ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Laos' Exports Further Decline


ກົມ​ການ​ຄ້າ​ຂາ​ອອກ ​ແລະ ຂາ​ເຂົ້າ ຂອງ​ກະຊວງ​ອຸດສະ​ຫະກຳ ​ແລະ ການ​ຄ້າ​ຂອງ​ລາວ ​ໄດ້ສະ​ເໜີລາຍ​ງານ​ວ່າ ​ໃນ​ໄລຍະ​ໄຕຣມາດ​ທຳ​ອິດຂອງ​ແຜນການ​ປະຈຳ​ປີ 2008 ຫາ 2009 ນີ້​ກໍ​ຄື ​ໃນ​ໄລຍະ​ຈາກ​ເດືອນ​ຕຸລາ ຫາ ​ເດືອນ​ທັນວາ ປີ 2008 ທີ່​ຜ່ານ​ມານັ້ນ ສະພາບ​ວ່າການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວໄປ​ຍັງ​ຕ່າງປະ​ເທດ ຍັງ​ຄົງ​ເພີ້ມຂຶ້ນ​ໃນ​ອັດຕາສະ​ເລ່ຍເຖິງ 7% ​ເມື່ອ​ທຽບ​ໃສ່​ໃນ​ໄລຍະ​ດຽວກັນຂອງແຜນການ​ປະຈຳ​ປີ 2007 ຫາ 2008 ທີ່​ຜ່ານ​ມາ ​ໂດຍການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ໄປ​ຕ່າງປະ​ເທດ​ນັ້ນ ມີ​ມູນ​ຄ່າ​ລວມກັນ​ເຖິງ 276 ລ້ານ​ໂດ​ລ້າ​ສະຫະລັດ ຊຶ່ງ​ໃນ​ຈຳນວນ​ດັ່ງ ກ່າວ​ນີ້ ກໍ​ປະກົດ​ວ່າ​ເປັນ​ການ​ສົ່ງ​ອອກ​ແຮ່​ທາດໃນ​ມູນ​ຄ່າ​ລວມ​ເຖິງ 151 ລ້າ​ນ​ໂດ​ລ້າ​ສະຫະລັດ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ສຳລັບ​ໃນ​ໄລຍະ​ໄຕຣມາດ​ທີ່ 2 ຂອງ​ແຜນການ​ປະຈຳ​ປີ 2008 ຫາ 2009 ນີ້ ກໍ​ຄື ​ໃນ​ໄລຍະ​ຈາກ​ເດືອນ​ມັງກອນ ຫາ​ ​ເດືອນ​ມີນາ ທີ່​ຜ່ານ​ມານັ້ນ ກໍ​ປະກົດ​ວ່າ ມູນ​ຄ່າກາ​ນສົ່ງ​ອອກ​ສິນຄ້າ​ຂອງ​ລາວ ​ໄປ​ຍັງ​ຕ່າງປ​ະ​ເທດ ​ໄດ້​ຫລົດ​ລະດັບ​ລົງ​ເຖິງ 11% ກວ່າ ​ເມື່ອ​ທຽບ​ໃສ່​ກັບ​ໃນໄລຍະ​ດຽວກັນ ຂອງ​ແຜນການ​ປະຈຳ​ປີ 2007 ຫາ 2008 ທີ່​ຜ່ານ​ມາ ​ໂດຍ​ມີ​ສາເຫດ​ສຳຄັນ ມາ​ຈາກ​ວິ​ກິ​ດການ​ທາງ​ເສດຖທະ​ກິດ​ການ​ເງິນ​ໂລກ ທີ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ປະ​ເທ​ດລາວ​ຢ່າງ​ຫລີກ​ລ້ຽງບໍ່​ໄດ້ ແລະ ໃນ​ຂະນະ​ດຽວກັນ ກໍ​ໄດ້​ເຮັດ​ໃຫ້ ການ​ສັ່ງ​ຊື້ສິນຄ້າ​ຂອງ​ລາວຈາກ​ຕ່າງປະ​ເທດ ​ໄດ້​ຫລຸດ​ລົງຢ່າງ​ຕໍ່​ເນື່ອງ​ໃນ​ທຸກ​ປະ​ເພດ​ສິນ​ຄ້າ ຊຶ່ງ​ລວມ​ໄປ​ເຖິງ ການ​ສັ່ງ​ຊື້ສິນຄ້າ​ປະ​ເພດ​ແຮ່​ທາດ​ຂອງ​ລາວ​ຈາກ​ຕ່າງປະ​ເທດອີກ​ດ້ວຍ.


ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ຖືກ​ສົມທົບ​ກັບ​ສະພາວະ​ການ​ຂອງ​ຄ່າ​ເງິນ​ກີບ​ລາວ​ທີ່​ມີ​ການ​ແຂ່ງ​ຄ່າ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ເມື່ອ​ທຽບ​ໃສ່​ກັບ​ເງິນ​ສະກຸນ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ເງິນ​ບາດ, ​ເງິນ​ໂດ​ລ້າ​ສະຫະລັດ, ​ແລະ ​ເງິນຢູໂຣ ​ຂອງ​ສະຫະພາ​ບ​ຢູ​ໂຣບ ອີກ​ແລ້ວ ກໍ​ຍິ່ງ​ເຮັດ​ໃຫ້​ສິນຄ້າ​ຂອງ​ລາວ​ມີ​ລາ​ຄາ​ແພງ​ຂຶ້ນ​ໃນ​ສາຍຕາ​ຂອງ​ລູກ​ຄ້າ​ໃນ​ຕ່າງປະ​ເທດ ຊຶ່ງ​ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ ​ເຮັດ​ໃຫ້ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວໄປ​ຍັງ​ຕ່າງປະ​ເທດຕ້ອງ​ລົດ ໜ້ອຍຖອຍ​ລົງ​ຢ່າງ​ຫລີກ​ລ້ຽງບໍ່​ໄດ້​ເຊັ່ນ​ກັນ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ແຂງ​ຄ່າຂຶ້ນຂອງ​ເງິນ​ກີບ​ລາວ ກໍ​ຍັງ​ມີ​ຜົນ​ດີ​ເຊັ່ນ​ດຽວກັນ ​ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ເຂົ້າສິນຄ້າປະ​ເພດ​ທຶນ ​ແລະ ສິນຄ້າ ອຸປະ​ໂພ​ກບໍລິ​ໂພ​ກນັ້ນ ຖື​ວ່າ ​ເປັນ​ຜົນ​ດີ​ຢ່າງ​ຍິງຕໍ່ປະຊາຊົນ​ລາວ ​ແລະ ກຸ່ມ​ລົງ​ທຶນ​ຈາກ​ຕ່າງປະ​ເທດ​ໃນ​ລາວ ດັ່ງ​ທີ່​ເຈົ້າໜ້າທີ່​ຂຶ້ນສູງ ​ໃນ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຂອງ​ລາວ ​ໄດ້​ໃຫ້ການ​ຊີ້​ແຈງ​ຕອນໜຶ່ງ ວ່າ:

ຖ້າວ່າ​ເງິນ​ແຂງ​ຄ່າ​ຫລາຍ ມັນ​ຈະ​ເປັນ​ຜົນກະທົບ​ຕໍ່ການ​ສົ່ງອອກ ​ເພາະ​ວ່າ​ຈະ​ເຮັດ​ໃຫ້ການ​ແກ້ງແຍ້​ງແຂ່ງຂັນ​ຂອງ​ລາຄາ​ສິນຄ້າເຮົາສົ່ງ​ອອກຫັ້ນ ມັນ​ຫລຸດ​ລົງ​ລາຄາ​ສິນຄ້າ​ທີ່ສົ່ງ​ອອກ​ຈະ​ສູງ​ຂຶ້ນ ​ເຮັດ​ໃຫ້ຂາຍ​ຍາກ ​ອັນນີ້​ແມ່ນ​ຜົນ​ເສຍ. ​ແຕ່​ວ່າ​ໃນເງື່ອນໄຂໃນຄວາມ​ເປັນ​ຈິງ​ໃນ​ລາວເຮົານີ້ ມາ​ເບິ່ງນຳ​ກັນ​ແລ້ວ ປະ​ເທດ​ເຮົາ​ນີ້ ຍັງ​ເປັນປະ​ເທດນຳ​ເຂົ້າ, ຄື​ພວກ​ເຮົາ​ເຫັນ​ນຳ​ກັນໜີ້ ສິນຄ້າ​ໃຊ້​ສອຍສ່ວນ​ໃຫຍ່​ນີ້ ຍັງ​ແມ່ນ​ເອົາ​ເຂົ້າມາ ລວມທັງໃຊ້​ສອຍ​ໃນຊີວິດ​ປະຈຳ​ວັນ ລວມທັງ​ສິນຄ້າ​ມາລົງທຶນ ກໍ​ຍັງແມ່ນ​ນຳ​ເຂົ້າທັງໝົດ. ສະນັ້ນລະ​ແມ່ນ​ວ່າ ​ເງິນ​ກີບ​ແຂງ​ໜີ້ ມັນ​ຈະ​ເປັນ​ຜົນດີ​ຕໍ່ການ​ນຳ​ເຂົ້າ.


