ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາມັຍໂລກ ຍົກຣະດັບຄຳເຕືອນ ກ່ຽວກັບໄຂ້ຫວັດໝູ ຂຶ້ນອີກຂັ້ນນຶ່ງ


ໄຂ້ຫວັດໝູ: ອົງການອະນາມັຍໂລກ ໄດ້ຍົກ ຣະດັບ ຄຳເຕືອນ ກ່ຽວກັບ ການແຜ່ຣະບາດ ຂອງເຊື້ອ ໄຂ້ຫວັດໝູ ຮ້າຍແຮງ ຊຶ່ງເປັນການ​ ສົ່ງສັນຍານວ່າ ການຕິດຕໍ່ໄດ້ແຜ່ລາມອອກໄປ ໃນໝູ່ມະນຸດ ຢູ່ໃນຣະດັບ ປະຊາຄົມ​ແລ້ວ. ຂນະດຽວກັນ ຈຳນວນ ພວກທີ່ ເສັຽຊີວິດ ໄດ້ເພີ້ມຂຶ້ນ ໃນປະເທດ ເມັກຊິໂກ ບ່ອນທີ່ ເປັນຕົ້ນຕໍ​ ຂອງການ ແຜ່ຣະບາດນັ້ນ. ເຈົ້າໜ້າທີ່ ສາທາ ຣະນະສຸກ ຂອງ ເມັກຊິໂກ ໄດ້ປະກາດ ໃນຕອນແລງ ຂອງມື້ ວັນຈັນ ວານນີ້ວ່າ ເປັນທີ່ ເຊື່ອກັນວ່າ ມີ 152 ຄົນແລ້ວ ເສັຽຊີວິດ ໃນເວລານີ້ ຍ້ອນ ໄຂ້ຫວັດໝູ ຂະນະທີ່ ອີກ 1 ພັນ 600 ຄົນ ໄດ້ລົ້ມປ່ວຍ ຍ້ອນພະຍາດ ດັ່ງກ່າວ. ການປັບ ຈຳນວນ ພວກທີ່ ເສັຽຊີວິດ ໄດ້ມີຂຶ້ນ ບໍ່ເທົ່າໃດ ຊົ່ວໂມງ ຫລັງຈາກ ເຈົ້າໜ້າທີ່ ອົງການ ​ອະນາມັຍໂລກ ໄດ້ຍົກ ຣະດັບ ຄຳເຕືອນ ຂອງ​ຕົນ ຂຶ້ນອີກ ຂັ້ນນຶ່ງ ເປັນຂັ້ນທີ 4 ຄືຍັງອີກ 2 ຂັ້ນ ຈຶ່ງຈະຮອດ ຣະດັບ ການແຜ່ ຣະບາດ ຢ່າງເຕັມ ອັດຕຣາ. ສະຫະຣັດ ກ່າວວ່າ ຕົນກຳລັງ ຮັບມືກັບ ການແຜ່ ຣະບາດ ຂອງພະຍາດ ດັ່ງກ່າວ ຢ່າງ​ເຕັມທີ່ ຄືກັນ ກັບວ່າ ມັນຈະເພີ້ມ ຄວາມຮ້າຍແຮງ ຂຶ້ນເປັນ ການແຜ່ຣະບາດ ທີ່ເຕັມອັດຕຣາ. ມີການ ຢືນຢັນວ່າ 44 ກໍຣະນີ ໄດ້ຕິດເຊື້ອ ພະຍາດ ດັ່ງກ່າວ ຢູ່ໃນ ສະຫະຣັດ ຮວມ ທັງ 11 ກໍຣະນີ ທີ່ຣັດຄາລີຟໍເນັຽ.

