ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍທາຣົກ ແມ່ນຜູ້ເຄາະຮ້າຍຄົນທຳອິດ ທີ່ເສັຽຊີວິດ ຍ້ອນໄຂ້ຫວັດໝູ ໃນສະຫະຣັດ


ໄຂ້ຫວັດໝູ: ເຈົ້າໜ້າທີ່ສາທາຣະນະສຸກຂອງ​ ສະຫະຣັດ ​ໄດ້ແຈ້ງໃຫ້ຊາບກ່ຽວກັບ ການເສັຽ ຊີວິດລາຍທຳອິດ ໃນສະຫະຣັດຍ້ອນໄຂ້ຫວັດໝູ ທີ່ກຳລັງລະບາດ ຢູ່ໃນເວລານີ້. DR. RICHARD BESSER ຮັກສາການ ຜູ້ອຳນວຍການ ສູນກາງ ຄວບຄຸມ ແລະປ້ອງກັນ ພະຍາດ ຂອງສະຫະຣັດ ໃຫ້ການ ຢືນຢັນ ຕໍ່ໂທຣະພາບ CNN ໃນຕອນເຊົ້າ ມື້ນີ້ວ່າ ຜູ້ເຄາະຮ້າຍ ແມ່ນເດັກນ້ອຍ ອາຍຸ 23 ເດືອນ ຢູ່ຣັດເທັກຊັສ ທີ່ມີ ຊາຍແດນ ຕິດກັບ ພາກເໜືອ ຂອງເມັກຊິໂກ. ນີ້ແມ່ນ ລາຍງານ ການເສັຽຊີວິດ ກໍຣະນີ ທຳອິດ ຍ້ອນ ໄຂ້ຫວັດໝູ ຢູ່ນອກ ປະເທດ ເມັກຊິໂກ ບ່ອນທີ່ ຈຳນວນ ພວກເສັຽຊີວິດ ໄດ້ມີເຖິງ 159 ຄົນແລ້ວ. ຣັຖມຸນຕຣີ ສາທາ ຣະນະສຸກ ເມັກຊິໂກ ທ່ານ JOSE CORDOVA ກ່າວຕໍ່ ພວກນັກຂ່າວ ໃນຕອນແລງ ວານນີ້ວ່າ ມີ 26 ກໍຣະນີ ໄດ້ຮັບ ການຢືນຢັນວ່າ ເປັນໂຣກ ໄຂ້ຫວັດໝູ ຮວມທັງ 7 ຄົນ ທີ່ເສັຽຊີວິດ. ທ່ານກ່າວວ່າ ມີ 1300 ກວ່າຄົນ ຍັງມີອາການ ຕິດເຊື້ອ ໄຂ້ຫວັດໝູ ທີ່ຍັງຮັບ ການປິ່ນປົວ ທີ່ໂຮງໝໍ ໃນເວລານີ້. ຈຳນວນ ພວກທີ່ເປັນ ໄຂ້ຫວັດໝູ ໃນສະຫະຣັດ ໄດ້ເພີ້ມຂຶ້ນ ເປັນຢ່າງນ້ອຍ 65 ຄົນ. ເຈົ້າໜ້າທີ່ ທີ່ນະຄອນ ນິວຢອກ ກ່າວໃນ ມື້ວານນີ້ວ່າ ການລະບາດ ຂອງໄຂ້ຫວັດໝູ ທີ່ນັ້ນ ອາດຈະ ແຜ່ລາມ ອອກໄປ ນອກໂຮງຮຽນ ກະກຽມ ຂອງກາໂຕລິກ ບ່ອນທີ່ ພວກນັກຮຽນ ຫລາຍສິບຄົນ ໄດ້ລົ້ມປ່ວຍ ຫລັງຈາກ ເດີນທາງ ກັບຄືນມາ ແຕ່ເມັກຊິໂກ.

