ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ກຳລັງຢ້ຽມຢາມອີຣັກ ບໍ່ໄດ້ໃຫ້ຄວາມສຳຄັນ ກ່ຽວກັບການກໍ່ຄວາມຮຸນແຮງ ເມື່ອໄວໆມານີ້


ອີຣັກ: ຣັຖມຸນຕຣີການຕ່າງປະເທດສະຫະຣັດ ທ່ານນາງ HILLARY CLINTON ໄດ້ເດີນທາງ ໄປເຖິງອີຣັກໃນວັນເສົາມື້ນີ້ ເພື່ອເຈຣະຈາຫາຣື ກັບພວກ ຜູ້ບັນຊາການ ທະຫານ ອະເມຣິກັນ ແລະ ເຈົ້າໜ້າທີ່ ອີຣັກ. ການເດີນທາງ ໄປຢ້ຽມ ຢາມອີຣັກ ໃນເທື່ອນີ້ ແມ່ນ ເທື່ອທຳອິດ ຂອງທ່ານນາງ ໃນຖານະ ຣັຖມຸນຕຣີ ການຕ່າງປະເທດ. ການເດີນທາງ ໄປຢ້ຽມຢາມ ແບບບໍ່ມີ ການປະກາດ ໃຫ້ຊາບ ລ່ວງໜ້າ ຂອງ ທ່ານນາງ CLINTON ມີຂຶ້ນ ຂະນະທີ່ ອີຣັກ ໄດ້ປະເຊີນ ກັບການ ກໍ່ຄວາມ ຮຸນແຮງ ເພີ້ມຂຶ້ນ ຮວມທັງ ການໂຈມຕີ ດ້ວຍຣະເບີດ ສະລະຊີບ ໃນໄລຍະ ສອງມື້ ຜ່ານມາ ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ ຫລາຍກວ່າ 150 ຄົນ. ທ່ານນາງ CLINTON ກ່າວຕໍ່ ພວກນັກຂ່າວວ່າ ອີຣັກ ໄດ້ປະສົບ ກັບຄວາມ ກ້າວໜ້າ ເຖິງແມ່ນ ໄດ້ມີການ ກໍ່ຄວາມ ຮຸນແຮງຂຶ້ນ ກໍຕາມ. ທ່ານນາງ ເວົ້າວ່າ ການໂຈມຕີ ດ້ວຍຣະເບີດ ສະລະຊີບ ແມ່ນຮ່ອງຮອຍ ທີ່ສະແດງ ໃຫ້ເຫັນວ່າ ພວກຫົວ ຮຸນແຮງ ຢ້ານວ່າ ອີຣັກ ກຳລັງ ດຳເນີນໄປ ໃນທິດທາງ ທີ່ຖືກຕ້ອງ. ທ່ານນາງ CLINTON ພົບປະກັບ ຜູ້ບັນຊາການ ທະຫານ ສູງສຸດ ຂອງ ອະເມຣິກັນ ໃນອີຣັກ ນາຍພົນ RAY ODIERNO ເພື່ອ ປຶກສາ ຫາຣື ກ່ຽວກັບ ສະຖານະການ ໃນດ້ານ ຄວາມໝັ້ນຄົງ. ທ່ານນາງ ຍັງມີ ໝາຍກຳນົດ ທີ່ຈະ ພົບປະກັບ ນາຍົກ ຣັຖມຸນຕຣີ ອີຣັກ ທ່ານ NOURI AL-MALIKI ແລະ ປະທາ ນາທິບໍດີ JALAL TALABANI.

