຈັບປ່ວຍ ໃນຂອບເຂດ ພູມສາດ ທີ່ກວ້າງຂວາງ ແລະມີຜົນ ກະທົບ ຕໍ່ປະຊາກອນ ​ໃນ​ສັດສ່ວນ ທີ່ໃຫຍ່ຫລວງ. ການແຜ່ຣະບາດ ຂອງໂຣກ ໄຂ້ຫວັດໝູ ໃນເວລານີ້ ຍັງບໍ່ທັນ ຖືກປະກາດ ໃຫ້ເປັນ “PANDEMIC” ເທື່ອ. ອົງການ ອະນາມັຍໂລກ ເວົ້າວ່າ ໄຂ້ຫວັດໃຫຍ່ ທີ່ເປັນ “PANDEMIC” ເກີດຂຶ້ນ ເວລາເຊື້ອ ໄຂ້ຫວັດໃຫຍ່ ຊະນິດໃໝ່ ເລີ້ມ ປາກົດຂຶ້ນ ແລະ ແຜ່ຣະບາດ ໄປໃນ ທົ່ວໂລກ ໂດຍມີ ຈຳນວນ ຜູ້ລົ້ມປ່ວຍ ແລະຜູ້ເສັຽຊີວິດ ເປັນຈຳນວນ ຫຼວງຫລາຍ. ອົງການນີ້ ກ່າວວ່າ ຖ້າຫາກ​ໂຣກ​ ໄຂ້ຫວັດ​ໝູ ແຜ່ຣະບາດ ອອກໄປ ຢ່າງກວ້າງຂວາງ ແລະຮ້າຍແຮງ ​ເຖິງ​ຂັ້ນ PANDEMIC ໂຕຢ່າງ ໃນຜ່ານ​ມາ ​ສໍ່ສະ​ແດງ​ວ່າ ການຣະບາດ ໃນເທື່ອ​ນີ້ ອາດຈະ ຍັງຜົນໃຫ້ ມີຜູ້ ເສັຽຊີວິດ ຣະຫວ່າງ 2 ຫາ 7 ລ້ານ 4 ແສນຄົນ ຢູ່ໃນ ທົ່ວໂລກ. ອົງການ ອະນາມັຍໂລກ ເວົ້າວ່າ ໃນສັຕວັດ ທີ 20 ມີການ ແຜ່ຣະບາດ ຢ່າງຮ້າຍແຮງ ແລະກວ້າງຂວາງ ຂອງ ໄຂ້ຫວັດໃຫຍ່ 3 ເທື່ອ ຄື ເທື່ອລ່າສຸດ ແມ່ນ ໄຂ້ຫວັດໃຫຍ່ ຮົງກົງ ໃນປີ 1968 ແລະ ທີ່ຮ້າຍແຮງສຸດ ແມ່ນ ໄຂ້ຫວັດໃຫຍ່ ສະເປນ ໃນປີ 1918 ແລະ 1919 ທີ່ເຮັດໃຫ້ ມີຜູ້ເສັຽ ຊີວິດ ປະມານ 40 ຫາ 50 ລ້ານຄົນ.

ໂອບາມາ - 100 ມື້: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ກ່າວວ່າ ຣັຖບານ ຂອງທ່ານ ຢູ່​ໃນ​ ສະພາບ​ທີ່ຈະ ດຳ​ເນີນ​ງານ ​ຕໍ່​ໄປ​ ໄດ້ດ້ວຍດີ ຫລັງຈາກ ໄລຍະ 100 ວັນ ຜ່ານໄປ ແຕ່ກໍ ເວົ້າວ່າ ຍັງມີ ວຽກງານ ເພີ້ມຕື່ມ ທີ່ຈະຕ້ອງ ໄດ້ແກ້ໄຂ ກ່ຽວກັບ ເສຖກິດ ຂອງ ສະຫະຣັດ ທີ່ກຳລັງ ປະສົບບັນຫາ. ໃນລະຫວ່າງ ກອງປະຊຸມ ຖແລງຂ່າວ ທີ່ອອກອາກາດ ທາງໂທຣະພາບ ທົ່ວປະເທດ ແລງວານນີ້ ທ່ານ OBAMA ເວົ້າວ່າ ຣັຖບານ ທີ່ຫາກໍ ເຂົ້າຮັບ ໜ້າທີ່ ໃໝ່ໆ ຂອງທ່ານ ໄດ້ເລີ້ມ ເອົາບາດກ້າວ ເພື່ອເກັບກວດ ຊາກຫັກພັງ ຈາກ ວິກິຕການ ທີ່ຮ້າຍແຮງສຸດ ທາງດ້ານ ເສຖກິດ ນັບຕັ້ງແຕ່ ໄດ້ເກີດ ສະພາບ ເສຖກິດ ຕົກຕ່ຳ ຄັ້ງໃຫຍ່​ ໃນ​ຊຸມ​ປີ 1930 ຮວມທັງ ຮ່າງແຜນ ງົບປະມານ ມູນຄ່າ 3400 ຕື້ໂດລາ ທີ່ຫາກໍ ຖືກຮັບຜ່ານ ບໍ່ເທົ່າໃດ ຊົ່ວໂມງ ກ່ອນ​ໜ້ານັ້ນ ໂດຍ ຣັຖສະພາ ສະຫະຣັດ. ແຕ່ ປະທານາທິບໍດີ OBAMA ກ່າວວ່າ ການດຳເນີນ ຄວາມພະຍາຍາມ ເຫລົ່ານີ້ ແມ່ນເປັນພຽງ ແຕ່ບາດກ້າວ ເລີ້ມຕົ້ນ ທໍ່ນັ້ນ ແລະສັນຍາວ່າ ຈະມີການ ດຳເນີນ ຄວາມພະຍາຍາມ ແບບບໍ່ມີການ ລົດລະ ບໍ່ມີການ ທໍ້ຖອຍ ເພື່ອສນັບສນຸນ ຄວາມອຸດົມ ຮັ່ງມີ ແລະ ຄວາມໝັ້ນຄົງ ຂອງ ປະເທດຊາດ ໃນອະນາຄົດ ຂ້າງໜ້າ.