ໂອບາມາ - 100 ມື້: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ສລອງການ ເຂົ້າຮັບຕຳແໜ່ງ ຄົບຮອບ 100 ມື້ ໃນວັນພຸດ ມື້ນີ້ ດ້ວຍເຫດການ ທີ່ສຳຄັນ 2 ຢ່າງ ທີ່ແນໃສ່ ເພື່ອເນັ້ນໜັກ ໃຫ້ເຫັນ ເຖິງຄວາມສຳເຣັດ ຂອງ ຣັຖບານທ່ານ. ທ່ານ OBAMA ຈະຈັດ ກອງປະຊຸມ ທາວຮອລລ໌ ທີ່ນະຄອນ ST. LOUIS ຣັດ MISSOURI ຊຶ່ງມີ ທ່າທາງວ່າ ຢູ່​ທີ່​ນັ້ນ ທ່ານຈະຊຸກຍູ້ ກ່ຽວກັບ ​ໂຄງການ ລິເລີ້ມ ຂອງທ່ານ ທາງດ້ານ ເສຖກິດ ການປິ່ນປົວ ພະຍາບານ ຕລອດທັງ ບັນຫາອື່ນໆ. ຫລັງຈາກນັ້ນ ປະທານາທິບໍດີ OBAMA ກໍຈະເດີນທາງ ກັບມາ ຍັງທຳນຽບຂາວ ເພື່ອທຳການ ຖແລງຂ່າວ ຕໍ່ປະເທດຊາດ. ທ່ານ OBAMA ໄດ້ດຳເນີນການ ກ່ຽວກັບ ໂຄງການ ທີ່ມີ ຄວາມທະເຍີ ທະຍານ ນັບແຕ່ໄດ້ ເຂົ້າຮັບ ຕຳແໜ່ງ ເປັນປະທາ ນາທິບໍດີ ອະເມຣິກັນ ເຊື້ອສາຍ ອາຟຣິກາ ຄົນທຳອິດ ຂອງສະຫະຣັດ ໃນວັນທີ 20 ມັງກອນ ປີນີ້. ທ່ານໄດ້ ຊຸກຍູ້ໃຫ້ ມີການ ຮັບຮອງເອົາ ແຜນການ ກະຕຸກຊຸກຍູ້ ເສຖກິດ ມູນຄ່າ 787 ພັນລ້ານ ໂດລາ ແລະນຳສເນີ ຂໍ້ລິເລີ້ມໃໝ່ ຫລາຍໆຂໍ້ ເພື່ອກອບກູ້ ອຸສາຫະກັມ ການເງິນ ແລະຣົດ ໂອໂຕ ທີ່ມີບັນຫາ ຂອງສະຫະຣັດ. ໃນຂົງເຂດ ວຽກງານ ດ້ານຄວາມໝັ້ນຄົງ ແຫ່ງຊາດ ແລະ ນະໂຍບາຍ ການຕ່າງປະເທດນັ້ນ ປະທານາທິບໍດີ OBAMA ໄດ້ສັ່ງໃຫ້ປິດ ສະຖານທີ່ ຄຸມຂັງ ພວກກໍ່ການຮ້າຍ ທີ່ອ່າວ GUANTANAMO ທີ່​ເກາະຄິວບາ ແລະປ່ຽນ ວິທີການ ເຮັດສົງຄາມ ຂອງ ສະຫະຣັດ ໃນອີຣັກ ແລະ ອັຟການິສຖານ.

