ລັດຖະມົນຕີວ່າການຕ່າງປະເທດຂອງໄທຢືນຢັນວ່າ
ຈະພະຍາຍາມດຳເນີນການຕົກລົງເພື່ອປັກປັນເຂດແດນທາງບົກຮ່ວມກັບລາວໃຫ້ແລ້ວສຳເລັດທັງ
ໝົດພາຍໃນທ້າຍປີ 2009 ນີ້ ໃນຂະນະທີ່ພັກການເມືອງຝ່າຍຄ້ານຂອງໄທກໍເຕືອນທາງການໄທວ່າ
ຢ່າຟ້າວຟັ່ງຈົນເກີນໄປ ເພາະອາດຈະມີບັນຫາຄືກັນ ກັບກໍລະນີປະສາດເຂົາພະວິຫານ
ທີ່ຂັດແຍ້ງ ກັບທາງການກຳປູເຈັຽຢູ່ໃນເວລານີ້ກໍເປັນໄດ້.ທ່ານ
ກະສິດ ພິຣົມ ລັດຖະມົນຕີວ່າການຕ່າງປະເທດຂອງໄທ
ໃນຖານະປະທານຄະນະກຳມາທິການຮ່ວມລະຫວ່າງລາວກັບໄທຂອງຝ່າຍໄທ
ໄດ້ຖະແຫລງເນື່ອງໃນໂອການທີ່ເຂົ້າຮ່ວມໃນກອງປະຊຸມຄະນະກຳມາທິການ
ຮ່ວມລະຫວ່າງລາວກັບໄທຄັ້ງທີ
15 ຢູ່ເມືອງຫລວງພະບາງ ເມື່ອທ້າຍ ເດືອນມີນາທີ່ຜ່ານມານີ້
ໂດຍໄດ້ສະແດງຄວາມເຊື່ອໝັ້ນວ່າ
ການປັກປັນເຂດແດນທາງບົກລະ ຫວ່າງລາວກັບໄທນັ້ນ
ຈະແລ້ວເສັດທັງໝົດໃນຕະຫລອດແນວເຂດຕິດຕໍ່ຊາຍແດນລະຫວ່າງກັນ
ພາຍໃນທ້າຍປີ 2009 ນີ້ຢ່າງແນ່ນອນ. ສ່ວນເຂດແດນທາງນໍ້າ ກໍຄືນ້ຳຂອງ
ແລະ ນ້ຳເຫືອງນັ້ນ
ກໍຈະດຳເນີນການສຳຫລວດ ແລະ
ປັກປັນເຂດແດນລະຫວ່າງກັນໃຫ້ແລ້ວເສັດທັງໝົດພາຍໃນປີ
2010 ຕໍ່ໄປ. ທັງນີ້ ໂດຍນັບຈາກປີ 1996 ເປັນຕົ້ນມາຈົນເຖິງປະຈຸບັນ
ທາງການລາວແລະໄທໄດ້ຮ່ວມກັນດຳເນີນການສຳຫລວດ
ແລະ ປັກປັນເຂດແດນທາງບົກໄດ້ແລ້ວໃນໄລຍະທາງຍາວ 676 ກິໂລແມັດ
ຈາກເຂດແດນທາງບົກທີ່ຍາວປະມານ
ເຈັດຮ້ອຍກວ່າກິໂລແມັດ
ໂດຍເຂດທີ່ຍັງຄົງບໍ່ສາມາດຕົກລົງໄດ້ນັ້ນ
ສ່ວນໃຫຍ່ກໍຢູ່ໃນເຂດພາກເໜືອ
ຊຶ່ງລວມເຖິງເຂດ ໝູ່ບ້ານຣົ່ມເກົ້າ ແລະ ເຂດສາມໝູ່ບ້ານກໍຄື
ບ້ານສະຫວ່າງ, ບ້ານກາງ
ແລະ ບ້ານໃໝ່ ຢູໃນເຂດຕິດຕໍ່ຊາຍແດນລະຫວ່າງແຂວງໄຊຍະບູລີ
ກັບຈັງຫວັດພິດຊະນຸໂລກ
ທີ່ທາງການຂອງທັງສອງຝ່າຍເຄີຍຂັດແຍ້ງ
ກັນຈົນຕ້ອງສູ້ຮົບກັນດ້ວຍກຳລັງອາວຸດສົງຄາມມາແລ້ວເຖິງສອງຄັ້ງ.