ເກົາຫລີເໜືອ - ນິວເຄລັຽ: ເກົາຫລີເໜືອ ກ່າວວ່າ ຕົນໄດ້ເລີ້ມ ກັ່ນທ່ອນເຊື້ອໄຟ ທີ່ໃຊ້ ແລ້ວ ເພື່ອຜລິດ ທາດປລູໂຕນຽມ ທີ່ສາມາດ ນຳໄປສ້າງ ອາວຸດ ນິວເຄລັຽໄດ້. ອົງການຂ່າວ ສູນກາງ ຂອງທາງການ ເກົາຫຼີເໜືອ ລາຍງານ ໃນມື້ນີ້ວ່າ ການເຄື່ອນໄຫວ ທີ່ວ່ານີ້ ຈະເສີມຂຍາຍ ຄວາມສາມາດ ກ່ຽວກັບ ການຕ້ານຢັນ ທາງດ້ານ ນິວເຄລັຽ ໃນການ ປ້ອງກັນໂຕ ແລະຮັບມື ກັບພັຍຂົ່ມຂູ່ ທາງທະຫານ ທີ່ມີເພີ້ມຂຶ້ນ ຈາກກຳລັງ ທີ່ເປັນ ປໍຣະປັກ. ການປະກາດ ດັ່ງກ່າວ ມີຂຶ້ນ ນຶ່ງມື້ ຫລັງຈາກ ອົງການ ສະຫະ ປະຊາຊາດ ເລີ້ມລົງໂທດ ຕໍ່ 3 ບໍຣິສັດ ຂອງເກົາຫລີເໜືອ ທີ່ຊ່ອຍ ໃນໂຄງການ ລູກສອນໄຟ ແລະນິວເຄລັຽ ຂອງພຽງຢາງ. ໃນມື້ວານນີ້ ຄະນະ ກັມມະການ ລົງໂທດ ຂອງອົງການ ສະຫະ ປະຊາຊາດ ໄດ້ເອົາ ບໍຣິສັດ ການຄ້າ ພັທນາ ບໍ່ແຮ່ເກົາຫລີ, ບໍຣິສັດ ເກົາຫລີ RYONBONG GENERAL ແລະ ທະນາຄານ ການຄ້າ TANCHON ເຂົ້າໄວ້ ໃນບັນຊີດຳ. ເອກອັຄຣັຖທູດ ເຕີກກີ ທ່ານ BAKI ILKIN ຊຶ່ງເປັນ ຫົວໜ້າ ຄະນະ ກັມມະການ ກ່າວຕໍ່ ພວກນັກຂ່າວວ່າ ນອກນັ້ນ ທາງຄະນະ ກັມມະການ ຍັງໄດ້ ຕົກລົງ ທີ່ຈະ ຈົດບັນຊີ ລາຍຊື່ໃໝ່ ຂອງສິນຄ້າ ທີ່ຫ້າມ ບໍ່ໃຫ້ ເກົາຫລີເໜືອ ນຳເຂົ້າ ຫລື ສົ່ງອອກ ໃນເວລານີ້.

ປາກິສຖານ - ທາລີບານ: ເຈົ້າໜ້າທີ່ໃນ ພາກຕາເວັນຕົກ ສຽງເໜືອ ຂອງ ປາກິສຖານ ກ່າວວ່າ ພວກນັກຣົບ ທາລີບານ ທັງໝົດ ທີ່ໄດ້ ແຊກຊຶມ ເຂົ້າໄປ ໃນເມືອງ ແຫ່ງນຶ່ງ ຊຶ່ງຕັ້ງ 100 ຫລັກ ກິໂລແມັດ ຫ່າງຈາກ ນະຄອນຫຼວງນັ້ນ ໄດ້ພາກັນ ກັບຄືນ ໄປຍັງ ທີ່ໝັ້ນ ຂອງພວກເຂົາແລ້ວ ໃນເຂດ ຮ່ອມພູ SWAT. ເຈົ້າໜ້າທີ່ ປົກຄອງ ທ້ອງຖິ່ນ ກ່າວວ່າ ພວກຫົວ ຮຸນແຮງ ທາລີບານ ທັງໝົດ ໄດ້ອອກໜີ ຈາກເມືອງ BUNER ໃນມື້ ວານນີ້ ແລະມີ ການສົ່ງ ກຳລັງ ທະຫານ ຣັຖບານ ໄປຍັງເຂດ ດັ່ງກ່າວແລ້ວ. ໂຄສົກ ຄົນນຶ່ງ ຂອງກຸ່ມ ທາລີບານ ກ່າວຕໍ່ VOA ໃນມື້ ວານນີ້ວ່າ ພວກນັກຣົບ ທາລີບານ ຈາກເຂດ ຮ່ອມພູ SWAT ຕັດສິນໃຈ ຖອນອອກ ຈາກເມືອງ BUNER ຍ້ອນ ພວກເຂົາ ມີຄວາມ ວິຕົກ ກັງວົນ ຢ້ານວ່າ ການມີໜ້າ ຕໍ່ໄປ ທີ່ເມືອງ BUNER ຈະເປັນ ພັຍອັນຕະລາຍ ຕໍ່ຂໍ້ ຕົກລົງ ສັນຕິພາບ ເມື່ອໄວໆມານີ້ ທີ່ໄດ້ ມີການ ອະນຸຍາດໃຫ້ ນຳໃຊ້ ກົດໝາຍ ສາສນາ ອິສລາມ ຢູ່ໃນບາງສ່ວນ ຂອງເຂດ ດັ່ງກ່າວ. ເຈົ້າໜ້າທີ່ ສະຫະຣັດ ໄດ້ຕຳໜິ ຕິຕຽນ ຢ່າງຮຸນແຮງ ຕໍ່ຂໍ້ຕົກລົງ ທີ່ວ່ານີ້ ໂດຍເວົ້າວ່າ ມັນເປັນ ການຍອມ ຈຳນົນ ຕໍ່ພວກ ຫົວຮຸນແຮງ. ຜູ້ບັນຊາການ ກອງທັບບົກ ປາກິສຖານ ນາຍພົນ ASHFAG KAYANI ໄດ້ຈັດ ປະຊຸມ ໃນມື້ວານນີ້ ເພື່ອປຶກສາ ຫາຣື ກ່ຽວກັບ ການປະຕິບັດງານ ທີ່ເມືອງ BUNER ແລະເຂດ ຮ່ອມພູ SWAT.

ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ໄດ້ມີການ ໂຈມຕີ ດ້ວຍຣະເບີດສະລະ ຊີບ ຫລາຍໆຄັ້ງ ໃສ່ບ້ານພັກ ເຈົ້າແຂວງ ໃນວັນເສົາ ມື້ນີ້ ທີ່ເມືອງ KANDAHAR ໃນພາກໃຕ້ ອັຟກາ ນິສຖານ ເຮັດໃຫ້ ຕຳຣວດ 5 ຄົນ ເສັຽຊີວິດ. ຂ້າຣັຖການແຂວງ ທ່ານ AHMAD WALI KARZAI ຊຶ່ງເປັນ ນ້ອງຊາຍ ຂອງ ປະທາ ນາທິບໍດີ KARZAI ກ່າວວ່າ ມີພວກ ໂຈມຕີ ດ້ວຍຣະເບີດ ສະລະຊີບ 3 ຄົນ ພົວພັນ ໃນເຫດຮ້າຍ ຄັ້ງນີ້. ມີລາຍງານວ່າ ນຶ່ງໃນ ຈຳນວນ ພວກໂຈມຕີ ສະລະຊີບ ໄດ້ບີບ ຄະນວນຣະເບີດ ໃຫ້ແຕກຂຶ້ນ ຢູ່ນອກ ບໍຣິເວນ ບ້ານພັກ ຂະນະທີ່ ອີກ 2 ຄົນ ອາດໄດ້ເຂົ້າໄປ ໃນເຂດ ບ້ານພັກແລ້ວ. ໃນຕົ້ນ ເດືອນນີ້ ພວກໂຈມຕີ ດ້ວຍຣະເບີດ ສະລະຊີບ 4 ຄົນ ໄດ້ໂຈມຕີ ສະພາ ປະຈຳແຂວງ ທີ່ເມືອງ KANDAHAR ເຮັດໃຫ້ ມີຜູ້ເສັຽຊີວິດ 13 ຄົນ. ພວກຫົວຮຸນແຮງ ທາລີບານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການ ໂຈມຕີ ທີ່ວ່ານີ້.

ສຣີລັງກາ: ພວກກະບົດ ເສືອທະມິລ ກ່າວວ່າ ພົລເຮືອນ ທີ່ອາສັຍຢູ່ ໃນບໍຣິເວນ ນ້ອຍໆ ພາຍໃຕ້ ການຄວບຄຸມ ຂອງພວກ ກະບົດນັ້ນ ກຳລັງ ຈະປະເຊີນກັບ ຄວາມອຶດຢາກ ແລະກ່າວຫາ ຣັຖບານ ສຣີລັງກາວ່າ ສະກັດກັ້ນ ບໍ່ໃຫ້ ມີການສົ່ງ ອາຫານ ການກິນ ໄປໃຫ້. ໃນຖແລງຂ່າວ ທີ່ນຳອອກ ເຜີຍແຜ່ ມື້ນີ້ ພວກກະບົດ ກ່າວວ່າ ສະຖານະການ ອາດຈະ ຮ້າຍແຮງກວ່າ ວິກິຕການ ທາງດ້ານ ມະນຸສທັມ ໃນເຂດ DARFUR ທາງພາກ ຕາເວັນຕົກ ຂອງຊູດານ ບ່ອນທີ່ ສົງຄາມ ກາງເມືອງ ເຮັດໃຫ້ ຫລາຍລ້ານຄົນ ຕ້ອງໄດ້ ອົພຍົບ ຫລົບພັຍ. ພວກກະບົດ ເສືອທະມິລ ກ່າວວ່າ ມີພົລເຮືອນ 150 ພັນຄົນ ຍັງຕົກຄ້າງຢູ່ ໃນເຂດ ສມໍຣະພູມ ນ້ອຍໆ ໃນບໍຣິເວນ ແຄມຝັ່ງ ທະເລ ທາງກ້ຳ ຕາເວັນອອກ ສຽງເໜືອ ຂອງສຣີລັງກາ. ຈຳນວນ ດັ່ງກ່າວນີ້ ແມ່ນ 3 ເທົ່າ ສູງກວ່າ ທີ່ທາງ ອົງການ ສະຫະ ປະຊາຊາດ ໄດ້ຄາດຄະເນໄວ້. ທ່ານ JOHN HOLMES ຫົວໜ້າ ໃຫ້ຄວາມ ຊ່ອຍເຫລືອ ທາງດ້ານ ມະນຸສທັມ ຂອງອົງການ ສະຫະ ປະຊາຊາດ ໄດ້ອອກ ເດີນທາງ ໄປຍັງ ສຣີລັງກາ ໃນວັນເສົາ ມື້ນີ້ ເພື່ອຊັ່ງຊາ ຕີຣາຄາ ເບິ່ງຄວາມຈຳເປັນ ຂອງພົລເຮືອນ ທີ່ຍັງ ຕົກຄ້າງຢູ່ ໃນເຂດ ທີ່ຍັງ ມີການ ສູ້ຣົບກັນ.