ເກົາຫລີເໜືອ - ນິວເຄລັຽ: ເກົາຫລີເໜືອ ຂົ່ມຂູ່ວ່າ ຈະທຳການ ທົດລອງ ນິວເຄລັຽ ແລະຍິງ ລູກສອນໄຟ ຂີປະນາວຸດ ຂ້າມທະວີບ ຖ້າສະພາ ຄວາມໝັ້ນຄົງ ອົງການ ສະຫະ ປະຊາຊາດ ບໍ່ຂໍ ຂະມາໂທດ ທີ່​ໄດ້ ຕຳໜິ ຕິຕຽນ ການຍິງ ຈະຣວດ ທີ່ເປັນ ບັນຫາໂຕ້ແຍ້ງ ຂອງພຽງຢາງ ເມື່ອຕົ້ນ ເດືອນນີ້. ຖແລງຂ່າວ ໃນວັນພຸດ ມື້ນີ້ ຂອງ ກະຊວງ ການຕ່າງປະເທດ ເກົາຫລີເໜືອ ​ເອີ້ນ​ການຂົ່ມຂູ່ ທີ່ຈະ ທຳການ ທົດລອງ ລູກ​ສອນ​ໄຟ ​ໃໝ່​ນີ້ວ່າ ເປັນມາຕການ ປ້ອງກັນໂຕ. ນອກນັ້ນ ກະຊວງ ການຕ່າງປະເທດ ເກົາຫລີເໜືອ ຍັງເວົ້າວ່າ ຕົນຈະ ພິຈາຣະນາ ໃນການສ້າງ ໂຮງໄຟຟ້າ ນິວເຄລັຽ ທີ່ເຕົາແຍກ ໃຊ້ນ້ຳ ທັມມະດາ ແລະເລີ້ມ ພັທນາ ເທັກໂນໂລຈີ ເພື່ອຜລິດ ເຊື້ອໄຟ ນິວ​ເຄລັຽ ສຳລັບ ໂຮງໄຟຟ້າ ທີ່ວ່ານີ້ ຖ້າຫາກ ບໍ່ມີ ການຂໍ ຂະມາໂທດ ໃນທັນທີ. ການຂົ່ມຂູ່ ທີ່ວ່ານີ້ ໄດ້ເພີ້ມ ຄວາມເຂັ້ມຂຸ້ນຂຶ້ນ ໃນການ ປະເຊີນໜ້າ ກັບ ປະຊາຄົມ ນາໆຊາດ ກ່ຽວກັບ ໂຄງການ ສ້າງອາວຸດ ນິວເຄລັຽ ຂອງ ເກົາຫລີເໜືອ ທີ່ກຳລັງ ດຳເນີນຢູ່ ໃນເວລານີ້. ນອກນັ້ນ ເກົາຫລີເໜືອ ຍັງໄດ້ທວງໃຫ້ ສະພາ ຄວາມໝັ້ນຄົງ ຖອນ ທຸກໆມະຕິ ທີ່ມີຕໍ່ ເກົາຫລີເໜືອ ກ່ຽວກັບ ການທົດລອງ ລູກສອນໄຟ ແລະນິວເຄລັຽ ກ່ອນໜ້ານີ້.

ໃຕ້ຫວັນ - ອົງການ ອະນາມັຍໂລກ: ໃຕ້ຫວັນ ກ່າວວ່າ ຕົນໄດ້ຮັບການເຊື້ອເຊີນ ໃຫ້ເຂົ້າປະກອບ ສ່ວນ​ ໃນສະພາ​ ອະນາມັຍ​ໂລກ ຊື່​ງ​ເປັນ​ ອົງ​ກອນ ທີ່ສຳຄັນ ຂອງອົງການ ອະນາມັຍໂລກນັ້ນ ເປັນ ເທື່ອທຳອິດ ໃນຮອບ ຫລາຍໆ ທົສວັດ. ໃນການ ປະກາດ ມື້ນີ້ ຣັຖມຸນຕຣີ ກະຊວງ ສາທາ ຣະນະສຸກ ໃຕ້ຫວັນ ທ່ານ YEH CHIN-CHUAN ໄດ້ສະແດງ ກ້ານເຊີນ ຢ່າງເປັນ ທາງການ ທີ່​ຕົນ​ໄດ້​ຮັບ​ນັ້ນ ຕໍ່ສະຖານີ ໂທຣະພາບ ໃຕ້ຫວັນ. ກ້ານເຊີນ ຈາກ ຜູ້ອຳນວຍການ ອົງການ ອະນາມັຍໂລກ ນາງ MARGARET CHAN ​ເວົ້າວ່າ ໃຕ້ຫວັນ ໄດ້ຖືກ ເຊື້ອເຊີນ ໃຫ້ເຂົ້າຮ່ວມ ສະພາ ອະນາມັຍໂລກ ໃນຖານະ ຜູ້ສັງເກດການ ພາຍໃຕ້ຊື່ “ຈີນໄທເປ”. ຜ່ານມາ ການດຳເນີນ ຄວາມພະຍາຍາມ ຂອງໃຕ້ຫວັນ ເພື່ອເຂົ້າຮ່ວມ ໃນ ສະພາ ດັ່ງກ່າວ ໄດ້ຖືກ ຂັດຂວາງ ໂດຍຈີນ ຊຶ່ງ​ເຂົ້າໄປ ນັ່ງໃນ ອົງການ ສະຫະ ປະຊາຊາດ ແທນໃຕ້ຫວັນ ໃນປີ 1971. ຈີນ ຍັງບໍ່ທັນ ໃຫ້ຄວາມເຫັນ ໃດໆ ກ່ຽວກັບການ ເຊື້ອເຊີນ ທີ່ໃຕ້ຫວັນ ໄດ້ຮັບ​ນີ້. ແຕ່ ເຈົ້າໜ້າທີ່ ອະວຸໂສ ຄົນນຶ່ງ ຂອງຈີນ ທີ່ຮັບຜິດຊອບ ກ່ຽວກັບ ຄວາມສັມພັນ ກັບໃຕ້ຫວັນ ໄດ້ສະແດງ ຄວາມເຫັນ ໄປໃນແງ່ດີ ກ່ຽວກັບ ການທີ່ ໃຕ້ຫວັນ ຈະເຂົ້າຮ່ວມ ໃນກອງປະຊຸມ ຕ່າງໆ​ ຂອງ​ສະພາ ອົງການ ອະນາມັຍໂລກ ​ໃນປີນີ້.

ຈີນ - ຍີ່ປຸ່ນ: ນາຍົກ ຣັຖມຸນຕຣີ ຍີ່ປຸ່ນ ທ່ານ TARO ASO ໄດ້ເດີນທາງ ໄປເຖິງ ປະເທດຈີນ ໃນວັນພຸດ ມື້ນີ້ ເພື່ອ ທຳການ ຢ້ຽມຢາມເປັນ ເວລາ 2 ມື້ ທີ່ີຄາດວ່າ ຈະເພັ່ງເລັງ ໃສ່ວິກິຕການ ທາງດ້ານ ການເງິນ ຂອງໂລກ ໄຂ້ຫວັດໝູ ແລະ ການດຳເນີນ ຄວາມພະ ຍາຍາມ ເພື່ອປົດ ອາວຸດນິວເຄລັຽ ຂອງເກົາຫລີເໜືອ. ເຈົ້າໜ້າທີ່ ຍີ່ປຸ່ນ ກ່າວວ່າ ທ່ານ ASO ມີກຳນົດ ທີ່ຈະ ພົບປະ ກັບນາຍົກ ຣັຖມຸນຕຣີຈີນ ທ່ານ WEN JIABAO ​ໃນ​ຕອນ​ບ່າຍ​ ມື້​ນີ້ ແລະ ໃນມື້ອື່ນ ກໍຈະ ພົບປະ ກັບປະທານ ປະເທດຈີນ ທ່ານ HU JIANTAO ກ່ອນຈະ ເດີນທາງ ກັບຄືນ ປະເທດຍີ່ປຸ່ນ. ຍີ່ປຸ່ນ ແລະຈີນ ເປັນປະເທດ ທີ່ມີເສຖກິດ ໃຫຍ່ເປັນ ອັນດັບ 2 ແລະອັນດັບ 3 ຂອງໂລກ; ສະນັ້ນ ຈຶ່ງມີ ທ່າທາງວ່າ ບັນຫາຕ່າງໆ ທາງດ້ານ ເສຖກິດ ຈະຄອບງຳ ການເຈຣະຈາ ຫາຣື​ ໃນ​ຄັ້ງນີ້. ພວກເຈົ້າໜ້າທີ່ ຄາດວ່າ ຈະມີການ ສົນທະນາ ຫາຣືກັນ ກ່ຽວກັບ ຊ່ອງທາງ ທີ່ ທັງສອງຝ່າຍ ສາມາດ ຮັບມືກັບ ຜົນ​ກະທົບ ຕ່າງໆ ຈາກວິກິຕການ ທາງດ້ານ ເສຖກິດ ຂອງໂລກ ແລະຊ່ອງ​ທາງ​ໃນການ ຮ່ວມມື ທາງດ້ານ ເສຖກິດ. ນອກນັ້ນ ຍັງຄາດວ່າ ​ເຣື່ອງໄຂ້ຫວັດໝູ ຈະເປັນຫົວຂໍ້ ສຳຄັນ ໃນການ ສົນທະນາ ຫາຣື ​ເຊັ່ນດຽວ​ກັນ​ ກັບ​ເຣື່ອງ ການສນັບສນຸນ ຂອງ​ຍິ່ປຸ່ນ ຕໍ່ໂຄງການ ປົກປ້ອງ ສະພາບ ແວດລ້ອມ ໃນຈີນ.

ປາກິສຖານ: ກອງທັບ ປາກິສຖານ ກ່າວວ່າ ກຳລັງ ຂອງຕົນ ໄດ້ເຂົ້າ ຄວບຄຸມ ຫົວເມືອງ ສຳຄັນ ແຫ່ງນຶ່ງ ໃນພາກ ຕາເວັນຕົກ ສຽງເໜືອ ໃນວັນພຸດ ມື້ນີ້ ໃນລະຫວ່າງ ການປະຕິບັດງານ ເພື່ອຂັບໄລ່ ພວກຫົວຮຸນ ແຮງທາລີບານ ອອກໄປ ຈາກເຂດ ດັ່ງກ່າວ. ເຈົ້າໜ້າທີ່ ກ່າວວ່າ ທະຫານ ຣັຖບານ ໄດ້ເຂົ້າ ຢຶດເອົາ ເມືອງ DAGGAR ຊຶ່ງເປັນ ຫົວເມືອງ ສຳຄັນ ໃນເຂດ BUNER ທີ່ຕັ້ງ 100 ຫລັກ ກິໂລແມັດ ຫ່າງຈາກ ນະຄອນຫລວງ ISLAMABAD. ວັນພຸດ ມື້ນີ້ ແມ່ນມື້ ທີ 2 ໃນການ ບຸກໂຈມຕີ ຄັ້ງໃໝ່ ຂອງທະຫານ ປາກິສຖານ ຕໍ່ທີ່ຕັ້ງ ຂອງພວກ ທາລີບານ ໃນເຂດ ພູຜາ ດັ່ງກ່າວ. ກະຊວງ ປ້ອງກັນ ປະເທດ ສະຫະຣັດ ໄດ້ສະແດງ ຄວາມຊົມເຊີຍ ຕໍ່ການ ບຸກໂຈມຕີ ຂອງກຳລັງ ປາກິສຖານ ແຕ່ກໍເວົ້າວ່າ ການທົດສອບ ທີ່ສຳຄັນ ກໍຄືວ່າ ການດຳເນີນ ຄວາມພະຍາຍາມ ທີ່ວ່ານີ້ ຈະມີ ຄວາມຍືນຍົງ ຫລືບໍ່ ແລະພວກ ຫົວຮຸນແຮງ ໄດ້ຮັບ ການປລາຊັຍ ຢ່າງແທ້ຈິງບໍ?

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


XS
SM
MD
LG