ສ່ວນເຂດແດນທາງນ້ຳນັ້ນ
ນອກຈາກຈະຍັງຄົງບໍ່ສາມາດດຳເນີນການສຳຫລວດຮ່ວມກັນໄດ້ເລີຍແລ້ວ
ກໍຍັງມີຂໍ້ຂັດແຍ້ງກັນກ່ຽວກັບແຜນທີ່
ທີ່ຈະນຳໃຊ້ເພື່ອປະກອບເຂົ້າໃນການສຳຫລວດເຂດແດນທັງໃນແນວ
ແມ່ນ້ຳຂອງ
ແລະ ນ້ຳເຫືອງອີກດ້ວຍ. ຫາກແຕ່ວ່າ
ດ້ວຍການຮ່ວມກັນຈັດທຳພາບຖ່າຍທາງອາກາດ
ໃນຕະ ຫລອດສາຍນ້ຳທັງສອງຮ່ວມກັນ ໃນໄລຍະທີ່ຜ່ານມານີ້
ກໍເຮັດໃຫ້ທາງການຂອງທັງສອງຝ່າຍເຊື່ອໝັ້ນວ່າ
ການສຳຫລວດ ແລະ ປັກປັນເຂດທາງນ້ຳ ຈະສາມາດເລີ້ມລົງມືດຳເນີນການໄດ້
ແລະ ກໍຈະແລ້ວເສັດພາຍໃນພາຍໃນປີ
2010 ຕໍ່ໄປ. ໂດຍໃນໄລຍະສະເພາະໜ້ານີ້ ທັງສອງຝ່າຍ ກໍຄື
ຄະນະກຳມາທິການວ່າດ້ວຍເຂດແດນລະຫວ່າງລາວກັບໄທ
ຊຶ່ງມີລັດຖະມົນຕີວ່າການຕ່າງປະເທດຂອງທັງສອງຝ່າຍ
ເປັນປະທານຮ່ວມກັນນັນ
ກໍໄດ້ມີກຳນົດການທີ່ຈະປະຊຸມຮ່ວມກັນພາຍໃນເດືອນເມສານີ້
ເພື່ອທີ່ວ່າຈະໄດ້ກໍານົດແຜນການປະຕິບັດງານຢ່າງເປັນຮູບປະທຳ
ລວມໄປເຖິງການທີ່ຕ້ອງການທີ່ຈະຕົກລົງໃນບັນດາຂໍ້ຂັດແຍ້ງຕ່າງໆ
ລະຫວ່າງກັນໃຫ້ໄດ້ຢ່າງຈະແຈ້ງອີກດ້ວຍ.
ແຕ່ຢ່າງໃດກໍຕາມຄວາມພະຍາຍາມດັ່ງກ່າວນີ້ຂອງທາງການລາວ
ແລະ ໄທກໍຕ້ອງປະເຊີນກັບບັນຫາປັດໃຈເພີ້ມຂຶ້ນ ອີກໃນເວລານີ້
ເນື່ອງຈາກວ່າພັກການເມືອງຝ່າຍຄ້ານ
ໃນລັດຖະສະພາຂອງໄທ ກໍຄືພັກເພື່ອໄທທີ່ໃຫ້ການສະໜັບ
ສະໜູນທາງການເມືອງຕໍ່ອາດີດນາຍົກລັດຖະມົນຕີ
ທັກສິນ ຊີນນະວັດນັ້ນ ໄດ້ອອກຖະແຫລງການເຕືອນລັດຖະບານໄທ
ພາຍໃຕ້ການນຳຂອງນາຍົກລັດ
ຖະມົນຕີ ອະພິສິດ ເວດຊາຊີວະ ຫວ່າງຫມໍ່ໆມານີ້ວ່າ
ການຟ້າວຟັ່ງຈົນເກີນໄປ ໃນການປັກປັນເຂດແດນຮ່ວມກັບລາວນັ້ນ
ອາດຈະເປັນການກະທຳທີ່ຜິດຕໍ່ລັດຖະທຳມະນູນ
ສະບັບປະຈຸບັນຂອງໄທກໍເປັນໄດ້
ເພາະວ່າການທີ່ລັດຖະບານໄທຈະສາມາດຕົກລົງໃນກໍລະນີ ຫລື
ເລື້ອງກ່ຽວກັບເຂດແດນຮ່ວມກັບປະເທດເພື່ອນບ້ານໄດ້ນັ້ນ
ກໍຈະຕ້ອງໄດ້ຜ່ານມະຕິຮັບຮອງຈາກລັດຖະສະພາໄທເສຍກ່ອນເອງ. ທັງນີ້
ທ່ານ ວິດທະຍາ
ບູລະ ນະສິຣິ ປະທານຄະນະປະສານງານພັກຝ່າຍຄ້ານໃນໄທ
ໄດ້ຍົກຕົວຢ່າງເຖິງກໍລະນີປະສາດເຂົາພະວິຫານທີ່ໄທຍັງຄົງຂັດແຍ້
ງກັບກຳປະເຈຍເລື້ອຍມາຈົນເຖິງທຸກມື້ນີ້.
ຍິ່ງໄປກວ່ານັ້ນ ທ່ານວິທະຍາ ຍັງໄດ້ຢືນຢັນອີກດ້ວຍວ່າ ພັກຝ່າຍ ຄ້ານ
ຈະດຳເນີນການກວດສອບການເຈລະຈາ
ແລະ ການຕົກລົງກ່ຽວກັບການປັກປັນເຂດແດນທັງທາງບົກ ແລະ ທາງນ້ຳ
ລະຫວ່າງລາວກັບໄທຕໍ່ໄປຢ່າງໃກ້ສິດອີກດ້ວຍ,
ເພາະສະນັ້ນ ຈຶ່ງຍ້ອມຈະສົ່ງຜົນກະທົບ
ຕໍ່ການດຳເນີນງານຮ່ວມກັນລະຫວ່າງທາງການລາວແລະໄທໃນດ້ານດັ່ງກ່າວ
ນີ້
ຢ່າງຫລີກລ້ຽງບໍ່ໄດ້.
ຊົງຣິດ ໂພນເງິນ ລາຍງານຈາກບາງກອກໃນວັນທີ 29 ມີນາ 2009