ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຣັຖບານ ໃນທົ່ວໂລກ ກຳລັງຂຸ້ນຂ້ຽວເຄື່ອນໄຫວ ເພື່ອຄວບຄຸມເຊື້ອໄວຣັສໝູ


ເຊື້ອໄວຣັສໝູ: ພວກຣັຖບານ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​ກຳລັງ​ຂຸ້ນຂ້ຽວ​ທຳ​ການ​ເຄື່ອນ​ໄຫວ ​ເພື່ອ​ຫລີກ​ລຽງ​ທັງ​ການລະບາດ​ຂອງ​ເຊື້ອໄວຣັສຄັ້ງ​ໃຫຍ່​ແລະ​ຄວາມຕື່ນ​ຕົກ​ໃຈຂອງ​ໂລກ ​ໃນ​ຂະນະ​ທ່ີມີ​ຄວາມເປັນໄປໄດ້​ທ່ີ​ວ່າ​ ໂຣກ​ໄຂ້ ຫວັດ​ໝູ ອາດ​ກຳລັງປາກົດ​ໂຕ​ຂຶ້ນ​ມາ​ນັບແຕ່​ກາ​ນາ​ດາ​ໄປ​ຮອດ New Zealand ນັ້ນ. ອົງການ​ອະນາມ​ໄລ​ກ​ໄດ້​ປະກາດ​ວ່າ​ເຊື້ອ​ໄວຣັສດັ່ງກ່າວ​ເປັນ​ໄພ​ສຸກ​ເສີນ ດ້ານ​ສາທາຣະນະ​ສຸກໃນ​ລະດັບສາກົນ ທີ່​ນາໆ​ຊາດ​ເປັນ​ຫ່ວງ​ວ່າມີ ຄວາ​ມສາມາດ​ບົ່ມ​ຊ້ອນ ທີ່​ຈະ​ແຜ່​ລະບາດກວ້າງອອກ​ໄປ​ໃນ​ທົ່ວ​ໂລກ​ນັ້ນ.ບັນດາ​ເຈົ້າ​ໜ້າ​ທ່ີ​ດ້ານ​ອະນາ​ໄມ​ທ່ີ​ເມັກ​ຊິ​ໂກ ຊຶ່ງ​ເປັນຈຸດ​ໃຈກາງ​ ບ່ອນທ່ີ​ເຊື້ອ​ໄວຣັສນີ້​ໄດ້ລະບາດ​ຂຶ້ນທຳ​ອິດ​ນັ້ນກ່າວ​ວ່າ ​ເຊື່ອ​ກັນ​ວ່າ ​ເຊື້ອ​ໄວຣັສໝູ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ 103 ຄົນ​ ແລະ​ລົ້ມ​ປ່ວຍ​ລົງ​ຫລາຍ​ກວ່າ 1600 ຄົນ. ໃນ​ວັນ​ຈັນ​ມື້​ນີ້ ສະຫະພັນ​ຢູ​ໂຣບໄດ້ຮຽກ​ກອງ​ປະຊຸມ​ດ່ວນ​ຂອງ​ບັນດາຣັຖມຸນຕີ​ສາ​ທາຣະນະ​ສຸກ​ຂອງ​ຕົນ ເພື່ອ​ປຶກສາ​ຫາລື​ກັນເຣື່ອງ​ໄພ​ຂົ່ມຂູ່​ທ່ີເປັນ​ໄປ​ໄດ້​ຈາກ​ການລະບາດ​ຂອງໄຂ້ຫວັດ​ໝູ​ນີ້. ສະຫະພັນ​ດ້ານ​ສາທາຣະນະ​ສຸກ​ຢູ​ໂຣບ ​ແນະນຳ​ໃຫ້​ຜູ້​ຄົນ​ຫລີກ​ລຽງ​ການ​ເດີນທາງ​ໄປ​ຍັງ​ພວກ​ຂົງ​ເຂດ​ຕ່າງໆ​ ທ່ີ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ເຊື້ອໄຂ້ຫວັດ​ດັ່ງກ່າວ. ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ປະ​ເທດສະເປ​ນ​ໄດ້​ຢືນຢັນ ກໍລະນີ​ຕິດເຊື້ອ​ໄຂ້ຫວັດ​ໝູ​ລາຍ​ທຳ​ອິດຂອງ​ຕົນ.ໃນ​ຂະນະ​ດຽວ​ກັນ ບັນດາ​ປະ​ເທດ​ເອ​ເຊັຍ​ທັງ​ຫລາຍ​ກໍ​ໄດ້​ເຣີ່ມທຳ​ການ​ກວດກາ​ຫາ​ເຊື້ອ​ພະຍາດ​ດັ່ງກ່າວ​ ນຳ​ຄົນ​ໂດຍສານ​ທາງ​ອາກາດ​ແລ້ວ Act…. ທ່ານ​ນາງ Janet Napolitano ຣັຖມຸນຕີ​ກະຊວງ​ຮັກສາຄວາມ​ປອດ​ໄພ​ພາຍປະ​ເທດ​ສະຫະຣັດ ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ດ້ານ​ສາທາຣະນະ​ສຸກໃນ​ວັນ​ອາທິດ​ວານ​ນີ້ ໂດຍ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຈະ​ອະນຸຍາດ​ໃຫ້​ພວກ​ເຈົ້າ​ໜ້າ​ທ່ີໃຊ້​ເງິນຣັຖບານ​ກາງ​ ແລະ​ນຳ​ເອົາຢາຕໍ່ຕ້ານ​ເຊື້ອ​ໄວຣັສດັ່ງ​ກ່າວ​ນີ້ອອກ​ມາ​ໃຊ້.

ທີ່ປາກີສຖານ: ກອງທັບ​ປາ​ກີ​ສຖານ​ກ່າວ​ວ່າ ທະຫານ​ຂອງ​ຕົນ​ໄດ້​ສັງຫານ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ 20 ຄົນ​ໃນ​ການປະຕິບັດ​ງານ​ຕໍ່ຕ້ານ​ກຸ່ມ​ຕາ​ລີ​ບັນ ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ທ່ີ​ປະສົບ​ກັບ​ຄວາມ​ວຸ້ນວາຍ​ຂອງ​ປະ​ເທດ. ຖ​ແລງ​ການ​ຂອງ​ກອງທັບ​ສີ​ລັງກາ​ກ່າວ​ວ່າ ​ກຳລັງ​ເຄິ່ງທະຫານ​ຂອງ​ຝ່າຍຣັຖບານ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ​ໃນ​ວັນ​ຈັນ​ມື້​ນີ້​ ໃນ​ເຂດ Lower Dir ຊຶ່ງ​ເປັນພາກສ່ວນ​ນຶ່ງຂອງ​ແຂວງ​ຊາຍ​ແດນຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​. ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ໂຄ​ສົກ​ປະຈຳ​ນັກບວດ​ຫົວ​ຮຸນ​ແຮງ Sufi Mohammad ກ່າວ​ວ່າ ທ່ານ​ໄດ້​ງົດ​ການ​ເຈຣະຈາ​ສັນຕິພາບ​ລະຫວ່າງກຸ່ມ​ຕາ​ລີ​ບັນ​ແລະ​ພວກ​ເຈົ້າ​ໜ້າ​ທ່ີ​ຝ່າຍຣັຖບານໄວ້ ​ຈົນ​ກ່ວາການ​ປະຕິບັດງານ​ທາງ​ທະຫານ​ໃນ​ເຂດ Lower Dir ຍຸດຕິ​ລົງ. ບັນດາ​ເຈົ້າ​ໜ້າ​ທ່ີ​ປາ​ກີ​ສຖານ​ກ່າວ​ວ່າ ກຳລັງເຄິ່ງທະຫານທ່ີ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຕິດ​ອາວຸດ ​ໄດ້ສັງຫານ​ພວກຫົວ​ຮຸນ​ ແຮງ​ກຸ່ມ​ຕາ​ລີ​ບັນ​ຢ່າງ​ນ້ອຍ 30 ຄົນ ​ໃນ​ເຂດ​ດັ່ງກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ຮວມທັງ​ຜູ້​ບັນຊາ​ການ​ຄົນ​ນຶ່ງແລະ​ຮອງຜູ້ບັນຊາ​ການ​ອີກ5 ຄົນ.

ສີລັງກາ: ຣັຖບານສີລັງກາກ່າວວ່າ ຕົນຈະຢຸດໃຊ້ພວກ ອາວຸດໜັກ ແລະການໂຈມຕີທາງອາກາດໃນເຂດສົງຄາມ ໃນພາກເໜືອຂອງປະເທດ ເພື່ອປ້ອງກັນບໍ່ໃຫ້ພວກພົນລະເຮືອນ ໄດ້ຮັບຄວາມເສັຍຫາຍ ບາດເຈັບແລະລົ້ມ ຕາຍຕື່ມອີກ. ທຳນຽບປະທານາທິບໍດີສີ ລັງກາ ກ່າວຢູ່ໃນຖະແຫລງການ ສະບັບນຶ່ງໃນວັນຈັນມື້ນີ້ວ່າ ການປະຕິ ບັດງານການສູ້ຣົບກັນ ໄດ້ຢຸດລົງແລ້ວ ແລະພວກທະຫານຈະບໍ່ໃຊ້ ປືນໃຫຍ່ທ່ີ ສຳ ຄັນຕື່ມອີກ.


​ເສດຖະກິດ​ໂລກ: ບັນດາເຈົ້າໜ້າ​ທີ່​ວາງນະ​ໂຍບາຍຂອງທະນາຄານ​ໂລກ​ກ່າວ​ວ່າ ທາງ​ທະນາຄານ​ຈະເພ່ີມ​ເງິນ​ກູ້​ຢືມ​ໃຫ້​ແກ່​ພວກ​ປະ​ເທດ​ທຸກ​ຍາກ​ຕື່ມ​ອີກ 100 ພັນ​ລ້ານ​ດອນ​ລາ​ໃນ​ໄລຍະ3ປີ​ຂ້າງ​ໜ້າ​ນີ້ ​ໂດຍ​ເອີ້ນ​ວິ​ກິດ​ການ​ການ​ເງິນ​ໂລກ​ວ່າເປັນ​ໄພພິບັດ​ອັນ​ນຶ່ງ. ໃນ​ຕອນ​ອັດ​ກອງ​ປະຊຸມ​ເປັນ​ເວລາ 2 ມື້​ທ່ີ​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ອາທິດ​ວານນີ້ ທ່ານ Robert Zoellick ປະທານ​ທະນາຄານ​ໂລກ ກ່າວ​ວ່າ ວິ​ກິດ​ການ​ດັ່ງກ່າວ​ໄດ້​ສົ່ງ​ຜົນໃຫ້ປະຊາ​ຊົນ ​ຫລາຍ​ເຖິງ 90 ລ້ານ​ຄົນ​ຕົກທຸກ​ໄດ້ຍາກ ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ທາງທະນາຄານ​ຕ້ອງໄດ້ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ໄວ​ ເພື່ອ​ຍຸດຕິ​ໄພພິບັດ​ດ້ານ​ມະນຸດສະ​ທັມ​ນີ້. ພວກວາງ​ນະ​ໂຍບາຍຂອງ​ທະນາຄານ​ໂລກ​ ​ໄດ້ຮຽກຮ້ອງ​ໃຫ້​ພວກ​ປະ​ເທດຮັ່ງມີ​ທີ່​ໃຫ້ການ​ຊ່ວຍ​ເຫລືອ​ ປະຕິບັດ​ຕາມ​ຄຳ​ປະຕິຍານ​ຂອງ​ຕົນ​ທ່ີ​ໄດ້​ໃຫ້​ໄວ້ ​ແລະ​ໃຫ້​ຟ້າວ​ຈັດສົ່ງ​ເງິນ​ຊ່ອຍ​ເຫລືອໄປ​ໃຫ້​ພວກ​ປະ​ເທດ​ທຸກ​ຍາກ. ພວກ​ປະ​ທ້ວງ​ທ່ີ​ກ່າວ​ຫາ​ທະນາຄານ​ໂລກ​ວ່າ ສືບ​ຕໍ່ດຳ​ເນີນອັນ​ທ່ີີ່ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ລະບົບ​ທ່ີ່ລົ້ມ​ແຫລວນັ້ນ ພາກັນ​ເດີນຂະ​ບວນຢູ່ນອກ​ສຳນັກ ງານ​ໃຫຍ່​ຂອງ​ທະນາຄານ​ຕື່ມ​ອີກ​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ປະ​ທະ​ກັບ​ຕຳຫລວດໃນ​ມື້ວັນ​ເສົາ. ​ພວກ​ປະ​ທ້ວງກ່າວ​ວ່າ ທະນາຄານ​ໂລກ​ເຮັດ​ໃຫ້​ພວກ​ປະ​ເທດ​ທຸກ​ຍາກ​ປະສົບ​ກັບຄວາມທຸກ​ຍາກ​ຢູ່​ຕໍ່​ໄປ​ ໂດຍ​ການປ່ອຍ​ໃຫ້​ເຂົາ​ເຈົ້າ​ກູ້​ຢືມເງິນ​ໃນ​ຈຳນວນ​ມະຫາສານ ​ທ່ີ​ພວກ​ເຂົາ​ເຈົ້າ​ໃຊ້​ຄືນ​ບໍ່​ໝົດ​ຈັກເທື່ອນນັ້ນ.
ເສດຖະກິດ​ຍີ່ປຸ່ນ ບັນດາ​ເຈົ້າ​ໜ້າ​ທ່ີຣັຖບານ​ຍີ່​ປຸ່ນ​ໄດ້​ເປີດ​ເຜີຍ​ລາຍ​ງານ​ດ້ານ​ເສດຖະກິດທ່ີ​ມືດ​ມົນ​ສະບັບ​ນຶ່ງ​ ໃນ​ມື້ນີ້ ຊຶ່​ງ​ເປັນ​ມື້​ດຽວ​ກັນ​ທ່ີີ່ທາງຣັຖບານ​ກຸງ​ໂຕ​ກຽວ​ຄາດວ່າ​ ຈະ​ຍື່ນສະ​ເໜີ​ຮ່າງ​ງົບປະມານ​ເພ່ີ່ມ​ເຕີມ​ຕໍ່ສະພາ​ແຫ່ງ​ຊາດ. ລາຍ​ງານ​ທ່ີ​ເປີດ​ເຜີຍ​ອອກ​ໃນ​ວັນ​ຈັນ​ມື້​ນີ້ ທຳນາຍ​ວ່າ ເສດຖະກິດທີ່ໃຫຍ່ອັນ​ດັບ​ສອງ​ຂອງ​ໂລກ ​ຈະ​ຫົດ​ໂຕ​ເຂົ້າ​ເປັນ​ປວັດ​ການຮອດ 3.3 ​ເປີ​ເຊັນ​ ສຳລັບ​ສົກ​ງົປມານປີ​ປັດຈຸບັນ ​ທ່ີໄດ້​ເຣີ່ມຕົ້ນ​ມາຕັ້ງ​ແຕ່​ວັນທີ 1 ​ເດືອນ​ນີ້. ໃນເດືອນ​ທັນວາ​ຜ່ານ​ມາ ຣັຖບານໄດ້ກະ​ປະມານ​ວ່າ ການ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຈະ​ບໍ່​ມີ​ການ​ຂະຫຍາຍ​ໂຕເລີຍ​ໃນ​ສົກປີ2009ນີ້. ໃນ​ຕອນ​ບ່າຍ​ມື້​ນີ້ ​ຄາດ​ວ່າຣັຖບານ​ຈະ​ຍື່ນສະເໜີ​ຮ່າງ​ງົບປະ​ມານເພິ່ມຕື່ມ​ຕໍ່​ສະພາ​ນິຕິບັນຍັດ​ ສຳລັບ​ໂຄ​ງການ​ຟື້ນ​ຟູ​ເສດຖະກິດຈຳນວນຫລາຍເປັນ​ປວັດ​ການ 159 ພັນ

ລ້ານ​ດອນ​ລາ​.


XS
SM
MD
LG