ໂອບາມາ - ນະໂຍບາຍຕ່າງປະເທດ: ໃນ ດ້ານນະໂຍບາຍ ການຕ່າງປະເທດນັ້ນ ປະທານາ ທິບໍດີ BARACK OBAMA ກ່າວວ່າ ຣັຖບານ ຂອງທ່ານ ໄດ້ດຳເນີນ ບາດກ້າວຕ່າງໆ ເພື່ອຫັນປ່ຽນ ທິດທາງໃໝ່. ໃນກອງປະຊຸມ ຖແລງຂ່າວ ທາງໂທຣະພາບ ແລງວານນີ້ ທ່ານ OBAMA ໄດ້ຣະບຸ ໂຕຢ່າງ ຫລາຍ​ອັນ ຊື່​ງມີ​ໂຮມ​ທັງ ການເຄື່ອນໄຫວ ເພື່ອຍຸຕິ ສົງຄາມ ໃນອີຣັກ ຍຸທສາດໃໝ່ ໃນການ ປາບປາມ ກຸ່ມກໍ່ການຮ້າຍ AL-QAIDA ໃນ ອັຟການິສຖານ ແລະປາກິສຖານ ແລະການໃຫ້ ຄຳໝັ້ນສັນຍາ ຂອງທ່ານ ທີ່ຈະປິດຄຸກ ທະຫານ ທີ່ອ່າວ GUANTANOMO ປະເທດຄິວບາ. ກ່ຽວກັບ ບັນຫາ ການປະຕິບັດ ໃນການ ສອບປາກຄຳນັ້ນ ທ່ານ OBAMA ເວົ້າວ່າ ເຕັກນິກ ໃນການ ຖອກນ້ຳ ສາດໃສ່ໜ້າ ຂນະ​ທີ່​ ນັກ​ໂທດ​ ນອນ​ຫງາຍ​ຢູ່ ເພື່ອໃຫ້ນ້ຳ ເຂົ້າປາກ ເຂົ້າດັງ ຄ້າຍຄືກັນ ກັບການ ຈົມນ້ຳ ທີ່ນຳໃຊ້ ໂດຍຣັຖບານ ຂອງອະດີດ ປະທາ ນາທິບໍດີ BUSH ແມ່ນເປັນການ ທໍຣະມານ. ທ່ານ OBAMA ກ່າວວ່າ ທ່ານໄດ້ຫ້າມ ບໍ່ໃຫ້ມີ ການນຳໃຊ້ ວິທີການ ສອບ ປາກຄຳ ແບບນີ້ ຍ້ອນວ່າ ຂໍ້ມູນຕ່າງໆ ທີ່ໄດ້ຮັບ ສາມາດ ໄດ້ຮັບ ຈາກການໃຊ້ ວິທີການອື່ນ ທີ່ສອດຄ່ອງ ກັບຄຸນຄ່າ ຂອງ ສະຫະຣັດ.