ໄຂ້ຫວັດໝູ - ເມັກຊິໂກ: ຂະນະດຽວກັນເຈົ້າ ໜ້າທີ່ສາທາ ຣະນະສຸກຂອງເມັກຊິໂກ ກ່າວວ່າ ມີຮ່ອງຮອຍ ສະແດງ ໃຫ້ເຫັນວ່າ ເຊື້ອໄວຣັສ ທີ່ພາ ໃຫ້ເປັນ ໄຂ້ຫວັດໝູ ກຳລັງ ແຜ່ຣະບາດ ອອກ​ໄປ​ ຢ່າງ​ໄວ ແລະ ການດຳເນີນຄວາມພະ ຍາຍາມ ເພື່ອຄວບຄຸມ ຂອງຣັຖບານ ບໍ່ໄດ້ຮັບຜົນ. ເຈົ້າໜ້າທີ່ ເວົ້າວ່າ ກໍຣະນີ ຈຸທຳອິດ ຂອງພວກ ທີ່ເປັນ ໄຂ້ຫວັດໝູ ໃນເມັກຊິໂກ ແມ່ນຈຳກັດ ຢູ່ແຕ່ໃນເຂດພາກ ກາງ ຂອງປະເທດ ທໍ່ນັ້ນ. ແຕ່ ເວລານີ້ ມີລາຍງານວ່າ ມີການ ແຜ່ຣະບາດ ໄປທົ່ວ ປະເທດແລ້ວ. ມີຄວາມ ວິຕົກ ກັງວົນວ່າ ຫົວເມືອງ ຊາຍແດນ ໃຫຍ່ໆ ເຊັ່ນເມືອງ JUAREZ ບ່ອນທີ່ ມີປະຊາຊົນ ເປັນຈຳນວນ ຫລວງຫລາຍ ອາສັຍຢູ່ ໃນຄຸ້ມ ຄົນທຸກນັ້ນ ແມ່ນມີ ຄວາມຫລໍ່ແຫລມ ຕໍ່ການຕິດ ໄຂ້ຫວັດໝູ. ເຈົ້າໜ້າທີ່ ສາທາ ຣະນະສຸກ ຮຽກຮ້ອງໃຫ້ ປະຊາຊົນ ໄປຮັບການ ພະຍາບານ ໃນທັນທີ ຖ້າພວກ ເຂົາເຈົ້າ ຫາກມີ ອາການ ເປັນໄຂ້ຫວັດ ຮ້າຍແຮງ. ເມັກຊິໂກ ໄດ້ສັ່ງໃຫ້ ປິດໂຮງຮຽນ ໃນທົ່ວ ປະເທດ ໄປຈົນຮອດ ວັນທີ 6 ພຶສະພາ ແລະຫ້າມ ບໍ່ໃຫ້ ມີການ ໂຮມຊຸມນຸມ ຂນາດໃຫຍ່ ເຊັ່ນການ ແຂ່ງຂັນ ກິລາຕ່າງໆ ຍ້ອນພະຍາດ ຕິດຕໍ່ ດັ່ງກ່າວນີ້.

ໂຊມາເລັຽ - ໂຈນທະເລ: ກຳປັ່ນຣົບຂອງ ສະເປນ ລຳນຶ່ງ ຈັບໄດ້ 9 ຄົນ ທີ່ສົງສັຍວ່າ ເປັນພວກ ໂຈນທະເລ ທີ່ທຳການ ໂຈມຕີ ກຳປັ່ນ ທ່ອງທ່ຽວ ຂອງອີຕາລີ. ເຈົ້າໜ້າທີ່ ທີ່ໝູ່ເກາະ SEYCHELLES ກ່າວວ່າ ກຳລັງ ຂອງສະເປນ ໄດ້ມອບ ພວກສົງສັຍ ທັງ 9 ຄົນ ໃຫ້ແກ່ ໜ່ວຍຍາມຝັ່ງ ຂອງ SEYCHELLES ຫລັງຈາກ ຈັບພວກກ່ຽວໄດ້ ໃນ ມະຫາສະມຸດ ອິນເດັຽ ມື້ວານນີ້. ເຈົ້າໜ້າທີ່ SEYCHELLES ເວົ້າວ່າ ພວກໂຈນ ທະເລ ຈຸນີ້ ອາດຈະຖືກ ນຳໂຕ ຂຶ້ນສານ ທ້ອງຖິ່ນ ທີ່ເກາະ ດັ່ງກ່າວ. ພວກໂຈນ ທະເລ ໄດ້ພະຍາຍາມ ຈີ້ກຳປັ່ນ MELODY ຊຶ່ງເປັນ ກຳປັ່ນ ທ່ອງທ່ຽວ ຂອງອີຕາລີ ທີ່ກຳລັງ​ແລ່ນ​ຢູ່​ ໃນ​ເຂດ​ ນ່ານນ້ຳ ທາງ​ກ້ຳ​ເໜືອ ຂອງໝູ່ເກາະ SEYCHELLES ໃນມື້ ວັນເສົາແລ້ວ ພ້ອມກັບ ຜູ້ໂດຍສານ 1500 ຄົນ. ພວກລູກເຮືອ ແລະ ເຈົ້າໜ້າທີ່ ຮັກສາ ຄວາມສະງົບ ໄດ້ຕ້ານຢັນ ການໂຈມຕີ ດ້ວຍ ອາວຸດປືນ ແລະທໍ່ສີດນ້ຳ ດັບໄຟ. ພວກໂຈນ ທະເລ ໂຊມາເລັຽ ໄດ້ໃຊ້ ໃນອັນ ທີ່ເອີ້ນວ່າ “ກຳປັ່ນແມ່” ເພື່ອເດີນທາງ ອອກໄປໄກໆ ແຄມຝັ່ງ ຫລາຍຂຶ້ນ ນັບມື້ ເພື່ອຊອກຫາ ເປົ້າໝາຍ ແລະຫລີກລ່ຽງ ການລາຕເວນ ຂອງ ກອງທັບເຮືອ ຂອງນາໆຊາດ.

ເວເນຊູເອລາ - ເປຣູ: ເວເນຊູເອລາໄດ້ຮຽກໂຕ ເອກອັຄຣັຖທູດ ຂອງຕົນປະຈຳເປຣູກັບຄືນປະເທດ ຫລັງຈາກ ລີມາ ໄດ້ໃຫ້ການ ອະນຸມັດ ຕໍ່ການ ຂໍລີ້ພັຍ ຂອງຜູ້ນຳ ພັກຝ່າຍຄ້ານ ເວເນຊູເອລາ ທີ່ເຈົ້າໜ້າທີ່ ເວເນຊູເອລາ ຕ້ອງການໂຕ ໃນຂໍ້ຫາ ສໍ້ຣາດ ບັງຫລວງ. ຣັຖມຸນຕຣີ ການຕ່າງປະເທດ ເປຣູ ທ່ານ JOSE ANTONIO GARCIA BELAUNDE ໄດ້ປະກາດ ໃນມື້ ວານນີ້ວ່າ ຜູ້ນຳ ພັກຝ່າຍຄ້ານ ຂອງ ເວເນຊູເອລາ ທ່ານ MANUEL ROSALES ຈະໄດ້ຮັບ ອະນຸມັດ ໃຫ້ລີ້ພັຍ​ໄດ້ ເພື່ອໃຫ້ເປັນ ການສອດຄ່ອງ ກັບຄວາມ ໝາຍໝັ້ນ ຕັ້ງໃຈ ຂອງເປຣູ ຕໍ່ກົດໝາຍ ນາໆຊາດ. ທ່ານ GARCIA ເວົ້າວ່າ ທ່ານຫວັງວ່າ ການຕັດ ສິນໃຈ ທີ່ວ່ານີ້ ຈະບໍ່ສ້າງ ຄວາມເຄັ່ງຕຶງ ໃຫ້​ແກ່ ຄວາມສັມພັນ ກັບ ເວເນຊູເອລາ. ເຈົ້າໜ້າທີ່ ເວເນຊູເອລາ ກ່າວວ່າ ຕຳຣວດສາກົນ ໄດ້ອອກ ປະກາດ ໝາຍຈັບ ທ່ານ ROSALES ໂດຍເວົ້າວ່າ ທ່ານບໍ່ໄດ້ ໄປປາກົດໂຕ ຕໍ່ໜ້າສານ ​ເພື່ອ​ຮັບ​ຟັງ ການຟ້ອງຮ້ອງທ່ານ. ຄະນະ ໄອຍະການ ເວເນຊູເອລາ ໄດ້ກ່າວຫາ ທ່ານ ROSALES ວ່າ ສ້າງຄວາມລ້ຳລວຍ ແບບ ຜິດກົດໝາຍ ລະຫວ່າງປີ 2002 ຫາ 2004 ເວລາ ທ່ານເປັນ ເຈົ້າແຂວງໆ ZULIA.