ໄຂ້ຫວັດໝູ: ເຈົ້າໜ້າທີ່ ໃນນະຄອນ ເມັກຊິໂກ ຊີຕີ້ ໄດ້ສັ່ງໃຫ້ປິດ ໂຮງຮຽນ ພິພິທພັນ ແລະ ສະຖານທີ່ສາທາຣະນະອື່ນໆ ຍ້ອນການຣະບາດ ຂອງໄຂ້ຫວັດໝູ ທີ່ເຈົ້າໜ້າທີ່ ເວົ້າວ່າ ເຮັດໃຫ້ ມີຜູ້ເສັຽຊີວິດແລ້ວ 20 ຄົນ ແລະລົ້ມປ່ວຍ ອີກຫຼາຍກວ່າ 1000 ຄົນ. ເຈົ້າໜ້າທີ່ ເມັກຊິໂກ ກ່າວວ່າ ມີອີກ 48 ຄົນ ໄດ້ເສັຽຊີວິດ ຍ້ອນເປັນ ໄຂ້ຫວັດ ແລະ ສາຍພັນໃໝ່ ຂອງໄຂ້ຫວັດໝູ ອາດຈະເປັນ ໂຕການ ກໍເປັນໄດ້. ລຸນຫລັງ ທີ່ໄດ້ມີ ລາຍງານຂ່າວ ກ່ຽວກັບ ການແຜ່ຣະບາດ ນີ້ແລ້ວ ຫຼາຍໆຄົນ ທີ່ນະຄອນຫຼວງ ຂອງເມັກຊິໂກ ກໍໄດ້ພາກັນ ໃສ່ໜ້າກາກ ເວລາຢູ່ໃນ ທີ່ສາທາຣະນະ. ຜົນການກວດ ສະແດງ ໃຫ້ເຫັນວ່າ ຈຳນວນນຶ່ງ ຂອງພວກເຄາະຮ້າຍ ໃນເມັກຊິໂກ ໄດ້ເສັຽຊີວິດ ຈາກເຊື້ອໄວຣັສ ສາຍພັນ ດຽວກັນ ທີ່ເຮັດໃຫ້ ມີຜູ້ລົ້ມປ່ວຍ 8 ຄົນ ໃນຣັດຄາລີຟໍເນັຽ ແລະເທັກຊັສ. ແຕ່ເຈົ້າໜ້າທີ່ ກ່າວວ່າ ກໍຣະນີ ຜູ້ປ່ວຍ ໃນສະຫະຣັດ ແມ່ນບໍ່ ຮ້າຍແຮງ ແລະທັງ 8 ຄົນ ໄດ້ຫາຍດີແລ້ວ. ບໍ່ມີຄົນໄຂ້ ລາຍໃດ ຂອງສະຫະຣັດ ໄດ້ຈັບບາຍ ຫລືແຕະຕ້ອງ ໝູເລີຍ. ອົງການ ອະນາມັຍໂລກ ກ່າວວ່າ ຕົນກຳລັງ ຈັດການ ສົນທະນາ ຫາຣື ຂອງພວກ ນັກຊ່ຽວຊານ ເພື່ອພິຈາຣະຈາ ເບິ່ງຣະດັບ ໃນການອອກ ຄຳເຕືອນ ກ່ຽວກັບ ການແຜ່ຣະບາດ ຂອງພະຍາດ ດັ່ງກ່າວນີ້.

ເຊີນຟັງຂ່າວລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.

XS
SM
MD
LG