ເກົາຫລີໃຕ້ - ສໍ້ຣາດບັງຫຼວງ: ຄະນະໄອ ຍະການ ໃນເກົາຫລີໃຕ້ ເລີ້ມສອບ ປາກຄຳ ອະດີດ ປະທານາທິບໍດີ ROH MOO-HYUN ໃນຖານ ພົວພັນກັບ ການສໍ້ຣາດ ບັງຫຼວງ ທີ່​ນອງນັນ ມູນຄ່າ ຫລາຍລ້ານ ໂດລາ. ທ່ານ ROH ໄດ້ໄປຮອດ ຫ້ອງການ ຂອງໄອຍະການ ໃນວັນ ພະຫັດມື້ນີ້ ຫຼັງຈາກ ໄດ້ເດີນທາງ ເປັນເວລາ ຫລາຍກວ່າ 5 ຊົ່ວໂມງ ຈາກເຮືອນ ຂອງທ່ານ ທີ່ຕັ້ງຢູ່ ໃນພາກ ຕາເວັນອອກ ສຽງໃຕ້ ຂອງປະເທດ ແລະກໍຖືກ ຕິດຕາມ ໂດຍ ຂະບວນຣົດ ພວກນັກຂ່າວ. ຄນະ ໄອຍະການ ໄດ້ສອບປາກຄຳ ສະມາຊິກ ໃນຄອບຄົວ ຂອງທ່ານ ROH ແລ້ວ ຮວມທັງ ພັລຍາ ແລະລູກຊາຍ ຂອງທ່ານ ກ່ຽວກັບ ການກ່າວຫາ ທີ່ວ່າ ພວກເຂົາເຈົ້າ ໄດ້ຮັບເງິນ ທັງໝົດ 6 ລ້ານໂດລາ ຈາກ ນັກທຸຣະກິດ ຄົນນຶ່ງ ທີ່ໄດ້ ຖືກຈັບ. ທ່ານ ROH ຍອມຮັບວ່າ ພັລຍາ ຂອງທ່ານ ໄດ້ຮັບເງິນ ຈຳນວນນຶ່ງ ໃນຖານະ ເປັນເງິນກູ້ຢືມ ເພື່ອນຳໄປ ໃຊ້ໜີ້ ແຕ່ໄດ້ ປະຕິເສດວ່າ ທ່ານບໍ່ ຮູ້ເຣື່ອງນີ້ ລ່ວງໜ້າ. ຄະນະ ໄອຍະການ ຍັງບໍ່ທັນ ຕັດສິນໃຈ ເທື່ອວ່າ ຈະຈັບ ອະດີດ ປະທານາ ທິບໍດີ ROH ຫລືບໍ່. ທ່ານ ROH ໄດ້ສະມັກ ​ເລືອກ​ຕັ້ງ ປະທາ ນາທິບໍດີ ພາຍໃຕ້ ການໂຄສະນາ ຕໍ່ຕ້ານ ການສໍ້ຣາດ ບັງຫຼວງ ແລະເປັນ ຜູ້ນຳ ຂອງປະເທດ ແຕ່ປີ 2003 ຫາ 2008.

ອີຣັກ: ເຈົ້າໜ້າທີ່ອີຣັກກ່າວວ່າ ຈຳນວນຜູ້ເສັຽ ຊີວິດ ຈາກການ ໂຈມຕີ ດ້ວຍ ຣະເບີດຣົດ ທັງໃນ ແລະອ້ອມແອ້ມ ນະຄອນຫລວງ ແບັກແດັດ ໃນມື້ວານນີ້ ໄດ້ເພີ້ມຂຶ້ນເປັນ ຢ່າງນ້ອຍ 51 ຄົນ. ການໂຈມຕີ ທີ່ຮ້າຍແຮງສຸດ ໃນມື້ວານນີ້ ມີຂຶ້ນ ທີ່ຄຸ້ມ SADR ໃນນະຄອນ ຫລວງແບັກແດັດ ຊຶ່ງເຮັດໃຫ້ ມີຜູ້ເສັຽຊີວິດ 44 ຄົນ. ກ່ອນໜ້ານີ້ ເຈົ້າໜ້າທີ່ ການແພດ ເວົ້າວ່າ ຈຳນວນ ພວກເສັຽຊີວິດ ແມ່ນ 41 ຄົນ. ເຈົ້າໜ້າທີ່ ກະຊວງ ພາຍໃນ ຄົນນຶ່ງ ເວົ້າວ່າ ນອກນັ້ນ ຍັງມີອີກ ປະມານ 70 ຄົນ ໄດ້ຮັບ ບາດເຈັບ ເວລາຣະເບີດ ຢ່າງນ້ອຍ 2 ລູກ ແຕກຂຶ້ນ ຢູ່ທີ່ຕລາດ ໃນເວລາ ທີ່ຕິດຕໍ່ກັນ. ສ່ວນການ ໂຈມຕີ ດ້ວຍຣະເບີດ ຢູ່ບ່ອນອື່ນໆ ໃນນະຄອນຫລວງ ຂອງອີຣັກນັ້ນ ເຮັດໃຫ້ມີ ຜູ້ເສັຽຊີວິດ ທັງໝົດ 7 ຄົນ. ​ແລະໃນ ມື້ນີ້ ກອງທັບ ອັງກິດ ໃນອີຣັກ ໄດ້ຈັດ ພິທີ ໄວ້ອາລັຍ ໃຫ້ແກ່ ທະຫານ ຂອງຕົນ ໃນລະຫວ່າງ ການເຮັດ ສົງຄາມ ເປັນເວລາ 6 ປີກວ່າໆ ຢູ່ໃນ ປະເທດ ອີຣັກ. ພິທີ ຊຶ່ງຈັດຂຶ້ນ ຢູ່ນອກເມືອງ BASRA ແມ່ນ ພາກສ່ວນນຶ່ງ ໃນການ ກະກຽມ ​ເພື່ອຖອນ ທະຫານ ອັງກິດ ຈຸສຸດທ້າຍ ອອກຈາກ ອີຣັກ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG