ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄລິນຕັນໃຫ້ຄວາມໝັ້ນໃຈສນັບສນຸນແກ່ເລບານອນ


ທ່ານນາງຄລິນຕັທີ່ເລບານອນ: ທ່ານ​ນາງ Hillary ຄລິນ​ຕັນ ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດ​ໄດ້ໃຫ້ ຄວາມ​ໝັ້ນ​ໃຈແກ່ປະ​ເທດ​ເລ​ບາ​ນອນວ່າ ສະຫະຣັດຈະ​ບໍ່​ປ່ອຍປະ​ລະ​ເລີຍ​ການ​ສະ​ຫນັບ​ສະ​ຫນຸນ​ແກ່​ເລ​ບາ​ນອນ ຂະນະ​ທີ່​ສະຫະຣັຖດໄຂ​ການ ສົນທະນາ​ຫາລື​ກັບປະ​ເທດຊີ​ເຣັຍ. ໃນ​ໂອກາດ​ສະ​ແດງ​ຄວາມເຫັນ ຫລັງ​ຈາກ​ພົບ​ປະ​ຫາລື​ກັບ​ປະທານາທິ ບໍດີ​ເລ​ບາ​ນອນ ທ່ານ Michel Sleiman ທີ່​ນະຄອນຫລວງ​ເບຣຸດ ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ທ່ານ​ນາງ​ຢາກ​ໃຫ້ຄວາມໝັ້ນ​ໃຈ​ແກ່​ພົລ​ເມືອງເລ​ບາ​ນອນ​ວ່າ ສະຫະຣັຖຈະ​ບໍ່​ທຳ​ການ​ຕົກລົງ​ໃດໆ​ກັບ​ຊີ​ເຣັຍ ທີ່​ຈະ​ເປັນ​ການ​ຂາຍ​ປະ​ເທດ​ເລ​ບາ​ນອນ ຫລື​ປະຊາຊົນ​ເລ​ບາ​ນອນ. ຣັຖມຸນຕຣີຕ່າງປະ​ເທດສະຫະຣັດ ​ໄດ້​ຢຸດ​ແວ່ທຳ​ການ​ຢ້ຽມຢາມທີ່ປະ​ເທດ​ເລ​ບາ​ນອນເປັນ​ເວລາ​ສັ້ນໆ ໂດຍ​ບໍ່​ໄດ້​ປະກາດ​ໃຫ້​ຮູ້ລ່ວງ​ໜ້າ. ​ເລ​ບາ​ນອນ​ໄດ້​ຈັດຕັ້ງສາຍ​ພົວພັນ​ທາງການ​ທູດ​ກັບ​ຊີ​ເຣັຍ​ ​ເມື່ອ​ບໍ່ນານ​ມາ​ນີ້ ​ເປັນ​ເທື່ອ​ທຳ​ອິດຫລັງ​ຈາກ​ສອງ​ປະ​ເທດ​ນີ້​ໄດ້​ຮັບ​ເອກະລາດເມື່ອ 60 ກວ່າ​ປີ​ມາ​ແລ້ວ.

ໄຂ້ຫວັດໝູທ່ີເມັກຊິໂກ:ຣັຖມຸນຕີກະຊວງ​ສາທາລະນະ​ສຸກ​ຂອງ​ແມກຊິ​ໂກ​ ກາວ​ວາ ​ການ​ລະບາດ​ຂອງໄຂຫວັດ​ໝູໃນ​ເວລາ​ນ ອາດ​ໄດ້ເປັນສາ​ເຫດທ​ພາ​ໃຫ​ຄົນເສັຍ​ຊີວິດ​ໄປ​ແລ້ວ 81 ຄົນ. ທານ Jose Cordova ຣັຖມຸນຕຣີກະຊວງ​ສາທາລະນະ​ສຸກ​ໄດເປີດ​ເຜີຍໂຕ​ເລກ​ໃໝ່​ຂ​ອງ​ຜູ​ເສັຍ​ຊີວິດ​ດວຍ​ພະ​ຍາດ​ດງກາວ ໃນ​ຕອນ​ແລງວັນ​ເສົາ​ ວາ​ນນ ​ໃນ​ເວລາ​ດຽວ​ກັນ​ກັບທີ່ຣັຖບານ​ແມກຊິ​ໂກ ປະກາດ​ປິດ​ໂຮງຮຽນ​ຫລາຍ​ແຫງໃນ​ເມືອງ​ຫລວງ​ແລະເຂດ​ອອມ​ແອມ​ ຈົນ​ຮອດວັນ​ທີ 6 ​ເດືອນພຶດສ​ະພາ​ ຫລື​ເດືອນ​ໜ້າ​ນີ້. ພ້ອມ​ກັບ​ທີ່​ມີີ​ລາຍ​ງານ​ຢືນຢັນ​ເພມ​ຕມ ​ກ່ຽວ​ກັບ​ພວກ​ຄົນ​ທ​ອາ​ດຕິດ​ເຊອ​ໂຣກນໃນ​ຈຳນວນ​ຫລາຍ​ຂຶ້ນ ​ຈາກ​ແມກຊິ​ໂກ​ແລະ​ສະຫະຣັດນັ້ນ ອົງການ​ອະນາມັຍ​ໂລກ​ກໍ​ໄດ້ປະກາດ​ວາ ​ເຊອ​ໄວຣັສດງກາວ​ນ ຖື​ວາເປັນສະພາວະ​ສຸກ​ເສີນ​ດ້ານ​ສາ​ທາລະນະ​ສຸກ​ ​ທ​ສາງ​ຄວາມ​ເປັນ​ຫວງໄປ​ທວ​ໂລກ ທ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ທີ່​ຈະ​ແຜ​ລາມກວ້າງອອກ​ໄປ​ໄດອີກ. ສູນ​ກາງ​ຄວບ​ຄຸມພະ​ຍາດ​ຂອງສະຫະຣັດ ​ເຕືອນ​ວາ ທາງ​ການ​ແມນ​ບ​ສາມາດ​ຍັບ​ຍງ​ການ​ແຜ​ລາມ​ຂອງເຊອ​ໄວຣັສໝູ​ນ​ໄດ. ທາງ​ການ​ຂອງ​ແມກຊິໂກ​ສົງ​ໃສ​ວາ​ ຊາວ​ແມກຊິ​ກັນ​ຈຳນວນ​ຫລາຍ​ກວາ 1300 ຄົນ​ ​ໄດ້​ລົ້ມປວຍ​ຍອນ​ເຊອ​ໄວຣັສທີ່​ວ່າ​ນ.ທີ່​ສະຫະຣັດ ​ເຈາໜາ​ທ​ສາທາລະນະ​ສຸກ​ໄດ​ຢືນຢັນ​ວາ​ ມີ​ຜູ​ຕິດ​ເຊອ​ໂຣກນລາຍ​ໃໝທ​ບ​ຮາຍ​ແຮງ​ເຖິງ​ຊີວິດ ຈຳນວນ 3 ຄົນ ຄື​ຄົນ​ນງ​ແມນ​ຢູ​ໃນຣັຖ​ແຄ​ລິ​ຟໍ​ເນຍ ​ແລະ​ອີກ​ 2 ຄົນ​ແມນ​ຢູ​ໃນຣັຖ ​ແຄນ​ຊາສ ​ຊຶ່ງເພມ​ເປັນ​ຈຳນວນ​ທັງ​ໝົດ​ເປັນ 11 ຄົນ​ແລ້ວ.

ເສດຖະກິດໂລກ: ຄວາມ​ພະຍາຍາມ​ຕ່າງໆ​ເພື່ອ​ຊ່ອຍ​ໃຫ້ການ​ເສດຖະກິດ​ໂລກ​ຟື້ນ​ໂຕ​ຄືນຢ່າງ ​ໄວ ​ຈະ​ໄດ້​ຮັບ​ເງິນ​ຊ່ອຍ​ເຫລືອ ເພ່ີjມ​ອີກ 250 ພັນ​ລ້ານດອນ​ລ້າ​ໃນ​ບໍ່​ດົນ​ນີ້​ ໃນ​ຮູບ​ຂອງ​ເງິນ​ກູ້​ຢືມສຸກ​ເສີນ​ ​ສຳລັບໃຫ້ແກ່​ພວກ​ປະ​ເທດ​ທ່ີ​ກຳລັງ​ສູ້​ຊົນ​ກັບ​ບັນຫາ​ດັ່ງກ່າວ​ໃນ​ປັດຈຸບັນ . ບັນດາຣັຖມຸນຕີ​ການ​ເງິນ​ຈາກ​ທົ່ວ​ໂລກ​ໄດ້​ຕົກລົງ​ເຫັນ​ດີ​ນຳ​ກັນ ໃຫ້​ເພີ່ມຈຳນວນ​ເງິນ​ກູ້​ຢືມ​ສຸກ​ເສິີນ​ນີ້​ຂຶ້ນ ໃນ​ລະຫວ່າງ​ກອງ​ປະຊຸມ​ປະຈຳປີ​ຂອງ​ກອງ​ທຶນ​ສາກົນ​ ຫລື IMF ທ່ີ​ກຸງ​ວໍ​ຊິ​ງຕັນ​ໃນ​ວັນ​ເສົາ​ວານ​ນີ້. ນອກ​ນັ້ນ​ ພວກຣັຖມຸນຕີ​ເຫລົ່ານີ້​ຍັງ​ໄດ້​ຕອບ​ສນອງ​ຕໍ່​ຄຳ​ຮຽກຮ້ອງ​ຂອງບັນດາ​ປະ​ເທດ​ ທ່ີີ່ການ​ເສດຖະກິດ​ກຳລັງ​ໂຜ່​ໂຕ​ຂຶ້ນ​ມາ​ໃໝ່ໆ ຊຶ່ງ​ຮວມທັງ ຈີນ ​ເບຣຊິນ ​ແລະ​ອິນ​ເດັຍ ທີ່​ຂໍ​ໃຫ້​ເພ່ີ່ມ​ເງິນ​ຂຶ້ນ​ຕື່ມ​ອີກ 250 ພັນ​ລ້ານ ດອນ​ລາ​ ສຳລັບ​ໂຄງການ​ຕ່າງໆ​ທ່ີ​ຂະຫຍາຍ​ໂຕ​ອອກ​ແລະ​ດັດ​ແປງ​ໄດ້ຫລາຍຂຶ້ນ​ອີກ​ນັ້ນ. ທ່ານ Dominique Strauss Kahn ຫົວໜ້າ​ກອງ​ທຶນ​ສາກົນ​ກ່າວ​ວ່າ ບັດ​ນີ້​ທຸກໆ​ປະ​ເທດ​ເຫັນ​ດີ​ນຳ​ກັນ​ວ່າ ເງິນ​ກ້ອນ​ໃໝ່​ທ່ີ​ວ່າ​ເປັນ​ສິ່ງ​ຈຳ​ເປັນ​ເພື່ອ​ຊ່ອຍ​ການ​ເສດຖະກິດ​ໂລກ​ ອອກ​ຈາກ​ສະພາບ​ຕົກ​ຕ່ຳຖອຍຫລັງ ແລະວ່າ​ບັນດາ​ປະ​ເທດ​ສະມາຊິກ​ມີ​ຄວາມ​ໝາຍ​ໝັ້ນ​ທ່ີ​ຈະ​ທຳ​ການສະ​ສາງ​ ລະບົບ​ການ​ເງິນ​ນັ້ນ. ທ່ານ Timothy Geithner ຣັຖມຸນຕີ​ການ​ເງິນ​ສະຫະຣັດ ທ່ີ່ໄດ້ອອກ​ຄຳເຕືອນ​ໃນ​ວັນ​ສຸກ​ຜ່ານ​ມາ​ວ່າ ບັນ​ຫາ​ການ​ເສດຖະກິດ​ໂລກ​ຍັງ​ຈະ​ໃຊ້​ເວລາອີກ​ດົນຈຶ່ງ​ຈະ​ໝົດ​ໄປນັ້ນ ເອີ້ນ​ການ​ເພີ່ມ​ເງິນທຶນດັ່ງກ່າວ​ໃຫ້​ແກ່ກອງ​ທຶນ​ສາກົນ​ ວ່າເປັນ​ໝາກຜົນ​ອັນ​ສຳຄັນ ທີ່​ອອກ​ມາ​ຈາກ​ກອງ​ປະຊຸ​ມຄັ້ງນີ້

ອິທີໂອເປຍຈັບກຸມຜູ້ຕ້ອງສົງໄສ 35 ຄົນ: ທາງ​ການ​ຂອງ​ອີ​ທີ​ໂອ​ເປັຍ​ກາວ​ວາ ຕົນ​ໄດ​ຈັບ​ກຸມ 35 ຄົນ ​ໃນ​ຂ​ຫາ​ວາ​ມີ​ແຜນການ​ຈະ​ລມຣັຖບານ. ໂຄສົກ​ຂອງຣັຖບານ​ອີ​ທີ​ໂອ​ເປັຍ​ກາວ​ເມອ​ວັນ​ເສົາ​ວານ​ນ​ວາ ​ເຄືອ​ຂາຍ​ເພອ​ລມຣັຖບານ​ດງກາວ​ນ ​ແມນ​ນຳພາ​ໂດຍ​ນາຍ Berhanu Nega ຜູນຳ​ຝາຍ​ຄານ​ຂອງ​ອີ​ທີ​ໂອ​ເປຍ​ ທ​ກຳລັງ​ອາໄສ​ຢູໃນ​ສະຫະຣັດ. ເຈົ້າໜ້າ​ທີ່ອີ​ທີ​ໂອ​ເປຍ​ກາວ​ວາ ຜູ​ຕອງ​ສົງໄສ​ຈຳນວນ 35 ຄົນ ​ນ ຖືກ​ຈັບ​ເມອ​ວັນ​ສຸກ​ຜານ​ມາ​ ​ແລະ​ຈະ​ຖືກ​ສງ​ດຳ​ເນີນ​ຄະດີ​ໃນ​ສານ​ໃນ​ບ​ເທາ​ໃດ​ມຂາງ​ໜາ​ນ. ຣັຖບານ​ອີ​ທີ​ໂອ​ເປຍ​ກາວ​ວ່າ ຜູ​ຕອງ​ສົງໄສ​ບາງ​ຄົນ​ເປັນ​ທະຫານ ເກົ່າ ແລະ​ເປັນ​ພົນລະ​ເຮືອນ ​ແລະ​ວາ ການ​ກວດ​ຄນ​ບານ​ພັກ​ຂອງ​ພວກ​ຕອງ​ສົງໄສ ໄດ້ພົບ​ເຫັນ​ອາວຸດ ​ເຄືອງ​ແບບ ​ແລະ​ເອກ​ກະສາ​ນວາງ​ແຜນ​ລມຣັຖບານ. ຣັຖບານ​ອີ​ທີ​ໂອ​ເປັຍ​ກາວ​ວາ ພວກ​ຕອງ​ສົງໄສ​ເຫລາ​ນ ມີ​ແຜນການ​ຈະ​ປຽນ​ແປງ​ການ​ປົກຄອງ​ ໃນ​ແນວທາງ​ທີ່​ບໍ່​ຖືກຕ້ອງ​ຕາມຣັຖ​ທັມມະນູນ

Normal0

false

false

false

EN-US

X-NONE

ຈີນແລະໄຕ້ຫວັນ: ຈີນ​ແລະ​ໄຕ້​ຫວັນ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັນ​ສະບັບ​ນຶ່ງ​ໃນ​ວັນ​ ອາທິດ​ມື້​ນີ້​ເພື່ອ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຈີນ​ແຜ່ນດິນ​ໃຫຍ່​ ໃນ​ເກາະ​ໄຕ້​ຫວັນ. ໄດ້​ມີ​ການ​ບັນລຸຂໍ້​ຕົກລົງ​ດັ່ງກ່າວໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ລະຫວ່າງ​ ທ່ານ​ຈຽງ​ປິງກຸງ ທູດ​ພິ​ເສດ​ໄຕ້​ຫວັນ​ປະຈຳ​ປະ​ເທດ​ຈີນ ​ແລະ​ທ່ານ Chen Yunlin ປະທານ​ສະມາຄົມ​ສາຍ​ພົວພັນ​ຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນ​ຂອງ​ຈີນ​ທ່ີ່​ ເມືອງNanjing ​ໃນ​ພາກ​ຕາ​ເວັນອອກ​ຂອງ​ຈີນ.ຖ​ແລງ​ການ​ຮ່ວມ​ສະບັບ​ນຶ່ງທ່ີ​ນຳ​ອອກເປີ​ດ​ເຜີຍ​ ​ຫລັງ​ຈາກ​ການ​ພົບ​ປະ​ຫາລື​ກັນນັ້ນ ​ເວົ້າ​ວ່າ ການ​ລົງທຶນ​ຂອງ​ຈີນ​ແຜ່ນດິນ​ໃຫຍ່​ທ່ີ​ໄຕ້​ຫວັນ​ ຈະ​ດຶງ​ດູດ​ສອງ​ຝ່າຍ ​ໃຫ້ເຂົ້າມາ​ໃກ້ຊິດ​ກັນ​ກ່ວາ​ເກົ່າ.



ກ່ຽວຂ້ອງກັນ

XS
SM
MD
LG