ສ່ວນ​ທາງ​ດ້ານ​ທະນາຄານ​ພັດທະນາ​ແຫ່ງເອ​ເຊຍ ​ຫລື ADB ກໍ​ໄດ້​ສະ​ເໜີລາຍ​ງານ​ກ່ອນໜ້ານີ້ ວ່າ ການ​ທີ່​ພາກ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວໄປ​ຍັງ​ຕ່າງປະ​ເທດ ​ໄດ້​ຮັບ​ຜົນກະທົບ​ຢ່າງໜັກ ໜ່ວງ ຈາກ​ບັນຫາ​ວິ​ກິດ​ຕະການ​ທາງ​ເສດ​ຖະ​ກິດ​ການ​ເງິນ​ໂລກ​ນັ້ນ ກໍ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ ​ເຖິງ​ລະດັບ​ລາຍ​ຮັບ​ທາງ​ດ້ານງົບປະມານ ​ໂດຍ​ສະ​ເພາະ​ແມ່ນ​ລາຍ​ຮັບ​ຈາກ​ພາ​ສີ​ຂາ​ອອກ​ຂາ​ເຂົ້າຂອງ​ລັດຖະບານ​ລາວ​ຢ່າງ​ຫລີກ​ລ້ຽງບໍ່​ໄດ້​ເຊັ່ນດຽວກັນ ຊຶ່ງ​ກໍ​ເປັນ​ຜົນ​ເຮັດ​ໃຫ້​ລັດຖະບານ​ລາວ ຕ້ອງ​ເພິ່ງ​ພາ​ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ງົບປະມານ​ຈາກ​ຕ່າງປະ​ເທດ ຫລາຍ​ຕື່ມ​ຂຶ້ນອີກ ຖ້າ​ຫາກ​ວ່າ​ລັດຖະບານ​ລາວ​ບໍ່ສາມາດ​ທີ່​ຈະ​ບຸກ​ເບີກ ຫລື ຊອກຄົ້ນຫາ​ແຫລ່ງ​ລາຍ​ຮັບ ຈາກແຫລ່ງ​ລາຍ​ຮັບ​ໃໝ່ໆ​ໄດ້ ຢ່າງ​ພຽງພໍ​ກັບ​ຄວາມ​ຕ້ອງການ ສຳລັບ​ໃນ​ດ້ານ​ຂອງ​ງົບປະມານ​ລາຍ​ຈ່າຍປະຈຳ​ປີ 2008 ຫາ 2009 ນີ້. ຊຶ່ງ​ຕໍ່ກໍລະນີ​ດຽວກັນນີ້ ທ່ານ ບົວ​ສອນ ບຸບພາ​ວັນ ນາ​ຍົກ​ລັດຖະ ມົນຕີລາວ ກໍ​ໄດ້​ຖະ​ແຫລ​ງ ຍອມຮັບ​ວ່າ ລັດຖະບານ​ລາວ ຈະ​ຕ້ອງ​ປະ​ເຊີນ​ກັບ​ສະພາ​ວະຂາດ​ດຸນ​ທາງ​ດ້ານ​ງົບປະມານ​ຢ່າງ​ຫລີກ​ລ້ຽງບໍ່​ໄດ້ ​ໂດຍ​ໃນ​ຂັ້ນ​ເບື້ອງຕົ້ນ ກໍ​ປະມານ​ການ​ວ່າ ລັດຖະບານ​ລາວ ຈະ​ຂາດ​ດຸນ​ທາງ​ດ້ານ​ງົບປະມານ​ຄຶດ​ເປັນມູນ​ຄ່າ​ລວມຫລາຍ​ກວ່າ 3,000 ຕື້ກີບ ຫລື ​ເກີນ​ກວ່າ 350 ລ້ານ​ໂດ​ລ້າ​ສະຫະລັດ ​ໃນ​ຕະຫລອດ​ໄລຍະ​ແຜນການ​ປະຈຳ​ປີ 2008 ຫາ 2009 ນີ້.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງ​ກອກ ໃນວັນທີ 17 ເມສາ 2009

XS
SM
MD
LG