ໄທ - ຄວາມຮຸນແຮງ: ພວກທີ່ ສົງສັຍວ່າ ເປັນກະບົດ ມຸສລິມ ໃນພາກໃຕ້ ທີ່ວຸ້ນວາຍ ຂອງໄທ ໄດ້ສັງຫານ 9 ຄົນ ໃນການ ໂຈມຕີ ຫລາຍໆຄັ້ງ ກ່ອນວັນ ຄົບຮອບ ທີ່ສຳຄັນ. ຕຳຣວດ ເວົ້າວ່າ ເຫດຮ້າຍ ທີ່ຮຸນແຮງສຸດ ມີຂຶ້ນ ທີ່ຈັງຫວັດ ຍະລາ ເວລາ ມືປືນ ຢ່າງນ້ອຍ 6 ຄົນ ໄດ້ບຸກ ເຂົ້າໄປ ໃນເຮືອນ ຫລັງນຶ່ງ ໃນຕອນແລງ ວານນີ້ ແລ້ວກໍ ຍິງປືນ ສາດເຂົ້າໃສ່ ຄອບຄົວ ມຸສລິມ ທີ່ມີ ສະມາຊິກ ທັງໝົດ 5 ຄົນ ເຮັດໃຫ້ 4 ຄົນ ເສັຽຊີວິດ ຮວມທັງ ເດັກນ້ອຍ ແມ່ຍິງ ອາຍຸ 16 ປີ ຄົນນຶ່ງ. ຕຳຣວດ ເຊື່ອວ່າ ຄົນຮ້າຍ ກຸ່ມດຽວກັນນີ້ ຍັງໄດ້ ສັງຫານ ຜູ້ຊາຍ ຊາວມຸສລິມ ອີກ 2 ຄົນ ທີ່ຖືກ ພົບເຫັນສົບ ຢູ່ໃນໂບດ ສາສນາ ອິສລາມ ແຫ່ງນຶ່ງ ໃກ້ໆ​ກັນນັ້ນ. ເຈົ້າໜ້າທີ່ ເວົ້າວ່າ ຕົນເຊື່ອວ່າ ພວກກະບົດ ກຳລັງ ພະຍາຍາມ ທີ່ຈະຍຸແຍ່ ໃຫ້ເກີດ ຄວາມເຄັ່ງຕຶງ ລະຫວ່າງ ພວກຊາວ ມຸສລິມ ແລະຊາວພຸດ ຢູ່ໃນເຂດ ພາກໃຕ້ ຂອງໄທ. ການໂຈມຕີ ເຫລົ່ານີ້ ມີຂຶ້ນ ຂະນະທີ່ ວັນຄົບຮອບ ປີທີ 5 ໃນການ ບຸກໂຈມຕີ ໂບດສັກສິດ KRU SE ຂອງ ສາສນາ ອິສລາມ ໂດຍກຳລັງ ຮັກສາ ຄວາມສະງົບ ຂອງໄທ ໃນວັນທີ 28 ເມສາ ປີ 2004 ມາຮອດ.

ຈີນ - ວຽດນາມ: ຈີນໄດ້ກ່າວໂຈມຕີການຕັດ ສິນໃຈຂອງ ວຽດນາມ ທີ່ໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ ຄົນນຶ່ງ ໃຫ້ເປັນ ຜູ້ປົກຄອງ ໝູ່ເກາະ ທີ່​ເປັນ​ ບັນຫາ ຂັດແຍ້ງກັນ ໃນເຂດ ທະເລຈີນໃຕ້ ໂດຍເອີ້ນ ການກະ​ທຳ​ ດັ່ງກ່າວວ່າ ເປັນການ ເຄື່ອນໄຫວ ທີ່ຜິດກົດໝາຍ ແລະໃຊ້ການບໍ່ໄດ້. ໃນມື້ວັນເສົາ ຜ່ານ​ມາ ວຽດນາມ ໄດ້ແຕ່ງຕັ້ງ ໃຫ້ທ່ານ DANG CONG NGU ເປັນ ປະທານ ຄະນະ ກັມມະການ ປະຊາຊົນ ສຳລັບ ໝູ່ເກາະ PARACEL ທີ່ວຽດນາມ ເອີ້ນວ່າ HOANG SA ຊຶ່ງຈີນ ໄດ້ອ້າງ ກັມມະສິດວ່າ ເປັນດິນແດນ ສ່ວນນຶ່ງ ຂອງຕົນນັ້ນ. ໃນຖແລງຂ່າວ ທີ່ນຳອອກ ເຜີຍແຜ່ ມື້ນີ້ ໂຄສົກ ກະຊວງ ການຕ່າງປະເທດຈີນ ນາງ JIANG YU ໄດ້ກ່າວຢ້ຳ ເຖິງການອ້າງ ກັມມະສິດ ຂອງຈີນ ເໜືອໝູ່ເກາະ PARACEL ທີ່ຈີນ ເອີ້ນວ່າ XISHA ໂດຍໃຫ້ ເຫດຜົນວ່າ ຈີນ ມີອະທິປະໄຕ ທີ່ໂຕ້ແຍງ ບໍ່ໄດ້ ເໜືອໝູ່ເກາະ ດັ່ງກ່າວ ແລະເຂດ ນ່ານນ້ຳ ທີ່ຕັ້ງຢູ່ ໃກ້ຄຽງ. ນາງ JIANG YU ເວົ້າວ່າ ຈີນ ໄດ້ຍື່ນ ໜັງສືປະທ້ວງ ຢ່າງເປັນ ທາງການ ຕໍ່ເຈົ້າໜ້າທີ່ ວຽດນາມ ທີ່ນະຄອນຫລວງ ຮ່າໂນ່ຍແລ້ວ.

ເຊີນຟັງຂ່າວລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.


XS
SM
MD
LG